ຄຳຖາມ-ຄໍາຕອບ ກ່ຽວກັບຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

12/02/2026 13:19
Email Print 605
ຂປລ ຂປລ.​ ມາພໍ້ກັນອີກກັບຄໍລຳ “ສສຊ ແລະ ສສຂ” ຊຶ່ງສະບັບກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບຄຳຖາມ-ຄຳຕອບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຫຍັງ, ມີຄວາມໝາຍສຳຄັນແນວໃດ? ແລະ ມີຫລັກການແນວໃດ, ມາສະບັບນີ້ສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງແມ່ນແນວໃດ?, ມີມາດຕະຖານ ແລະ ເງື່ອນໄຂມີແນວໃດ?, ການກຳນົດຈຳນວນສະມາຊິກ ສສຊ ແລະ ສສຂ ,ການນຳກົດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ການຄັດຄ້ານຜູ້ສະໝັກຮັບເລືອກຕັ້ງມີແນວໃດ?

ຂປລ.​ ມາພໍ້ກັນອີກກັບຄໍລຳ ສສຊ ແລະ ສສຂ ຊຶ່ງສະບັບກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບຄຳຖາມ-ຄຳຕອບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຫຍັງ, ມີຄວາມໝາຍສຳຄັນແນວໃດ? ແລະ ມີຫລັກການແນວໃດ, ມາສະບັບນີ້ສືບຕໍ່ນຳສະເໜີ ຄຳຖາມ-ຄຳຕອບ ກ່ຽວກັບຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງແມ່ນແນວໃດ?, ມີມາດຕະຖານ ແລະ ເງື່ອນໄຂມີແນວໃດ?, ການກຳນົດຈຳນວນສະມາຊິກ ສສຊ ແລະ ສສຂ ,ການນຳກົດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ການຄັດຄ້ານຜູ້ສະໝັກຮັບເລືອກຕັ້ງມີແນວໃດ? ຊຶ່ງມີລາຍລະອຽດດັ່ງນີ້:

ຄໍາຖານ 4: ຜູ້ມີສິດເລືອກຕັ້ງ ແລະ ສະຫມັກຮັບເລືອກຕັ້ງ ແມ່ນແນວໃດ?

ຕອບ: ຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແມ່ນພົນລະເມືອງລາວທຸກຄົນ ໂດຍບໍ່ຈໍາແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາດສະໜາ, ທີ່ຕັ້ງ ພູມລໍາເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ ສິບແປດປີ ຂຶ້ນໄປ.

ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາຕ້ອງມີອາຍຸແຕ່ ຊາວເອັດປີ (21 ປີ) ຂຶ້ນໄປ ແລະ ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ສໍາລັບຜູ້ເປັນບ້າ, ເສຍຈິດ; ຜູ້ຖືກສານປະຊາຊົນຕັດສິນລົງໂທດຕັດອິດສະຫລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແມ່ນບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ສໍາລັບພະສົງສໍາມະແນນ, ນັກບວດ, ນັກສອນສາສະໜາ ໂດຍພື້ນຖານແມ່ນມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ແຕ່ຍ້ອນວ່າແຕ່ລະສາສະໜາ ມີທໍາມະນູນ ແລະ ລະບຽບການສະເພາະ ທີ່ ບໍ່ອໍານວຍໃຫ້ແກ່ການປະຕິບັດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ສະນັ້ນ, ຈຶ່ງບໍ່ໄດ້ປະຕິບັດສິດດັ່ງກ່າວ.

ຄໍາຖາມ 5: ມາດຕະຖານ ແລະ ເງື່ອນໄຂ ຂອງຜູ້ສະຫມັກຮັບເລືອກຕັ້ງ ເປັນສະມາຊິກສະພາ ແຫ ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີແນວໃດ?

ຕອບ: ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ແມ່ນຜູ້ມີມາດຕະຖານ ແລະ ເງື່ອນໄຂ ຄົບຖ້ວນ ດັ່ງນີ້:

1. ເປັນພົນລະເມືອງລາວ.

2. ມີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດ ຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມ ອົດທົນ, ປະຢັດ, ຊື່ສັດ, ທ່ຽງທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ ເດັດດ່ຽວຕ້ານ ການສໍ້ ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີ ໃນການປະຕິບັດກົດໝາຍ.

3. ກໍາແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາ ມັກຄີປອງດອງ ປະຊາທິປະໄຕຍຸຕິທໍາ ແລະ ສີວິໄລ.

4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄໍາເຫັນຕໍ່ບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຂອງທ້ອງ ຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້.

5. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ.

6. ມີສຸຂະພາບດີ.

ຄໍາຖາມ 6: ການກໍານົດຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊັນຂັ້ນແຂວງ ມີແນວໃດ?

ຕອບ: ການກໍານົດຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃຫ້ປະຕິບັດ ດັ່ງນີ້:

1. ຮັບປະກັນການເຮັດວຽກເປັນໝູ່ຄະນະ.

2. ອີງໃສ່ທີ່ຕັ້ງ, ຄວາມສໍາຄັນ, ຄວາມຈໍາເປັນ, ຈຸດພິເສດທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງນະຄອນຫຼວງ, ແຂວງ, ເມືອງ, ນະຄອນ.

3. ຮັບປະກັນ ໃຫ້ຈໍານວນສະມາຊິກສະພາ ຕ້ອງມີເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ຜູ້ໃໝ່, ຈາກຫລາຍ ສາຂາອາຊີບ ທັງພາກລັດ ແລະ ເອກະຊົນ, ຕົວແທນຂອງບັນດາຊັ້ນຄົນ.

ສະມາຊິກສະພາແຫ່ງຊາດ ໃນແຕ່ລະຊຸດ ບໍ່ໃຫ້ເກີນ ຫນຶ່ງຮ້ອຍເຈັດສິບຫ້າຄົນ, ເຂດເລືອກຕັ້ງໜ້ອຍສຸດບໍ່ໃຫ້ຫລຸດ ຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນ ຊາວຫ້າຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກຕັ້ງ ບໍ່ໃຫ້ຫລຸດ ສາມຄົນ.

ສະມາຊິກສະພາປະຊາຊົນ ນະຄອນຫລວງ, ແຂວງ ກໍານົດຈໍານວນລວມທົ່ວ ນະຄອນຫລວງ, ແຂວງ ໜ້ອຍສຸດ ບໍ່ໃຫ້ຫລຸດ ຊາວຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນ ເຈັດສິບຫ້າຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກຕັ້ງຂັ້ນເມືອງ ບໍ່ໃຫ້ຫລຸດ ສາມຄົນ.

ຄໍາຖາມ 7: ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ, ການສະເໜີລາຍຊື່, ການຈັດລຽງ ລໍາດັບ ແລະ ປະ ກາດລາຍຊື່ ຜູ້ສະໝັກຮັບເລືອກຕັ້ງມີແນວໃດ?

ຕອບ: ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາ, ການສະເໜີລາຍຊື່ ແລະ ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ມີດັ່ງນີ້:

1. ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ກໍານົດຈໍານວນ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໂດຍແມ່ນປະທານປະເທດ ເປັນຜູ້ອອກລັດຖະດໍາລັດ ປະກາດເປັນທາງການ ຢ່າງຊ້າ ສີ່ສິບຫ້າວັນ ກ່ອນວັນເລືອກຕັ້ງ.

2. ການສະເໜີລາຍຊື່ ຂອງຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ແມ່ນອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນ ເປັນຜູ້ມີສິດຄົ້ນຄວ້າ, ທາບທາມ ແລະ ສະເໜີລາຍຊື່ຜູ້ຕາງໜ້າອົງການຂອງຕົນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຈາກຂະແໜງການ ແລະ ອົງການຈັດຕັ້ງຂັ້ນສູນກາງນັ້ນ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ.

ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ສະເໜີຕໍ່ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລ້ວ ນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ.

ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈາກຂະແໜງການ ແລະ ອົງການ ຈັດຕັ້ງຂັ້ນແຂວງ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ.

3. ການຈັດລຽງເລກລໍາດັບລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງ ໃນແຕ່ລະເຂດເລືອກຕັ້ງຈະດໍາເນີນຕາມຕົວອັກສອນລາວ ຫລື ດ້ວຍວິທີອື່ນກໍໄດ້ ຕາມການຕົກລົງຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.

4. ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ມີຄື: ຄະນະກໍາມະການເລືອກຕັ້ງລະດັບຊາດເປັນ ຜູ້ສັງລວມບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ໃນທົ່ວປະເທດ ແລ້ວປະກາດເປັນທາງການພາຍໃນ ສີ່ສິບຫ້າວັນ ກ່ອນວັນເລືອກຕັ້ງ.

ຄໍາຖາມ 8: ການຄັດຄ້ານຜູ້ສະໝັກຮັບເລືອກຕັ້ງ ມີແນວໃດ?

ຕອບ: ຜູ້ມີສິດປ່ອນບັດເລືອກຕັ້ງ ມີສິດຄັດຄ້ານຜູ້ສະໝັກຮັບເລືອກຕັ້ງ ໃນເຂດເລືອກຕັ້ງຂອງຕົນ ທີ່ຕົນເຫັນວ່າບໍ່ມີມາດຕະຖານຄົບຖ້ວນ ຫລື ມີການກະທໍາ ຊຶ່ງເປັນການລະເມີດກົດໝາຍ, ລະບຽບການ ແລະ ແຕະຕ້ອງເຖິງສິດຜົນປະໂຫຍດຂອງປະຊາຊົນ ໂດຍມີຂໍ້ມູນຫລັກຖານທີ່ເຊື່ອຖືໄດ້ ຢ່າງເປັນລາຍລັກອັກສອນ ພາຍໃນກໍານົດ ເຈັດວັນ ນັບແຕ່ວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນຕົ້ນໄປ.

ການຄັດຄ້ານນັ້ນ ໃຫ້ເຮັດເປັນລາຍລັກອັກສອນ ແລ້ວຍື່ນຕໍ່ຄະນະກໍາມະການເລືອກຕັ້ງຂັ້ນ ເມືອງ ເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພິຈາລະນາແກ້ໄຂພາຍໃນກໍານົດສາມວັນ. ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ນັ້ນ ຕ້ອງຮີບຮ້ອນສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ພິຈາລະນາແກ້ໄຂ ພາຍໃນກໍານົດຫ້າວັນນັບແຕ່ວັນໄດ້ຮັບຄໍາຄັດຄ້ານເປັນຕົ້ນໄປ.

ຜູ້ຄັດຄ້ານ ຕ້ອງຮັບຜິດຊອບຕໍ່ຄັດຄ້ານຂອງຕົນ ຕາມກົດໝາຍ ແລະ ລະບຽບການ. ພໍ້ກັນໃໝ່ໃນສະບັບໜ້າ

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top