ຈີນ ຜະລິດຄຳເພີ່ມຂຶ້ນກວ່າ 1%

06/02/2026 17:41
ຂປລ ສະມາຄົມຄຳ ແຫ່ງປະເທດຈີນ (China Gold Association) ເປີດເຜີຍວ່າ ການຜະລິດຄໍາຂອງຈີນ ເພີ່ມຂຶ້ນໃນປີ 2025, ຂະນະທີ່ ປະລິມານການໃຊ້ຄຳໂດຍລວມຫລຸດລົງ ອັນເນື່ອງມາຈາກ ການປ່ຽນຜ່ານ ຈາກຄວາມຕ້ອງການ ເຄື່ອງປະດັບໄປສູ່ການລົງທຶນ .

ຂປລ.ສຳນັກຂ່າວ ຊິນຮວາຂອງສປຈີນລາຍງານວ່າ: ສະມາຄົມຄຳ ແຫ່ງປະເທດຈີນ (China Gold Association) ເປີດເຜີຍວ່າ ການຜະລິດຄໍາຂອງຈີນ ເພີ່ມຂຶ້ນໃນປີ 2025, ຂະນະທີ່ ປະລິມານການໃຊ້ຄຳໂດຍລວມຫລຸດລົງ ອັນເນື່ອງມາຈາກ ການປ່ຽນຜ່ານ ຈາກຄວາມຕ້ອງການ ເຄື່ອງປະດັບໄປສູ່ການລົງທຶນ .

ຈີນ ຜະລິດຄຳໄດ້ 381.339 ໂຕນໃນປີ 2025, ເພີ່ມຂຶ້ນ 1,09% ເມື່ອທຽບລາຍປີ, ຂະນະທີ່ ຜົນການຜະລິດ ຈາກວັດຖຸດິບ ນໍາເຂົ້າປັບຕົວເພີ່ມຂຶ້ນ 8,81% ຢູ່ທີ່ 170,681 ໂຕນ, ພ້ອມທັງລະບຸວ່າ ໂຄງການສຳຫລວດ ການພັດທະນາ ແລະ ເຕັກໂນໂລຊີ ຫລາຍໂຄງການ ໄດ້ບັນລຸເປົ້າໝາຍ ຕາມຂັ້ນຕອນໃນປີ 2025.

ສ່ວນປະລິມານ ການໃຊ້ຄຳໂດຍລວມ ໃນປີ 2025 ຢູ່ທີ່ 950,069 ໂຕນ, ຫລຸດລົງ 3,57% ຈາກປີກ່ອນໜ້າ ເນື່ອງຈາກຄວາມຕ້ອງການ ເຄື່ອງປະດັບປັບຕົວຫລຸດລົງ ຢ່າງຫລວງຫລາຍ , ກົງກັນຂ້າມ ກັບການລົງທຶນຊື້ຄຳແທ່ງ ແລະ ຫລຽນຄຳເພີ່ມສູງຂຶ້ນ ຊຶ່ງເປັນຄັ້ງທຳອິດ ທີ່ລະດັບ ການລົງທຶນຄຳ ລາຍປີສູງກວ່າ ປະລິມານ ການໃຊ້ເຄື່ອງປະດັບ ໃນປະ ເທດຈີນ./.

KPL

ຂ່າວອື່ນໆ

ads
ads

Top