ຂປລ
ທ່ານ ຫລິນ ຈຽນ ໂຄສົກ ກະຊວງ ການຕ່າງປະເທດ ຈີນ ກ່າວວ່າ ໃນຖານະປະເທດ ເພື່ອນບ້ານ ທີ່ໃກ້ຊິດ ແລະ ເປັນມິດກັບ ປະເທດໄທ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທາງການຈີນ ລາຍງານວ່າ: ທ່ານ ຫລິນ ຈຽນ ໂຄສົກ ກະຊວງ ການຕ່າງປະເທດ ຈີນ ກ່າວວ່າ ໃນຖານະປະເທດ ເພື່ອນບ້ານ ທີ່ໃກ້ຊິດ ແລະ ເປັນມິດກັບ ປະເທດໄທ , ຈີນ ຈະສະໜັບສະໜູນໃຫ້ໄທ ສືບຕໍ່ ແນວທາງ ການພັດທະນາ ເພື່ອໃຫ້ສອດຄ່ອງກັບ ເງື່ອນໄຂ ຂອງປະເທດ ລວມທັງ ການຮັກສາ ສະຖຽນລະພາບ ແລະ ການພັດທະນາ. ນອກຈາກນີ້ ທ່ານ ຫລິນຈຽນ ຍັງກ່າວວ່າ: ຈີນ ພ້ອມທີ່ ຈະເຮັດວຽກ ຮ່ວມກັບ ປະເທດໄທ ເພື່ອຍົກລະດັບຄວາມຮ່ວມມື ທີ່ກໍ່ໃຫ້ເກີດ ປະໂຫຍດ ຮ່ວມກັນ ໃນ ທຸກດ້ານ ແລະ ຊຸກຍູ້ ການພັດທະນາ ປະຊາຄົມຈີນ -ໄທ ໃຫ້ມີອະນາຄົດ ຮ່ວມກັນ ເພື່ອສ້າງປະໂຫຍດ ໃຫ້ຫລາຍຍິ່ງຂຶ້ນ ໃຫ້ແກ່ປະຊາຊົນ ຂອງ ສອງປະເທດ./
KPL