ຂປລ
ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນ ທີ 26-27 ມັງກອນ 2026.
ຂປລ. ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ. ການຢ້ຽມຢາມຄັ້ງນີ້, ແມ່ນເປັນຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທໍານຽບປະທານປະເທດ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງທັງສອງຝ່າຍເຂົ້າຮ່ວມ. ຫລັງຈາກນັ້ນ, ສອງເລຂາທິການໃຫຍ່ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການເພື່ອຕີລາຄາການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ແລະ ກໍານົດທິດທາງຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນຂອງປະເທດຕົນໃຫ້ກັນ ຊາບ ພ້ອມທັງໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດຂອງການ ພັດທະນາເສດຖະກິດ-ສັງຄົມ ທີ່ ສອງປະເທດຍາດມາໄດ້ ໃນຊຸມປີ ຜ່ານມາ ໂດຍສະເພາະແມ່ນຜົນສໍາ ເລັດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວ ກໍຄືຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ທີ່ໄດ້ອັດລົງຢ່າງສະຫງ່າງາມ ໃນເດືອນມັງກອນນີ້. ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດ ນາມ ທີ່ສືບຕ່ໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນການພົວພັນທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄໍ້າທີ່ໝັ້ນຄົງໃນການພົວພັນສອງຝ່າຍ; ມູນຄ່າການຄ້າສອງປະເທດ ກໍມີການເຕີບໂຕໃນຕົວເລກທ່ີໜ້າເພິ່ງພໍໃຈ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ກໍໄດ້ຮັບການຈັດຕ້ັງປະຕິບັດຢ່າງມີປະສິດທິຜົນ ໂດຍສະເພາະໃນໄລຍະທ້າຍປີ 2025 ຫາຕົ້ນປີ 2026 ນີ້. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະປະຈໍາ ປີ 2026 ລະຫວ່າງ ສອງກົມການ ເມືອງລາວ-ຫວຽດນາມ ທີ່ໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານທີ່ໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ.
ສໍາລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງເລຂາທິການໃຫຍ່ລາວ-ຫວຽດນາມ ເຫັນດີຈະສືບຕໍ່ຮັກສາມູນເຊື້ອການແລກປ່ຽນຢ້ຽມຢາມ ແລະ ການພົບປະເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດກໍຄືບັນດາ ກະຊວງ-ຂະແໜງການ ນັບແຕ່ສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ໂດຍເນັ້ນໃສ່ການຍົກສູງຄຸນນະພາບ ແລະ ລົງເລິກການຮ່ວມມືທີ່ມີລັກສະນະຍຸດທະສາດ; ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສືບຕ່ໍສຸມໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກເພື່ອຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດຂອງສອງປະເທດໃຫ້ເປັນຮູບປະທໍາ ໂດຍສະເພາະແມ່ນການເລັ່ງລັດໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ; ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ, ຄຸນຄ່າ ແລະ ຄວາມໝາຍສໍາຄັນທາງປະຫວັດສາດຂອງສາຍພົວພັນພິເສດ ລາວ-ຫວຽດນາມ; ພ້ອມທັງສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫລີມສະຫລອງ “ປີສາມັກຄີມິດຕະພາບລາວ-ຫວຽດ ນາມ ປີ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ.
ໃນໂອກາດດ່ັງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄ້ັງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ, ທັງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງສາຍພົວພັນພິເສດທີ່ບໍ່ຄື ໃຜ ແລະ ບໍ່ມີໃຜຄື.
ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ສະໄໝທີ XIV ເຊັ່ນດຽວກັນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງລ້ົນເຫລືອຕ່ໍພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທ່ີຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ໄລຍະແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ໃນຕອນທ້າຍ, ສະຫາຍເລຂາທິການໃຫຍ່ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພາ 2026 ທີ່ຈະມີເຖິງນີ້.
ພາຍຫລັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວ- ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື: ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ກັບຫ້ອງວ່າການສູນ ກາງພັກກອມມູນິດຫວຽດນາມ ໄລຍະປີ 2026-2030 ແລະ ບົດບັນທຶກການຮ່ວມມື ລະຫວ່າງ ອົງຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫລວງ ຮ່າໂນ້ຍ ໄລຍະປີ 2026-2030.
ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ຈັດງານລ້ຽງຕ້ອນຮັບເປັນກຽດໃຫ້ແກ່ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນຄັ້ງນີ້.
KPL