ການກະທຳຜິດຂອງເດັກ

04/02/2026 14:34
ຂປລ ຂປລ. ກັບມາພໍ້ກັບຄໍລຳ “ຊີວິດ-ກົດໝາຍ” ມື້ນີ້ອີກເທື່ອໜຶ່ງ ຊຶ່ງກໍຂໍມາສະເໜີ ປະມວນກົດໝາຍອາຍາໃນ ໝວດທີ 8 ກ່ຽວກັບ “ການກະທຳຜິດຂອງເດັກ” ໃຫ້ພວກເຮົາໄດ້ຮູ້ນ້ຳກັນຕື່ມ.

   ຂປລ.  ກັບມາພໍ້ກັບຄໍລຳ ຊີວິດ-ກົດໝາຍ ມື້ນີ້ອີກເທື່ອໜຶ່ງ ຊຶ່ງກໍຂໍມາສະເໜີ ປະມວນກົດໝາຍອາຍາໃນ ໝວດທີ 8 ກ່ຽວກັບການກະທຳຜິດຂອງເດັກໃຫ້ພວກເຮົາໄດ້ຮູ້ນ້ຳກັນຕື່ມ.

    ຢູ່ໃນມາດຕາ 84 ເດັກກະທຳຜິດ; ເດັກກະທຳຜິດ ແມ່ນຜູ້ກະທຳຜິດທີ່ມີອາຍຸ ແຕ່ສິບຫ້າປີຂຶ້ນໄປ ແຕ່ ບໍ່ເຖິງສິບແປດປີ ຊຶ່ງມີການກະທຳ ຫລື ການເມີນເສີຍ ທີ່ເປັນອັນຕະລາຍຕໍ່ສັງຄົມ ຊຶ່ງກົດໝາຍກຳນົດໂທດຕັດອິດສະລະພາບ ແຕ່ສາມປີຂຶ້ນໄປ ຫລື ຕຳກວ່າສາມປີລົງມາ ແຕ່ບໍ່ມີການຮັບສາລະພາບຂອງເດັກ ຫລື ຄູ່ກໍລະນີບໍ່ຍິນຍອມໃຫ້ໄກ່ເກ່ຍ; ການກະທຳຜິດທີ່ບໍ່ເຂັດຫລາບ ແລະ ການກະທຳຜິດເປັນອາຈີນ.

     ມາດຕາ 85 ຫລັກການແກ້ໄຂເດັກກະທຳຜິດ; ຫລັກການແກ້ໄຂເດັກກະທຳຜິດ ໃຫ້ປະຕິບັດດັ່ງນີ້: 1. ການແກ້ໄຂເດັກກະທຳຜິດ ໃຫ້ຖືເອົາການສຶກສາອົບຮົມ, ການຊ່ວຍເຫລືອເດັກ, ການປົວແປງຄວາມຜິດພາດ, ການພັດທະ ນາຕົນເອງໃຫ້ກາຍເປັນພົນລະເມືອງດີ, ມີປະໂຫຍດໃຫ້ແກ່ສັງຄົມ; 2. ໃນທຸກກໍລະນີທີ່ມີການສືບສວນ-ສອບສວນ, ການສັ່ງຟ້ອງ ແລະ ການຕັດສີນເດັກກະທຳຜິດ ອົງການຈັດຕັ້ງລັດທີ່ມີສິດອຳນາດຕ້ອງຊີ້ໃຫ້ເຫັນຄວາມເປັນອັນຕະ ລາຍຕໍ່ສັງຄົມ, ສາເຫດ ແລະ ເງື່ອນໄຂ ຂອງການກະທຳຜິດ; 3. ເດັກກະທຳຜິດ ອາດພົ້ນຈາກຄວາມຮັບຜິດຊອບທາງອາຍາ ຖ້າວ່າຜູ້ກ່ຽວຫາກມີ ການກະທຳຜິດ ທີ່ເບົາບາງ, ສ້າງຄວາມເສຍຫາຍບໍ່ຫລວງຫລາຍ, ມີສາເຫດທີ່ພາໃຫ້ຫລຸດຜ່ອນຄວາມຮັບຜິດຊອບທາງອາຍາ ແລະ ມີຜູ້ປົກຄອງ ຫລື ການຈັດຕັ້ງຮັບຕິດຕາມ ແລະ ສຶກສາອົບຮົມ.

     ໃນເວລາຕັດສີນ ສານອາດນຳໃຊ້ໜຶ່ງໃນບັນດາ ມາດຕະການທີ່ໄດ້ກຳນົດໄວ້ໃນມາດຕາ 87 ຂອງປະ ມວນກົດໝາຍສະບັບນີ້ ຖ້າຫາກເຫັນວ່າບໍ່ຈຳເປັນ ຕ້ອງວາງໂທດໃສ່ເດັກກະທຳຜິດ.

     ມາດຕາ 86 ການວາງໂທດໃສ່ເດັກກະທຳຜິດ; ໃນການວາງໂທດໃສ່ເດັກກະທຳຜິດ ສານຕ້ອງອີງ ຕາມລັກ ສະນະ ແລະ ລະດັບຄວາມເປັນອັນຕະລາຍ ຕໍ່ສັງຄົມຂອງການກະທຳຜິດ, ບຸກຄະລິກກະພາບ ຂອງເດັກ, ຜົນສະ ທ້ອນ, ສະພາບແວດລ້ອມ, ສາເຫດຈູງໃຈ ແລະ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ການເພີ່ມຄວາມຮັບຜິດ ຊອບທາງອາຍາ.

      ການວາງໂທດຕັດອິດສະລະພາບໃສ່ເດັກກະທຳ ຜິດ ໃຫ້ເປັນມາດຕະການສຸດທ້າຍ ສຳລັບການ ກະ ທຳຜິດທີ່ຮ້າຍແຮງເທົ່ານັ້ນ ແລະ ໃນໄລຍະສັ້ນເທົ່າ ທີ່ຈະເປັນໄປໄດ້.

    ໃນກໍລະນີທີ່ມີຄວາມຈຳເປັນ ຕ້ອງໄດ້ລົງໂທດຕັດ ອິດສະລະພາບໃສ່ເດັກກະທຳຜິດ ສານອາດວາງ ໂທດເຄິ່ງໜຶ່ງ ຂອງໂທດທີ່ສານຈະວາງໃສ່ຜູ້ກະທຳ ຜິດທີ່ມີອາຍຸ ແຕ່ສິບແປດປີຂຶ້ນໄປ ໃນສະຖານ ການກະທຳຜິດນັ້ນ ຫລື ຕຳກວ່າໂທດທີ່ກົດໝາຍກຳ ນົດໄວ້ກໍໄດ້. ຫ້າມລົງໂທດຕັດອິດສະລະພາບຕະ ຫລອດຊີວິດ ແລະ ໂທດປະຫານຊີວິດ ໃສ່ເດັກກະທຳຜິດ.

     ຳລັບການກະທຳຜິດຂອງເດັກ ທີ່ກົດໝາຍກຳ ນົດໂທດຕັດອິດສະລະພາບຕະຫລອດຊີວິດ ໃຫ້ ຫລຸດຜ່ອນ ມາເປັນໂທດຕັດອິດສະລະພາບສິບປີ. ສ່ວນໂທດປະຫານຊີວິດນັ້ນ ໃຫ້ຫລຸດຜ່ອນມາເປັນ ໂທດຕັດອິດສະລະພາບຊາວປີ.

  ມາດຕາ 87 ການນຳໃຊ້ມາດຕະການຕໍ່ເດັກ; ສຳລັບ ເດັກອາຍຸບໍ່ເຖິງສິບຫ້າປີ ທີ່ໄດ້ມີການກະທຳ ຊຶ່ງ ເປັນອັນຕະລາຍຕໍ່ສັງຄົມນັ້ນ ໃຫ້ນຳໃຊ້ມາດຕະການ ດັ່ງນີ້: 1. ສຶກສາອົບຮົມໃຫ້ເດັກເຂົ້າໃຈຕໍ່ການກະທຳ ຜິດຂອງຕົນ; 2. ໃຫ້ໄປຂໍອະໄພນຳຜູ້ຖືກເສຍຫາຍ ດ້ວຍວິທີການອັນເໝາະສົມ; 3. ໃຊ້ແທນຄ່າເສຍຫາຍທາງແພ່ງ ແຕ່ໃຫ້ພໍ່ແມ່ ຫລື ຜູ້ປົກຄອງ ເປັນຜູ້ຮັບຜິດຊອບ; 4. ມອບໃຫ້ພໍ່ ແມ່, ຜູ້ປົກຄອງ ຫລື ອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່າວເຕືອນ, ສຶກ ສາອົບຮົມ ແລະ ຕິດຕາມຢ່າງໃກ້ຊິດ; 5. ໃຫ້ເດັກ ເຂົ້າມາສະເໜີຕົວຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ຕາມວັນ, ເວລາທີ່ກຳນົດໄວ້; 6. ນຳໃຊ້ມາດຕະການອື່ນ ທີ່ເໝາະສົມກັບອາຍຸຂອງເດັກເຊັ່ນ: ການອອກແຮງ ງານ.

    ສຳລັບເດັກທີ່ມີອາຍຸ ແຕ່ສິບຫ້າປີຂຶ້ນໄປ ແຕ່ ຕຳກວ່າສິບແປດປີ ຫາກໄດ້ກະທຳຜິດທາງອາຍາ ໃນ ສະຖານລະທຸໂທດ ແລະ ໂທສານຸໂທດ ຊຶ່ງກົດ ໝາຍກຳນົດໂທດຕັດອິດສະລະພາບ ຕຳກວ່າສາມປີ ນັ້ນ ໃຫ້ນຳໃຊ້ມາດຕະການທີ່ກ່າວມາເທິງນີ້ກໍໄດ້.   ພໍ້ກັນໃໝ່ສະບັບໜ້າ.

KPL

ຂ່າວອື່ນໆ

ads
ads

Top