ທີ່ຕັ້ງ ແລະ ພາລະບົດບາດຂອງຄະນະກຳມະການສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການສະພາປະຊາຊົນຂັ້ນແຂວງ

04/02/2026 14:24
ຂປລ ຂປລ. ມາພ້ໍກັນມື້ນີ້ໜັງສືພິມປະເທດລາວ ຈະຂໍມານຳສະເໜີກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງຄະນະກຳມະການສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການສະພາປະຊາຊົນຂັ້ນແຂວງດັ່ງຄຳຖາມຕໍ່ໄປນີ້:

ຂປລ. ມາພ້ໍກັນມື້ນີ້ໜັງສືພິມປະເທດລາວ ຈະຂໍມານຳສະເໜີກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງຄະນະກຳມະການສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການສະພາປະຊາຊົນຂັ້ນແຂວງດັ່ງຄຳຖາມຕໍ່ໄປນີ້:

ຄໍາຖາມ 7: ຄະນະກໍາມະການຂອງສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການສະພາ ປະຊາຊົນຂັ້ນແຂວງ ມີທີ່ຕັ້ງ ແລະ ພາລະບົດບາດແນວໃດ? ປະກອບມີຄະນະກໍາມະການໃດແດ່?

ຕອບ: ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການສະພາປະຊາຊົນຂັ້ນ ແຂວງ ແມ່ນ ກົງຈັກການຈັດຕັ້ງຂອງສະພາປະຊາຊົນຂັ້ນແຂວງ, ມີຖານະບົດບາດທຽບເທົ່າກັບ ພະແນກການ, ອົງການລັດທຽບເທົ່າຂັ້ນແຂວງ ມີພາລະບົດບາດເປັນເສນາທິການ ໃຫ້ສະພາປະຊາ ຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານ ຕາມຂອບເຂດ ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຄະນະກໍາມະການຂອງສະພາປະຊາຊົນຂັ້ນແຂວງ ມີ ດັ່ງນີ້:

1. ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

2. ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ;

3. ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ.

          ຄໍາຖາມ 8: ກອງປະຊຸມສະພາປະຊາຊົນຂັ້ນແຂວງມີຈັກປະເພດ?

ຕອບ: ສະພາປະຊາຊົນຂັ້ນແຂວງ ມີສອງປະເພດກອງປະຊຸມ ດັ່ງນີ້:

1. ກອງປະຊຸມສະໄໝສາມັນ ຊຶ່ງປະກອບດ້ວຍກອງປະຊຸມຄັ້ງປະຖົມມະລືກ, ກອງປະຊຸມສະໄໝສາມັນປະຈໍາປີ, ປະຈໍາ ຫົກເດືອນຕົ້ນປີ ແລະ ກອງປະຊຸມທ້າຍສະໄໝ; 2. ກອງປະຊຸມສະໄໝວິສາມັນ.

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ແມ່ນ ກອງປະຊຸມສະໄໝສາ ມັນເທື່ອທີໜຶ່ງ ຂອງສະພາປະຊາຊົນຂັ້ນແຂວງຊຸດນັ້ນ ເປີດຂຶ້ນຢ່າງຊ້າ ສາມສິບວັນ ພາຍຫລັງສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຶ່ງແມ່ນປະທານສະພາປະຊາຊົນຂັ້ນແຂວງຊຸດ ເກົ່າ ເປັນປະທານ ແລະ ຊີ້ນໍາກອງປະຊຸມ ຈົນກວ່າໄດ້ເລືອກຕັ້ງປະທານສະພາປະຊາຊົນຂັ້ນແຂວງ ຊຸດໃໝ່.

ກອງປະຊຸມສະໄຫມສາມັນປະຈໍາປີ ຂອງສະພາປະຊາຊົນຂັ້ນແຂວງ ປະກອບມີ ກອງປະຊຸມ ປະຈໍາປີ ແລະ ຫົກເດືອນຕົ້ນປີ ຊຶ່ງພິຈາລະນາ ແລະ ຮັບຮອງເອົາວຽກງານຮອບດ້ານ ປະຈໍາປີ ແລະ ຫົກເດືອນຕົ້ນປີ ຂອງນະຄອນຫຼວງ, ແຂວງ.

ກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນຂັ້ນແຂວງ ແມ່ນກອງປະຊຸມ ທີ່ເປີດຂຶ້ນ ໃນລະຫວ່າງສອງກອງປະຊຸມສະໄຫມສາມັນຂອງສະພາປະຊາຊົນຂັ້ນແຂວງ ຕາມການຕົກລົງຂອງ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຫລື ຕາມການສະເຫນີຂອງ ປະທານຄະນະກໍາມະການປົກຄອງ ນະຄອນຫລວງ, ແຂວງ ຫລື ສະມາຊິກສະພາປະຊາຊົນຂັ້ນແຂວງ ຢ່າງໜ້ອຍໜຶ່ງສ່ວນສີ່ ຂອງຈໍານວນ ສະມາຊິກທັງໝົດ ເພື່ອພິຈາລະນາ ແລະ ຕົກລົງ ບັນຫາທີ່ ຈໍາເປັນ ແລະ ຮີບດ່ວນ.

ກອງປະຊຸມທ້າຍສະໄໝ ແມ່ນກອງປະຊຸມສະໄໝສາມັນເປີດຂຶ້ນເປັນເທື່ອສຸດທ້າຍ ຂອງ ສະພາປະຊາຊົນຂັ້ນແຂວງ ເພື່ອພິຈາລະນາ, ຮັບຮອງເອົາ ວຽກງານປະຈໍາປີ ແລະ ວຽກງານ ຫ້າປີ ຂອງ ສະພາປະຊາຊົນຂັ້ນແຂວງ.

 

ຄໍາຖາມ 9: ສະພາປະຊາຊົນຂັ້ນແຂວງ ພົວພັນກັບອົງການອື່ນ ຂອງລັດມີແນວໃດ?

ຕອບ: ສະພາປະຊາຊົນຂັ້ນແຂວງ ມີການພົວພັນກັບບັນດາອົງການໃນລະບົບການເມືອງ ປະຊາທິປະໄຕປະຊາຊົນ ຂອງນະຄອນຫລວງ, ແຂວງ ຄື:

 ສະພາປະຊາຊົນຂັ້ນແຂວງ ກັບ ສະພາແຫ່ງຊາດ:

1) ການທາບທາມປະກອບຄໍາເຫັນ ຕໍ່ການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາອື່ນ.

2) ການເຂົ້າຮ່ວມຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມ ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ຢູ່ທ້ອງຖິ່ນ.

3) ການປະກອບຄໍາເຫັນຕໍ່ບັນຫາສໍາຄັນທີ່ຕິດພັນກັບທ້ອງຖິ່ນ.

4) ການສະເໜີ ບໍາລຸງ ສ້າງ, ຍົກລະດັບ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ຂອງສະພາປະຊາຊົນຂັ້ນແຂວງ.

5) ການຂໍທິດຊີ້ນໍາ ກ່ຽວກັບບັນຫາສໍາຄັນພື້ນຖານອື່ນ ທີ່ຈໍາເປັນ.

ສະພາປະຊາຊົນຂັ້ນແຂວງ ກັບຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ:

1) ການທາບທາມຮ່າງກົດໝາຍ ແລະ ການໂຄສະນາ ເຜີຍແຜ່ ກົດໝາຍ.

2) ການລົງເກັບກໍາຂໍ້ມູນ ກ່ຽວກັບການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ.

 3) ການເຂົ້າຮ່ວມຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຢູ່ທ້ອງຖິ່ນ.

4) ການປຶກສາຫາລື ກ່ຽວກັບບັນຫາສໍາຄັນອື່ນ ທີ່ຈໍາເປັນ.

ສະພາປະຊາຊົນຂັ້ນແຂວງ ກັບ ອົງການລັດ ຂັ້ນແຂວງ ແລະ ພາກ:

 1) ການສ້າງ ແລະ ປັບປຸງ ນິຕິກໍາທີ່ມີຜົນບັງທົ່ວໄປຂອງທ້ອງຖິ່ນ.

2) ການຄົ້ນຄວ້າກ່ຽວກັບບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ທີ່ຈະສະເຫນີໃຫ້ສະພາປະຊາຊົນຂັ້ນແຂວງ ພິຈາລະນາ.

3) ການຄົ້ນຄວ້າບຸກຄະລາກອນ ທີ່ຈະສະເໜີໃຫ້ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ຫລື ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕໍາແໜ່ງ.

4) ການຄົ້ນຄວ້າ ກ່ຽວກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ.

5) ການເຂົ້າຮ່ວມ ແລະ ໃຫ້ການຊີ້ແຈງຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ, ການເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ຂອງອົງການອໍານາດລັດ ຂັ້ນແຂວງ.

 6) ການປຶກສາຫາລື ກ່ຽວກັບບັນຫາສໍາຄັນອື່ນ ທີ່ຈໍາເປັນ.

ສະພາປະຊາຊົນຂັ້ນແຂວງ ກັບແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງ ການຈັດຕັ້ງມະຫາຊົນ ຂັ້ນແຂວງ:

ສະພາປະຊາຊົນຂັ້ນແຂວງ ພົວພັນກັບ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການ ຈັດຕັ້ງມະຫາຊົນ ຂັ້ນແຂວງ ດ້ວຍການສົມທົບກັນ ຕາມກໍລະນີ ດັ່ງນີ້:

1. ການກະກຽມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການ ຕິດຕາມກວດກາ ວຽກງານຂອງສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.

 2. ການປຶກສາຫາລື ກ່ຽວກັບບັນຫາສໍາຄັນອື່ນ ທີ່ຈໍາເປັນ.

 

ຄໍາຖາມ 10: ອາຍຸການຂອງສະພາປະຊາຊົນຂັ້ນແຂວງມີແນວໃດ?

ຕອບ: ສະພາປະຊາຊົນຂັ້ນແຂວງ ແຕ່ລະຊຸດ ມີອາຍຸການ ຫ້າປີ ຊຶ່ງເລີ່ມແຕ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ຊຸດນັ້ນ ໄປເຖິງກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ຊຸດໃໝ່.

ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດໃຫມ່ ຕ້ອງໃຫ້ແລ້ວຢ່າງຊ້າ ຫົກສິບວັນກ່ອນສະພາປະຊາຊົນຂັ້ນແຂວງ ຊຸດເກົ່າຈະໝົດອາຍຸການ.

ໃນກໍລະນີ ມີຄວາມຫຍຸ້ງຍາກ ໃຫ້ແກ່ການເລືອກຕັ້ງ ຍ້ອນສະພາບການໃດໜຶ່ງນັ້ນ ກໍສາມາດ ຕໍ່ອາຍຸການຂອງສະພາປະຊາຊົນຂັ້ນແຂວງໄດ້ ແຕ່ຕ້ອງດໍາເນີນການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນ ສາມເດືອນ ພາຍຫລັງສະພາບການດັ່ງກ່າວ ໄດ້ກັບຄືນສູ່ຄວາມເປັນປົກກະຕິ.

ໃນກໍລະນີມີຄວາມຈໍາເປັນ ສະພາປະຊາຊົນຂັ້ນແຂວງ ຈະດໍາເນີນການເລືອກຕັ້ງສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ກ່ອນໝົດອາຍຸການຂອງຕົນກໍໄດ້ ແຕ່ຕ້ອງໄດ້ຮັບຄວາມເຫັນດີ ຢ່າງໜ້ອຍ ສອງສ່ວນສາມ ຂອງຈໍານວນສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ເຂົ້າຮ່ວມກອງປະຊຸມ.

ປະທານສະພາປະຊາຊົນຂັ້ນແຂວງ, ປະທານຄະນະກາມາການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາຊົນຂັ້ນແຂວງ ດໍາລົງຕໍາແໜ່ງ ຢູ່ບ່ອນເກົ່າ ບໍ່ໃຫ້ເກີນ ສອງສະໄໜຕິດຕໍ່ກັນ.

KPL

ຂ່າວອື່ນໆ

ads
ads

Top