ໄປໃຊ້ສິດເລືອກຕັ້ງ ສສຊ-ສສຂໃຫ້ໄດ້ຕາມ ລະດັບຄາດໝາຍ ມະຕິ

04/02/2026 14:32
ຂປລ ຂປລ. ຍັງອີກບໍ່ດົນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈະເປີດຂຶ້ນຢ່າງເປີດທາງການແລ້ວ. ຂະນະທີ່ການກະກຽມໃຫ້ແກ່ການເລືອກຕັ້ງດັ່ງກ່າວ ແມ່ນມີຄວາມຄືບໜ້າ ແລະ ມີບັນຍາກາດຟົດຟຶ້ນພໍສົມຄວນ.

    ຂປລ. ຍັງອີກບໍ່ດົນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈະເປີດຂຶ້ນຢ່າງເປີດທາງການແລ້ວ. ຂະນະທີ່ການກະກຽມໃຫ້ແກ່ການເລືອກຕັ້ງດັ່ງກ່າວ ແມ່ນມີຄວາມຄືບໜ້າ ແລະ ມີບັນຍາກາດຟົດຟຶ້ນພໍສົມຄວນ. ແນວໃດກໍດີ,  ມະຕິກົມການເມືອງສູນກາງພັກ ເລກທີ 26 /ກມສພ ໄດ້ກຳນົດແຈ້ງວ່າ: ອົງຄະ ນະພັກທຸກຂັ້ນ ຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ V ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ດັ່ງນີ້.

 1.ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະ ດັບຄວາມຕື່ນຕົວ ທາງດ້ານການເມືອງໃຫ້ແກ່ສະ ມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາ ເຜົ່າ ໂດຍສະເພາະ ແມ່ນຜູ້ມີສິດເລືອກຕັ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກ ຕ້ອງ ແລະ ເປັນເອກະພາບຕໍ່ການເລືອກຕັ້ງ ສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງ ຊຸດທີ V. ບົນພື້ນຖານ ດັ່ງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັ້ງ ມີຄວາມຕື່ນຕົວ ສະໝັກໃຈ ໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນ ຕາມລະ ບຽບກ່ຽວກັບການເລືອກຕັ້ງ;

  2. ເສີມຂະຫຍາຍຢ່າງແຂງແຮງການປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຜູ້ມີສິດປ່ອນບັດເລືອກຕັ້ງ ໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະ ທໍາມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນຢ່າງສົມກຽດເຂົ້າໃນການປັບປຸງບູລະນະລະບົບອົງ ການອໍານາດແຫ່ງລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະ ຊາຊົນ ຢ່າງແທ້ຈິງ ເປັນຕົ້ນ ປັບປຸງກົງຈັກການ ຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ;

    3. ຮັບປະກັນເລືອກຕັ້ງໃຫ້ໄດ້ຜູ້ສະໝັກຮັບເລືອກ ຕັ້ງທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ຕາມທີ່ກໍານົດໄວ້ໃນກົດໝາຍ ມາເປັນສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ ຊຸດທີ V, ໃນນັ້ນ ໃຫ້ມີໂຄງປະກອບ ທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະສົມ, ມີຕົວແທນ ຈາກອົງການຈັດຕັ້ງພັກ, ລັດ, ອົງການແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການ ຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຕົວແທນຈາກ ວິສາຫະກິດລັດ ແລະ ເອກະຊົນ ໃນຂະແໜງການທີ່ ສໍາຄັນຈຳນວນໜຶ່ງ;

   4. ຍົກສູງສະຕິເປັນເຈົ້າປະເທດຊາດ, ສະຕິຊາດເອ ກະພາບອັນໜຶ່ງອັນດຽວ, ສະຕິລະວັງຕົວຕໍ່ກົນອຸ ບາຍມ້າງເພທໍາລາຍ ຂອງພວກຄົນບໍ່ດີເປັນຕົ້ນ: ການໂຄສະນາແບ່ງແຍກພາຍໃນ, ການໃສ່ຮ້າຍປ້າຍສີ ຕໍ່ການເລືອກຕັ້ງ, ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ ການເລືອກຕັ້ງເທື່ອນີ້ ບັນລຸຜົນສໍາເລັດຕາມຈຸດປະ ສົງ ລະດັບຄາດໝາຍທີ່ວາງໄວ້;

   5. ຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ບັນລຸຜົນສໍາເລັດ ຕາມສີ່ລະດັບຄາດໝາຍຄື: (1) ນໍາພາ ຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%; (2) ນໍາພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນ ການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%; (3) ນໍາພາວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ (4) ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນ ຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ 100%.

KPL

ຂ່າວອື່ນໆ

ads
ads

Top