ຜົນງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນໄລຍະຜ່ານມາ

04/02/2026 14:26
ຂປລ ຂປລ. ໃນຕະຫລອດໄລຍະ 50 ປີ ທີ່ຜ່ານມາ, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ ກໍາເນີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບການກໍາເນີດ ແລະ ຂະຫຍາຍຕົວຂອງລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີຜົນ ງານຫລາຍຢ່າງທີ່ພົ້ນເດັ່ນ

ຂປລ. ໃນຕະຫລອດໄລຍະ 50 ປີ ທີ່ຜ່ານມາ, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ ກໍາເນີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕິດພັນກັບການກໍາເນີດ ແລະ ຂະຫຍາຍຕົວຂອງລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີຜົນ ງານຫລາຍຢ່າງທີ່ພົ້ນເດັ່ນ ດັ່ງນີ້:

1. ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປຸກລະດົມປະຊາຊົນລາວບັນດາເຜົ່າ ເພື່ອຍຶດອໍານາດ ການປົກຄອງ, ລົບລ້າງລະບອບສັກດີນາຢ່າງສິ້ນເຊີງ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ເປີດສັງກາດໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ.

2. ປຸກລະດົມປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນລາວທັງຊາດ, ປົກປັກຮັກສາຫມາກຜົນຂອງການປະຕິວັດ ທີ່ຫາກໍຍາດມາໄດ້, ຟື້ນຟູເສດຖະກິດ, ຮໍາບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ໃນທົດສະວັດທໍາອິດຂອງ ພາລະ ກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

3. ຫັນແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການ ຂອງພັກປະຊາຊົນປະຕິວັດລາວ ເປັນລັດຖະທໍາມະນູນ ແລະ ກົດໝາຍ (ປັດຈຸບັນນີ້ ມີກົດໝາຍທັງໝົດ 176 ສະບັບ) ທີ່ເປັນພາຫະນະ ແລະ ເຄື່ອງມື ປົກປ້ອງ ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄວາມເປັນເອກະພາບ ແລະ ໝັ້ນຄົງພາຍໃນຊາດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງ ລັດ, ລວມໝູ່, ການຈັດຕັ້ງ, ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າ, ດໍາເນີນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ຊຶ່ງເປັນປັດໄຈພື້ນຖານໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນລາວ ໃຫ້ເປັນລັດຖທີ່ປົກ ຄອງດ້ວຍກົດຫມາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ.

4. ຍົກສູງຄຸນນະພາບ ໃນການພິຈາລະນາ ແລະ ຕົກລົງບັນດາບັນຫາສໍາຄັນພື້ນຖານຂອງປະ ເທດຊາດ ແລະ ແຕ່ລະທ້ອງຖິ່ນ ທາງດ້ານການເມືອງ-ການປົກຄອງ ແລະ ບຸກລະລາກອນ, ທາງ ດ້ານເສດຖະກິດ-ສັງຄົມ, ປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ກໍຄືແຕ່ລະທ້ອງຖິ່ນ, ການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນເປັນ ກ້າວໆ.

5. ຍົກສູງຄຸນນະພາບ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ໃນການຕິດຕາມກວດກາ ການເຄົາລົບ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການ ລັດ ກໍຄືໃນທົ່ວສັງຄົມ ຊຶ່ງໄດ້ປະກອບສ່ວນທີ່ສໍາຄັນເຂົ້າໃນການປັບປຸງ, ບູລະນະລະບົບອໍານາດລັດ ແຕ່ສູນກາງ ລົງຮອດທ້ອງຖິ່ນຮາກຖານໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງເປັນກ້າວໆ.

6. ເປັນເຈົ້າການ ປະຕິບັດ ສິດ ແລະ ພັນທະ ຕໍ່ສາກົນ ເປັນຕົ້ນ ໄດ້ຕັ້ງຫນ້າເຄື່ອນໄຫວພົວພັນ ແລະ ຮ່ວມມືສອງຝ່າຍ ກັບ ສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ ຂອງບັນດາປະເທດ ສັງຄົມນິຍົມ, ປະເທດໃກ້ຄຽງ, ອັນພົ້ນເດັ່ນແມ່ນການເຄື່ອນໄຫວ ກັບ ລັດຖະສະພາອາຊຽນ ແລະ ລັດຖະສະພາສາກົນ. ໃນນີ້, ສະພາແຫ່ງຊາດ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະສະພາອາຊຽນ ຫລື AIPA ຄັ້ງທີ 35 (ປີ 2005) ແລະ ຄັ້ງທີ 45 (ປີ 2025) ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top