ຂປລ
ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ເວົ້າກ່ຽວກັບສະພາແຫ່ງຊາດໄປແລ້ວ, ມາໃນສະບັບມື້ນີ້ຂໍນຳສະເໜີການຖາມ-ຕອບ ກ່ຽວກັບສະພາປະຊາຊົນຂັ້ນແຂວງ
ຂປລ. ໜັງສືພິມປະເທດລາວ ສະບັບກ່ອນໆໄດ້ເວົ້າກ່ຽວກັບສະພາແຫ່ງຊາດໄປແລ້ວ, ມາໃນສະບັບມື້ນີ້ຂໍນຳສະເໜີການຖາມ-ຕອບ ກ່ຽວກັບສະພາປະຊາຊົນຂັ້ນແຂວງ ຊຶ່ງສະພາປະຊາຊົນຂັ້ນແຂວງໄດ້ຮັບການສ້າງຕັ້ງຂຶ້ນໂດຍຜ່ານການເລືອກຕັ້ງຂອງປະຊາຊົນບັນດາເຜົ່າ ໃນນະຄອນຫລວງ ແລະ ແຂວງ, ມີທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບຄ້າຍຄືສະພາແຫ່ງຊາດ.
ຄໍາຖາມ 1: ສະພາປະຊາຊົນຂັ້ນແຂວງແມ່ນຫຍັງ ແລະ ມີທີ່ຕັ້ງ, ພາລະບົດບາດແນວໃດ?ຕອບ: ສະພາປະຊາຊົນຂັ້ນແຂວງແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ເປັນອົງການອໍານາດລັດຢູ່ທ້ອງຖິ່ນປະຕິບັດພາລະບົດບາດພິຈາລະນາ, ຮັບຮອງເອົານິຕິກໍາທີ່ມີຜົນບັງຄັບທົ່ວໄປ, ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາອົງການລັດໃນທ້ອງຖິ່ນ.
ທີ່ຕັ້ງ: ສະພາປະຊາຊົນຂັ້ນແຂວງແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນອົງການອໍານາດລັດຢູ່ນະຄອນຫລວງ, ແຂວງ.
ພາລະບົດບາດ: ສະພາປະຊາຊົນຂັ້ນແຂວງ ມີພາລະບົດບາດ ຄື: 1. ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ມີຜົນບັງຄັບທົ່ວໄປຂອງທ້ອງຖິ່ນ (ນິຕິກໍາທີ່ມີຜົນບັງຄັບທົ່ວໄປໝາຍເຖິງມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງທີ່ມີຜົນບັງຄັບທົ່ວ ໄປຂອງນະຄອນຫລວງ ແລະ ແຂວງ); 2. ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ (ທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນທີ່ດໍາລົງຕໍາແໜ່ງສໍາຄັນຂອງທ້ອງຖິ່ນ) ແລະ 3. ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດໃນທ້ອງຖິ່ນ.
ຄໍາຖາມ 2: ສະພາປະຊາຊົນຂັ້ນແຂວງມີສິດ ແລະ ໜ້າທີ່ແນວໃດ?ຕອບ: ສະພາປະຊາຊົນຂັ້ນແຂວງມີສິດ ແລະ ໜ້າທີ່ລວມດັ່ງນີ້:
1. ສິດ ແລະ ໜ້າທີ່ດ້ານນິຕິກໍາ ແມ່ນການພິຈາລະນາ, ຮັບຮອງເອົານິຕິກໍາທີ່ມີຜົນບັງຄັບທົ່ວໄປເຊັ່ນ: ມະຕິ, ຂໍ້ຕົກລົງ, ຄຳສັ່ງ ແລະ ອື່ນໆ ທີ່ມີຜົນບັງຄັບທົ່ວໄປ.
2. ສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແມ່ນການພິຈາລະນາຕົກລົງກ່ຽວກັບການປັບປຸງ, ສັບຊ້ອນກົງຈັກ ແລະ ບຸກຄະລາກອນທີ່ດໍາລົງຕໍາແໜ່ງໃນອົງການອໍານາດລັດຢູ່ນະຄອນຫລວງ, ແຂວງ; ພິຈາລະນາຕົກລົງກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ເງິນຕາ 5 ປີ ແລະ ປະຈຳປີຂອງນະຄອນຫລວງ, ແຂວງ. 3. ສິດ ແລະ ໜ້າທີ່ດ້ານການຕິດຕາມກວດກາແມ່ນການປະເມີນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ກໍຄື ມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງຢູ່ນະຄອນຫລວງ, ແຂວງ; ການປະຕິບັດໜ້າທີ່ຂອງບັນດາບຸກຄະລາກອນທີ່ສະພາປະຊາຊົນຂັ້ນແຂວງເປັນຜູ້ເລືອກຕັ້ງ ແລະ ພິຈາລະນາຮັບຮອງເອົາການສະເໜີການແຕ່ງຕັ້ງ.
ຄໍາຖາມ 3: ສະພາປະຊາຊົນຂັ້ນແຂວງມີໂຄງປະກອບແນວໃດ? ຕອບ: ສະພາປະຊາຊົນຂັ້ນແຂວງມີໂຄງປະກອບດັ່ງນີ້:
1. ສະມາຊິກສະພາປະຊາຊົນຂັ້ນແຂວງ.
2. ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ.
3. ປະທານ, ຮອງປະທານສະພາປະຊາຊົນຂັ້ນແຂວງ.
4. ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ.
5. ຫ້ອງວ່າການສະພາປະຊາຊົນຂັ້ນແຂວງ.
ຄໍາຖາມ 4: ສະມາຊິກສະພາປະຊາຊົນຂັ້ນແຂວງແມ່ນໃຜ? ແລະ ມີມາດຕະຖານແນວ ໃດ? ຕອບ: ສະມາຊິກສະພາປະຊາຊົນຂັ້ນແຂວງແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນກໍາມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນແຂວງ.
ສະມາຊິກສະພາປະຊາຊົນຂັ້ນແຂວງ ມີມາດຕະຖານ ດັ່ງນີ້:
1. ເປັນພົນລະເມືອງລາວ ໂດຍກໍາເນີດ.
2. ມີນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດເດັດດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ.
3. ກໍາແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງປະຊາທິປະໄຕຍຸຕິທາ ແລະ ສີວິໄລ.
4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້.
5. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະໃດໜຶ່ງ.
6. ມີສຸຂະພາບດີ.
ພໍ້ກັນໃໝ່ໃນສະບັບໜ້າ
KPL