ຂປລ
ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ເປັນອົງການສູງສຸດ ແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ.
ຂປລ. ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມ ກວດກາ ການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດ.
ສະພາແຫ່ງຊາດ ແມ່ນອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໂດຍແມ່ນປະຊາຊົນລາວບັນດາເຜົ່າ ເປັນຜູ້ສ້າງຕັ້ງ ຜ່ານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ; ສະພາແຫ່ງຊາດ ມີທີ່ຕັ້ງເປັນອົງການສູງສຸດແຫ່ງອໍານາດລັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນຕົວ ແທນແຫ່ງສິດອໍານາດຂອງປະຊາຊົນ ແລະ ມີແຕ່ສະພາແຫ່ງຊາດ ເທົ່ານັ້ນ ຈຶ່ງມີສິດພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດໝາຍ; ສະພາ ແຫ່ງຊາດ ມີທີ່ຕັ້ງເປັນອົງການນິຕິບັນຍັດ, ຍ້ອນວ່າ ສະພາແຫ່ງຊາດ ແມ່ນອົງການອໍານາດລັດ ເພື່ອພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍຂອງ ສປປ ລາວ.
ສະພາແຫ່ງຊາດ ມີພາລະບົດບາດ ຄື: 1. ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ແລະ ກົດໝາຍ; 2. ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ (ບັນຫາສໍາຄັນທາງດ້ານເສດຖະກິດ-ສັງຄົມ, ການປົກຄອງ ແລະ ບຸກຄະລາກອນ ທີ່ສໍາຄັນຂອງບັນດາ ອົງການອໍານາດແຫ່ງລັດ) ແລະ 3. ຕິດຕາມ ກວດກາ ການເຄົາລົບ, ປະຕິບັດ ລັດຖະທໍາມະນູນ ແລະ ກົດຫມາຍ ຂອງບັນດາອົງການລັດ.
ສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ລວມ ດັ່ງນີ້:
1. ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ ແມ່ນການສ້າງ ແລະ ປັບປຸງລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມກວດກາ ແລະ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ; ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ.
2. ສິດ ແລະ ໜາທີ່ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນ ຫາສໍາຄັນທາງດ້ານການເມືອງ-ການປົກຄອງ, ການບັນຈຸສັບຊ້ອນບຸກຄະລາກອນ ເພື່ອດໍາລົງຕໍາແໜ່ງ ໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການພິຈາລະນາ ແລະ ຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນ ເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາ ບັນດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ.
3. ສິດ ແລະ ໜ້າທີ່ ດ້ານການຕິດຕາມກວດກາ ແມ່ນການດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ປະຕິບັດໜ້າທີ່ ຂອງບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ.
KPL