ການກຳນົດຈຳນວນ,ເຂດລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

04/02/2026 13:39
ຂປລ ການກໍານົດຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນປະຕິບັດ ດັ່ງນີ້.

ຂປລ. ການກໍານົດຈໍານວນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນປະຕິບັດ ດັ່ງນີ້: 1. ຮັບປະກັນການເຮັດວຽກເປັນໝູ່ຄະນະ; 2. ອີງໃສ່ທີ່ຕັ້ງ, ຄວາມສໍາຄັນ, ຄວາມຈໍາເປັນ, ຈຸດພິເສດທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງ ຄົມ ຂອງນະຄອນຫລວງ, ແຂວງ, ເມືອງ, ນະຄອນ; 3. ຮັບປະກັນໃຫ້ຈໍານວນສະມາຊິກສະພາ ຕ້ອງມີ ເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ຜູ້ໃໝ່, ຈາກຫລາຍສາຂາອາຊີບ ທັງພາກລັດ ແລະ ເອກະຊົນ, ຕົວແທນຂອງບັນດາຊັ້ນຄົນ, ສະມາຊິກສະພາແຫ່ງຊາດໃນແຕ່ລະຊຸດ ບໍ່ໃຫ້ເກີນໜຶ່ງຮ້ອຍເຈັດສິບຫ້າຄົນ, ເຂດເລືອກ ຕັ້ງໜ້ອຍສຸດບໍ່ໃຫ້ຫລຸດຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນຊາວຫ້າຄົນ ແລະ ມີຜູ້ປະຈໍາຢູ່ເຂດເລືອກຕັ້ງບໍ່ໃຫ້ຫລຸດສາມຄົນ. ສະມາຊິກສະພາປະຊາຊົນນະຄອນຫລວງ, ແຂວງ ກໍານົດຈໍານວນລວມທົ່ວນະຄອນຫລວງ, ແຂວງໜ້ອຍສຸດ ບໍ່ໃຫ້ຫລຸດຊາວຫ້າຄົນ, ຫລາຍສຸດບໍ່ໃຫ້ເກີນເຈັດສິບຫ້າຄົນ ແລະ ມີຜູ້ປະຈໍາ ຢູ່ເຂດເລືອກ ຕັ້ງຂັ້ນເມືອງ ບໍ່ໃຫ້ຫລຸດສາມຄົນ.

ການກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາ, ການສະເໜີລາຍຊື່ ແລະ ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງມີດັ່ງນີ້: 1. ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໂດຍແມ່ນປະ ທານປະເທດເປັນຜູ້ອອກລັດຖະດໍາລັດ ປະກາດເປັນທາງການຢ່າງຊ້າສີ່ສິບຫ້າວັນ ກ່ອນວັນເລືອກຕັ້ງ; 2. ການສະເໜີລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ແມ່ນອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນ ເປັນຜູ້ມີສິດຄົ້ນຄວ້າ, ທາບທາມ ແລະ ສະເໜີລາຍຊື່ຜູ້ຕາງໜ້າອົງການຂອງຕົນ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຈາກຂະແໜງການ ແລະ ອົງການຈັດຕັ້ງຂັ້ນສູນກາງນັ້ນ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາຕົກລົງ. ສໍາລັບລາຍຊື່ຜູ້ສະໜັກກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຈາກທ້ອງຖິ່ນ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ. ສ່ວນລາຍຊື່ ຜູ້ສະໜັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລ້ວ ນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ. ລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາ ຊິກສະພາປະ ຊາຊົນຂັ້ນແຂວງ ຈາກຂະແໜງການ ແລະ ອົງການຈັດຕັ້ງຂັ້ນແຂວງ ໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ພິຈາລະນາຕົກລົງ; 3. ການຈັດລຽງເລກລໍາດັບລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງ ໃນແຕ່ລະເຂດເລືອກຕັ້ງຈະດໍາ ເນີນຕາມຕົວອັກສອນ ລາວ ຫລື ດ້ວຍວິທີອື່ນກໍໄດ້ ຕາມການຕົກລົງຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ; 4. ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງມີຄື: ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນ ຜູ້ສັງລວມບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງໃນທົ່ວ ປະ ເທດ ແລ້ວປະກາດເປັນທາງການພາຍໃນສີ່ສິບຫ້າວັນກ່ອນວັນເລືອກຕັ້ງ.

ຜູ້ມີສິດປ່ອນບັດເລືອກຕັ້ງ ມີສິດຄັດຄ້ານຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນ ທີ່ຕົນເຫັນວ່າບໍ່ມີມາດຕະຖານຄົບຖ້ວນ ຫລື ມີການກະທໍາ ຊຶ່ງເປັນການລະເມີດກົດໝາຍ, ລະບຽບການ ແລະ ແຕະຕ້ອງເຖິງສິດຜົນປະໂຫຍດຂອງປະຊາຊົນ ໂດຍມີຂໍ້ມູນຫລັກຖານທີ່ເຊື່ອຖືໄດ້ຢ່າງ ເປັນລາຍລັກອັກ ສອນພາຍໃນກໍານົດເຈັດວັນ ນັບແຕ່ວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນຕົ້ນໄປ. ການຄັດຄ້ານນັ້ນ ໃຫ້ເຮັດເປັນລາຍລັກອັກສອນ ແລ້ວຍື່ນຕໍ່ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພິຈາລະນາແກ້ໄຂພາຍໃນກໍານົດສາມວັນ. ໃນກໍລະນີທີ່ບໍ່ສາມາດແກ້ໄຂ ໄດ້ນັ້ຕ້ອງຮີບຮ້ອນສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດພິຈາລະນາແກ້ໄຂ ພາຍໃນກໍານົດຫ້າວັນ ນັບແຕ່ວັນໄດ້ຮັບຄໍາຄັດຄ້ານເປັນຕົ້ນໄປ. ຜູ້ຄັດຄ້ານ ຕ້ອງຮັບຜິດຊອບຕໍ່ຄໍາຄັດຄ້ານຂອງຕົນຕາມກົດໝາຍ ແລະ ລະບຽບການ.

ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງສັງຄົມ ມີສິດ ແລະ ໜ້າທີ່ອໍານວຍຄວາມສະດວກໃນການຈັດສະຖານທີ່, ຈັດຕັ້ງການໂຄສະນາຫາສຽງ ໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນຕາມກົດໝາຍ ແລະ ລະ ບຽບ ການ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ມີສິດ ແລະ ໜ້າທີ່ລາຍງານຊີວະປະຫວັດຫຍໍ້ຂອງຕົນ ແລະ ຂອງຜູ້ສະໝັກເລືອກຕັ້ງອື່ນ ໃນເຂດເລືອກຕັ້ງດຽວກັນ ຕາມລະບຽບການ, ມີສິດໂຄສະນາຫາສຽງໃຫ້ແກ່ຕົນເອງຕາມລະບຽບການ. ການໂຄສະນາ ໃຫ້ເລີ່ມພາຍຫລັງວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຕາມການ ຕົກລົງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຕ້ອງຢຸດລົງກ່ອນວັນເລືອກຕັ້ງໜຶ່ງວັນ. ຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນຜູ້ກໍານົດລະບຽບການຈັດຕັ້ງໂຄສະນາ.

ການກໍານົດເຂດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ ແລະ ການຂຶ້ນບັນຊີລາຍຊືຜູ້ທີ່ມີສິດເລືອກຕັ້ງ ມີດັ່ງນີ້: 1. ການກໍານົດເຂດເລືອກຕັ້ງ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃຫ້ຖືເອົານະຄອນ ຫລວງ, ແຂວງ, ເປັນເຂດເລືອກຕັ້ງ; ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ຖືເອົາ ເມືອງ, ເທສະບານ, ນະຄອນເປັນເຂດເລືອກຕັ້ງ. 2. ການກໍານົດໜ່ວຍປ່ອນບັດເລືອກຕັ້ງ: ໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາ ໃຫ້ຖືເອົາບ້ານເປັນຫລັກ, ບ້ານໃດທີ່ມີຜູ້ມີສິດເລືອກຕັ້ງ ແຕ່ຫ້າຮ້ອຍເຖິງ ໜຶ່ງພັນຄົນ ໃຫ້ຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ, ຖ້າຫາກຫລາຍກວ່າໜຶ່ງພັນຄົນຂຶ້ນໄປໃຫ້ຈັດຕັ້ງເປັນຫລາຍ
ໜ່ວຍປ່ອນບັດເລືອກຕັ້ງ.

ສໍາລັບບ້ານທີ່ຢູ່ໃກ້ຄຽງກັນ ຊຶ່ງມີຈໍານວນຜູ້ມີສິດເລືອກຕັ້ງໜ້ອຍກວ່າ ຫ້າຮ້ອຍຄົນນັ້ນ ໃຫ້ໂຮມເຂົ້າກັນ ແລ້ວຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ. ໃນກໍລະນີບ້ານທີ່ຢູ່ຫ່າງໄກສອກຫລີກ, ການໄປມາມີຄວາມຫຍຸ້ງຍາກຫລາຍນັ້ນ ອາດຈະຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ ຫລື ຈັດຕັ້ງເປັນໜ່ວຍຮັບ ຜິດຊອບຫີບບັດເຄື່ອນທີ່ ເພື່ອໄປຮັບເອົາບັດລົງຄະແນນສຽງຂອງຜູ້ມີສິດເລືອກຕັ້ງກໍໄດ້. ໜ່ວຍປ່ອນບັດເລືອກຕັ້ງ ສໍາລັບພົນລະເມືອງລາວທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ຕ່າງປະເທດນັ້ນ ໃຫ້ຄະ ນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ກໍານົດ. ການກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນ ຊາດ- ປ້ອງກັນຄວາມສະຫງົບ: ຄະນະກອງບັນຊາການກອງພົນ, ກອງພັນ, ກອງຮ້ອຍເອກະລາດ ແລະ ຄະນະກອງບັນຊາການແຂວງ, ນະຄອນຫລວງ ເປັນຜູ້ກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຕົນ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ທີ່ຄະນະ ກອງນັ້ນຕັ້ງຢູ່ເພື່ອຮັບຮູ້ ແລະ ສັງລວມເຂົ້າບັນຊີລາຍຊື່ໃນຈໍານວນຽໜ່ວຍປ່ອນບັດເລືອກຕັ້ງຂອງເມືອງ, ເທດສະບານ, ນະຄອນນັ້ນ.

KPL

ຂ່າວອື່ນໆ

ads
ads

Top