ມາຮູ້ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

04/02/2026 13:35
ຂປລ ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໄດ້ຜ່ານພົ້ນໄປແລ້ວ. ດັ່ງນັ້ນ, ການເລືອກສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V ທີ່ຈະມີຂຶ້ນອີກບໍ່ດົນນີ້ຕໍ່ໜ້ານີ້.

ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ: ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໄດ້ຜ່ານພົ້ນໄປແລ້ວ. ດັ່ງນັ້ນ, ການເລືອກສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V ທີ່ຈະມີຂຶ້ນອີກບໍ່ດົນນີ້ຕໍ່ໜ້ານີ້, ຜູ້ມີສິດເລືອກຕັ້ງໂດຍເລີ່ມແຕ່ອາຍຸ 18 ປີຂຶ້ນ ບໍ່ວ່າພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດຕ້ອງໄດ້ໄປໃຊ້ສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຢ່າງເປັນຂະບວນ ແນໃສ່ເຮັດໃຫ້ການເລືອກຕັ້ງມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດຫມາຍທີ່ວາງໄວ້.  

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນການເສີມຂະ ຫຍາຍສິດປະຊາທິປະໄຕ ຂອງພົນລະເມືອງລາວຜູ້ມີສິດເລືອກຕັ້ງ ເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອ ເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດ ທີ V ມີຄວາມສໍາຄັນທີ່ສຸດ, ຍ້ອນວ່າ ແມ່ນການເສີມຂະຫຍາຍ ແລະ ປະຕິບັດສິດ ປະຊາທິປະໄຕ ຂອງປະຊາ ຊົນລາວບັນດາເຜົ່າ ເຂົ້າໃນການປັບປຸງ, ບູລະນະລະບົບອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງ ເປັນຕົ້ນແມ່ນປັບປຸງບູລະນະ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ແນວໃດກໍຕາມດ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແມ່ນມີຂຶ້ນໃນເວລາທີ່ພັກປະຊາຊົນປະຕິວັດລາວ ກໍາອໍານາດມາໄດ້ 50 ປີ ແລະ ກໍແມ່ນ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ໃນທາມກາງບັນຍາກາດທີ່ສະພາບການຂອງໂລກ, ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ທີ່ສົ່ງຜົນກະທົບທາງດ້ານຕັ້ງຫນ້າ ແລະ ຫຍໍ້ທໍ້ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ. ຢູ່ພາຍໃນປະເທດ, ພວກເຮົາ ຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມາເປັນເວລາຫລາຍປີ. ສະນັ້ນ, ການເລືອກຕັ້ງຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນເປັນພິເສດ ຊຶ່ງຮຽກຮ້ອງໃຫ້ພົນລະເມືອງລາວ ຜູ້ມີສິດເລືອກ ຕັ້ງທຸກຄົນ ຍິ່ງຕ້ອງເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ ແລະ ລະຫວ່າງ ເຜົ່າຕ່າງໆ, ພ້ອມກັນໄປ ໃຊ້ສິດປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ ແລະ ໃຫ້ເລືອກເອົາຜູ້ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອສາມາດເຮັດຫລ້ອນໜ້າທີ່ອັນມີກຽດໃນຖານະເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີ 5 ຫລັກການພື້ນຖານຄື: 1. ຫລັກການທົ່ວໄປ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ແຕ່ອາຍຸ 18 ປີຂຶ້ນໄປ ລ້ວນແຕ່ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸ 21 ປີຂຶ້ນໄປ ລ້ວນແຕ່ມີສິດສະໝັກຮັບ ເລືອກຕັ້ງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 2. ຫລັກການສະເໝີພາບ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ມີສິດເທົ່າທຽມກັນໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ໂດຍບໍ່ຈໍາແນກ ເພດ, ເຜົ່າ, ຖານະທາງດ້ານສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື; 3. ຫລັກການໂດຍກົງ: ມີຄວາມ ໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ເປັນຜູ້ດໍາເນີນການປ່ອນບັດດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ຕົນເຫັນວ່າມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຍົກເວັ້ນກໍລະນີ ທີ່ກໍານົດໄວ້ສະເພາະຢູ່ໃນກົດໝາຍ; 4. ຫລັກການລົງ ຄະ ແນນສຽງປິດລັບ: ມີຄວາມຫມາຍວ່າ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ແຕ່ລະຄົນ ເປັນຜູ້ຕັດສິນໃຈຂີດບັດດ້ວຍຕົນເອງ ແລະ ນໍາເອົາບັດທີ່ຂີດນັ້ນໄປປ່ອນໃສ່ຫີບບັດ ໂດຍບໍ່ໃຫ້ຄົນອື່ນຮູ້ ແລະ ເຫັນນໍາ. ຍົກເວັ້ນກໍລະນີສະເພາະທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ 5. ຫລັກການຍຸຕິທໍາ: ມີຄວາມໝາຍວ່າ ການປ່ອນ ບັດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຕ້ອງມີຄວາມໂປ່ງໃສ, ບໍ່ມີການລັກໂລບ, ປອມແປງຄະແນນສຽງ, ບໍ່ໂຄສະນາໃສ່ຮ້າຍປ້າຍສີຊຶ່ງກັນ ແລະ ກັນ.

ຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແມ່ນພົນລະເມືອງລາວທຸກຄົນ ໂດຍບໍ່ຈໍາແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາດສະຫນາ, ທີ່ຕັ້ງພູມລໍາເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ ສິບແປດປີຂຶ້ນໄປ; ຜູ້ສະໝັກ ຮັບເລືອກຕັ້ງ ເປັນສະມາຊິກສະພາຕ້ອງມີອາຍຸແຕ່ຊາວເອັດປີຂຶ້ນໄປ ແລະ ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ສໍາລັບຜູ້ເປັນບ້າ, ເສຍຈິດ; ຜູ້ຖືກສານປະຊາຊົນຕັດສິນລົງໂທດ ຕັດອິດ ສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ແມ່ນບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ສໍາລັບພະສົງສໍາມະແນນ, ນັກບວດ, ນັກສອນສາສະໜາ ໂດຍພື້ນຖານແມ່ນມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ, ແຕ່ຍ້ອນວ່າແຕ່ລະສາສະໜາ ມີທໍາມະນູນ ແລະ ລະບຽບການສະເພາະ ທີ່ບໍ່ອໍານວຍໃຫ້ແກ່ການປະຕິບັດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ. ສະນັ້ນ, ຈຶ່ງບໍ່ໄດ້ປະຕິບັດ

ສິດດັ່ງ ກ່າວ.

ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແມ່ນຜູ້ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນດັ່ງນີ້: 1. ເປັນພົນລະເມືອງລາວ; 2. ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະ ໂຫຍດຂອງ ປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທໍາ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ ເດັດດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີ ໃນການປະຕິບັດກົດໝາຍ; 3. ກໍາແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນ ເພື່ອບັນລຸເປົ້າໝາຍ ປະເທດຊາດ ມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ; 4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ ມີຄໍາເຫັນຕໍ່ບັນຫາສໍາຄັນ ພື້ນຖານຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້; 5. ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດຫນຶ່ງ; 6. ມີສຸຂະພາບດີ. ພໍ້ກັນ ໃໝ່ສະບັບໜ້າ.

KPL

ຂ່າວອື່ນໆ

ads
ads

Top