ເນື້ອແທ້ຂອງການເລືອກຕັ້ງ ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ

03/02/2026 08:34
Email Print 8395
ຂປລ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ເນື້ອແທ້ແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

       ຂປລ.  ໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາ ຊົນ ແລະ ເພື່ອຜົນປະໂຫຍດຂອງ ປະຊາຊົນຢ່າງແທ້ຈິງ; ເປັນການ ສ້າງເງື່ອນໄຂໃຫ້ພະນັກງານ, ທະ ຫານ, ຕໍາຫລວດ ກໍຄື ປະຊາຊົນ ລາວບັນດາເຜົ່າ ໄດ້ນໍາໃຊ້ສິດປະຊາ ທິປະໄຕຂອງຕົນຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 36 ຂອງລັດຖະທໍາມະນູນ ກ່ຽວກັບສິດຂອງພົນລະເມືອງລາວໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ເປັນການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດໜ້າທີ່ພິຈາລະນາ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຢູ່ກອງປະຊຸມສະພາແຫ່ງຊາດ ແລະ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

      ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ໃຫ້ສໍາພາດກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ໃນວັນທີ 30 ມັງກອນ 2026 ໂດຍ ທ່ານໄດ້ໃຫ້ຮູ້ວ່າ: ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ມາຮອດປັດຈຸບັນຈະຄົບອາຍຸການ 5 ປີ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດໃນເດືອນກຸມພາ 2026 ນີ້. ສະນັ້ນ, ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ພວມສຸມໃສ່ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V ຢ່າງເປັນຂະບວນຟົດຟື້ນ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງເນື້ອແທ້ຂອງການເລືອກຕັ້ງແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XII ຂອງພັກໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ການເລືອກຕັ້ງຄັ້ງນີ້, ຍັງເປັນເຫດການທາງການເມືອງຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈໍາເປັນໃນການປັບປຸງລະບົບອໍານາດແຫ່ງລັດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພວກເຮົາ

         ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້ ເປັນການເພີີ່ມທະວີການນໍາພາຂອງພັກ ຕໍ່ການເຄື່ອນໄຫວວຽກງານຂອງອົງການຕົວແທນແຫ່ງສິດ, ອໍານາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າດ້ວຍການເພີ່ມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂອງພັກ ແລະ ລັດສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ມີຈໍານວນເພີ່ມຂຶ້ນຊຶ່ງມີຈໍານວນເຖິງ 30 ກວ່າສະຫາຍ ໃນຈໍານວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຈໍານວນ 243 ທ່ານ ເພື່ອເລືອກເອົາ 175 ທ່ານ ແລະ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຈໍານວນ 1.041 ທ່ານ, ເລືອກເອົາ 745 ທ່ານ. ໃນນັ້ນ ອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງອາຍຸ 45 ປີລົງມາກວມອັດຕາສ່ວນ 15- 20%, ອາຍຸ 46-55 ປີ ກວມອັດຕາສ່ວນ 35-45%, ອາຍຸ 56-60 ປີ ກວມເອົາ 25-30%, ອາຍຸ 60 ປີຂຶ້ນໄປກວມອັດຕາສ່ວນ 10- 15%, ອັດຕາສ່ວນເພດຍິງ 35%, ອາຍຸສູງສຸດແມ່ນ 69 ປີ, ອາຍຸນ້ອຍສຸດແມ່ນ 36 ປີ ຊຶ່ງມີຕົວຈາກອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການ ສຶກສາພາກລັດ-ເອກະຊົນ, ວິສາຫະກິດລັດ, ສະຫະກອນ, ວິສາຫະກິດເອກະຊົນ ແລະ ນັກທຸລະກິດ.

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

      9/22/2026 9:10:03 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

    • ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການເມືອງ

      ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      9/22/2026 9:00:46 AM

      ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

ads
ads

Top