ການນຳພັກ-ລັດ ເຂົ້າຮ່ວມພິທີເປີດບຸນນະມັດສະການຜາສາດຫີນວັດພູຈຳປາສັກ

03/02/2026 08:22
Email Print 7584
ຂປລ ພິທີເປີດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ຈັດຂຶ້ນໃນຕອນແລງ ວັນທີ 31 ມັງກອນ 2026.

      ຂປລ.  ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ມີເລຂາພັກແຂວງຈຳປາສັກ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ຜູ້ຕາງໜ້າການນຳບັນດາແຂວງພາກໃຕ້, ແຂວງໄຊຍະບູລີ ແລະ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດຕະຫລອດຮອດມວນຊົນຊາວແຂວງ ຈຳປາສັກ ເຂົ້າຮ່ວມ.

     ໃນໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ລາຍງານໃຫ້ຊາບວ່າ: ບຸນນະມັດສະການຜາສາດຫີນວັດພູຈໍາປາສັກປີນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ແລະ ຊົມເຊີຍຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ທັງກໍາລັງສ້າງຂະບວນການຕ້ອນຮັບການເລືອກຕັ້ງສະມາຊິກແຫ່ງຊາຊຸດທີ X, ສະ ພາປະຊາຊົນແຂວງຊຸດທີ V ແລະ ສະເຫລີມສະຫລອງສະຖານບູຮານວັດພູຈໍາປາສັກ ຖືກຮັບຮອງເປັນມໍລະດົກໂລກ ຄົບຮອບ 25 ປີ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານກໍຄື ແຂວງຈຳປາສັກ ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ໂດຍສະເພາະວັດທະນະທຳປູສະນີຍະຖານຜາສາດຫີນວັດພູຈຳປາສັກ ທີ່ເປັນສະຖານວັດຖຸບູຮານເກົ່າແກ່ ແລະ ມີຊື່ສຽງທາງດ້ານປະຫວັດສາດຂອງຊາດລາວເຮົາ ໂດຍໄດ້ຈັດງານບຸນຂຶ້ນທຸກໆປີໃນມື້ຂຶ້ນ 15 ຄໍ່າ ເດືອນ 3 ເພື່ອອະນຸລັກຮັກສາຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ດົນນານໃຫ້ມີຄວາມຍືນຍົງ, ທັງເປັນການສ້າງບັນຍາກາດ ໃຫ້ມີຄວາມເບີກບານມ່ວນຊື່ນ ເພື່ອຍູ້ຂະບວນການສ້າງສາພັດທະນາທ້ອງຖິ່ນ ໂດຍສະເພາະການດຶງດູດນັກທ່ອງທ່ຽວ, ການແລກປ່ຽນບົດຮຽນ, ການແລກປ່ຽນ-ຈໍາໜ່າຍສິນຄ້າ, ການສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ອື່ນໆ; ສະຖານບູຮານວັດພູຈໍາປາສັກ ໄດ້ຖືກສ້າງຂຶ້ນໃນສະຕະວັດທີ VII ແລະ ມີການບູລະນະ-ປະຕິສັງຂອນເປັນແຕ່ລະໄລຍະເພື່ອອະນຸລັກຮັກສາໃຫ້ສົມບູນຄົບຖ້ວນ. ຍ້ອນຄວາມເອົາໃຈໃສ່ຂອງພັກ-ລັດ ແລະ ຄວາມເປັນເຈົ້າການຂອງປະຊາຊົນລາວບັນດາເຜົ່າໃນການອະນຸລັກປົກປັກຮັກສາ ຈຶ່ງເຮັດໃຫ້ຜາສາດຫີນວັດພູຈຳປາສັກ ຖືກຮັບຮອງຈົດເຂົ້າທະບຽນມໍລະດົກໂລກ ໂດຍອົງການອຸຍແນັສໂກ (UNESCO) ໃນວັນທີ 16 ທັນວາ 2001.

      ພາຍໃນງານ, ປະກອບມີກິດຈະກຳຕ່າງໆຄື: ພິທີເປີດງານທີ່ຍິ່ງໃຫຍ່ ດ້ວຍລະບົບແສງ-ສີ-ສຽງ ເພື່ອສະແດງກ່ຽວກັບປະຫວັດຄວາມເປັນມາຂອງຜາສາດຫີນວັດພູ ໂດຍການສະແດງຮູບພາບປະກອບຕ່າງໆຈາກໂດຣນ ຈຳນວນ 590 ລໍາ ແລະ ການຍິງພຸໄຟຈໍານວນ 250 ລູກ; ການວາງສະແດງ ແລະ ຈໍາໜ່າຍສິນຄ້າ; ການແຂ່ງຂັນກິລາພື້ນເມືອງ; ການສະແດງສິລະປະວັນນະຄະດີ; ການຮັບປະທານອາຫານທ້ອງຖິ່ນທີ່ເປັນເອກະລັກຂອງເມືອງຈໍາປາສັກ; ຈັດກອງປະຊຸມ-ສໍາມະນາວິທະຍາສາດກ່ຽວກັບການເຂົ້າເປັນມໍລະດົກໂລກຂອງວັດພູຈໍາປາສັກ ຄົບຮອບ 25 ປີ; ການກາບໄຫວ້-ບູຊາພະພຸດທະຮູບ ແລະ ເຂົ້າຮ່ວມພິທີທາງສາດສະໜາ (ຟັງທໍາມະ, ສູດປະຣິຕະມຸງຄຸນ) ຕະຫລອດຄືນວັນທີ 01 ກຸມພາ 2026 ແລະ ພິທີໃສ່ບາດຖວາຍສັງຄະທານ ແດ່ພະສົງຫລາຍຮ້ອຍອົງໃນຕອນເຊົ້າຂອງວັນທີ 2 ກຸມພາ 2026.

     ຫລັງຈາກນັ້ນ, ບັນດາການນຳຂັ້ນສູງທີ່ເຂົ້າຮ່ວມກໍໄດ້ໃຫ້ກຽດກົດປຸ່ມ ເພື່ອເປີດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ຢ່າງເປັນທາງການ ແລະ ສືບຕໍ່ຮັບຊົມການສະແດງຮູບພາບຕ່າງໆດ້ວຍໂດຣນ ຊຶ່ງມີຄວາມສວຍງາມ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມງານເປັນຢ່າງດີ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

KPL

ຂ່າວອື່ນໆ

    • ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດທ່ອງທ່ຽວ

      ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດ

      6/25/2026 10:41:31 AM

      ຂປລ. ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

ads
ads

Top