ພຸດທະສາສະນິກະຊົນ ຮ່ວມໃສ່ບາດໃນບຸນນະມັດສະການພະທາດສີໂຄດຕະບອງ

03/02/2026 08:02
Email Print 2396
ຂປລ ໃນຕອນເຊົ້າວັນທີ 2 ກຸມພາ 2026 ກົງກັບວັນຂຶ້ນ 15 ຄໍ່າ ເດືອນ 3 ລາວ ພສ 2568 ຊາວພຸດທະສາສະນິກະຊົນຈາກແຫ່ງຕ່າງໆ ໄດ້ພ້ອມຈິດພ້ອມໃຈກັນທໍາບຸນໃສ່ບາດຢາດນໍ້າຫາພະຍາສີໂຄດຕະບອງ ແລະ ຖວາຍປັດໄຈໄຊຍະທານຕ່າງໆແດ່ພະສົງ ໃນບຸນນະມັດສະການພະທາດສີໂຄດຕະບອງ ປະຈໍາປີ 2026.

    ຂປລ. ຝ່າຍພະສົງນໍາໂດຍ ຍາທ່ານໃຫຍ່ ມະຫາຄໍາມາ ປັນຍາວິຈິດ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ (ອພສ), ພະອາຈານ ວັນເພັນ ໄຊຍະສອນ ປະທານອົງການພຸດທະສາສະໜາສໍາພັນລາວແຂວງຄໍາມ່ວນ, ຝ່າຍຄາລະວາດນໍາໂດຍ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ມີບັນດາອະດີດການນໍາຂັ້ນສູນກາງ, ອະດີດການນໍາຂັ້ນແຂວງ, ປະທານ ຄະນະກໍາມະການຈັດງານ, ຕະຫລອດເຖິງພຸດທະສາສະນິກະຊົເຂົ້າຮ່ວມເປັນຈໍານວນຫລາຍ.

     ກ່ອນເຂົ້າສູ່ພິທີທາງສາສະໜາ, ຄະນະກໍາມະການຈັດງານບຸນປີ 2026 ໄດ້ມອບຮູບຈໍາລອງອົງພະສີໂຄດຕະບອງ, ຮູບຫລຽນພະຍາສີໂຄດຕະບອງ, ຫລຽນພະເຈົ້າໃຫຍ່ສີໂຄດ ໃຫ້ກຽດມອບຂອງທີ່ລະນຶກແກ່ຄະນະການນໍາຂັ້ນສູນກາງ, ຂັ້ນແຂວງ, ບັນດາເມືອງ, ບໍລິສັດຫ້າງຮ້ານ, ຜູ້ໃຫ້ການອຸປະຖໍາຕະຫລອດ ພໍ່ແມ່ປະຊາຊົນຜູ້ທີ່ມາຮ່ວມໃນງານບຸນຄັ້ງນີ້.

    ຈາກນັ້ນ, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ໄຕ້ທຽນໄຊຖວາຍຄຸນພະຣັດຕະນະໄຕຣ ເພື່ອໄຫວ້ພະຮັບສິນ, ໃສ່ບາດ, ຢາດນໍ້າ ແລະ ຖວາຍປັດໄຈໄຊຍະທານຕາມສັດທາຂອງໃຜລາວ.  ພ້ອມນີ້, ພາຍໃນງານຍັງໄດ້ມີການຮັບປັດໄຈ ແລະ ເຄ່ືອງໄຊຍະທານຕ່າງໆເພື່ອມາປະຕິສັງຂອນພື້ນຖານໂຄງລ່າງພາຍໃນວັດພະທາດສີໂຄດຕະບອງ ແລະ ເປັນການຄໍ້າຊູພຸດທະສາສະໜາໃຫ້ຄົງຢູ່ຄູ່ກັບພຸດທະສາສະນິກະຊົນຕະຫລອດໄປ.    ສ່ວນໃນຕອນບ່າຍຈະໄດ້ມີການຮັບຊົມການແຂ່ງຂັນກິລາບານສົ່ງຍິງ-ຊາຍ ແລະ ກະຕໍ້ຊາຍປະເພດທີມທົ່ວໄປ ແລະ ທີມອາວຸໂສຮອບຊີງຊະນະເລີດ. ໃນນັ້ນ, ກິລາບານສົ່ງຍິງ-ຊາຍ ຈະໄດ້ເລີ່ມການແຂ່ງຂັນ ໃນເວລາ 14:00 ໂມງ ເປັນຕົ້ນໄປ ຊຶ່ງທີມບານສົ່ງຍິງເປັນການພົບກັນລະຫວ່າງ ຮ້ານລ້າງລົດ ບິວບິວ ແລະ ໂຮງຮຽນມິດຕະພາບຄໍາມ່ວນ-ກວາງບິ່ງ; ທີມບານສົ່ງຊາຍເປັນການພົບກັນລະຫວ່າງຮ້ານ ລ້າງລົດ ບິວບິວ ແລະ ໄວລຸ້ນຂົວ 3. ປະເພດກິລາກະຕໍ້ຊາຍທີມອາວຸໂສ ແລະ ທີມທົ່ວໄປແມ່ນເລີ່ມແຂ່ງຂັນໃນເວລາ 15:00 ໂມງເປັນຕົ້ນໄປ, ກິລາກະຕໍ້ຊາຍທີມອາວຸໂສເປັນການພົບກັນລະຫວ່າງທີມທະວັດໄຊ ແລະ ທີມຮ້ານອາຫານນາງຈອນ, ກະຕໍ້ຊາຍປະເພດທີມທົ່ວໄປເປັນການພົບກັນລະຫວ່າງທີມບ້ານ ມ່ວງສຸມ ແລະ ທີມມີໄຊ ຂົນສົ່ງ. 

    ໃນຕອນຄໍ່າ ເວລາ 20:00 ໂມງ ຈະໄດ້ມີການວຽນທຽນອ້ອມຮອບພຸດທະສິມມາ ແລະ ອົງພະທາດ, ພ້ອມທັງຮັບຊົມກິດຈະກໍາຕ່າງໆພາຍໃນງານ ແລະ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ກົງກັບມ້ືແຮມ 1 ຄໍ່າ ເດືອນ 3 ລາວ ພສ 2568 ຈະໄດ້ມີພິທີໃສ່ບາດຢູ່ບໍລິເວນຕີນຂອງພະທາດ ແລະ ຖວາຍ ພັດຕະຫານ-ປັດໄຈໄຊຍະທານແດ່ພະສົງ ເປັນອັນສໍາເລັດງານບຸນປີ 2026. 

ຂ່າວ-ພາບ: ແດງສະຫວັດ ແສນ ພານິດ

KPL

ຂ່າວອື່ນໆ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

    • ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028ທ່ອງທ່ຽວ

      ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

      2/25/2026 2:15:59 PM

      ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

    • ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານຄົນທ່ອງທ່ຽວ

      ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

      2/23/2026 10:59:07 AM

      ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ

ads
ads

Top