ການສົ່ງເຄື່ອງດ່ວນຂອງຂະແໜງການໄປສະນີຈີນ ເພີ່ມຂຶ້ນກວ່າ 4% ໃນ5 ເດືອນຕົ້ນປີນີ້

22/06/2026 18:36
ຂປລ ໃນ 5 ເດືອນ​ຕົ້ນ​ປີ​ນີ້, ປະ​ລິ​ມານ​ການ​ສົ່ງ​ເຄື່ອງ​ດ່ວນ ​ຂອງ​ຂະ​ແໜງ​ການ​ໄປ​ສະ​ນີ​ຈີນ​ ໄດ້​ທັງ​ໝົດເກືອບ 90ຕື້ອັນ,ເພີ່ມ​ຂຶ້ນ 4,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອົງ​ການ​ໄປ​ສະ​ນີ​ ແຫ່ງ​ຊາດ​ຈີນ ​ໄດ້​ແຈ້ງ​ໃຫ້​ຮູ້ ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້​ວ່າ: ໃນ 5 ເດືອນ​ຕົ້ນ​ປີ​ນີ້, ປະ​ລິ​ມານ​ການ​ສົ່ງ​ເຄື່ອງ​ດ່ວນ ​ຂອງ​ຂະ​ແໜງ​ການ​ໄປ​ສະ​ນີ​ຈີນ​ ໄດ້​ທັງ​ໝົດເກືອບ 90ຕື້ອັນ,ເພີ່ມ​ຂຶ້ນ 4,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ໃນ​ນັ້ນ, ປະ​ລິ​ມານ​ການ​ສົ່ງ​ເຄື່ອງ​ດ່ວນ ​ໄດ້​ທັງ​ໝົດ​ 82 ຕື້ກວ່າ ​ອັນ, ເພີ່ມ​ຂຶ້ນ 5,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top