ການກຳເນີດເຕີບໃຫຍ່ຂະຫາຍຕົວຂອງວຽກງານສື່ມວນຊົນລາວ

25/06/2026 11:30
ຂປລ ຂປລ. ເມື່ອຫວນຄືນກ່ອນໜ້ານີ້, ການເຄື່ອນໄຫວຂອງສື່ມວນຊົນໃນໄລຍະຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່. ອົງການສື່ມວນຊົນແມ່ນໄດ້ເປັນກະບອກສຽງໃຫ້ແກ່ພັກ-ລັດ ທີ່ມີຄວາມເຂັ້ມແຂງ, ໄດ້ກະຕຸກຊຸກຍູ້ຂະບວນການຕໍ່ສູ້ກູ້ຊາດ ແລະ ປຸກລະດົມປະຊາຊົນ, ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຕໍ່ສູ້ຕ້ານພວກສັດຕູ ແລະ ຍາດໄດ້ໄຊຊະນະນີ້ ໄປສູ່ໄຊຊະນະໃໝ່

ຂປລ.  ເມື່ອຫວນຄືນກ່ອນໜ້ານີ້, ການເຄື່ອນໄຫວຂອງສື່ມວນຊົນໃນໄລຍະຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນທັງເກົ່າແລະ ໃໝ່. ອົງການສື່ມວນຊົນແມ່ນໄດ້ເປັນກະບອກສຽງໃຫ້ແກ່ພັກ-ລັດທີ່ມີຄວາມເຂັ້ມແຂງ, ໄດ້ກະຕຸກຊຸກຍູ້ຂະບວນການຕໍ່ສູ້ກູ້ຊາດ ແລະປຸກລະດົມປະຊາຊົນ, ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງສາມາດຕໍ່ສູ້ຕ້ານພວກສັດຕູ ແລະ ຍາດໄດ້ໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ຈົນສາມາດເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.ພາຍຫລັງການປົດປ່ອຍສື່ມວນຊົນກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບສະພາບລວມຂອງປະເທດຊາດ, ໄດ້ສືບຕໍ່ເຮັດໜ້າທີ່ເປັນກະບອກສຽງຊຸກຍູ້ປຸກລະດົມມະຫາຊົນເຂົ້າຮ່ວມໃນທຸກໆຂະບວນການ ຂອງພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ວຽກງານສື່ມວນຊົນລາວ ເກີດຂຶ້ນ ແລະ ພັດທະນາຄຽງຄູ່ກັບຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍມີບົດບາດສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມເປັນເອກະພາບໃນສັງຄົມ. ໃນໄລຍະເລີ່ມຕົ້ນ ໄດ້ມີການເຜີຍແຜ່ຂ່າວສານຍັງເປັນຮູບແບບດັ້ງເດີມເຊັ່ນ: ການບອກຕໍ່, ການປະກາດ ແລະ ການສື່ສານຜ່ານຊຸມຊົນ. ຕໍ່ມາເມື່ອສັງຄົມມີການພັດທະນາ ສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ກໍໄດ້ຮັບການສ້າງຕັ້ງ ແລະ ຂະ ຫຍາຍຕົວຢ່າງຕໍ່ເນື່ອງ. 

ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນແມ່ນມີຄວາມພົ້ນເດັ່ນຂຶ້ນໃນແຕ່ລະໄລຍະໂດຍສະເພາະທາງດ້ານວັດຖຸອຸປະກອນ ໃນເມື່ອກ່ອນແມ່ນຍັງມີຄວາມຈໍາກັດ ແລະຫຍຸ້ງຍາກ ຊຶ່ງມາຮອດປັດຈຸບັນ ໄດ້ມີການພັດທະນາ ແລະຕອບສະໜອງວັດຖຸອຸປະກອນທີ່ທັນສະໄໝເຂົ້າໃນວຽກງານດັ່ງກ່າວ, ເຮັດໃຫ້ການເຄື່ອນໄຫວແລະ ການກະຈາຍຂໍ້ມູນຂ່າວສານມີຄວາມສະດວກ, ວ່ອງໄວ, ມີສະຖານີວິທະຍຸ, ໂທລະພາບແລະ ສື່ອອນລາຍຕ່າງໆເກີດຂຶ້ນຈໍານວນຫລາຍທີ່ເຮັດໜ້າທີ່ໃນການເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ຢ່າງກວ້າງຂວາງ. ນອກຈາກນີ້, ສື່ມວນຊົນລາວເປັນອົງປະກອບສຳຄັນໃນຂະບວນການພັດທະນາສັງຄົມ ແລະ ປະເທດຊາດ ໂດຍມີພັດທະນາການຄວບຄູ່ກັບການປ່ຽນແປງດ້ານເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ. ຈາກການສື່ສານແບບດັ້ງເດີມ ຜ່ານການບອກຕໍ່ ແລະ ປະກາດຂ່າວໃນຊຸມຊົນ ມາສູ່ການນຳໃຊ້ສື່ສິ່ງພິມ, ວິທະຍຸ, ໂທລະພາບ ແລະ ສື່ດີຈິຕອນໃນປັດຈຸບັນ. ສື່ມວນຊົນລາວ ບໍ່ໄດ້ຈຳກັດພຽງການລາຍງານຂ່າວ ແຕ່ຍັງເປັນກົນໄກສຳຄັນໃນການຮັກສາວັດທະນະທຳ, ສ້າງຄວາມສາມັກຄີ ແລະ ຊຸກຍູ້ການພັດທະນາປະເທດ ຊຶ່ງໃນຍຸກຂອງຂໍ້ມູນຂ່າວສານນີ້ ສື່ມວນຊົນຈຶ່ງຕ້ອງຍຶດໝັ້ນໃນຄວາມຖືກຕ້ອງ, ຄວາມຮັບຜິດຊອບ ແລະ ຈັນຍາບັນວິຊາຊີບຂອງຕົນ. ສື່ມວນຊົນລາວແມ່ນສື່ທີ່ເຄື່ອນໄຫວພາຍໃຕ້ການນຳພາ ໂດຍກົງຮອບດ້ານຂອງພັກ, ເປັນກະບອກສຽງຂອງພັກ-ລັດ ເຮັດໃຫ້ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງຄົບຖ້ວນ,ຍ້ອນແນວນັ້ນ ສື່ມວນຊົນລາວ ຈຶ່ງມີບົດບາດສຳຄັນໃນການປະ ກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ອະດີດຈົນເຖິງປັດຈຸບັນໂດຍສື່ມວນຊົນ ເປັນຜູ້ນໍາເອົາແນວທາງແຜນນະໂຍບາຍຂອງພັກ-ລັດໂຄສະນາເຜີຍແຜ່ລົງສູ່ປະຊາຊົນຜ່ານຊ່ອງທາງຕ່າງໆຂອງສື່ມວນຊົນ. ນອກຈາກນີ້, ສື່ມວນຊົນຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດສັງຄົມເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ການປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ,ຮັກຊາດ, ຮັກບ້ານເກີດເມືອງນອນພ້ອມກັນສ້າງສາພັດທະນາປະເທດຊາດ.

ຕະຫລອດໄລຍະຜ່ານມາ, ພັກ, ລັດຖະບານຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມປະກອບສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດໄປຕາມແນວທາງຂອງພັກ, ນະ ໂຍບາຍ, ລະບຽບກົດໝາຍຂອງລັດ. ສື່ມວນຊົນ ໄດ້ກາຍເປັນອາວຸດອັນຄົມແຫລມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີສົ່ງເສີມລະບອບປະຊາທິປະໄຕປະຊາຊົນ, ທັງຕໍ່ສູ້ທາງດ້ານການເມືອງ-ແນວຄິດ, ນໍາພາຫາງສຽງສັງຄົມ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມບໍ່ດີ, ອິດທິກໍາປໍລະປັກຢ່າງເລິກເຊິ່ງ, ທັນການ ແລະວຽກງານສື່ມວນຊົນ ໄດ້ພັດທະນາທາງດ້ານປະລິມານ ແລະຄຸນນະພາບຢ່າງເປັນລະບົບ, ຕໍ່ເນື່ອງ.

ນອກຈາກນີ້, ໃນຍຸກປັດຈຸບັນເຕັກໂນໂລຊີໄດ້ເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງຄົນໃນສັງຄົມ ແລະ ເຕັກໂນໂລຊີເຫລົ່ານັ້ນນັບມື້ນັບພັດທະນາໃຫ້ທັນສະໄໝຂຶ້ນ ຊຶ່ງສື່ມວນຊົນ ໃນຖານະເປັນຜູ້ຜະລິດເນື້ອຫາ ຫລື ເປັນຜູ້ນຳສະເໜີ ຂໍ້ມູນຂ່າວສານ ກໍຕ້ອງໄດ້ຮຽນຮູ້ເຕັກໂນໂລຊີເຫລົ່ານັ້ນ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ເພື່ອໃຫ້ທັນກັບຍຸກສະໄໝ. ນັບແຕ່ສື່ສັງຄົມອອນລາຍເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງຄົນໃນສັງຄົມ, ໄດ້ເຮັດໃຫ້ຜູ້ຄົນສ່ວນຫລາຍໄດ້ເປີດຮັບຂໍ້ມູນຂ່າວສານ (ບໍລິໂພກຂ່າວ) ຈາກສື່ອອນລາຍຢ່າງແຜ່ຫລາຍ ນັບແຕ່ເຂດຕົວເມືອງຈົນຮອດຊົນນະບົດເພາະເຂົ້າເຖິງກຸ່ມເປົ້າໝາຍໄດ້ໄວແລະ ງ່າຍດາຍ, ພຽງແຕ່ມີສະມາດໂຟນ ແລະ ມີສັນຍານອິນເຕີເນັດກໍສາມາດເຂົ້າເຖິງສື່ອອນລາຍໄດ້,ສິ່ງເຫລົ່ານີ້ໄດ້ກາຍເປັນສິ່ງທ້າທາຍອັນໃຫຍ່ຫລວງ ສຳລັບສື່ມວນຊົນແບບເກົ່າທົ່ວໂລກລວມທັງ ສປປ ລາວ ຂອງພວກເຮົາ. ພ້ອມກັນນີ້, ທັງເນື້ອໃນ ແລະ ຮູບແບບການໂຄສະນາຂອງສື່ມວນຊົນຕ້ອງໄດ້ປັບປຸງໃຫ້ມີຄວາມຫລາກຫລາຍ ແລະ ດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານຫລາຍຂຶ້ນກວ່າເກົ່າ, ໄປ ພ້ອມໆກັບການປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ຫັນເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນທັງສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຕາມ 4 ລັກສະນະຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້ສິ່ງສໍາຄັນທີ່ສຸດ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນໃຫ້ດີກວ່າເກົ່າສື່ມວນຊົນທຸກຄົນຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານໃນແຕ່ລະໄລຍະ ເພື່ອໄປສ່ອງແສງ ຫລື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ ເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ປະຊາຊົນກັບປະຊາຊົນນັບມື້ດີຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top