ບໍລິສັດວັງຕັດ ມາຍນິງກຣຸບ ມອບຫີນແຮ່ຄຳ 5 ກ້ອນ ໃຫ້ແຂວງອັດຕະປື

30/01/2026 10:13
ຂປລ ຂປລ. ນັບວ່າເປັນອີກໜຶ່ງຄວາມປະທັບໃຈຂອງແຂວງ ອັດຕະປື ທີ່ບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ມອບຫີນແຮ່ຄຳ (ຫີນມີຄ່າ) ຈໍານວນ 5 ກ້ອນ ເປັນຂອງຂວັນແດ່ອໍານາດການປົກຄອງແຂວງອັດຕະປື ເພື່ອ ນໍາໄປສະຖິດໄວ້ຢູ່ສະຖານທີ່ສຳຄັນ, ເປັນທີ່ລະນຶກ ແລະ ເປັນສັນຍະລັກແຫ່ງນ້ຳໃຈອັນງົດງາມ.

ຂປລ. ນັບວ່າເປັນອີກໜຶ່ງຄວາມປະທັບໃຈຂອງແຂວງ ອັດຕະປື ທີ່ບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ມອບຫີນແຮ່ຄຳ (ຫີນມີຄ່າ) ຈໍານວນ 5 ກ້ອນ ເປັນຂອງຂວັນແດ່ອໍານາດການປົກຄອງແຂວງອັດຕະປື ເພື່ອ ນໍາໄປສະຖິດໄວ້ຢູ່ສະຖານທີ່ສຳຄັນ, ເປັນທີ່ລະນຶກ ແລະ ເປັນສັນຍະລັກແຫ່ງນ້ຳໃຈອັນງົດງາມ.

     ເມື່ອບໍ່ດົນມານີ້, ທີ່ສຳນັກງານບໍລິສັດ ວັງຕັດ ມາຍນິງກຣຸບ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບຫີນຄຳ ລະຫວ່າງ ຄະນະນຳຂອງແຂວງ ອັດຕະປື ຊຶ່ງຕ່າງໜ້າຮັບໂດຍທ່ານ ລິດຄຳ ໂຮມອິນຕາ ກຳມະການພັກ ຫົວໜ້າຫ້ອງວ່າການແຂວງກັບຄະນະນຳບໍລິສັດ ວັງຕັດ ມາຍນິງກຸບ ຕ່າງໜ້າມອບໂດຍແມ່ນ ທ່ານ ຟ້າມ ງັອກແຄັ່ງ ໃນນາມບໍລິສັດຜູ້ສຳປະທານ ສຳຫລວດ ແລະ ຂຸດຄົ້ນແຮ່ຄຳ ມີຈຳນວນຫີນຄຳທັງໝົດຈຳນວນ 5 ກ້ອນ ໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນ ກາງພັກ, ອະດີດເລຂາພັກແຂວງ, ເຈົ້າແຂວງອັດຕະປື ແລະ ທ່ານ ຟ້າມງັອກແຄັ່ງ ຮອງປະທານສະພາບໍລິຫານ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ວັງຕັດ ມາຍນິງກຣຸບ ພ້ອມດ້ວຍພະນັກງານການນຳທີ່ກ່ຽວຂ້ອງຂອງແຂວງອັດຕະປື ແລະ ພະນັກງານບໍລິສັດ ເຂົ້າຮ່ວມ.

    ຫີນແຮ່ຄໍາ 5 ກ້ອນດັ່ງກ່າວ ຊຶ່ງແຕ່ລະກ້ອນມີ ຂະໜາດນ້ອຍ-ໃຫຍ່ແຕກຕ່າງກັນ, ແຕ່ລະກ້ອນ ມີຮູບຊົງ ແລະ ລັກ ສະນະທາງທຳມະຊາດທີ່ແຕກຕ່າງກັນ ອັນສະທ້ອນເຖິງຄວາມງົດງາມ, ຄວາມມີຄຸນຄ່າຂອງຫີນແຮ່ຄຳອັນຫາຍາກ. ໃນຊັ້ນ, ກ້ອນທີ 1 ມີລວງຮອບ 3,75 ແມັດ; ລວງກວ້າງ 1,12 ແມັດ; ກ້ອນທີ 2 ລວງສູງ 2,22 ແມັດ; ລວງຮອບ 5 ແມັດ; ລວງກວ້າງ 1,30 ແມັດ; ລວງສູງ 1,63 ແມັດ, ກ້ອນທີ 3 ລວງຮອບ 6,50 ແມັດ; ລວງກວ້າງ 1,65 ແມັດ; ລວງສູງ 1,75 ແມັດ, ກ້ອນທີ 4 ລວງຮອບ 7,20 ແມັດ; ລວງກວ້າງ 2,30 ແມັດ; ລວງສູງ 1,67 ແມັດ ແລະ ກ້ອນທີ 5 ລວງຮອບ 6,70 ແມັດ; ລວງກວ້າງ 2,85 ແມັດ; ລວງສູງ 1,80 ແມັດ ລວມນໍ້າໜັກທັງໝົດ 50 ກວ່າໂຕນ.

      ໂດຍ: ໄພບູນ

KPL

ຂ່າວອື່ນໆ

ads
ads

Top