ຜາສາດຫີນວັດພູຈຳປາສັກ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງຈຳປາສັກ

26/01/2026 11:26
Email Print 153
ຂປລ ຂປລ. ແຂວງຈຳປາສັກແລ້ວ ກໍເປັນອີກໜຶ່ງແຂວງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ເຊິ່ງ ໜຶ່ງໃນນັ້ນກໍແມ່ນຜາສາດຫີນວັດພູຈຳປາສັກມໍລະດົກ​ໂລກ​ແຫ່ງ​ທີ່​ສອງ​ຂອງ​ປະເທດ​ລາວ

ຂປລ. ແຂວງຈຳປາສັກແລ້ວ ກໍເປັນອີກໜຶ່ງແຂວງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ ແລະ ສະຖານທີ່ທ່ອງທ່ຽວ ທາງວັດທະນະທຳ ເຊິ່ງ ໜຶ່ງໃນນັ້ນກໍແມ່ນຜາສາດຫີນ ວັດພູຈຳປາສັກ ມໍລະດົກ​ໂລກ​ແຫ່ງ ​ທີ່​ສອງ​ຂອງ​ປະເທດ​ລາວ​, ຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ຂອງ ແຂວງຈໍາປາສັກ ກົງກັບຝັ່ງຂວາຂອງແມ່ນໍ້າຂອງ ຢູ່ເຂດບ້ານເປີ້ນພູເກົ້າ ບ້ານໜອງສະ ຫ່າງຈາກຕົວເມືອງປາກເຊ ປະມານ 46 ກິໂລແມັດ. ເມື່ອທ່ານເດີນທາງຈາກຕົວເມືອງປາກເຊ ໄປຮອດຫລັກກິໂລແມັດທີ່ 30 ໃຫ້ລ້ຽວຂວາໄປປະມານ 6 ກິໂລແມັດ ທ່ານກໍຈະເຫັນບ້ານມ່ວງ ເຊິ່ງຕັ້ງຢູ່ແຄມຂອງແລ້ວຂ້າມໄປຫາບ້ານຜາຫີນ ເດີນທາງຕໍ່ໄປອີກ ປະມານ 12 ກິໂລແມັດ ກໍຈະຮອດວັດພູ. ວັດພູມີເນື້ອທີ່ກວມລວມເອົາ 390 ຕາລາງກິໂລແມັດ.

ຜາສາດຫີນວັດພູເປັນແຫລ່ງທ່ອງທ່ຽວ ແຫ່ງໜຶ່ງທີ່ມີນັກທ່ອງທ່ຽວເຂົ້າໄປທ່ຽວ ຊົມຫລາຍບໍ່ວ່າຈະເປັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ວັດພູແຫ່ງນີ້ມີລັກສະນະເປັນແຫລ່ງທ່ອງທ່ຽວ ທາງດ້ານບູຮານສະຖານ ແລະ ເປັນທີ່ເຄົາລົບບູຊາຂອງປະຊາຊົນລາວ. ນອກຈາກນັ້ນແລ້ວ, ທາງສອງຝາກທາງຂຶ້ນໄປເທິງຈອມສຸດຂອງວັດພູຍັງມີຕົ້ນດອກຈໍາປາທີ່ມີອາຍຸ 400 ປີຕັ້ງຢູ່ຢ່າງສະຫງ່າງາມ. ວັດພູຍັງປະກອບມີຫລາຍຈຸດຫລາຍບ່ອນ ທີ່ເປັນສີ່ງດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ນັບແຕ່ຕີນພູຈົນເຖິງຈອມວັດພູເຊັ່ນວ່າ: ມີບໍນໍ້າສັກສິດໂຮງເສົາໂຮງງົວນັນທີ, ພະຍາກົມມະທາກໍາແພງເຈັດຊັ້ນຮູບແກະສະຫລັກຫົວຊ້າງດ້ວຍຫີນ ພ້ອມດຽວກັນນັ້ນເມື່ອເຮົາເຂົ້າໄປຍັງຫໍພິພິທະພັນເຮົາກໍ່ຈະເຫັນບັນດາບູຮານວັດຖຸ ທີ່ໄດ້ຄົ້ນພົບຢູ່ໃນພື້ນທີ່ 390 ຕາລາງກິໂລແມັດ ແລະ ໄດ້ມາຈາກໃຕ້ພື້ນແມ່ນໍ້າຂອງທີ່ແກະສະຫລັກເປັນ ຮູບອອກມາ ເພື່ອສະແດງເຖິງສີລະປະ ແລະ ສາສະໜາຮີນດູຂອງຄົນໃນສະໄໝກ່ອນ.


ວັດພູຈຳປາສັກເປັນສະຖາປັດຕະຍະກຳພິເສດແຫ່ງໜ່ຶງ ທີ່ມີຄວາມເກົ່າແກ່ ເຊິ່ງເປັນອາຄານກົກເຄົ້າ ສ້າງຂຶ້ນໃນສັດຕະວັດທີ 6, ຈາກນັ້ນກໍ່ມີ ການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນມາເຖິງສັດຕະວັດທີ 15. ວັດພູເປັນບູຮານສະຖານ ທີ່ໄດ້ອິດທິພົນທາງດ້ານວັດທະນະທຳ ມາຈາກຫລາຍແຫ່ງ ເຊິ່ງລວມມີສິລະປະຂອມອິນດູ ແລະ ພຸດ ຕາມ ຮ່ອງຮອຍຫລັກຖານ ທີ່ສະແດງໃຫ້ເຫັນໃນລວດລາຍສິລະປະ ຕາມສະຖານທີ່ຕ່າງໆ  ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮີດຄອງ ຫລື ການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດປັດຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈສ 1000 ກໍຄື: ສິລະປະຂອງຮິນດູໂດຍມີການເຊື່ອຖືເທບພະເຈົ້າ ຂອງສາສະໜາຮິນດູ ຈາກປະກົດການທຳມະຊາດ ພູເກົ້າ ເຊິ່ງເປັນຈຸດປະກາຍຫລັກ ໃນການມາສ້າງວັດພູ. ສ່ວນປະກອບຂອງວັດມີຮູບຊົງໄຕຣມູມເປັນລຳດັບຄືມີການຄິດໄລ່ ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າທີ່ສົ່ງນໍ້າສັກສິດຍາວຢຽດອອກໄປເຖິງ 10 ກິໂລແມັດ ທີ່ສ້າງໂດຍການອ້າງໃຫ້ຮູ້ເຖິງການອອກແບບຄັ້ງທໍາອິດຂອງສັງຄົມໃນປະຫວັດສາດນໍາອີກ, ປັດໄຈອື່ນກ່ຽວກັບການມີອຳນາດແຊກແຊງລັດທັງຮິນດູ ແລະ ການເລືອກ ສະຖານທີ່ສ້າງວັດພູ  ແມ່ນເລືອກເອົາເສັ້ນຂະໜານ ທິດຕາ ເວັນອອກ - ຕາເວັນຕົກເປັນຫລັກເຊັ່ນດຽວກັນກັບຈອມພູເກົ້າ ເຊິ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງພະສີວະໃນສາສະໜາຮິນດູ. ການຖືຕາເວັນຂຶ້ນ ກໍມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈຶ່ງໄດ້ເກີດມີການເລືອກທິດທາງ ໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ. ຫລັງຈາກຫລາຍສັດຕະວັດ ຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ, ນັກສຳຫລວດທາງຊາວຝຣັ່ງ, ທ່ານ ອອງ ຣີ ປາກມອງຈີເອ,ຈຶ່ງໄດ້ຄົ້ນພົບ ວັດພູຄືນອີກໃນປີ 1914. ຫລັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ແລ້ວ,ອີກຄັ້ງໜຶ່ງ ແລະ ກໍ່ມິດງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງການ ອຸຍແນັສໂກ (UNESCO) ໄດ້ເລີ່ມ ຕົນລົງໄປສຳຫລວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້.ການລົງສຳຫລວດໃນເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ ການຄຸ້ມຄອງຂອງ ກົດໝາຍວ່າດ້ວຍມໍລະດົກທີ່ໄດ້ສ້າງຂຶ້ນ ເຊິ່ງມີ ເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້ ໃນປີ 2001.

ຜາສາດຫິນວັດພູ ແບ່ງອອກເປັນ 3 ສ່ວນຄື: ປາສາດຊັ້ນລຸ່ມ ຊາກຂອງບາລາຍສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄສ 1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງ ລານດ້ານໜ້າຈະມີພໍ່ຄ້າແມ່ຄ້າ ນຳເອົາ ດອກໄມ້ທູບທຽນມາຈຳໜ່າຍ, ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສໍາລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບ ປະຊາສຳພັນຂອງປາສາດຫິນວັດພູແຫ່ງນີ້ ຊາວບ້ານຈະຮຽກບາລາຍ 2 ຫລັງນີ້ວ່າໂຮງທ້າວ” ແລະ “ໂຮງນາງ” ເປັນເໝືອນກັບຜາສາດໃນເມືອງພະນະຄອນທຸກແຫ່ງ ໃຊ້ສຳລັບເຮັດຄວາມສະອາດຊຳລະລ້າງຮ່າງກາຍກ່ອນຂຶ້ນໄປບູຊາເທວະສະຖານ ຜາສາດຊັ້ນກາງ ດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫລັກເທວະຮູບຖືກະບອງ ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດ ສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນຕໍ່ພຸດທະສາດສະໜາ ຂອງລາວ ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງໃຫ້ຜູ້ຄົນທີ່ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ,ພ້ອມນັ້ນ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ເຊິ່ງເປັນດອກໄມ້ປະຈຳຊາດລາວ, ປາສາດຊັ້ນເທິງ ເມື່ອຜ່ານທະວານບານເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມໝາຍເຖິງສະຫວັນທັງ 7 ຈົນເຖິງປາສາດປະທານສ່ວນເທິງສຸດ ລັກສະນະພາຍນອກຂອງປາສາດເກົ່າແກ່, ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ ແກະສະຫລັກເປັນຮູບພະອິນ ຊົງຊ້າງເອລາວັນ 3 ສຽນ ດ້ານຂ້າງເປັນຮູບກິນນະລີ ແລະ ພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກຂອງທ້າວົດຕຸໂລກບານ ເໝືອນດັ່ງຍືນພິທັກ ປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫລັກເປັນລູກໝາກວົດ ດ້ານໃນຂອງຜາ ສາດປະດິດສະຖານພະພຸດທະຮູບສຳລິດຂະໜາດໃຫຍ່ ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນ ຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.

,ຈາກຫລັກຖານທາງສີລາຈາລຶກ, ປະສາດຫີນວັດພູຖືກສ້າງຂຶ້ນໃນສະຕະວັດທີ 7 ແຕ່ຜາສາດເດີມແມ່ນໄດ້ເກົ່າແກ່ຊຸດໂຊມ ແລະ ພັງທະລາຍໄປໝົດແລ້ວຕໍ່ມາໃນສະຕະວັດທີ 12 ເຊິ່ງເປັນສະໄໝຂອງ ພະເຈົ້າ ໄຊຍະວໍລະມັນ ທີ 7 ກະສັດອົງສຸດທ້າຍຂຶ້ນປົກຄອງແຜນດີຂະເມນ ຈຶ່ງໄດ້ສ້າງປະສາດຫີນໃໝ່ເຊິ່ງກວມເອົາຜາສາດຫີເກົ່າ ແລະ ມີການຕໍ່ເຕີມຜາສາດຫີນໃໝ່ມາເລື້ອຍໆ ແລະ ຫຼັງຈາກນັ້ນມາເປັນເວລາອັນຍາວນານຜາສາດຫີນປະສາດຫີນໄດ້ຫັກພັງ ແລະ ຍັງເຫລືອໃຫ້ເຮົາໄດ້ຊົມມາຈົນເຖິງປັດຈຸບັນ.

KPL

ຂ່າວອື່ນໆ

ads
ads

Top