ຫວຽດນາມ ອະນຸມັດແຜນການ ຍົກເວັ້ນວິຊ່າຊົ່ວຄາວ ໃຫ້ຊາວຕ່າງປະເທດ

29/01/2026 17:51
ຂປລ ລັດຖະບານ ຫວຽດນາມ ໄດ້ອະນຸມັດ ແຜນການ ຍົກເວັ້ນວິຊ່າຊົ່ວຄາວ ໃຫ້ກັບຊາວຕ່າງປະເທດ ທີ່ມີ ຄຸນສົມບັດ-ສິດທິພິເສດ, ເນື່ອງຈາກ ມີບົດບາດ ສຳຄັນ ຕໍ່ການ ພັດທະນາ ເສດຖະກິດ ແລະ ສັງຄົມ ຂອງຫວຽດນາມ.

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມວ່າ:​ ລັດຖະບານ ຫວຽດນາມ ໄດ້ອະນຸມັດ ແຜນການ ຍົກເວັ້ນວິຊ່າຊົ່ວຄາວ ໃຫ້ກັບຊາວຕ່າງປະເທດ ທີ່ມີ ຄຸນສົມບັດ-ສິດທິພິເສດ, ເນື່ອງຈາກ ມີບົດບາດສຳຄັນ ຕໍ່ການພັດທະນາ ເສດຖະກິດ ແລະ ສັງຄົມ ຂອງຫວຽດນາມ. ໂດຍສະເພາະ ນັກວິຊາການ, ຜູ້ຊ່ຽວຊານ, ນັກວິທະຍາສາດ ແລະ ສາສະດາຈານ ຈາກມະຫາວິທະຍາໄລ ແລະ ສະຖາບັນວິໄຈ ຕະຫລອດເຖິງ ຫົວໜ້າ ວິສາວະກອນ ແລະ ບຸກຄະລາກອນ ທີ່ມີຄຸນນະພາບສູງອື່ນໆ. ໃນນັ້ນ ລວມທັງ ອຸດສາຫະກຳ ເຕັກໂນໂລຊີ ດີຈິຕອນ,  ນັກລົງທຶນ, ຜູ້ບໍລິຫານ ອົງກອນ ແລະ ຜູ້ບໍລິຫານ ຂອງ ບໍລິສັດ ຊັ້ນນໍາ ລະດັບໂລກ ອີກດ້ວຍ.

ນອກຈາກນັ້ນ, ກະຊວງ ຄວາມໝັ້ນຄົງ ກ່ຽວຂ້ອງ ຍັງໄດ້ຮັບມອບໝາຍໃຫ້ ສະເໜີ ຫລັກເກນ ແລະ ລາຍຊື່ຂອງ ສະຖາບັນວິໄຈ , ວິທະຍາໄລ, ມະຫາວິທະຍາໄລ ແລະ ບໍລິສັດ ຂະໜາດໃຫຍ່ ທີ່ໄດ້ຮັບອະນຸຍາດໃຫ້ ເຊີນຊາວຕ່າງປະເທດ ຊຶ່ງມີຄຸນສົມບັດ ເໝາະສົມ ເຂົ້າຮັບສິດທິປະໂຫຍດ ດັ່ງກ່າວ./

 

KPL

ຂ່າວອື່ນໆ

ads
ads

Top