7205

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 29.01.2026 ປີທີ 25 ສະບັບທີ 6.365ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K g]0kmy dko.spj ra d xx ]k; ln [8+ g7nj vows;1h P,1k,]a f4tdy f 16j s;Pfok, ,v[{Ia [|h kmu j g]0k7tot [= ]y sko'kora dc0;'-P'0;k' ,N xj vo[a fg]n vd8A ' ll- c]t ll0 9a f0B orh v,da omqj ;xtgmf .o;a omu 22 d5 ,rk 2026 dt-;'dtly de c]t lyj 'c;f]h v, s;o7n o ;a olh k'8A 'dv'ma [xt-k-q o]k; 7q [Iv[ 77 xu dko37ltokdkog]n vd8A 'fegou o 1j k'gxa o0t[;ozj kozt]y f8tra oln j 8j k'M F ອ່ານຕໍ່ໜ້າ 4່ າໍ່ ໜ້າ g]0kmy dko.spj ra d xx ]k; rq [xtda [xtmkoltrkcsj '-kfs;Pfok, ສະຫາຍ ກິແກ້ວ ໄຂຄຳພິທູນ (ກາງ) 7totde,tdko3vc],xy dcsj '-kf]k; 8u ]k7kdkog7n j vows;;Pd'koxu 2025 F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນໂອກາດເດີນທາງໄປ ຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດ ນາມ ລະຫວ່າງວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນແທັງ ເມີ້ນກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດແຫ່ງສສຫວຽດນາມໃນ ຕອນບ່າຍຂອງວັນທີ 26 ມັງກອນ ຮ່ວມເປັນປະທານ ຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການ ກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ, ສະຫາຍ ບຸນຈັນ ສີວົງພັນ ກຳມະ ການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ, ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນ ກາງພັກ, ຫົວໜ້າສະຖາບັນການ ເມືອງແລະການປົກຄອງແຫ່ງຊາດ, ພ້ອມດ້ວຍບັນດາຄະນະປະຈຳພັກ ແຂວງ, ກຳມະການພັກແຂວງ, ຜູ້ ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ 2026 ຢູ່ຫໍສະພາແຫ່ງຊາດ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາ ຜົນສໍາເລັດໃນການພັດທະນາເສດ ຖະກິດ-ສັງຄົມ ທີ່ສອງປະເທດ ຍາດ ມາໄດ້ໃນໄລຍະຜ່ານມາ ກໍຄື ຜົນສໍາ ເລັດ ຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XIV ຂອງພັກກອມມູນິດຫວຽດ ນາມ ທີ່ໄດ້ອັດລົງຢ່າງສະຫງ່າ ງາມ. ສອງຝ່າຍໄດ້ຕີລາຄາສູງແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງ ສັບສົນ, ໄວວາ ແລະ ຄາດຄະເນໄດ້ ຊຸດທີ V ຂອງບັນດາສື່ມວນຊົນໄດ້ ດໍາເນີນໄປຢ່າງເປັນຂະບວນ ແລະ ມີຄວາມຫລາກຫລາຍ ຜ່ານບັນດາ ຜະລິດຕະພັນ ກໍຄື ພາຫະນະສື່ມວນ ຊົນທີ່ອຸດົມສົມບູນ. ໃນວັນທີ 27 ມັງກອນ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນກ່ຽວກັບພາລະບົດບາດ ສິດ ແລະ ໜ້າທີ່ໂດຍລວມ ໃນຂອບເຂດ ຄວາມຮັບຜິດຊອບໃນການຮັບໃຊ້ ບັ້ນເລືອກຕັ້ງ ສຳລັບໜ່ວຍງານ ໂຄສະນາ ແລະ ປຸກລະດົມຂະບວນ ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານ ຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ປະ ຈໍາປີ 2025 ຈັດຂຶ້ນໃນວັນທີ 28 ຂປລ. ໃນການກະກຽມການ ເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ (ສສຂ) ຊຸດ ທີ V ນີ້, ຄະນະພັກ ແລະ ຄະນະ ກຳມະການເລືອກຕັ້ງທຸກຂັ້ນ ໄດ້ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນສໍາຄັນຕ່າງໆ ຂອງກົດໝາຍວ່າດ້ວຍການເລືອກ ຕັ້ງ ສສຊ ແລະ ສສຂ ເພື່ອໃຫ້ມີ ຄວາມເປັນເອກະພາບສູງໃນການ ຈັດຕັ້ງປະຕິບັດຕົວຈິງ ຢູ່ແຕ່ລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ, ປະ ຂປລ. ໃນປີ 2025 ທະນາຄານ ພັດທະນາອາຊີ (ADB) ໄດ້ອະນຸ ມັດທຶນມູນຄ່າ 149 ລ້ານໂດລາ ສະຫະລັດ ໃຫ້ແກ່ລັດຖະບານລາວ ສໍາລັບ 4 ໂຄງການ ເພື່ອສະໜັບ ສະໜູນບຸລິມະສິດການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໂດຍສະເພາະການລົງທຶນໃນຂົງ ເຂດກະສິກຳ, ສາທາລະນະສຸກ, ສຶກສາ ແລະ ປ່າໄມ້ ໂດຍສຸມໃສ່ ການປັບຕົວເຂົ້າກັບສະພາບການ ປ່ຽນແປງດິນຟ້າອາກາດ, ການພັດ ທະນາຊັບພະຍາກອນມະນຸດ, ການ ດໍາລົງຊີວິດແບບຍືນຍົງ ແລະ ການ ຂປລ. ໃນຕອນເຊົ້າວັນທີ 27 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ ໄປວາງພວງມາລາ ທີ່ອະນຸສາວະລີ ນັກຮົບວິລະຊົນຫວຽດນາມ ແລະ ຂປລ. ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ77ປີ(20/1/1949-20/ 1/2026) ໃນວັນທີ 27 ມັງກອນ 2026 ໂດຍການປາຖະກະຖາ ຂປລ. ພິທີມອບ-ຮັບໜ້ທີ່ ລະ ຫວ່າງ ເລຂາຄະນະບໍລິຫານງານ ພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 27 ມັງກອນ 2026 ຢູ່ຫ້ອງວ່າການແຂວງ ຊຽງຂວາງ ໂດຍການໃຫ້ກຽດເຂົ້າ ຂປລ. ປັດຈຸບັນ, ວຽກງານການ ໂຄສະນາໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ມັງກອນ 2026 ເພື່ອສະຫລຸບ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວ ປະຈໍາປີ 2025 ແລະ ສິດທິຜົນ ຊຶ່ງໄດ້ກຳນົດເອົາວັນທີ 22 ກຸມພາ 2026 ເປັນມື້ປ່ອນບັດ ເລືອກຕັ້ງ ພ້ອມກັນໃນຂອບເຂດ ທົ່ວປະເທດ. ສຳລັບການກໍານົດເວລາປ່ອນ ບັດເລືອກຕັ້ງ ແມ່ນໃຫ້ເລີ່ມແຕ່ 07:00 ໂມງ ຫາ 17:00 ໂມງ, ຄະນະຮັບຜິດຊອບໜ່ວຍປ່ອນບັດ ເລືອກຕັ້ງຕົກລົງພິທີໄຂ ຫລື ອັດໄວ ຫລື ຊ້າກວ່າເວລາທີ່ໄດ້ກຳນົດໄວ້ ນັ້ນກໍໄດ້ ໂດຍອີງໃສ່ສະພາບການ ຕົວຈິງຂອງແຕ່ລະບ່ອນ ແຕ່ບໍ່ໃຫ້ ຂອງ ສະຫາຍ ກິແກ້ວ ສິງນາວົງ ກຳມະການປະຈໍາພັກກະຊວງ, gvfu [u vto5 ,a fmb o 149 ]h ko3f]k lt|a [ lt|6 odkora fmtokglf4tdy f{la '7q ,16j ]k; ມີສ່ວນຮ່ວມຂອງພາກເອກະຊົນ. ທ່ານ ນາງ ແຊນນີ ແຄ້ມແບລ ຫົວໜ້າຫ້ອງການ ADB ປະຈໍາ ລາວ ໄດ້ໃຫ້ຮູ້ວ່າ: ADB ກໍາລັງ ສະໜັບສະໜູນວາລະການພັດທະ ນາຂອງລັດຖະບານ ສປປ ລາວ ເພື່ອສົ່ງມອບການເຕີບໂຕແບບ ທຸກຄົນມີສ່ວນຮ່ວມ ແລະ ການ ພັດທະນາທີ່ທົນທານຕໍ່ສະພາບການ ປ່ຽນແປງດິນຟ້າອາກາດ ໃນທົ່ວ ປະເທດ ດ້ວຍການປັບປຸງລະບົບ ອາຫານ ແລະ ກະສິກຳ, ການດູ ແລສຸຂະພາບຂັ້ນພື້ນຖານ, ການ ສຸສານປະທານ ໂຮ່ຈີ່ມິງ ເພື່ອ ສະແດງຄວາມເຄົາລົບ ແລະ ຮູ້ ບຸນຄຸນຕໍ່ບັນດານັກຮົບປະຕິວັດທີ່ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ຄໍາພັນ ເຜີຍຍະວົງ

@ 0j k; c]t gsfdko j 29/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເລຂາທິການໃຫຍ່ ພົບປະ...ິ່ົ ມອບ-ຮັບໜ້າທີ່....ັ້ີ່ ຍາກກໍຕາມ, ແຕ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານ ເປັນຕົ້ນການພົວພັນທາງດ້ານ ການເມືອງ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ດ້ານເສດຖະ ກິດ ແລະ ການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມືຍຸດທະສາດ. ພ້ອມກັນນັ້ນ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ໝາກຜົນການຮ່ວມມື ລະ ຫວ່າງ ສອງສະພາແຫ່ງຊາດ ທີ່ ນັບມື້ນັບເຂົ້າສູ່ລວງເລິກ ເຫັນໄດ້ ຈາກມີການແລກປ່ຽນຄະນະຜູ້ ແທນນໍາກັນຢ່າງເປັນປົກກະຕິ, ຈັດ ກອງປະຊຸມສໍາມະນາແລກປ່ຽນ ບົດຮຽນຮ່ວມກັນໃນຫົວຂໍ້ຕ່າງໆ ທີ່ແທດເໝາະກັບຕົວຈິງ, ມີການສະ ໜັບສະໜູນ ແລະ ປະສານສົມທົບ ກັນຢ່າງດີ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ, ພ້ອມທັງ ໄດ້ຮ່ວມກັນເປີດນໍາໃຊ້ປຶ້ມ “50 ປີ ແຫ່ງການພົວພັນ ລະຫວ່າງ ສະພາ ແຫ່ງຊາດລາວ ແລະ ສະພາແຫ່ງ ຊາດຫວຽດນາມ: ການຮ່ວມມືຮອບ ດ້ານ ແລະ ການພັດທະນາ”. ສອງ ຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ” ໃຫ້ນັບມື້ໄດ້ຮັບການ ຂະຫຍາຍຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ເສີມຂະຫຍາຍສາຍ ພົວພັນຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດ ໃຫ້ມີໝາກຜົນ ຕົວຈິງ ແລະ ກ້າວສູ່ລວງເລິກ ໂດຍ ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດ ບັນດາບົດບັນທຶກຊ່ວຍຈໍາ ທີ່ສອງ ສະພາແຫ່ງຊາດ ໄດ້ລົງນາມຮ່ວມ ກັນ ໃຫ້ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນສູງ; ສືບຕໍ່ຊຸກຍູ້ລັດ ຖະບານສອງປະເທດ ໃນການຈັດ ຕັ້ງປະຕິບັດບັນດາສັນຍາ, ສົນທິສັນ ຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ; ສືບຕໍ່ຊຸກ ຍູ້ການພົວພັນຮ່ວມມືດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນ ໃຫ້ ມີການຂະຫຍາຍຕົວສູງຂຶ້ນ ໃຫ້ສົມ ຄູ່ກັບການພົວພັນທາງດ້ານການ ເມືອງ ທີ່ຢູ່ໃນລະດັບສູງສຸດ; ສືບຕໍ່ ປະສານສົມທົບ, ແລກປ່ຽນຂໍ້ມູນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ໃນເວທີລັດຖະສະ ພາພາກພື້ນ ແລະ ສາກົນ ເພື່ອປົກ ປັກຮັກສາຜົນປະໂຫຍດຮ່ວມກັນ ແລະ ຍົກສູງບົດບາດຂອງສອງປະ ເທດ, ພິເສດແມ່ນການແລກປ່ຽນ ບົດຮຽນ ແລະ ປະສົບການຮ່ວມກັນ ໃນການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ທີ່ຈະມາເຖິງນີ້. ໃນໂອກາດນີ້, ສະຫາຍ ປະທານ ສະພາແຫ່ງຊາດ ເຈີ່ນ ແທັງ ເມີ້ນ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ສະແດງຄວາມຊົມ ເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນເລຂາທິການ ໃຫຍ່ ພັກປະຊາຊົນປະຕິວັດລາວ ຊຸດທີ XII ພ້ອມທັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະ ເທດທໍາອິດຂອງການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ຊຶ່ງເປັນ ຂີດໝາຍທາງປະຫວັດສາດອັນສໍາ ຄັນ ແລະ ຈະປະກອບສ່ວນອັນສໍາ ຄັນເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ ນັບກ້າວເຂົ້າສູ່ລວງເລິກ. ໃນຂະນະດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງ ຄວາມຊົມເຊີຍຕໍ່ ສະຫາຍ ເຈີ່ນ ແທັງ ເມີ້ນ ທີ່ສືບຕໍ່ໄດ້ຮັບການເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ຊຸດ ທີ XIV ເຊັ່ນດຽວກັນ. ພ້ອມກັນ ນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ກໍາ ລັງຂຸ້ນຂ້ຽວກະກຽມຢ່າງຮອບ ດ້ານ ເພື່ອດໍາເນີນການປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ພາຍຫລັງ ການເລືອກຕັ້ງ ຈະດໍາເນີນກອງປະ ຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ໃນລະຫວ່າງ ວັນທີ 23-28 ມີນາ 2026 ເພື່ອ ຮັບຮອງເອົາກົງຈັກການນໍາຂັ້ນສູງ ຂອງລັດ ແລະ ວາງທິດທາງແຜນ ການເຄື່ອນໄຫວ ຂອງອົງການນິຕິ ບັນຍັດ ໃນໄລຍະ 5 ປີຕໍ່ໜ້າ. ໃນຕອນທ້າຍ, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ໃຫ້ການສະໜັບ ສະໜູນຢ່າງສະເໝີຕົ້ນສະເໝີປາຍ ໃຫ້ແກ່ສະພາແຫ່ງຊາດລາວຊຶ່ງເປັນ ການປະກອບສ່ວນອັນສໍາຄັນເຂົ້າ ໃນການສ້າງຄວາມເຂັ້ມແຂງ ໃຫ້ ແກ່ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ. ເລຂາທິການໃຫຍ່ ສືບຕໍ່...ິ່ືໍ່ ເສຍສະລະເລືອດເນື້ອໃນພາລະກິດ ຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນ ງາມຄວາມດີຂອງ ປະທານ ໂຮ່ຈີ່ ມິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ. ຫລັງຈາກນັ້ນ,ສະຫາຍທອງລຸນ ສີສຸລິດແລະຄະນະໄດ້ໄປຢ້ຽມຢາມ ພົບປະກັບ ສະຫາຍ ນົງ ດຶກ ແມ້ງ ອະດີດເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ທີ່ຫ້ອງວ່າການ ສູນກາງພັກ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຊົມ ເຊີຍ ແລະ ປິຕິຍິນດີທີ່ເຫັນວ່າ ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືຮອບດ້ານ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍນັບມື້ນັບກ້າວເຂົ້າສູ່ລວງ ເລິກ ໂດຍສະເພາະສອງຝ່າຍໄດ້ ເພີ່ມພູນຄູນສ້າງສາຍພົວພັນຂຶ້ນ ເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ, ພ້ອມທັງຈະສືບຕໍ່ ປະກອບສ່ວນຮັດແໜ້ນການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ. ການທີ່ສອງຝ່າຍໄດ້ ຍົກລະດັບການພົວພັນຮ່ວມມືຂຶ້ນ ເປັນຫຸ້ນສ່ວນຍຸດທະສາດນັ້ນ ແມ່ນ ມີຄວາມໝາຍສໍາຄັນຫລາຍ ແລະ ແທດເໝາະກັບຍຸດທະສາດຂອງ ການພັດທະນາຂອງສອງປະເທດ ໃນປັດຈຸບັນ. ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ ບຸນຄຸນເປັນຢ່າງສູງຕໍ່ ສະຫາຍ ນົງ ດຶກ ແມ້ງ ກໍຄື ບັນດາການນໍາຮຸ່ນອາ ວຸໂສຂອງຫວຽດນາມ ທີ່ໄດ້ປະກອບ ສ່ວນເຫື່ອແຮງແລະສະຕິປັນຍາຂອງ ຕົນເຂົ້າໃນການຖະໜຸຖະໜອມແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບແບບພິເສດ ລາວ-ຫວຽດນາມ ຕະຫລອດໄລຍະຜ່ານມາ. ໂອກາດດຽວກັນນີ້, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອົງ ການປົກຄອງນະຄອນຫລວງຮ່າ ໂນ້ຍ ຢູ່ຫ້ອງວ່າການປົກຄອງນະ ຄອນຫລວງຮ່າໂນ້ຍ ຊຶ່ງຖືກຕ້ອນ ຮັບໂດຍ ສະຫາຍ ຫງວຽນ ຢຸ່ຍ ງ໋ອກ ກໍາມະການກົມການເມືອງ ສູນກາງພັກ, ເລຂາຄະນະພັກນະ ຄອນຫລວງຮ່າໂນ້ຍ. ໃນການພົບ ປະຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ລາວ ໄດ້ຮັບການລາຍງານຫຍໍ້ ກ່ຽວກັບແຜນການພັດທະນາເສດ ຖະກິດ-ສັງຄົມ ກໍຄື ບັນດາຜົນສໍາ ເລັດທີ່ຄະນະພັກ-ຄະນະນໍາ ແລະ ປະຊາຊົນນະຄອນຫລວງຮ່າໂນ້ຍ ຍາດມາໄດ້ໃນຕະຫລອດໄລຍະ ຜ່ານມາ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ ຕົວຈິງທີ່ນະຄອນຫລວງຮ່າໂນ້ຍ ຍາດມາໄດ້ ແລະ ເຫັນເຖິງການພັດ ທະນາແບບກ້າວກະໂດດ ໃນໄລຍະ ຊຸມປີຜ່ານມາ, ພ້ອມທັງໄດ້ມີຄໍາ ເຫັນຊີ້ນໍາໃຫ້ນະຄອນຫລວງວຽງ ຈັນ ແລະ ຮ່າໂນ້ຍ ສືບຕໍ່ແລກປ່ຽນ ບົດຮຽນ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເພື່ອພ້ອມກັນພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ໃຫ້ ສົມກັບການເປັນຫຸ້ນສ່ວນຍຸດທະ ສາດຂອງສອງປະເທດ. ພ້ອມນີ້, ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຍັງໄດ້ໄປຢ້ຽມ ຢາມກຸ່ມລັດວິສາຫະກິດໄຟຟ້າ ຫວຽດນາມ (EVN) ແລະ ໄດ້ຮັບ ຟັງການລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວບໍລິສັດ, ບາງບົດ ຮຽນໃນການປະຕິຮູບລັດວິສາຫະ ກິດ ກໍຄື ການພົວພັນຮ່ວມມືລະ ຫວ່າງ ກຸ່ມລັດວິສາຫະກິດ EVN ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ ກຸ່ມລັດວິສາ ຫະກິດ EVN ຍາດມາໄດ້, ພ້ອມ ທັງໄດ້ເນັ້ນໃຫ້ສືບຕໍ່ເພີ່ມການພົວ ພັນຮ່ວມມືກັບຂະແໜງການໄຟຟ້າ ຂອງ ສປປ ລາວ ໂດຍສະເພາະ ລັດ ວິສາຫະກິດໄຟຟ້າລາວ (EDL). ໃນຕອນບ່າຍວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ບຸຍ ຖິ ມິງ ຮວ່າຍ ກໍາມະການກົມການເມືອງສູນກາງ ພັກ, ປະທານຄະນະກໍາມະການສູນ ກາງແນວໂຮມປະເທດຊາດຫວຽດ ນາມ ແລະ ສະຫາຍ ຫງວຽນ ດັກ ວິງ ກໍາມະການສູນກາງພັກ, ປະ ທານສະມາຄົມມິດຕະພາບ ຫວຽດ ນາມ-ລາວ ພ້ອມດ້ວຍຄະນະ ທີ່ ໂຮງແຮມເມເລຍ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ ແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ໝາກຜົນຂອງການຢ້ຽມຢາມລັດ ຖະກິດ ຢູ່ ສສ ຫວຽດນາມ ໃນ ຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ການ ປະກອບສ່ວນອັນຕັ້ງໜ້າຂອງອົງ ການແນວໂຮມປະເທດຊາດຫວຽດ ນາມແລະບັນດາອົງການຈັດຕັ້ງມະ ຫາຊົນ, ສະມາຄົມມິດຕະພາບ ແລະ ອົງການຈັດຕັ້ງທາງການເມືອງສັງຄົມ ທີ່ໄດ້ປະສານສົມທົບກັນ ຢ່າງສະໜິດແໜ້ນ ໃນການຈັດຕັ້ງ ຜັນຂະຫຍາຍບັນດາແຜນການ ຮ່ວມມື, ຈັດກິດຈະກໍາການເຄື່ອນ ໄຫວຕ່າງໆ ໃນໂອກາດວັນສໍາຄັນ ຕ່າງໆຂອງສອງຊາດ ລາວ-ຫວຽດ ນາມ, ພ້ອມທັງໄດ້ມີທິດຊີ້ນໍາໃຫ້ ສອງຝ່າຍສືບຕໍ່ກົນໄກປະສານ ງານ, ແລກປ່ຽນສະພາບການ ແລະ ຂໍ້ມູນຂ່າວສານ, ຊຸກຍູ້ການໄປມາ ຫາສູ່ກັນ, ສ້າງກິດຈະກໍາຮ່ວມກັນ ຂອງປະຊາຊົນສອງປະເທດ ໂດຍ ສະເພາະແມ່ນປະຊາຊົນທີ່ຢູ່ລຽບ ຕາມຊາຍແດນ, ສືບຕໍ່ເພີ່ມທະວີປຸກ ລະດົມຊຸກຍູ້, ສຶກສາອົບຮົມ ແລະ ປູກຈິດສໍານຶກໃນທົ່ວສັງຄົມ ໃນ ການປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນອັນດີງາມທີ່ມີ ໜຶ່ງດຽວໃນໂລກນີ້ ໃຫ້ນັບມື້ແຕກ ດອກອອກຜົນຍິ່ງໆຂຶ້ນ ແລະ ຍືນຍົງ ຢູ່ຄູ່ພາລະກິດການປະຕິວັດຂອງ ສອງຊາດ ລາວ-ຫວຽດນາມ ຕະ ຫລອດໄປ. ນອກຈາກນັ້ນ, ສະຫາຍ ເລຂາ ທິການໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງນໍ້າຊາ ທີ່ໂຮງແຮມເມເລຍ ຊຶ່ງຈັດໂດຍ ສະຫາຍ ເຈິ່ນ ເກີ່ມຕູ໋ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກກອມມູນິດຫວຽດນາມ ຕື່ມອີກ. ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການນຳພາ-ຊີ້ນຳວຽກ ງານຮອບດ້ານຕະຫລອດໄລຍະ ຜ່ານມາ ເຫັນວ່າ ທົ່ວແຂວງສືບຕໍ່ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ໃນ 5 ປີຜ່ານມາ ເສດຖະ ກິດຂະຫຍາຍຕົວ ສະເລ່ຍ 5,2% ຕໍ່ປີ, ການຈັດເກັບງົບປະມານ ບ້ວງ ທ້ອງຖິ່ນປະຕິບັດໄດ້ເກີນແຜນ 4 ປີຊ້ອນ; ການລົງທຶນພາຍໃນແຂວງ ມີບັນຍາກາດ ແລະ ເປັນຂະບວນ ການດີ, ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າ ໄດ້ຮັບການປັບ ປຸງປົວແປງດີຂຶ້ນເລື້ອຍໆ, ອັນພົ້ນ ເດັ່ນ ແມ່ນການເປັນເຈົ້າພາບຈັດ ງານກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງ ໄດ້ຮັບຜົນສຳ ເລັດຢ່າງຈົບງາມ. ໃນໂອກາດດຽວກັນ, ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າ ກົມຄຸ້ມຄອງພະນັກງານ, ຄະນະ ຈັດຕັ້ງສູນກາງພັກ ໄດ້ຜ່ານບັນດາ ນິຕິກຳ ຂອງກົມການເມືອງສູນ ກາງພັກ, ໃນນັ້ນຍົກຍ້າຍ ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນ ກາງພັກ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງ ວ່າການສູນກາງພັກ ແລະ ແຕ່ງຕັ້ງ ສະຫາຍ ພູວົງ ອຸ່ນຄຳແສນ ກຳ ມະການສູນກາງພັກ ເປັນເລຂາຄະ ນະບໍລິຫານງານພັກແຂວງຊຽງ ຂວາງ. ຫລັງຈາກນັ້ນກໍໄດ້ມີພິທີ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະ ຫວ່າງ ເລຂາຄະນະບໍລິຫານງານ ພັກແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່. ໃນພິທີ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະ ພັກແຂວງຊຽງຂວາງ ສາມາດປະ ຕິບັດໄດ້ໃນໄລຍະຜ່ານມາ, ພ້ອມ ທັງມີຄໍາເຫັນເນັ້ນໜັກຕື່ມບາງ ດ້ານເປັນຕົ້ນ ໃຫ້ບັນດາສະຫາຍ ການນຳທຸກຂັ້ນຂອງແຂວງ ເປັນ ເອກະພາບ ຕໍ່ກັບການສັບປ່ຽນພະ ນັກງານການນຳຂັ້ນສູງ ໂດຍນຳພາ ແນວຄິດ ຂອງພະນັກງານ-ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໃຫ້ຮັບຮູ້ແລະ ເຂົ້າໃຈ ຢ່າງຖືກຕ້ອງ ແລະ ທົ່ວເຖິງ; ສືບຕໍ່ ປົກປັກຮັກສາຄວາມສາມັກຄີພາຍ ໃນພັກ ໃຫ້ມີຄວາມໜັກແໜ້ນ ແລະ ເປັນເອກະພາບສູງ ເພື່ອສືບຕໍ່ເປັນ ຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນ ແກນນຳໃນການເຕົ້າໂຮມຄວາມ ສາມັກຄີ ໃນຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນບັນ ດາເຜົ່າ; ເອົາໃຈໃສ່ປະຕິບັດຫລັກ ການນຳພາຂອງພັກຢ່າງເຂັ້ມ ງວດ, ມີລະບອບປະຊຸມປຶກສາຫາລື ພາຍໃນຄະນະປະຈຳພັກແຂວງ ກໍ່ຄື ຄະນະນຳທຸກຂັ້ນ ເພື່ອສືບຕໍ່ນຳພາ ປະຊາຊົນບັນດາເຜົ່າ ພ້ອມກັນພັດ ທະນາແຂວງຊຽງຂວາງວິລະຊົນ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ; ເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດ ຂອງ ພະນັກງານ-ສະມາຊິກພັກ ແລະ ປະ ຊາຊົນບັນດາເຜົ່າ ໃຫ້ມີທັດສະນະ ການເມືອງໜັກແໜ້ນ, ມີຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາ; ເອົາ ໃຈໃສ່ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍເລັ່ງໃສ່ປະຕິບັດ 5 ຍຸດທະສາດ, 4 ບຸກທະລຸ ແລະ 3 ມາດຕະການເລັ່ງດ່ວນ; ສືບຕໍ່ ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ພາຍໃນ ແຂວງ ໃຫ້ມີຄວາມສະຫງົບປອດ ໄພ ໃຫ້ສົມກັບເປັນດິນແດນແຫ່ງ ວິລະຊົນ ເພື່ອເປັນພື້ນຖານເອື້ອ ອຳນວຍໃຫ້ແກ່ການສ້າງສາພັດທະ ນາແຂວງ ແລະ ການທຳມາຫາກິນ ຂອງປະຊາຊົນ ບັນດາເຜົ່າ; ສືບຕໍ່ ຍູ້ແຮງການພັດທະນາເສດຖະກິດສັງຄົມຂອງແຂວງ ໃຫ້ແຂງແຮງ ກວ່າເກົ່າ ໂດຍຍົກສູງຄວາມຮັບ ຜິດຊອບ, ເປັນຫລັກແຫລ່ງ, ເປັນ ຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນເອກະພາຍພາຍໃນ ເພື່ອເຮັດ ສຳເລັດໜ້າທີ່ ແລະ ນຳພາແຂວງ ກ້າວຂຶ້ນຢ່າງໜັກແໜ້ນ ຕາມທິດທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກວາງອອກ ໄດ້ ຮັບຜົນສຳເລັດຢ່າງຈົບງາມ. ຂ່າວ-ພາບ: ກົມປະຊາສໍພັນ ຫສນຍ ການ ໄດ້ແບ່ງອອກເປັນ 3 ໜ່ວຍ ງານຄື: ໜ່ວຍງານໂຄສະນາ, ໜ່ວຍ ງານປຸກລະດົມຂະບວນການ ແລະ ກອງເລຂາປະສານງານ. ໃນນັ້ນ, ໜ່ວຍງານໂຄສະນາມີສິດ ແລະ ໜ້າ ທີ່ ປະສານສົມທົບກັບອະນຸກຳມະ ການຕ່າງໆ ເພື່ອນຳເອົາເນື້ອໃນເອ ກະສານຕ່າງໆ ອອກໂຄສະນາເຜີຍ ແຜ່ ຄື: ໂຄສະນາອອກຂ່າວກ່ຽວກັບ ການເຄື່ອນໄຫວ, ການປະຊຸມຂອງ ຄະນະກຳມະການເລືອກຕັັ້ງລະດັບ ຊາດ ແລະ ລະດັບທ້ອງຖິ່ນ; ໂຄສະ ນາເນື້ອໃນສໍາລັບຂອງການເລືອກ ຕັ້ງ ໂດຍສຸມໃສ່ໂຄສະນາປິ່ນອ້ອມ ເອກະສານສຳຄັນ ເປັນຕົ້ນ ມະຕິກົມ ການເມືອງສູນກາງພັກ ວ່າດ້ວຍ ເພີ່ມທະວີການນຳພາ-ຊີ້ນຳ ຂອງ ຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ Vລົງວັນທີ12ກັນຍາ2025. ໂຄສະນາຜ່ານ 3 ເອກະສານສໍາຄັນ ຄື: ເອກະສານຖາມ-ຕອບກ່ຽວກັບ ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າ ຕໍ່ກັບ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງຊຸດທີ V; ຖາມຕອບກ່ຽວກັບສະພາແຫ່ງຊາດແລະ ສະພາປະຊາຊົນຂັ້ນແຂວງກ່ຽວກັບ ການເລືອກຕັ້ງ; ຖາມ-ຕອບກ່ຽວ ກັບການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ; ໂຄສະນາເຜີຍແຜ່ລັດຖະ ດໍາລັດຂອງປະທານປະເທດ ວ່າ ດ້ວຍການປະກາດຈໍານວນ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ໂຄສະນາ ແລະ ແນະນໍາ ຜູ້ສະໝັກຮັບເລືອກຕັ້ງສະພາແຫ່ງ ຊາດຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງຊຸດທີ V ໃນແຕ່ລະເຂດ ເລືອກຕັ້ງ; ອອກຂ່າວເປັນພິເສດໃນ ວັນເລືອກຕັ້ງ, ອອກຂ່າວກ່ຽວກັບ ຄໍາຂວັນ ທີ່ໃຊ້ໃນວຽກງານເລືອກ ຕັ້ງ, ໂຄສະນາອອກຂ່າວກ່ຽວກັບ ການປ່ອນບັດເລືອກຕັ້ງ ແລະ ການ ນັບຄະແນນການເລືອກຕັ້ງ; ນໍາເອົາ ບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງຊຸດທີ V ອອກຂ່າວຕໍ່ສື່ມວນ ຊົນ ພາຍຫລັງຄະນະກຳມະການ ເລືອກຕັ້ງລະດັບຊາດ ປະກາດຜົນ ການເລືອກຕັ້ງຢ່າງເປັນທາງການ; ໂຄສະນາອອກຂ່າວກ່ຽວກັບການ ກະກຽມ ແລະ ການດໍາເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງຊຸດທີ V. ຂຶ້ນແຜນ ງົບປະມານຮັບໃຊ້ວຽກງານໂຄສະ ນາ, ສະຫລຸບການເຄື່ອນໄຫວວຽກ ງານໂຄສະນາ ເພື່ອລາຍງານຫົວ ໜ້າໜ່ວຍງານໂຄສະນາຮັບຊາບ. ທ່ານ ຄໍາພັນ ເຜີຍຍະວົງ ຍັງ ໃຫ້ຮູ້ອີກວ່າ: ໄລຍະນີ້ແມ່ນສຸມໃສ່ ໂຄສະນາປາກເປົ່າ, ຝຶກອົບຮົມໃຫ້ ເປົ້າໝາຍເລືອກຕັ້ງ, ໂຄສະນາຜ່ານ ສື່ນັບທັງສື່ສິ່ງພິມແລະສື່ອອນລາຍ; ປຸກລະດົມຂະບວນການເລືອກຕັ້ງ ຕິດພັນກັບຂະບວນການຮັກຊາດ ພັດທະນາ. ປັດຈຸບັນ, ໄດ້ເຜີຍແຜ່ມະ ຕິກົມການເມືອງກ່ຽວກັບການ ເລືອກຕັ້ງ; ລົງຂ່າວກ່ຽວກັບຄວາມ ໝາຍ ແລະ ຄວາມສຳຄັນຂອງການ ການໂຄສະນາ... ເລືອກຕັ້ງລົງໜັງສືພິມປະເທດ ລາວ, ໜັງສືພິມປະຊາຊົນ, ວິທະຍຸ ກະຈ່າຍສຽງແຫ່ງຊາດລາວ, ໂທ ລະພາບແຫ່ງຊາດລາວ ໃນບັນດາ ເນື້ອໃນສຳຄັນປິ່ນອ້ອມການເລືອກ ຕັ້ງນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ. ຂ່າວ: ສົມຫວັງ; ພາບ: ແສງຈັນ

29/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ s;o7n o,6 og-N vdkodegou f0v'vq 'dkoltstra ode,t[ko]k; 4k,{8v[ dj P;da [ltrkcsj '-kf c]t ltrkxt-k-q o0A oc0;' ຂປລ. ໃນທ້າຍສັດຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາ ຮຸກຮານຢຶດຄອງເອົາລາວເປັນ ຫົວເມືອງຂຶ້ນ, ພວກເຂົາໄດ້ເກັບ ເກນເອົາຊາວໄຮ່ນາໄປຂຸດຄົ້ນເອົາ ແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ແຂວງຄຳມ່ວນ, ໄປເປັນກຸລີເຮັດ ທາງ, ຈາກນັ້ນເກີດມີກຳມະກອນ ລະດູການດ້ວຍການນຳໃຊ້ແຮງ ງານນັບມື້ຫລາຍຂຶ້ນ ແລະ ໄດ້ກາຍ ເປັນກຳມະກອນອາຊີບ. ຕໍ່ມາພວກ ເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີ ເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງ ຢູ່ບາງແຫ່ງ, ຈາກນັ້ນກຳມະກອນ ລາວກໍໄດ້ເພີ່ມຂຶ້ນເລື້ອຍໆ. ໃຕ້ການ ປົກຄອງຂອງພວກລ່າເມືອງຂຶ້ນ ຝຣັ່ງ ກຳມະກອນລາວໄດ້ຖືກກົດຂີ່ ຂູດຮີດແຮງງານຢ່າງໜັກໜ່ວງ ທາງເສດຖະກິດ, ວັດທະນະທຳສັງຄົມ, ພວກເຮົາບັງຄັບກຳມະ ກອນອອກແຮງງານ 14-16 ຊົ່ວ ໂມງຕໍ່ມື້, ອອກແຮງງານຫລາຍ ໃຫ້ຄ່າຕອບແທນໜ້ອຍ, ຖືກຕັດ ເງິນເດືອນ, ໄລ່ອອກການໂດຍ ບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະ ມານຢ່າງແສນສາຫັດຈາກພວກ ລ່າເມືອງຂຶ້ນ ແລະ ນາຍທຶນ, ມີ ຄວາມສ່ຽງອັນຕະລາຍຕໍ່ການອອກ ແຮງງານ. ຊີວິດການເປັນຢູ່ຂອງ (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ວັນ 1/2/1956-1/2/2026)ື່ັ້ັ້ັົີັ ກຳມະກອນ ແລະ ປະຊາຊົນລາວ ບັນດາເຜົ່າອຶດຢາກຂາດແຄນ, ບໍ່ ໄດ້ຮັບຄວາມເປັນທຳ, ຂາດສິດ ເສລີພາບດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານ ສະຫວັດດີການສັງຄົມ, ບໍ່ໄດ້ຮັບ ການສຶກສາ, ຮໍ່າຮຽນ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນ ຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳ ຕໍ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານລາວບັນດາເຜົ່າໄດ້ ສ້າງຄວາມເຈັບແສບ ແລະ ຄຽງ ແຄ້ນທີ່ສຸດສຳລັບຄົນລາວທຸກຄົນ. ຕໍ່ໜ້າສະພາບການດັ່ງກ່າວກຳ ມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໄດ້ລຸກຂຶ້ນ ຕໍ່ສູ້ຢ່າງອົງອາດກ້າຫານ, ໂດຍເລີ່ມ ຈາກການຕໍ່ສູ້ທີ່ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການອັນກວ້າງ ຂວາງນໍາພາໂດຍບັນພະບູລຸດຜູ້ ຮັກຊາດແຕ່ເໜືອຮອດໃຕ້, ຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຢ່າງດຸເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ ຮັບໄຊຊະນະຍ້ອນບໍ່ມີພັກນໍາພາ. ປີ 1930 ພັກກອມມູນິດອິນດູຈີນ ໄດ້ ຮັບການສ້າງຕັ້ງຂຶ້ນໂດຍແມ່ນທ່ານ ປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງ ແລະ ນໍາພາ. ພັກ ໄດ້ວາງແນວທາງ ອັນຖືກຕ້ອງເພື່ອນໍາພາຂະບວນ ການຕໍ່ສູ້ປົດປ່ອຍຊາດຢູ່ອິນດູຈີນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ. ພາຍຫລັງທີ່ມີພັກນໍາພາຂະບວນ ການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນ ກໍາມະກອນ, ຊາວຜູ້ອອກແຮງງານ 3 ຊາດອິນດູຈີນ ໄດ້ມີຄຸນນະພາບ ໃໝ່ສາມາດຍາດໄດ້ໄຊຊະນະເປັນ ກ້າວໆມາ, ພັກເຮົາໄດ້ຖືເອົາແນວ ໂຮມແຫ່ງຊາດເປັນການເຕົ້າໂຮມ ຄວາມສາມັກຄີອັນກວ້າງຂວາງ, ຖືເອົາພັນທະພາບ, ກໍາມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ ເປັນກໍາລັງແຮງພື້ນຖານຂອງພັກ ໃນການຜັນແຍກລ້ອນປ່ຽວ, ໂຄ່ນ ລົ້ມສັດຕູຂອງຊາດ; ບັນດາສະມາ ຊິກພັກ, ສະມາຊິກກໍາມະບານລຸ້ນ ທໍາອິດໄດ້ນໍາພາຂະບວນການຕໍ່ສູ້ ຂອງກໍາມະກອນດ້ານການເສຍ ຊ່ວຍ, ການຈັບກຸມຄຸມຂັງບັນດາຜູ້ ນໍາຂອງແນວລາວຮັກຊາດ ແລະ ອື່ນໆ ທີ່ພວກຈັກກະພັດລ່າເມືອງ ຂຶ້ນ ແລະ ສັກດີນາທ້ອງຖິ່ນໄດ້ກະ ທໍາ. ດ້ວຍການນັດຢຸດງານທວງ ໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນ ຊົ່ວໂມງເຮັດວຽກ. ປີ 1946 ພັກ ກອມມູນິດອິນດູຈີນ (ແຄວ້ນລາວ) ໄດ້ສ້າງຕັ້ງໜ່ວຍກໍາມະບານຂຶ້ນ ເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕິ້ວ; ພັກສືບຕໍ່ນໍາພາກໍາມະກອນ, ລັດຖະ ກອນ, ປະຊາຊົນລາວບັນດາເຜົ່າ ໂດຍດໍາເນີນການຕໍ່ສູ້ລົບລ້າງລັດທິ ລ່າເມືອງຂຶ້ນແບບເກົ່າໃນປີ 1954. ກໍາລັງປະເທດລາວ ມີ 2 ແຂວງ ເຕົ້າໂຮມ. ພາຍຫລັງຈັກກະພັດຝຣັ່ງ ປະລາໄຊ, ຈັກກະພັດອາເມລິກາ ໄດ້ ນໍາໃຊ້ລັດທິລ່າເມືອງຂຶ້ນແບບໃໝ່ ເຂົ້າມາຮຸກຮານ, ຍຶດຄອງລາວໃນປີ 1955. ຕໍ່ໜ້າສະພາບການດັ່ງກ່າວ ພັກກອມມູນິດອິນດູຈີນ ໄດ້ເປີດກອງ ປະຊຸມເພື່ອແຍກຈາກພັກກອມມູນິດ ອິນດູຈີນເປັນພັກຂອງປະເທດໃຜ ລາວ, ຈາກນັ້ນ ພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດ ຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 22 ມີນາ 1955 ແລະ ໄດ້ ກໍານົດບ່ອນຢືນຂອງພັກ “ແມ່ນ ພັກຂອງຊົນຊັ້ນກໍາມະກອນລາວ ທີ່ຖືລັດທິມາກ-ເລນິນ ເປັນລະບົບ ແນວຄິດຊີ້ນໍາໆພາ ໂດຍຖືກໍາລັງ ແຮງມາຈາກມະຫາຊົນ”. ພັກໄດ້ ຈັດຕັ້ງສະຫະພັນຊາວໜຸ່ມ, ແມ່ ຍິງ ແລະ ໄດ້ປັບປຸງແນວລາວອິດ ສະຫລະເປັນແນວລາວຮັກຊາດ. ປັບປຸງພະນັກງານ, ລັດຖະກອນ ຢູ່ຕາມສໍານັກງານ, ອົງການອ້ອມ ຂ້າງສູນກາງ, ປັບປຸງກໍາມະກອນ ບັນດາໂຮງຈັກໂຮງງານໃນເຂດປົດ ປ່ອຍທັງປົກປັກຮັກສາ 2 ແຂວງ ເຕົ້າໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງ ກໍາມະກອນ, ປະຊາຊົນບັນດາເຜົ່າຢູ່ 10 ແຂວງ. ດ້ວຍມູນເຊື້ອທີ່ຮັກຊາດອັນ ແຮງກ້າ, ເດັດຂາດບໍ່ຍອມຖືກກົດຂີ່ ຂູດຮີດຈາກພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່, ກຳມະກອນ ລາວ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ, ໄດ້ລຸກ ຂື້ນຕໍ່ສູ້ຢ່າງອາດຫານດ້ວຍການຢຸດ ງານ, ທວງໃຫ້ຂຶ້ນເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ, ທວງ ເອົາສິດຜົນປະໂຫຍດອັນຊອບທຳ ທາງດ້ານເສດຖະກິດ-ສັງຄົມ, ປະ ຊາຊົນລາວຕ້ອງໄດ້ຮັບການເບິ່ງ ແຍງດູແລດ້ານສະຫວັດດີການສັງ ຄົມ, ປົກປ້ອງດ້ວຍກົດໝາຍ, ທຸກ ຄົນມີສິດເສລີພາບໃນການດຳລົງ ຊີວິດ, ຈາກຂະບວນການດັ່ງກ່າວ ຈຶ່ງເປັນບາດລ້ຽວທີ່ສຳຄັນການຕໍ່ສູ້ ຂອງຊົນຊັ້ນກຳມະກອນລາວ, ພັກ ປະຊາຊົນປະຕິວັດລາວ ໄດ້ມີມະຕິ ສ້າງຕັ້ງຫ້ອງການກຳມະບານລາວ ຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນ ແຂວງຫົວພັນ ໃນວັນທີ 1 ກຸມພາ ປີ 1956 ໂດຍມອບໝາຍໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດ ຊອບໃນການສືບຕໍ່ໂຄສະນາຂົນ ຂວາຍເຕົ້າໂຮມກຳມະກອນລາວ, ຊາວຜູ້ອອກແຮງງານລາວບັນດາ ເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີ ນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນ ກຳມະກອນ, ມີແບບແຜນວິທີເຮັດ ວຽກ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກ ປ້ອງສິດຜົນປະໂຫຍດອັນຊອບທຳ ໃຫ້ແກ່ກຳມະກອນ, ຊາວຜູ້ອອກ ແຮງງານລາວ, ກາຍເປັນກຳລັງ ແຮງຢ່າງຕັ້ງໜ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຕາມເສັ້ນທາງກ້າວ ຂຶ້ນສັງຄົມນິຍົມ. ຂປລ. ຂໍ້ມູນດັ່ງກ່າວນີ້ແນໃສ່ ປະກອບຄວາມຮູ້ແລະ ຄວາມເຂົ້າໃຈ ທີ່ຖືກຕ້ອງຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປະ ກອບສ່ວນເຂົ້າໃນການປັບປຸງບູລະ ນະອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມເຂັ້ມແຂງ. ສະພາແຫ່ງຊາດ. ຄໍາຖາມ1:ໍ ສະພາແຫ່ງຊາດ ແມ່ນຫຍັງ ແລະ ມີທີ່ຕັ້ງ, ພາລະ ບົດບາດແນວໃດ ? ຕອບ: ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດ ແຫ່ງອຳນາດລັດ, ເປັນອົງການ ນິຕິບັນຍັດປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການລັດ. ທີ່ຕັ້ງ:ີ່ັ້ ສະພາແຫ່ງຊາດ ແມ່ນ ອົງການຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ໂດຍແມ່ນປະຊາຊົນ ລາວບັນດາເຜົ່າເປັນຜູ້ສ້າງຕັ້ງຜ່ານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ; ສະພາແຫ່ງຊາດ ມີທີ່ ຕັ້ງເປັນອົງການສູງສຸດແຫ່ງອໍາ ນາດລັດ, ຍ້ອນວ່າສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອໍານາດ ຂອງປະຊາຊົນ ແລະ ມີແຕ່ສະພາ ແຫ່ງຊາດເທົ່ານັ້ນ ຈຶ່ງມີສິດພິຈາ ລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍ; ສະພາແຫ່ງຊາດ ມີທີ່ຕັ້ງເປັນ ອົງການນິຕິບັນຍັດ, ຍ້ອນວ່າ ສະພາ ແຫ່ງຊາດ ແມ່ນອົງການອໍານາດ ລັດ ເພື່ອພິຈາລະນາ ແລະ ຮັບຮອງ ເອົາການສ້າງ ແລະ ປັບປຸງລັດຖະ ທໍາມະນູນ; ການສ້າງ ແລະ ປັບປຸງ ກົດໝາຍຂອງ ສປປ ລາວ. ພາລະບົດບາດ:ົ ສະພາແຫ່ງ ຊາດ ມີພາລະບົດບາດ ຄື: (1) ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ແລະ ກົດໝາຍ; (2) ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ (ບັນຫາສໍາຄັນ ທາງດ້ານເສດຖະກິດ-ສັງຄົມ, ການ ປົກຄອງ ແລະ ບຸກຄະລາກອນທີ່ ສຳຄັນຂອງບັນດາອົງການອໍານາດ ແຫ່ງລັດ) ແລະ (3) ຕິດຕາມກວດ ກາການເຄົາລົບ, ປະຕິບັດລັດຖະ ທໍາມະນູນ ແລະ ກົດໝາຍຂອງບັນ ດາອົງການລັດ. ຄໍາຖາມ 2: ສະພາແຫ່ງຊາດ ມີໍ່ີ ສິດ ແລະ ໜ້າທີ່ແນວໃດ?ິ້ີ່ ຕອບ: ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິບັນ ຍັດແມ່ນການສ້າງ ແລະ ປັບປຸງ ລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມກວດ ກາ ແລະ ການໂຄສະນາເຜີຍ ແຜ່ ລັດຖະທໍາມະນູນ ແລະ ກົດ ໝາຍ; ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນຫາສໍາຄັນທາງດ້ານການ ເມືອງ-ການປົກຄອງ, ການບັນຈຸສັບ ຊ້ອນບຸກຄະລາກອນ ເພື່ອດໍາລົງຕໍາ ແໜ່ງໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການ ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາບັນ ດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ. 3. ສິດ ແລະ ໜ້າທີ່ດ້ານການ ຕິດຕາມກວດກາແມ່ນການດໍາເນີນ ການປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ປະຕິບັດ ໜ້າທີ່ຂອງບັນດາບຸກຄະລາກອນທີ່ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງເລືອກຕັ້ງ ແລະ ພິຈາ ລະນາຮັບຮອງເອົາການແຕ່ງຕັ້ງ ຄໍາຖາມ 3:ໍ ສະພາແຫ່ງຊາດມີ ໂຄງປະກອບແນວໃດ? ຕອບ: ສະພາແຫ່ງຊາດ ມີໂຄງ ປະກອບ ດັ່ງນີ້: 1. ສະມາຊິກສະພາແຫ່ງຊາດ; 2. ຄະນະປະຈໍາສະພາແຫ່ງຊາດ; 3. ປະທານ, ຮອງປະທານສະພາ ແຫ່ງຊາດ; 4. ກໍາມາທິການສະພາ ແຫ່ງຊາດ; 5. ຫ້ອງວ່າການສະພາ ແຫ່ງຊາດ. ຄໍາຖາມ 4:ໍ ສະມາຊິກສະພາ ແຫ່ງຊາດແມ່ນໃຜ? ມີມາດຕະຖານ ແນວໃດ? ຕອບ: ສະມາຊິກສະພາແຫ່ງ ຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ຊຶ່ງແມ່ນພົນລະເມືອງ ລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍ ໃຕ້ການກວດກາຂອງປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າລາວ, ສະຫະ ພັນກໍາມະບານລາວ, ສະຫະພັນ ແມ່ຍິງລາວ ແລະ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ. ຜູ້ທີ່ຈະເປັນສະມາຊິກສະພາ ແຫ່ງຊາດ ຕ້ອງມີມາດຕະຖານຄົບ ຖ້ວນດັ່ງນີ້: 1. ເປັນພົນລະເມືອງລາວ ໂດຍ ກໍາເນີດ; 2. ມີນ້ໍາໃຈຮັກຊາດ, ຮັກ ລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດຕໍ່ ປະເທດຊາດ, ຖືເອົາຜົນປະໂຫຍດ ຂອງປະຊາຊົນເປັນກົກ, ຮັບໃຊ້ປະ ຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທໍາ, ບໍ່ອວດອົ່ງ ທະນົງຕົວ, ບໍ່ສວຍໃຊ້ອໍານາດ, ເດັດ ດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດ ກົດໝາຍ; 3. ກໍາແໜ້ນ ແລະ ຍຶດ ໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານມີ ຫລັກການ, ລັດຖະທໍາມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວ ສູ້ຊົນເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງ ຄົມມີຄວາມສາມັກຄີປອງດອງປະ ຊາທິປະໄຕຍຸຕິທໍາ ແລະ ສີວິໄລ; 4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ການເມືອງ, ຄົ້ນຄວ້າ, ມີຄໍາເຫັນຕໍ່ ບັນຫາສໍາຄັນພື້ນຖານຂອງປະເທດ ຊາດ, ຂອງທ້ອງຖິ່ນ ແລະ ສາມາດ ປະຕິບັດໜ້າທີ່ຂອງຕົນໄດ້; 5. ມີ ລະດັບການສຶກສາຈົບຊັ້ນມັດທະຍົມ ຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະໃດໜຶ່ງ ແລະ 6. ມີ ສຸຂະພາບດີ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==