ຂປລ
ບົດບັນທຶກຫລ້າສຸດ ຂອງ ກອງປະຊຸມນະໂຍບາຍເງິນຕາ ຂອງ ຄະນະກຳມະການ ຕະຫລາດ ເປີດກວ້າງ ຂອງ ສ.ອາເມລິກາ ຫລື FOMC ໄດ້ສະແດງໃຫ້ເຫັນວ່າ: ທະນາຄານກາງ ສ.ອາເມລິກາ ຫລື FED ໄດ້ຕົກລົງ ຈະສືບຕໍ່ ຮັກສາ ລະດັບ ເປົ້າໝາຍ ຂອງ ອັດຕາດອກເບ້ຍ ກອງທຶນ ສ.ອາເມລິກາໄວ້ ຢູ່ໃນລະຫວ່າງ 3,5% ຫາ 3,75%.
ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG):ວັນທີ 28 ມັງກອນ, ບົດບັນທຶກຫລ້າສຸດ ຂອງ ກອງປະຊຸມນະໂຍບາຍເງິນຕາ ຂອງ ຄະນະກຳມະການ ຕະຫລາດ ເປີດກວ້າງ ຂອງ ສ.ອາເມລິກາ ຫລື FOMC ໄດ້ສະແດງໃຫ້ເຫັນວ່າ: ທະນາຄານກາງ ສ.ອາເມລິກາ ຫລື FED ໄດ້ຕົກລົງ ຈະສືບຕໍ່ ຮັກສາ ລະດັບ ເປົ້າໝາຍ ຂອງ ອັດຕາດອກເບ້ຍ ກອງທຶນ ສ.ອາເມລິກາ ໄວ້ ຢູ່ໃນລະຫວ່າງ 3,5% ຫາ 3,75%.
ສ່ວນລາຍລະອຽດ ການລົງຄະແນນສຽງ ໄດ້ສະແດງໃຫ້ເຫັນວ່າ: FED ໄດ້ຕົກລົງດັ່ງກ່າວ ດ້ວຍການລົງຄະແນນສຽງເຫັນດີ 10 ສຽງ ແລະ ຄັດຄ້ານ 2 ສຽງ. ກ່ອນການປະກາດ ນະໂຍບາຍ ອັດຕາດອກເບ້ຍ ດັ່ງກ່າວ, ຕະຫລາດໄດ້ຄາດຄະເນ ໂດຍທົ່ວໄປວ່າ: FED ຈະສືບຕໍ່ ຮັກສາ ອັດຕາດອກເບ້ຍ ໃຫ້ຄົງທີ່ ໃນກອງປະຊຸມ ນະໂຍບາຍ ໃນອາທິດນີ້. ຍ້ອນວ່າ FED ເຄີຍປັບຫລຸດ ອັດຕາດອກເບ້ຍ ມາແລ້ວ 3 ຄັ້ງ ຢ່າງຕິດຕໍ່ກັນ ໃນ 6 ເດືອນ ທ້າຍປີ 2025./
KPL