ຂປລ
ເກີດເຫດເຮືອບິນ 2 ໃບພັດ ທີ່ ບັນທຸກ ຜູ້ໂດຍສານ ແລະ ຈຸບິນ ທັງໝົດ 15 ຄົນ ລວມເຖິງ ສະມາຊິກ ສະພາຜູ້ແທນປະຊາຊົນ ໂກໂລມບີ ໄດ້ປະສົບ ອຸບັດເຫດຕົກ ໃນບໍລິເວນ ໃກ້ກັບ ຊາຍແດນ ເວເນຊູເອລາ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ຄູກູຕາ ປະເທດໂກໂລມບີ ເມື່ອວັນທີ 29 ມັງກອນວ່າ: ເກີດເຫດເຮືອບິນ 2 ໃບພັດ ທີ່ ບັນທຸກ ຜູ້ໂດຍສານ ແລະ ຈຸບິນ ທັງໝົດ 15 ຄົນ ລວມເຖິງ ສະມາຊິກ ສະພາຜູ້ແທນປະຊາຊົນ ໂກໂລມບີ ໄດ້ປະສົບ ອຸບັດເຫດຕົກ ໃນບໍລິເວນ ໃກ້ກັບ ຊາຍແດນ ເວເນຊູເອລາ ສົ່ງຜົນໃຫ້ ຜູ້ໂດຍສານ ແລະ ຈຸບິນ ເສຍຊີວິດ ທັງໝົດ.
ເຮືອບິນລຳ ດັ່ງກ່າວ ເດີນທາງ ອອກຈາກ ເມືອງຄູກູຕາ ປະເດທໂກໂລມບີ. ໃນຂະນະທີ່ ຖ້ຽວບິນ ມີກຳນົດລົງຈອດ ທີ່ ເມືອງໂອກາຍາ ເວລາ 12:00 ຂອງ ວັນທີ 28 ມັງກອນ, ຊຶ່ງໃຊ້ເວລາ ເດີນທາງ ປະມານ 23 ນາທີ ແລະ ດຳເນີນການ ໂດຍ ສາຍການບິນ ຊາເຕນາ ຂອງ ລັດຖະບານ ໂກໂລມບີ ແຕ່ເຮືອບິນຂາດ ການຕິດຕໍ່ ກັບ ຫ້ອງຄວບຄຸມ ການເຈລະຈາ ທາງອາກາດ ກ່ອນການລົງຈອດບໍ່ນານ. ນອກຈາກນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງ ປະຕິບັດການຄົ້ນຫາ ໃນພື້ນທີ່ ເຮືອບິນຕົກ, ພ້ອມກັນນັ້ນ ໄດ້ເລັ່ງການສືບສວນ ສອບສວນ ຫາ ສາເຫດຕົ້ນຕໍ ຂອງອຸບັດເຫດໃນຄັ້ງນີ້./
KPL