ທ່າຝຣັ່ງວັງສີຄາມ ສະຖານທີ່ພັກຜ່ອນຢ່ອນໃຈຂອງຊາວເມືອງທ່າແຂກ

26/01/2026 11:14
Email Print 132
ຂປລ ຂປລ.​ ທ່າຝຣັ່ງວັງສີຄາມ ແມ່ນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມ ທາງດ້ານທໍາມະຊາດ ຊຶ່ງຖືກອ້ອມຮອບໄປດ້ວຍຜາຫີນ, ມີປ່າໄມ້ປົກຄຸມໄປທົ່ວທັງສອງຟາກຝັ່ງຂອງແມ່ນໍ້າໂດນ ໂດຍສະເພາະກໍແມ່ນ ຕົ້ນໄມ້ໃບຫຍ້າທີ່ຂຽວງາມອຸ່ມທຸ່ມຕະຫລອດປີ ຈຶ່ງເຮັດໃຫ້ອາກາດເຂດນີ້ ມີຄວາມສົດຊື່ນ ແລະ ຊຸ່ມເຢັນດີ ໂດຍມີສາຍລົມເຢັນພັດຜ່ານຕະຫລອດເວລາ.

ຂປລ.​ ທ່າຝຣັ່ງວັງສີຄາມ ແມ່ນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມ ທາງດ້ານທໍາມະຊາດ ຊຶ່ງຖືກອ້ອມຮອບໄປດ້ວຍຜາຫີນ, ມີປ່າໄມ້ປົກຄຸມໄປທົ່ວທັງສອງຟາກຝັ່ງຂອງແມ່ນໍ້າໂດນ ໂດຍສະເພາະກໍແມ່ນ ຕົ້ນໄມ້ໃບຫຍ້າທີ່ຂຽວງາມອຸ່ມທຸ່ມຕະຫລອດປີ ຈຶ່ງເຮັດໃຫ້ອາກາດເຂດນີ້ ມີຄວາມສົດຊື່ນ ແລະ ຊຸ່ມເຢັນດີ ໂດຍມີສາຍລົມເຢັນພັດຜ່ານຕະຫລອດເວລາ.


ທ່າຝຣັ່ງແມ່ນວັງນໍ້າໜຶ່ງໃນສາຍນໍ້າໂດນ  ຊຶ່ງຕັ້ງຢູ່ບ້ານທອກນາຍໍ ຫ່າງຈາກເທະບານເມືອງທ່າແຂກ ແຂວງຄຳມ່ວນ ປະມານ 18 ກິໂລແມັດ, ຖ້າພວກເຮົາຂີ່ລົດຈາກເມືອງທ່າແຂກ ແມ່ນຂຶ້ນໄປຕາມເສັ້ນທາງ ເລກທີ 12 ໄປທາງເມືອງມະຫາໄຊ, ແຕ່ພໍມາຮອດບ້ານ ສອງຄອນ-ຜາຮອມ ແລ້ວລ້ຽວຊ້າຍເຂົ້າໄປ ປະມານ 2 ກິໂລແມັດ ຈຶ່ງຈະເຖິງທ່າຝຣັ່ງ. ສ່ວນເສັ້ນທາງເດີນເຂົ້າໄປນັ້ນກໍຈະມີ ປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມ ທັງສອງຟາກທາງ. ທ່າຝຣັ່ງເປັນວັງນໍ້າທີ່ມີ ຄວາມເລິກເຖິງ 3-5 ແມັດ, ເມື່ອຮອດລະດູຝົນ ມາກໍຈະມີຄວາມເລິກສົມຄວນ. ສ່ວນຢູ່ໃຕ້ພື້ນນໍ້າ ກໍຈະມີກ້ອນຫີນ ຫລື ໂງ່ນຫີນຂະໜາດ ນ້ອຍ-ໃຫຍ່ ທີ່ເປັນບ່ອນ ຢູ່ອາໃສຂອງໝູ່ປາ ພ້ອມກັນນັ້ນກໍຍັງ ມີກ້ອນຫີນສີຟ້າ ຂະໜາດໃຫຍ່ພົ້ນຂຶ້ນຈາກໜ້ານໍ້າໃຫ້ເຮົາໄດ້ເຫັນອີກດ້ວຍ.

ທ່າຝຣັ່ງແມ່ນເອີ້ນ ຕາມຊາວບ້ານ ໃນສະໄໝທີ່ພວກຝຣັ່ງ ໄດ້ເຂົ້າມາປົກຄອງລາວນັ້ນ, ພວກຝຣັ່ງມັກພາຄອບຄົວ ໄປພັກຜ່ອນຢ່ອນໃຈ ຢູ່ວັງນໍ້າໂດນນີ້ດ້ວຍການລົງໄປ ອາບນໍ້າ ແລະ ລອຍນໍ້າຫລິ້ນ ແລ້ວຂຶ້ນມາອາບແດດ ເຊິ່ງຢູ່ແຄມວັງນໍ້ານັ້ນ ໄດ້ມີຕົ້ນໄມ້ໃຫຍ່ຕົ້ນໜຶ່ງ ທີ່ເນີ້ງໂຕກົກອອກ ໄປຫາວັງນໍ້າຈຶ່ງເປັນໂອກາດ ໃຫ້ພວກເດັກນ້ອຍ-ຊາວໜຸ່ມ ເຂດນັ້ນມັກ ພາກັນຂຶ້ນໄປ ງອຍຢູ່ງ່າໄມ້ແລ້ວໂຕນລົງມາ, ໃນເມື່ອພວກຝຣັ່ງເຫັນ ພວກມັນຈຶ່ງ ປີນຂຶ້ນເທິງຕົ້ນໄມ້ ແລ້ວໂຕນລົງນໍ້າ ເຮັດຄືກັບຄົນລາວ ແລະ ຫລັງຈາກນັ້ນ, ຈຶ່ງເປັນທີ່ມາຂອງຊື່ວັງນໍ້າໂດນນັ້ນວ່າ: ທ່າຝຣັ່ງ ຫລື ທ່າໂຕນ ແລະ  ປ່ຽນເປັນຊື່ໃໝ່ຕໍ່ມາວ່າ: ວັງສັນຕິພາບ ຈົນມາຮອດທຸກວັນນີ້. ທ່າຝຣັ່ງ ຫລື ວັງສັນຕິພາບ ເປັນສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ ອັນໂດດເດັ່ນ ແລະ ມີຊື່ສຽງທີ່ສຸດຂອງເມືອງທ່າແຂກ, ແຂວງຄໍາມ່ວນ ຊຶ່ງນອກຈາກ ນັກທ່ອງທ່ຽວ ໄດ້ລົງອາບນໍ້າ ແລະ ລອຍນໍ້າຫລິ້ນແລ້ວ ຍັງສາມາດຂີ່ເຮືອ ແລະ ພາຍເຮຶອຫລິ້ນ ເພື່ອທ່ຽວຊົມທິວທັດທໍາມະຊາດ ເພາະເປັນວັງນໍ້າ ທີ່ໄຫລໃສເຢັນ ແລະ ສະອາດຢູ່ຕະຫລອດປີ.​

ທ່າຝຣັ່ງ ແມ່ນໄດ້ຮັບການສຳປະທານ ເພື່ອພັດທະນາໂດຍແມ່ນບໍລິສັດ ເຄເຄ ພັດທະນາ ການທ່ອງທ່ຽວ ຈຳກັດ, ພາຍຫລັງທີ່ພັດທະນາແລ້ວ ໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການ ໃນປີ 2018 ເປັນຕົ້ນມາ ຊຶ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ແວະມາຢ້ຽມຢາມສະຖານທີ່ແຫ່ງນີ້ ບໍ່ໄດ້ຂາດສາຍ. ນອກຈາກຈະໄດ້ທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມຢູ່ທ່າຝຣ່ັ່ງແລ້ວ,​ສະຖານທີ່ດັ່ງກ່າວຍັງມີສິ່ງອຳນວຍຄວມສະດວກຕ່າງໆໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ໃຫ້ບໍລິການລີສອດ, ບ່ອນແຄມປິງ, ເຮືອກາຍັກ, ຕູບນັ່ງຮັບປະທານອາຫານ,​ມີບ່ອນລອຍຫລິ້ນນໍ້າທີ່ໃສເຢັນ ແລະ ມີປາຈຳນວນຫລາຍລອຍລ່ອງຢູ່ໜ້ານໍ້າໃຫ້ນັກທ່ອງທ່ຽວໄດ້ຮັບຊົມ. ນອກນີ້ ຍັງມີກິດຈະກຳ Zipline ຢູ່ຖໍ້າຊຽງລຽບຢູ່ຫ່າງຈາກທ່າຝຣັ່ງ ພຽງແຕ່ 1,5 ກິໂລແມັດ ໂດຍຈະມີລົດຮັບສົ່ງໂດຍບໍ່ເສຍຄ່າ.ສໍາລັບນັກທ່ອງທ່ຽວ ມາທ່ຽວທ່າຝຣັ່ງ ທີ່ຈະໄປຫລິ້ນກິດຈະກໍາຢູ່ຖໍ້າຊຽງລຽບເຊິ່ງເໝາະສຳລັບນັກທ່ອງທ່ຽວສາຍລຸຍບໍ່ວ່າຈະເປັນ ການຍ່າງຂົວອູ່, ຂົວບັນໃດ, ຂົວຮູບໂຕ V, ການຖ່າຍພາບຢູ່ຕາໜ່າງແມງມຸນ, ຂີ່ສະຣິງ, ດື່ມກາເຟ ຢູ່ຮ້ານເທິງຕົ້ນໄມ້ ແລະ ອື່ນໆ. ເອົາເປັນວ່າ, ຖ້າທ່ານໄດ້ມີແຜນໄປທ່າແຂກກໍຢ່າລືມໄປແວ່ຊົມທິວທັດທຳມະຊາດອັນແສນງົດງາມຢູ່ທ່າຝຣ່ັງ.

ໂດຍ:ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top