ການປົກປັກຮັກສາສັດນໍ້າ-ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າຍັງເປັນສິ່ງທ້າທາຍ

30/01/2026 10:04
ຂປລ ຂປລ. ຕາມແຫລ່ງຂໍ້ມູນຈາກຂ່າວສານແຂວງຫລວງນ້ຳທາໃຫ້ຮູ້ວ່າ: ເຖິງແມ່ນວ່າປ່າສະຫງວນແຫ່ງຊາດນ້ຳຫ້າແຫ່ງນີ້ ຈະເປັນມໍລະດົກອາຊຽນ (ASEAN Heritage Park) ແລະ ເປັນແຫລ່ງທ່ອງທ່ຽວແບບອະນຸລັກທີ່ມີຊື່ສຽງຢູ່ ສປປ ລາວ ແລະ ຕ່າງປະເທດ

ຂປລ. ຕາມແຫລ່ງຂໍ້ມູນຈາກຂ່າວສານ ແຂວງຫລວງນ້ຳທາໃຫ້ຮູ້ວ່າ: ເຖິງແມ່ນວ່າປ່າສະຫງວນແຫ່ງຊາດນ້ຳຫ້າແຫ່ງນີ້ ຈະເປັນມໍລະດົກອາຊຽນ (ASEAN Heritage Park) ແລະ ເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທີ່ມີຊື່ສຽງຢູ່ ສປປ ລາວ ແລະ ຕ່າງປະເທດ, ແຕ່ໄພຂົ່ມຂູ່ກໍຍັງມີສູງພໍສົມຄວນ. ນີ້ແມ່ນທັດສະນາເຖິງສາເຫດ ແລະ ປັດໄຈທີ່ເຮັດໃຫ້ບັນຫານີ້ ແກ້ໄຂບໍ່ຕົກຊຶ່ງການລ່າສັດໃນເຂດປ່າສະຫງວນແຫ່ງນໍ້າຫ້າ ບໍ່ໄດ້ເກີດຂຶ້ນຍ້ອນສາເຫດດຽວ, ແຕ່ມັນພົວພັນກັນຫລາຍດ້ານເຊັ່ນວ່າ: ຄວາມຕ້ອງການຂອງຕະຫລາດ ເມື່ອປະຊາກອນເພີ່ມຂຶ້ນ ຄວາມຕ້ອງການຊີ້ນສັດປ່າ, ອະໄວຍະວະສັດເພື່ອເຮັດຢາ ແລະ ສັດປ່າແປກໆ ເຮັດໃຫ້ລາຄາສັດປ່າສູງຂຶ້ນ ຈູງໃຈໃຫ້ມີການລ່າເພື່ອການຄ້າ ຫລາຍກວ່າການລ່າເພື່ອລ້ຽງຊີບຄືແຕ່ກ່ອນ.

ນອກຈາກນີ້, ຊີວິດການເປັນຢູ່ຂອງປະຊາຊົນ ຊຸມຊົນບັນດາເຜົ່າທີ່ອາໄສຢູ່ໃນ ແລະ ອ້ອມຮອບເຂດປ່າສະຫງວນ ຍັງເພິ່ງພາອາໄສທຳມະຊາດ ໂດຍສະເພາະການລ່າສັດປ່າ ເພື່ອເປັນອາຫານ ແລະ ຄ້າຂາຍ ເພື່ອສ້າງລາຍຮັບຂອງຕົນ; ນັກລ່າເພື່ອຄວາມສະໜຸກສະໜານ ຫລື ການຜ່ອນຄາຍອາລົມ ຍັງປະກົດເຫັນຄົນໃນເມືອງ ສົມທົບກັບນາຍພານພາຍໃນບ້ານຢູ່ໃນ ແລະ ອ້ອມແອ້ມປ່າສະຫງວນແຫ່ງຊາດນໍ້າຫ້າ ໂດຍນໍາໃຊ້ວັດຖຸລ່າເນື້ອທີ່ທັນສະໄໝ ເພື່ອລ່າສັດປ່າ ເພື່ອຄວາມສະໜຸກສະໜານ ຫລຶ ການຜ່ອນຄາຍອາລົມ ທັງທີ່ມັນໄດ້ກໍ່ຄວາມເສຍຫາຍຕໍ່ປະຊາກອນສັດປ່າ ແລະ ເປັນແບບຢ່າງທີ່ບໍ່ດີຕໍ່ສັງຄົມ; ພື້ນທີ່ກວ້າງໃຫຍ່ ແລະ ພູມສັນຖານສັບຊ້ອນ: ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ມີເນື້ອທີ່ກວ້າງຂວາງ ແລະ ເປັນພູສູງຊັນ, ການລາດຕະເວນໃຫ້ທົ່ວເຖິງ ນັ້ນເຮັດໄດ້ຍາກຫລາຍ; ຂໍ້ຈຳກັດດ້ານງົບປະມານ ແລະ ກຳລັງຄົນ: ເຈົ້າໜ້າທີ່ປ່າໄມ້ ແລະ ໜ່ວຍງານລາດຕະເວນມີຈຳກັດ, ຂາດອຸປະກອນທີ່ທັນສະໄໝ ແລະ ຂາດງົບປະມານໃນການລົງພື້ນທີ່ຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ.

ການສູນພັນຂອງສັດຫາຍາກ: ສັດປ່າຂະໜາດໃຫຍ່ (ເຊັ່ນ: ເສືອ, ຊ້າງ, ກະທິງ, ໝີ, ກວາງ…) ມີຈໍານວນຫລຸດລົງຢ່າງໄວວາ ຫລື ບາງຊະນິດອາດຈະສູນພັນໄປແລ້ວຈາກພື້ນທີ່ ໂດຍສະເພາະແມ່ນເສືອໂຄ່ງ. ນົກຂວາເປັນສັດປ່າປະເພດຫວງຫ້າມ ປັດຈຸບັນໄດ້ຖືກຮັບຮອງເປັນສັດສັນຍາລັກຂອງແຂວງ ແຕ່ກໍຍັງຖືກລ່າເປັນອາຫານ ແລະ ຂາຍໃນທ້ອງຕະຫລາດ ຫລື ຂາຍຕາມແຄມທາງບາງສາຍ ພາຍໃນແຂວງຫລວງນ້ຳທາ; ຜົນກະທົບຕໍ່ການທ່ອງທ່ຽວ: ຈຸດຂາຍຂອງ "ນໍ້າຫ້າ" ແມ່ນການຍ່າງປ່າຊົມທຳມະຊາດ (Ecotourism). ຫາກບໍ່ມີສັດປ່າ ຫລື ປ່າໄມ້ຖືກທຳລາຍ, ນັກທ່ອງທ່ຽວກໍຈະຫລຸດລົງ ຊຶ່ງສົ່ງຜົນກະທົບຕໍ່ລາຍຮັບຂອງຊຸມຊົນທີ່ເຮັດວຽກນຳການທ່ອງທ່ຽວ ກໍຄືເສດຖະກິດຂອງແຂວງ ພ້ອມເປັນການເສຍຕໍ່ພາບພົດນຳອີກ.

ການແກ້ໄຂບັນຫານີ້ ຕ້ອງໃຊ້ເວລາ ແລະ ຄວາມຮ່ວມມືຈາກທຸກຝ່າຍ: ການທ່ອງທ່ຽວທີ່ຊຸມຊົນມີສ່ວນຮ່ວມ (Community-Based Ecotourism) ຕ້ອງເຮັດໃຫ້ປະຊາຊົນເຫັນວ່າ "ສັດປ່າມີຊີວິດ ມີຄ່າຫລາຍກວ່າສັດທີ່ຕາຍແລ້ວ". ລາຍຮັບຈາກການທ່ອງທ່ຽວ ຕ້ອງຕົກເຖິງມືປະຊາຊົນຢ່າງທົ່ວເຖິງ ເພື່ອໃຫ້ເຂົາເຈົ້າຫັນມາເປັນຜູ້ປົກປ້ອງແທນຜູ້ລ່າ; ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ: ອົງການປົກຄອງບັນດາບ້ານ ຕ້ອງມີຄວາມເຂັ້ມແຂງ ແລະ ເອົາໃຈໃສ່ເປັນເຈົ້າການໃນການ ກວດກາລາດຕະເວນຢ່າງເຂັ້ມງວດ ແລະ ຕໍ່ເນື່ອງຮັບປະກັນ ບໍ່ມີການລ່າສັດປ່າປະເພດຫວງຫ້າມ ແລະ ບໍ່ໃຫ້ລ່າເພື່ອຂາຍໃນຂອບເຂດບ້ານຕົນເອງ. ຫາກພົບເຫັນກໍລະນີຮ້າຍແຮງຕ້ອງແຈ້ງໃຫ້ເຈົ້າໜ້າທີ່ປ່າໄມ້ (ກອງກວດກາຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ ຫລື ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳຫ້າ) ເພື່ອຈັບກຸມ ແລະ ດຳເນີນຄະດີກັບ "ນາຍພານມືອາຊີບ" ແລະ "ຜູ້ຮັບຊື້" ຢ່າງຈິງຈັງ.

ການສຶກສາ ແລະ ປູກຈິດສຳນຶກ: ສ້າງຄວາມເຂົ້າໃຈໃຫ້ແກ່ຊາວໜຸ່ມ ແລະ ເດັກນ້ອຍໃນທ້ອງຖິ່ນ ກ່ຽວກັບຄວາມສຳຄັນຂອງລະບົບນິເວດ; ທຸກຄົນໃນສັງຄົມຄວນເປັນແບບຢ່າງທີ່ດີໃນການປົກປັກຮັກສາສັດປ່າ, ທີ່ດິນປ່າໄມ້ ແລະ ປ່າໄມ້ ເພື່ອໃຫ້ທຳມະຊາດອັນລ້ຳຄ່າຂອງ ແຂວງຫລວງນ້ຳທາ ມີຄວາມຍືນຍົງ ຕະຫລອດໄປ.  
KPL

ຂ່າວອື່ນໆ

ads
ads

Top