ຂປລ
ເພື່ອສືບຕໍ່ ບັນດາ ຄວາມພະຍາຍາມ ໜູນຊ່ວຍໂດຍດ່ວນ ໃຫ້ແກ່ປະຊາຊົນ ເຂດກາຊາ, ອົງການ ສະພາ ກາແດງສາກົນ ໄດ້ຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງ ເຂດກາຊາ ເພີ່ມຕື່ມອີກ ລວມມີ ບັນດາ ເຄື່ອງຂອງ ທີ່ຈຳເປັນ ເກືອບ 7.500 ໂຕນ .
ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ໃນວັນທີ 27 ມັງກອນ ເພື່ອສືບຕໍ່ ບັນດາ ຄວາມພະຍາຍາມ ໜູນຊ່ວຍໂດຍດ່ວນ ໃຫ້ແກ່ປະຊາຊົນ ເຂດກາຊາ, ອົງການ ສະພາ ກາແດງສາກົນ ໄດ້ຂົນສົ່ງ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໄປຍັງ ເຂດກາຊາ ເພີ່ມຕື່ມອີກ ລວມມີ ບັນດາ ເຄື່ອງຂອງ ທີ່ຈຳເປັນ ເກືອບ 7.500 ໂຕນ .
ນີ້ແມ່ນເຄື່ອງຊ່ວຍເຫລືອ ງວດທີ 125, ລວມມີ: ສະບຽງອາຫານ ຫລາຍກວ່າ 3.500 ໂຕນ, ຢາປິ່ນປົວ ພະຍາດ ແລະ ເຄື່ອງອຸປະກອນ ການແພດ ເກືອບ 2.300 ໂຕນ, ພ້ອມກັນນັ້ນ ກໍຍັງມີ ເຊື້ອໄຟ, ນ້ຳນົມ ສຳລັບເດັກນ້ອຍ, ຜ້າຫົ່ມ, ເຕັ້ນ ແລະ ເຄື່ອງນຸ່ງ, ເຄື່ອງໃຊ້ໃນລະດູໜາວ ອີກດ້ວຍ.
ປະຈຸບັນ, ເອຢິບ ແມ່ນປະເທດ ສວມບົດບາດຫລັກ ໃນຄວາມພະຍາຍາມ ໜູນຊ່ວຍ ດ້ານມະນຸດສະທຳ ໃຫ້ແກ່ປະຊາຊົນ ເຂດກາຊາ ໃນໄລຍະ ເກີດສົງຄາມ ເປັນເວລາກວ່າ 2 ປີຜ່ານມາ. ສະນັ້ນ, ເອຢິບ ໄດ້ສົມທົບກັບ ບັນດາຝ່າຍທີ່ກ່ຽວຂ້ອງ ຂົນສົ່ງເຄື່ອງຊ່ວຍເຫລືອ ໄປຍັງ ເຂດກາຊາ ກວ່າ 800.000 ໂຕນ, ກວມເອົາ 70% ຂອງ ປະລິມານ ເຄື່ອງຊ່ວຍເຫລືອ ສາກົນ ທີ່ ສະຫງວນ ໃຫ້ເຂດກາຊາ./
KPL