ຂປລ
ຂປລ. ເມື່ອເວົ້າເຖິງນໍ້າເຜີ້ງແລ້ວຫລາຍຄົນ ອາດຈະຄິດວ່າມີແຕ່ໃນທໍາມະຊາດຢ່າງດຽວເທົ່ານັ້ນ ແຕ່ຄວາມຈິງແລ້ວ ການລ້ຽງເຜີ້ງ ສາມາດເຮັດໄດ້ພຽງແຕ່ມີອຸປະກອນ, ມີຄວາມຮູ້ ແລະ ສະຖານທີ່ທີ່ເໝາະສົມ

ຂປລ. ເມື່ອເວົ້າເຖິງນໍ້າເຜີ້ງແລ້ວຫລາຍຄົນ ອາດຈະຄິດວ່າມີແຕ່ໃນທໍາມະຊາດຢ່າງດຽວເທົ່ານັ້ນ ແຕ່ຄວາມຈິງແລ້ວ ການລ້ຽງເຜີ້ງ ສາມາດເຮັດໄດ້ພຽງແຕ່ມີອຸປະກອນ, ມີຄວາມຮູ້ ແລະ ສະຖານທີ່ທີ່ເໝາະສົມ ເໝືອນດັ່ງ ອາຈານ ຕື້ ສຸລິນທອນ ອະດີດຫົວໜ້າພະແນກວິຊາການ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ສຶກສາກ່ຽວກັບເຜິ້ງມາຫລາຍປີ ຈົນປັດຈຸບັນ ໄດ້ຫັນມາລ້ຽງເຜິ້ງແບບຈິງຈັງ ພ້ອມຈໍາໜ່າຍອຸປະກອນ ແລະ ຖ່າຍທອດຄວາມຮູ້ສູ່ບຸກຄົນທີ່ສົນໃຈຢາກລ້ຽງເຜິ້ງ.

ອາຈານ ຕື້ ສຸລິນທອນ ໃຫ້ຮູ້ວ່າ: ເຄີຍໄປຮຽນກ່ຽວກັບການລ້ຽງເຜິ້ງ ຢູ່ປະເທດຣັດເຊຍ ໃນປີ 1978 ຈົນຮອດ 1983 ພໍຈົບມາທໍາອິດຍັງບໍ່ໄດ້ລ້ຽງເທື່ອຈົນຮອດປີ 1995 ໄດ້ມີເຜີ້ງໂກນ ພັນພື້ນເມືອງເຂົ້າຢູ່ໃນຢາງລົດ ຈຶ່ງເລີ່ມສຶກສາ ແລະ ເລີ່ມລ້ຽງມາແຕ່ປີ 1995 ມາຮອດປັດຈຸບັນກໍປະມານ 31 ປີ, ແນວໃດກໍດີ ໄລຍະຜ່ານມາ ກໍມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກຫລາຍຢ່າງ, ໃນນັ້ນ ຂໍ້ສະດວກ ຂອງການລ້ຽງເຜີ້ງ ແມ່ນຈະບໍ່ໄດ້ລ້ຽງຄືສັດປະເພດອື່ນ ພຽງແຕ່ ເຮັດໂກນໄວ້ໃຫ້ໂຕເຜິ້ງຢູ່ ພໍຮອດຍາມເດືອນ 4-5 ກໍມີແຕ່ໄປເກັບນໍ້າຫວານເທົ່ານັ້ນ ແລະ ທີ່ສຳຄັນເຮົາຍັງໄດ້ບໍລິໂພກນ້ຳເຜິງທີ່ສົດ ບໍ່ຕ້ອງກັງວົນນໍ້າເຜິ້ງປອມ ຫລື ນໍ້າເຜິ້ງປະສົມ; ຂໍພຽງມີກ່ອງໃຫ້ເຜິ້ງສ້າງຮັງ, ພື້ນທີ່ບໍ່ກວ້າງກໍສາມາດລ້ຽງໄດ້ ທີ່ສໍາຄັນແມ່ນມີຮົ່ມໄມ້ບໍ່ຖືກແສງແດດສ່ອງຫລາຍ ຫລື ຢູ່ເຂດໃກ້ປ່າທໍາມະຊາດກໍຍິ່ງດີ, ເຜິ້ງຈະຫາກິນເອງປະມານ 3-5 ກິໂລແມັດ. ເວົ້າໄດ້ວ່າ ການລ້ຽງເຜີ້ງມີຜົນດີຫລາຍຢ່າງ ທີ່ສໍາຄັນສາມາດສ້າງລາຍໄດ້ເປັນກອບເປັນກໍາ ເໝືອນດັ່ງ ຂ້າພະເຈົ້າເອງ ໃນປີ ຜ່ານມາສາມາດສ້າງລາຍຮັບຈາກອາຊີບນີ້ປະມານ 200 ລ້ານກີບຕໍ່ປີ ໂດຍສ່ວນໃຫຍ່ແມ່ນໄດ້ມາຈາກການຂາຍໂກນເຜີ້ງທີ່ບໍ່ມີເຜີ້ງ ແລະ ກໍຂາຍໂກນເຜີ້ງທີ່ມີເຜີ້ງ ແລະ ຂາຍເຜີ້ງ, ສະເປກິ່ນພີໂລໂມນນາງພະຍາ ເພື່ອນໍາໄປສີດໃສ່ໂກນເປົ່າໃຫ້ດຶງດູດເອົາແມ່ເຜີ້ງໃຫ້ມາຢູ່ໄວ.

ອາຈານ ຍັງເຄີຍເວົ້າວ່າ: ເຜິ້ງບໍ່ຮ້າຍເໝືອນທີ່ຄິດ ເຮົາເປັນມິດກັບມັນ ມັນກໍເປັນມິດກັບເຮົາທຸກຊີວິດມີຄ່າສົມຄວນແກ່ການອະນຸລັກ ແລະ ຮັກສາໃຫ້ມີໄວ້ຄຽງຄູ່ກັນຕະລອດໄປ. ສໍາລັບທ່ານໃດທີ່ສົນໃຈການລ້ຽງເຜີ້ງ ພຽງແຕ່ມີໂກນໄມ້, ຢາງຕີນລົດ ,ລໍາໂພງເກົ່າ ເອົາໄຂເຜີ້ງໂກນມາລົນໄຟແລ້ວທາ, ອີກຢ່າງໜຶ່ງຄື ສະເປນາງພະຍາທີ່ຂ້າພະເຈົ້າສະກັດເອງ ມາສີດໃສ່ ເພື່ອດຶງດູດເຜີ້ງເຂົ້າມາຢູ່ໄວ.
ເອົາເປັນວ່າ, ທ່ານໃດທີ່ສົນໃຈຢາກລ້ຽງເຜີ້ງສາມາດຕິດຕໍ່ສອບຖາມຂໍ້ມູນ ຫລື ອຸປະກອນລ້ຽງເຜີ້ງເປັນຕົ້ນ ກ່ອງເປົ່າລ້ຽງເຜີ້ງ , ກ່ອງທີ່ມີເຜີ້ງ , ໄຂເຜີ້ງສໍາລັບທາກ່ອງລ້ຽງເຜີ້ງ ,ສະເປນາງພະຍາ ສີດເພື່ອດຶງດູດເຜີ້ງ ແລະ ນໍ້າເຜີ້ງສົດ ໄດ້ທີ່ເບີ 02028231436.
KPL