ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

26/01/2026 13:11
Email Print 20877
ຂປລ ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ ໝາຍຄວາມວ່າ ເປັນບຸນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າ.

ເມື່ອມໍ່ໆມານີ້, ຢູ່ບ້ານວຽງຄໍາ ເມືອງ ແລະ ແຂວງຫລວງນ້ຳທາ ໄດ້ພິທີສະເຫລີມສະຫລອງບຸນເກີຣ ຂອງຊົນເຜົ່າກຶມມຸ ເພື່ອເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ ທັງເປັນການສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງບ້ານວຽງຄໍາ. ບ້ານວຽງຄໍາ ມີປະຊາກອນທັງໝົດ 1.456 ຄົນ; ຍິງ 703 ຄົນ, ມີ 260 ຫລັງຄາເຮືອນ, ມີຫລາຍຊົນເຜົ່າດໍາລົງຊີວິດຮ່ວມກັນ. ສໍາລັບເຜົ່າກຶມມຸ ກວມເອົາ 38%, ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ຖືເອົາການພັດທະນາເສດຖະກິດ-ສັງຄົມຂອງບ້ານ,  ຂອງຄອບຄົວເປັນຕົ້ນແມ່ການປູກຝັງ-ລ້ຽງສັດ ແລະ ຄ້າຂາຍ, ປະຊາຊົນພາຍໃນບ້ານມີເນື້ອທີ່ນາ 50 ເຮັກຕາ, ເນື້ອທີ່ປູກຢາງພາລາ 450 ເຮັກຕາ, ເນື້ອທີ່ປູກໝາກໄມ້ ແລະ ພືິດກະສິກຳຕ່າງໆ 27 ເຮັກຕາ, ລ້ຽງສັດໃຫຍ່ ແລະ ສັດນ້ອຍ, ຄ້າຂາຍຕື່ມອີກ. ການຈັດງານບຸນເກີຣໃນແຕ່ລະປີ ເພື່ອສົ່ງເສີມວັດທະນະທໍາຊົນເຜົ່າກຶມມຸ ຕິດພັນກັບການທ່ອງທ່ຽວ ແລະ ຊຸກຍູ້ສົ່ງເສີມຮີດຄອງປະເພນີ, ວັດທະນະທໍາອັນດີງານທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນາມ ແລະ ເປັນການເຕົ້າໂຮມຄວາມສາມັກຄີຂອງບັນດາເຜົ່າ ມາໄດ້ຫລາຍຮ້ອຍປີ. ບຸນເກີຣ ໄດ້ກາຍເປັນປາງບຸນໃຫຍ່ຂອງເຜົ່າ ຫລື ເອີ້ນວ່າ: ງານບຸນປີໃໝ່ຂອງເຜົ່າກຶມມຸ ທີ່ເຄີຍສືບທອດກັນມາແຕ່ບູຮານນະການຈົນເຖິງປັດຈຸບັນ. ພ້ອມກັນນັ້ນ, ພາຍໃນງານຍັງໄດ້ມີກິດຈະກໍາຫລາຍຢ່າງ ໂດຍສະເພາະແມ່ນການສູ່ຂວັນມັດແຂນໃຫ້ເຖົ້າແກ່ອາວຸໂສ, ດື່ມເຫລົ້າໄຫຕາມຮີດຄອງ, ຊົມສີລະປະວັນນະຄະດີຂອງບ້ານ ແລະ ມ່ວນຊື່ນຕາມຮີດຄອງປະເພນີ.    

ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈັນສະໄໝ ແກ້ວມະນີວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາການເມືອງແນວຄິດພັກ-ພະນັກງານ, ທ່ານ ສົມເພັດ ວັນນະວົງ ຄະນະຮັບຜິດຊອບຊົນເຜົ່າກຶມມຸ, ທ່ານ ຈອຍເພັດ ແສນທໍາມະຂັນ ນາຍບ້ານໆນາຫ້ອມ, ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ນາຍບ້ານ, ແຂກ ຖືກເຊີນຕະຫລອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.   

KPL

ຂ່າວອື່ນໆ

    • ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"ວັດທະນະທຳ-ສັງຄົມ

      ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ "ສຽງເພງແຫ່ງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ"

      9/30/2026 8:57:28 AM

      ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນ ປະຈຳລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນ້ຳຂອງ-ນ້ຳລ້ານຊ້າງ”

    • ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ເປີດແລ່ນຂະບວນລົດໄຟຟ້າຖ້ຽວເຊົ້າຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

      9/30/2026 8:50:43 AM

      ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ads
ads

Top