ຈຳນວນ ຄົນເຂົ້າ-ອອກເມືອງ ຢູ່ ຈີນ ສ້າງຕົວເລກສະຖິຕິສູງສຸດ ຄັ້ງປະຫວັດສາດ

29/01/2026 17:51
ຂປລ ອົງການ ຄຸ້ມຄອງຄົນ ເຂົ້າເມືອງ ແຫ່ງຊາດຈີນ ໄດ້ຈັດ ກອງປະຊຸມ ຖະແຫລງຂ່າວ. ໃນໂອກາດນີ້, ໂຄສົກ ຖະແຫລງຂ່າວ ອົງການດັ່ງກ່າວ ໄດ້ປະກາດຕົວເລກ ຂໍ້ມູນສຳຄັນ ແລະ ປະສິດທິຜົນ ກ່ຽວກັບ ການຄຸ້ມຄອງຄົນເຂົ້າເມືອງປີ 2025.

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນ​ທີ 28 ມັງ​ກອນ​ນີ້, ອົງ​ການ​ ຄຸ້ມ​ຄອງ​ຄົນ ​ເຂົ້າເມືອງ​ ແຫ່ງ​ຊາດ​ຈີນ​ ໄດ້​ຈັດ​ ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ. ໃນ​ໂອ​ກາດ​ນີ້, ໂຄ​ສົກ​ ຖະ​ແຫລງ​ຂ່າວ ​ອົງ​ການ​ດັ່ງ​ກ່າວ ​ໄດ້​ປະ​ກາດ​ຕົວ​ເລກ ​ຂໍ້​ມູນ​ສຳ​ຄັນ ແລະ ປະ​ສິດ​ທິ​ຜົນ ​ກ່ຽວກັບ ​ ການຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ປີ 2025.

ກອ​ງ​ປະ​ຊຸມໃນ​ຄັ້ງ​ນີ້​ ໃຫ້​ຮູ້​ວ່າ: ​ປີ 2025, ອົງ​ການ ​ຄຸ້ມ​ຄອງ​ຄົນ ​ເຂົ້າເມືອງ ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ກວດ​ກາ​ຄົນ​ເຂົ້າ-​ອອກ​ເມືອງ ລວມມີ 697 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14,2% ເມື່ອ​ທຽບ​ໃສ່ ປີ 2024, ເປັນ​ຕົວເລກ ສະ​ຖິ​ຕິ​ສູງ​ສຸດ​ ໃນ​ປະ​ຫວັດ​ສາດ. ໃນ​ນັ້ນ ພົນ​ລະ​ເມືອງ​ ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ ລວມ​ມີ​ 335 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 15,1%, ພົນ​ລະ​ເມືອງເຂດ​ຮົງ​ກົງ, ມາ​ກາວ ແລະ ເຂດໄຕ້​ຫວັນ ​ຈໍານວນ 279 ລ້ານ​ເທື່ອ​ຄົນ ເພີ່ມ​ຂຶ້ນ 10,1%, ຊາວຕ່າງ​ປະ​ເທດ​ 82.035.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 26,4%, ຊາວຕ່າງ​ປະ​ເທດ ທີ່​ເຂົ້າ​ເມືອງ​ ດ້ວຍ​ການ​ຍົກ​ເວັ້ນ ​ວິ​ຊາ ລວມ​ມີ​ເຖິງ 30.080.000 ເທື່ອ​ຄົນ, ກວມ​ເອົາ 73,1% ຂອງ​ ຊາວຕ່າງ​ປະ​ເທດ ​ທີ່​ເຂົ້າ​ເມືອງ​ ຈີນ, ເພີ່ມ​ຂຶ້ນ 49,5% ເມື່ອ​ທຽບ​ໃສ່ ປີ 2024./

 

KPL

ຂ່າວອື່ນໆ

ads
ads

Top