ສ.ເກົາຫລີ ເລັ່ງເພີ່ມທີ່ຢູ່ອາໄສ ເພື່ອປ້ອງກັນລາຄາເພີ່ມຂຶ້ນ

30/01/2026 20:46
ຂປລ ສ.ເກົາຫລີ ກຽມເລັ່ງເພີ່ມ ການສະໜອງ ທີ່ຢູ່ອາໄສ ໃນນະຄອນຫລວງ ເຊອຸນ ເພື່ອຮັບມືກັບ ລາຄາທີ່ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ຕະຫລອດທັງປີ ຜ່ານມາ. ທ່ານ ຄູ ຍຸນ-ຊອນ ລັດຖະມົນຕີ ກະຊວງ ການເງິນ ຂອງ ສ.ເກົາຫລີ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສ.ເກົາຫລີ ກຽມເລັ່ງເພີ່ມ ການສະໜອງ ທີ່ຢູ່ອາໄສ ໃນນະຄອນຫລວງ ເຊອຸນ ເພື່ອຮັບມືກັບ ລາຄາທີ່ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ຕະຫລອດທັງປີ ຜ່ານມາ. ທ່ານ ຄູ ຍຸນ-ຊອນ ລັດຖະມົນຕີ ກະຊວງ ການເງິນ ຂອງ ສ.ເກົາຫລີ ເປີດເຜີຍວ່າ ລັດຖະບານ ຈະຈັດຫາທີ່ຢູ່ອາໄສ ເພີ່ມຂຶ້ນຕື່ມ 60.000 ຫົວໜ່ວຍ ໃນພື້ນທີ່ ນະຄອນຫລວງ ເຊອູນ ແລະ ບັນດາແຂວງ, ໂດຍແນ່ໃສ່ ໄວໜຸ່ມສາວ ແລະ ຄູ່ແຕ່ງານໃໝ່. ມາດຕະການຈັດຫາ ທີ່ຢູ່ອາໄສ ຫລ້າສຸດ ສຳລັບ ນະຄອນຫລວງ ເຊອູນ ແລະ ແຂວງຄະຢອງກີ ທີ່ຢູ່ໃກ້ຄຽງ ໄດ້ຕໍ່ຍອດ ຈາກຄຳໝັ້ນສັນຍາ ທີ່ ລັດຖະບານນີ້ ໄດ້ໃຫ້ໄວ້ ເມື່ອເດືອນ ກັນຍາ ປີກາຍ ຜ່ານມາ ວ່າຈະກໍ່ສ້າງເຮືອນ ຫລາຍກວ່າ 1,35 ລ້ານ ຫົວໜ່ວຍ ທົ່ວປະເທດ ໃນປີ 2030./

KPL

ຂ່າວອື່ນໆ

ads
ads

Top