ຫວຽດນາມ-ເອີຣົບ ຍົກລະດັບ ການພົວພັນຂຶ້ນເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ

30/01/2026 20:46
ຂປລ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ຕົກລົງ ຍົກລະດັບການພົວພັນ ຂຶ້ນເປັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ. ນີ້ແມ່ນຂໍ້ມູນ ໂດຍ ທ່ານປະທານ ປະເທດ ເລືອງເກື່ອງ ແລະ ປະທານສະພາ ເອີຣົບ ທ່ານ ອັນໂຕນິໂອ ໂກສຕາ (Antonio Costa) ແຈ້ງໃຫ້ຮູ້ ໃນເວລາ ການພົບປະ ກັບ ສື່ມວນຊົນ

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ, ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ຕົກລົງ ຍົກລະດັບການພົວພັນ ຂຶ້ນເປັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ. ນີ້ແມ່ນຂໍ້ມູນ ໂດຍ ທ່ານປະທານ ປະເທດ ເລືອງເກື່ອງ ແລະ ປະທານສະພາ ເອີຣົບ ທ່ານ ອັນໂຕນິໂອ ໂກສຕາ (Antonio Costa) ແຈ້ງໃຫ້ຮູ້  ໃນເວລາ ການພົບປະ ກັບ ສື່ມວນຊົນ ເມື່ອວັນທີ 29 ມັງກອນ, ຢູ່ນະຄອນຫລວງ ຮ່າໂນ້ຍ, ພາຍຫລັງ ການໂອ້ລົມສົນທະນາຂັ້ນສູງ.

        ກອງປະຊຸມຖະແຫລງຂ່າວ, ທ່ານ ເລືອງເກື່ອງ ໃຫ້ຮູ້ວ່າ ການໂອ້ລົມ ສົນທະນາ ກັບ ທ່ານ ອັນໂຕນິໂອ ໂກສຕາ , 2 ຝ່າຍໄດ້ເຫັນດີນຳກັນ ໂດຍຖືວ່າ ພາຍຫລັງ 35 ປີ ແຫ່ງວັນສ້າງຕັ້ງ ການພົວພັນ ທາງການທູດ, ການພົວພັນ ລະຫວ່າງ ຫວຽດນາມ-ອີຢູ ໄດ້ພັດທະນາຂຶ້ນຢ່າງຕັ້ງໜ້າ ໃນທຸກຂົງເຂດ ແລະ ຍັງມີ ຄວາມສາມາດ ບົ່ມຊ້ອນຫລາຍຢ່າງ ທີ່ຕ້ອງຂຸດຄົ້ນ. ສະນັ້ນ, ການພົວພັນຂຶ້ນເປັນຄູ່ຮ່ວມມື ດັ່ງກ່າວ ໄດ້ສ່ອງແສງ ໃຫ້ເຫັນເຖິງ ວິໄສທັດ ອັນຍາວໄກຂອງ ຫວຽດນາມ ແລະ ອີຢູ ໃນໄລຍະໃໝ່.

ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ແລກປ່ຽນ ທິດທາງ ແລະ ມາດຕະການ ຢ່າງລະອຽດ ເພື່ອຜັນຂະຫຍາຍ ການພົວພັນຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ໃນໄລຍະຈະ ມາເຖິງ. ທ່ານ ອັນໂຕນິໂອ ໂກສຕາ ຢືນຢັນວ່າ ເປັນຄັ້ງທຳອິດ ທີ່ ອີຢູ ໄດ້ສ້າງຕັ້ງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ກັບ ປະເທດ ອາຊີ ຕາເວັນ ອອກສ່ຽງ ໃຕ້ ເຊິ່ງໄດ້ ສະແດງໃຫ້ເຫັນ ຢ່າງຈະແຈ້ງເຖິງ ບົດບາດ, ທີ່ຕັ້ງ ຂອງ ຫວຽດນາມ ໃນນະໂຍບາຍ ຂອງ ອີຢູ, ກໍຄື ຄວາມສາມາດ ບົ່ມຊ້ອນ, ຄວາມມຸ່ງຫວັງ  ຕໍ່ການຮ່ວມມື ອັນໃຫຍ່ ຫລວງ ທີ່ຍັງມີຢູ່ ລະຫວ່າງ ຫວຽດນາມ ແລະ ອີຢູ./

KPL

ຂ່າວອື່ນໆ

ads
ads

Top