ຂປລ
ສະມາຊີກ ສະພາຜູ້ແທນຕໍ່າ ຝຣັ່ງ ໄດ້ລົງມະຕິ ຜ່ານຮ່າງກົດໝາຍ ທີ່ ຈະຫ້າມ ຜູ້ທີ່ມີອາຍຸ ຕໍ່າກວ່າ 15 ປີ ໃຊ້ສື່ສັງຄົມ ອອນລາຍ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປາຣີ ປະເທດ ຝຣັ່ງ ເມື່ອວັນທີ 27 ມັງກອນວ່າ: ສະມາຊີກ ສະພາຜູ້ແທນຕໍ່າ ຝຣັ່ງ ໄດ້ລົງມະຕິ ຜ່ານຮ່າງກົດໝາຍ ທີ່ ຈະຫ້າມ ຜູ້ທີ່ມີອາຍຸ ຕໍ່າກວ່າ 15 ປີ ໃຊ້ສື່ສັງຄົມ ອອນລາຍ, ຊຶ່ງເປັນ ການເຄື່ອນໄຫວ ທີ່ ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງ ຝຣັ່ງ ກ່າວວ່າ ເປັນວິທີການ ປົກປ້ອງເດັກນ້ອຍ ຈາກການໃຊ້ເວລາ ຢູ່ກັບໜ້າຈໍຫລາຍເກີນໄປ.
ສະພາຜູ້ແທນຕໍ່າ ຝຣັ່ງ ໄດ້ຮັບຮອງ ຮ່າງກົດໝາຍ ສະບັບດັ່ງກ່າວ ດ້ວຍຄະແນນສຽງ 130 ຕໍ່ 21 ໃນກອງປະຊຸມ ທີ່ ຍາວນານ ຂ້າມຄືນ ຊຶ່ງ ຮ່າງກົດໝາຍ ຈະຖືກສົ່ງຕໍ່ ໄປຍັງ ວຸດທິສະພາຝຣັ່ງ ກ່ອນທີ່ຈະມີຜົນ ບັງຄັບໃຊ້ເປັນກົດໝາຍ ຢ່າງເປັນທາງການ. ກົດໝາຍ ສະບັບນີ້ ລວມເຖິງ ການຫ້າມ ໃຊ້ໂທລະສັບມືຖື ໃນໂຮງຮຽນ ມັດທະຍົມສຶກສາ ຈະເຮັດໃຫ້ຝຣັ່ງ ກາຍເປັນ ປະເທດທີ 2 ຂອງໂລກ ທີ່ ດຳເນີນການ ເບື້ອງຕົ້ນ, ພາຍຫລັງ ອົດສະຕຣາລີ ຫ້າມຜູ້ມີອາຍຸຕໍ່າກວ່າ 16 ປີ ໃຊ້ສື່ສັງຄົມອອນລາຍ ເມື່ອເດືອນທັນວາ 2025 ທີ່ຜ່ານມາ./
KPL