ຂປລ
ຂປລ. ເມື່ອພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ໄດ້ກໍານົດບ່ອນຢືນຂອງພັກ “ແມ່ນພັກຂອງຊົນຊັ້ນກຳມະກອນລາວທີ່ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາໆພາ ໂດຍຖືກຳລັງແຮງມາຈາກມະຫາຊົນ" ຈາກນັ້ນ, ພັກໄດ້ສ້າງຕັ້ງບັນດາໜ່ວຍກຳມະບານລາວຂຶ້ນເປັນເທື່ອທຳອິດຢູ່ຕາມສຳນັກງານ, ອົງການອ້ອມຂ້າງສູນກາງ, ປັບປຸງພະນັກງານ, ລັດຖະກອນ, ກຳມະກອນບັນດາໂຮງຈັກໂຮງງານ ໃນເຂດປົດປ່ອຍ,
ຂປລ. ເມື່ອພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ໄດ້ກໍານົດບ່ອນຢືນຂອງພັກ “ແມ່ນພັກຂອງຊົນຊັ້ນກຳມະກອນລາວທີ່ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາໆພາ ໂດຍຖືກຳລັງແຮງມາຈາກມະຫາຊົນ" ຈາກນັ້ນ, ພັກໄດ້ສ້າງຕັ້ງບັນດາໜ່ວຍກຳມະບານລາວຂຶ້ນເປັນເທື່ອທຳອິດຢູ່ຕາມສຳນັກງານ, ອົງການອ້ອມຂ້າງສູນກາງ, ປັບປຸງພະນັກງານ, ລັດຖະກອນ, ກຳມະກອນບັນດາໂຮງຈັກໂຮງງານ ໃນເຂດປົດປ່ອຍ, ປັບປຸງແນວລາວອິດສະຫຼະເປັນແນວລາວຮັກຊາດ; ຈັດຕັ້ງສະຫະພັນຊາວໜຸ່ມ ແລະ ແມ່ຍິງລາວ, ເພື່ອສັງລວມກໍາລັງແຮງຂອງມະຫາຊົນປະຕິວັດເຂົ້າໃນການປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຍູ້ແຮງການຕໍ່ສູ້ຂອງກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າຢູ່ໃນ 10 ແຂວງທົ່ວປະເທດ; ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກໍາມະບານລາວຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາຈຸດປະສົງ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ປີ 1966 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກໍາມະບານຢ່າງເປັນທາງການໂດຍ ມອບຄວາມຮັບຜິດ ຊອບໃຫ້ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ຊີ້ນໍາ ເພື່ອສືບຕໍ່ເສີມຂະຫຍາຍສິດເປັນ ເຈົ້າຂອງມະຫາຊົນ, ປະກອບສ່ວນໃນພາລະກິດຕໍ່ສູ້ປະຕິວັດເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂເພື່ອປົດປ່ອຍປະເທດຊາດຢ່າງສົມບູນ, ຢູ່ເຂດປົດປ່ອຍພັກໄດ້ເອົາໃຈໃສ່ຊີ້ນໍາກໍ່ສ້າງເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈໍານວນໜຶ່ງເຊັ່ນ: ໂຮງງານຕີເຫລັກ, ໂຮງງານຕ່ໍາແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ, ອັນໄດ້ເຮັດໃຫ້ກໍາມະກອນນັບມື້ເພີ່ມຂຶ້ນ, ອົງການກໍາມະບານກໍໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ. ໜ້າທີ່ຕົ້ນຕໍຂອງກໍາມະບານ ຖືເອົາການໂຄສະນາປະຕິບັດແນວທາງຂອງພັກແຕ່ລະ ໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບ ໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງສຶກສາອົບຮົມ ມະຫາຊົນ, ເຮັດຫລ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງ ກໍາລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຊຸກຍູ້ຂະບວນການຕໍ່ສູ້ຂອງມະຫາຊົນໃຫ້ພືດຟື້ນຢ່າງ ຕໍ່ເນື່ອງໂດຍຢຶດໝັ້ນແນວທາງນະໂຍບາຍຂອງພັກ: ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ. ການລຸກຮື້ຂຶ້ນຕໍ່ສູ້ຂອງກໍາມະກອນຢູ່ໃນທົ່ວປະເທດໄດ້ເປັນຂະບວນການຟົດຟື້ນ, ເດືອດ, ຂ້ຽວຂາດ. ໃນຂະບວນການດັ່ງກ່າວ ມີຂະບວນການກໍາມະກອນໄຟຟ້າລາວ ໄດ້ເປີດສາກ ໃຫ້ແກ່ຂະບວນການລຸກຮືຂຶ້ນປະທ້ວງອໍານາດການປົກຄອງຢ່າງແຂງແຮງ, ເປັນທ່າແຮງໃຫ້ແກ່ ການຕໍ່ສູ້ທາງດ້ານການເມືອງ ເຮັດໃຫ້ມີຂະບວນລຸກຮືຂຶ້ນຢ່າງຕໍ່ເນື່ອງຈົນເຖິງວັນທີ 23 ສິງຫາ 1975, ພັກໄດ້ປຸກລະດົມປວງຊົນລາວທັງຊາດລຸກຮືຂຶ້ນໂຄ່ນລົ້ມລະບອບເກົ່າ ແລະ ສ້າງຕັ້ງເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສໍາຄັນຂອງຊາດລາວເຮົາ.
ພາຍຫລັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກ ໄດ້ສືບຕໍ່ຊີ້ນໍາການເຄື່ອນໄຫວຂອງສະຫະພັນກຳມະບານລາວໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງການຈັດຕັ້ງສະຫະພັນກຳມະບານລາວເປັນລະບົບແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ. ມາເຖິງວັນທີ 14-16 ທັນວາ 1983 ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ 1 ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງຈັນ. ພັກໄດ້ຕີລາຄາສູງຕໍ່ການອຸທິດອັນໃຫຍ່ຫລວງ ຂອງຊົນຊັ້ນກໍາມະກອນ ແລະ ອົງການຈັດຕັ້ງກໍາມະບານລາວ ໂດຍຢັ້ງຢືນວ່າ: ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ມີຄຸນສົມບັດສິນທໍາປະຕິວັດຢ່າງຈົບງາມ, ມີສະຕິຮັກຊາດ, ມີຄວາມສາມາດ, ມີຫົວຄິດປະດິດສ້າງ, ມີຄວາມຈົງຮັກພັກດີ, ເດັດຂາດຕໍ່ຊາດ, ຕໍ່ພັກ ແລະ ພາລະກິດປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ ແລະ ວຽກງານອື່ນໆ ພ້ອມທັງສືບຕໍ່ປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວ.
ຕະຫລອດໄລຍະ 70 ປີທີ່ຜ່ານມາ, ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫລວງໃຫ້ສະຫະ
ພັນ ກໍາມະບານລາວ ເຮັດໜ້າທີ່ໃນການໂຄສະນາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍ, ເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ໃຫ້ມີນໍ້າໃຈຮັກຊາດ, ມີຄວາມຕື່ນຕົວປະຕິວັດ, ກໍາແໜ້ນມູນເຊື້ອ, ທາດແທ້ ແລະ ທັດສະນະຂອງຊົນຊັ້ນກໍາມະກອນລາວຢ່າງແທ້ຈິງ; ເປັນຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານກໍາມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ. ເຖິງແນວໃດກໍຕາມ, ຕະຫລອດໄລຍະຜ່ານມາສະຫະພັນກຳມະບານແຕ່ລະຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ສະເໜີຄະນະກໍາມະການແຮງງານແຫ່ງຊາດ ປັບຄ່າແຮງງານຂັ້ນຕໍ່າສຸດໃຫ້ຜູ້ອອກແຮງງານພາກວິສາຫະກິດ; ໄດ້ຄົ້ນຄວ້າ, ນໍາສະເໜີລັດຖະບານພິຈາລະນາເພີ່ມເງິນເດືອນ ແລະ ສະຫວັດດີການໃຫ້ພະນັກງານ-ລັດຖະກອນພາກລັດ ໃຫ້ແທດ
ເໝາະກັບສະພາບເສດຖະກິດໃນປັດຈຸບັນ. ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງແຮງງານ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາແຮງງານບຸກຄົນ, ສັນຍາແຮງງານລວມໝູ່ ໃນຫົວໜ່ວຍແຮງງານ, ຊຸກຍູ້ໃຫ້ຜູ້ໃຊ້ແຮງງານ ນໍາເອົາຜູ້ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງຕັ້ງກຸ່ມແຮງງານນອກລະບົບໃນຂອບເຂດທົ່ວປະເທດ; ເອົາໃຈໃສ່ບໍາລຸງ-ກໍ່ສ້າງສະ ມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ພັດທະນາສີມືແຮງງານສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ອົງການຈັດຕັ້ງກໍາມະບານ ກໍເປັນອົງການຈັດຕັ້ງມະຫາຊົນຂອງພັກ ຍາມໃດກໍມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບໃໝ່ ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຂອງໂລກທີ່ຜັນແປຢ່າງສະລັບຊັບຊ້ອນ ແລະ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງກໍາມະກອນ. ແຕ່ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ໄດ້ເຮັດໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິບັດຕາມແນວທາງປ່ຽນແປງ ໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ; ກໍ່ສ້າງບໍາລຸງສະມາຊິກກໍາມະບານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ສີມືແຮງງານທີ່ດີ ເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອຝຶກຝົນຕົນເອງ.
KPL