ຂປລ
ຈຳນວນຜູ້ເດີນທາງຢ້ຽມຢາມ ຍີ່ປຸ່ນ ໃນເດືອນພະຈິກປີ 2025 ເພີ່ມຂຶ້ນ 10,4% ເມື່ອທຽບເປັນລາຍປີ ສູ່ລະດັບ 3,52 ລ້ານເທື່ອຄົນ, ສົ່ງຜົນໃຫ້ລວມຍອດປີນີ້ ບັນລຸ 39 ລ້ານເທື່ອຄົນ ສ້າງສະຖິຕິສູງສຸດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອົງການສົ່ງເສີມການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (JNTO) ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ຈຳນວນຜູ້ເດີນທາງຢ້ຽມຢາມ ຍີ່ປຸ່ນ ໃນເດືອນພະ ຈິກປີ 2025 ເພີ່ມຂຶ້ນ 10,4% ເມື່ອທຽບເປັນລາຍປີ ສູ່ລະດັບ 3,52 ລ້ານເທື່ອຄົນ, ສົ່ງຜົນໃຫ້ລວມຍອດປີນີ້ ບັນລຸ 39 ລ້ານເທື່ອຄົນ ສ້າງສະຖິຕິສູງສຸດ.
ເຖິງວ່ານັກທ່ອງທ່ຽວ ຈີນ ຈະຂະຫຍາຍຕົວພຽງ 3% ໃນເດືອນພະຈິກ ຊຶ່ງຕໍ່າກວ່າການເຕີບໂຕ ຕະຫລອດ 11 ເດືອນທຳອິດຂອງປີ 2025 ຢູ່ທີ່ 37,5%, ແຕ່ຈີນ ຍັງຄົງເປັນກຸ່ມ ນັກທ່ອງທ່ຽວ ຕ່າງປະເທດກຸ່ມໃຫຍ່ທີ່ສຸດ ກວມເອົາເກືອບ 1 ໃນ 4 ຂອງນັກທ່ອງທ່ຽວທັງໝົດ.
KPL