ຂປລ
ຂປລ. ໃນຍຸກທີ່ເສດຖະກິດມີຄວາມຫຍຸ້ງຍາກແບບນີ້ ແຕ່ລະຄອບຄົວກໍໄດ້ພະຍາຍາມສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ການສ້າງລາຍຮັບຂອງຄອບຄົວມີຄວາມທຸນທ່ຽງ ແລະ ໝັ້ນຄົງ ໂດຍຕ້ອງອາໄສຄວາມດຸໝັ່ນ ປະຢັດແລະ ອົດທົນເປັນຫລັກໃນການສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ

ຂປລ. ໃນຍຸກທີ່ເສດຖະກິດມີຄວາມຫຍຸ້ງຍາກແບບນີ້ ແຕ່ລະຄອບຄົວກໍໄດ້ພະຍາຍາມສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ການສ້າງລາຍຮັບຂອງຄອບຄົວມີຄວາມທຸນທ່ຽງ ແລະ ໝັ້ນຄົງ ໂດຍຕ້ອງອາໄສຄວາມດຸໝັ່ນ ປະຢັດແລະ ອົດທົນເປັນຫລັກໃນການສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ, ມື້ນີ້ຈະພາທ່ານຜູ້ອ່ານມາຮູ້ຈັກ ກັບຄອບຄົວໜຶ່ງທີ່ຜະລິດເຕົາປະຢັດຖ່ານຂາຍເປັນສິນຄ້າ, ນັ້ນແມ່ນຄອບຄົວຂອງ ນາງ ໜູຈັນ ຫລຽນໂພທິສານ ປະຊາຊົນ ບ້ານພີນໃຕ້ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ແມ່ນໜຶ່ງໃນບັນດາຄອບຄົວຕົວແບບຂອງເມືອງທີ່ສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນ ໂດຍການຜະລິດເຕົາປະຢັດຖ່ານເປັນອາຊີບເສີມໃຫ້ຄອບຄົວ ເຊິ່ງອາຊີບຫລັກແມ່ນການເຮັດນາປູກເຂົ້າ.
ນາງ ໜູຈັນ ຫລຽນໂພທິສານ ໄດ້ເລົ່າຈຸດເລີ່ມຕົ້ນ ກ່ອນທີ່ຕົນເອງ ແລະ ຄອບຄົວຈະໄດ້ລົງມືຜະລິດເຕົາປະຢັດຖ່ານເປັນອາຊີບເສີມນັ້ນ (ແຕ່ກ່ອນກໍໄດ້ຜະລິດມາແລ້ວ ແຕ່ເປັນເຕົາຊີມັງ) ໂດຍໃນປີ 2014 ໄດ້ມີໂຄງການຕ່າງປະເທດໄດ້ເຂົ້າມາສະເໜີໃຫ້ຕົນເອງ ແລະ ຄອບຄົວເຂົ້າຮ່ວມໃນໂຄງການຜະລິດເຕົາປະຢັດຖ່ານແບບເປັນລະບົບ ແລະ ໄດ້ມາດຕະຖານ ເຊິ່ງໃນຕອນນັ້ນ ນາງ ໜູຈັນ ແມ່ນກໍບໍ່ກ້າທີ່ຈະເຂົ້າຮ່ວມໂຄງການດັ່ງກ່າວ ເພາະວ່າໂດຍປົກກະຕິແລ້ວຄອບຄົວຂອງຕົນເອງກໍແມ່ນໄດ້ມີອາຊີບຜະລິດເຕົາຖ່ານຂາຍຢູ່ແລ້ວ, ແຕ່ໂຄງການຂອງຕ່າງປະເທດກໍໄດ້ສະເໜີເງື່ອນໄຂຕ່າງໆທີ່ໜ້າສົນໃຈຫລາຍຢ່າງ.ສະນັ້ນ, ຕົນເອງຈຶ່ງຕັດສິນໃຈເຂົ້າຮ່ວມໂຄງການດັ່ງກ່າວ,ຫລັງຈາກນັ້ນທາງໂຄງການກໍໄດ້ໃຫ້ການຊ່ວຍເຫລືອດ້ານຕ່າງໆ ເປັນຕົ້ນແມ່ນ ໃຫ້ທຶນໃນການຜະລິດໃນເບື້ອງຕົນ, ສອນການຜະລິດເຕົາປະຢັດຖ່ານທີ່ມີມາດຕະຖານ-ຄຸນນະພາບດີ, ຊອກຫາຕະຫລາດຈຳໜ່າຍໃຫ້, ໃຫ້ເຄື່ອງໂມ້, ໃຫ້ແມ່ພິມ, ຈາກນັ້ນຈຶ່ງໄດ້ດຳເນີນການຜະລິດຕະຫລອດມາຈົນຮອດປັດຈຸບັນ ໂດຍມາໃນໄລຍະຫລັງແມ່ນໄດ້ນຳໃຊ້ທຶນຂອງຕົນເອງເຂົ້າໃນການຜະລິດທັງໝົດ ແລະ ຂະຫຍາຍຕະຫລາດຈຳໜ່າຍອອກໄປເລື້ອຍໆ, ບາງຄັ້ງກໍໃຊ້ລົດຂອງຄອບຄົວອອກໄປເລາະຂາຍເຕົາຕາມເມືອງຕ່າງໆ ເຊັ່ນ: ເມືອງພະລານໄຊ, ພີນ, ເຊໂປນ, ນອງ ແລະ ເມືອງອື່ນໆ. ສ່ວນລາຍໄດ້ແມ່ນຖືວ່າດີສົມຄວນ, ສາມາດຊ່ວຍແກ້ໄຂຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ, ພ້ອມນັ້ນກໍຍັງໄດ້ມີການຈ້າງງານຄົນໃນບ້ານຈຳນວນ 6 ຄົນ, ການເຮັດວຽກແມ່ນແບ່ງໜ້າວຽກກັນເຊັ່ນ: ຕີລີ້ນເຕົາ, ຍັດ, ຫລໍ່, ແຕ່ງ ແລະ ປະກອບ. ສຳລັບເຕົາປະຢັດຖ່ານທີ່ຜະລິດແມ່ນມີ 3 ຂະໜາດ, ມີທັງດັງຟືນ ແລະ ດັງຖ່ານ (ສ່ວນເຕົາດັງຟືນມີຂະໜາດໃຫຍ່ ແລະ ຂະໜາດກາງ ໃນນັ້ນ, ນາງ ໜູຈັນ ເປັນຜູ້ອອກແບບເອງ ເພື່ອໃຫ້ເໝາະກັບສະພາບຂອງລູກຄ້າ ແຕ່ລະແຫ່ງ). ແຕ່ກ່ອນການຜະລິດເຕົາຂອງຄອບຄົວຂ້າພະເຈົ້າແມ່ນຜະລິດຢູ່ໃນບ້ານ, ຕໍ່ມາກໍໄດ້ຍ້າຍອອກມາຕັ້ງບ່ອນຜະລິດຢູ່ແຄມທາງໃຫຍ່ ເພື່ອສະດວກໃນການວາງຂາຍ ແລະ ຂົນສົ່ງ. ສ່ວນເຊື້ອເພີງທີ່ໃຊ້ໃນການເຜົາເຕົາແມ່ນໃຊ້ຂີ້ແກບ ເຊິ່ງຊື້ຈາກໂຮງສີເຂົ້າໃນບໍລິເວນໃກ້ຄຽງ, ລາຄາເຕົາປະຢັດ ແມ່ນຂຶ້ນຢູ່ກັບຂະໜາດ ແລະ ຂຶ້ນຢູ່ກັບການໄປສົ່ງທາງໃກ້ ແລະ ໄກ ເພາະວ່າຖ້າມີການຂົນສົ່ງລາຄາເຕົາ ກໍຈະແພງຂຶ້ນອີກ, ລາຄາເຕົາຂະໜາດນ້ອຍ ຂາຍສົ່ງ 50.000-55.000 ກີບ, ຂະໜາດກາງ 60.000-65.000 ກີບ ແລະ ເຕົາໃຫຍ່ລາຄາ 150.000 ກີບຕໍ່ໜ່ວຍ.
ນາງ ໜູຈັນ ຫລຽນໂພທິສານ ກ່າວຕື່ມວ່າ: ຜ່ານການຜະລິດເຕົາປະຢັດມາເກືອບ 12 ປີ ເຫັນໄດ້ວ່າຄອບຄົວຕົນເອງມີລາຍຮັບດີສົມຄວນ,ເງິນທີ່ໄດ້ຈາກການຂາຍເຕົາສາມາດເຮັດໃຫ້ຄອບຄົວມີສະພາບການເງິນທີ່ດີຂຶ້ນ, ຄາດວ່າໃນອະນາຄົດຈະໄດ້ຂະຫຍາຍຕະຫລາດໃນການຈຳໜ່າຍໃຫ້ກວ້າງອອກຕື່ມ ແລະ ຈະສືບຕໍ່ຮັກສາຄຸນນະພາບ-ມາດຕະຖານຂອງການຜະລິດເຕົາປະຢັດຖ່ານ ຂອງບ້ານ ພີນໃຕ້ ໃຫ້ເປັນທີ່ຮູ້ຈັກຂອງຄົນໃນສັງຄົມຫລາຍຂຶ້ນກວ່າເກົ່າ.
(ແຫລ່ງຂ້ໍມູນຈາກສະຫວັນນະເຂດ)
KPL