ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍເເດນຂອງປະເທດຊາດ ໃຫ້ມີຄວາມໝັ້ນຄົງ

22/12/2025 12:52
ຂປລ ຂປລ. ເຫລົ່າຮົບກຳລັງທະຫານຊາຍແດນ ແມ່ນເຫລົ່າຮົບໜຶ່ງທີ່ສໍາຄັນໃນຖັນເເຖວກຳລັງຂອງກອງທັບ ເປັນກຳລັງຢູ່ເສັ້ນຂະໜານໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫລັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍເເດນ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບ.

ຂປລ. ເຫລົ່າຮົບກຳລັງທະຫານຊາຍແດນ ແມ່ນເຫລົ່າຮົບໜຶ່ງທີ່ສໍາຄັນໃນຖັນເເຖວກຳລັງຂອງກອງທັບ ເປັນກຳລັງຢູ່ເສັ້ນຂະໜານໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫລັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍເເດນ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບ.

ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ໄດ້ໃຫ້ສຳພາດວ່າ: ນັບເເຕ່ເຫລົ່າຮົບທະຫານຊາຍເເດນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງເປັນກອງບັນຊາການທະຫານຊາຍແດນ ໃນວັນທີ 29 ພະຈິກ 2024 ຕາມດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 378/ນຍ, ລົງວັນທີ 25 ທັນວາ 2023, ຕະຫລອດໄລຍະ 13 ປີ ຜ່ານມາ ຄະນະກົມທະຫານຊາຍແດນໃນເມື່ອກ່ອນ ກໍຄື ຄະນະກອງບັນຊາການທະຫານຊາຍແດນໃນປັດຈຸບັນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳກໍາລັງທະຫານຊາຍແດນໃນທົ່ວປະເທດ ໂດຍປະສານສົມທົບກັບກອງບັນຊາການທະຫານນະຄອນຫລວງ ແລະ ກອງບັນຊາການທະຫານແຂວງ ເຮັດໃຫ້ກຳລັງທະຫານຊາຍແດນ ໄດ້ຮັບການປັບປຸງ ເເລະ ມີຄວາມເຕີບໃຫຍ່ເຂັ້ມແຂງຮັກສາໄດ້ອໍານາດ ອະທິປະໄຕ ແລະ ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ.

ສະຫາຍຍັງໃຫ້ຮູ້ວ່າຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້ານີ້ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານຊາຍເເດນ ຈະໄດ້ສືບຕໍ່ປັບປຸງກໍ່ສ້າງກຳລັງທະຫານຊາຍແດນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍ ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນເເມ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກໍາລັງທະຫານຊາຍແດນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ມີຄວາມອົດທົນເຄື່ອນໄຫວເຮັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ, ເອົາໃຈໃສ່ຈັດຕັ້ງອົບຮົມຫັດແອບສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະປ້ອງກັນຊາຍແດນ ໃຫ້ມີຄວາມສຳນິຊຳນານຕິດພັນກັບການປັບປຸງລະບຽບແບບແຜນ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງກັບ ໂດຍສະເພາະແຜນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ໄດ້ຮັບຜົນດີ ໄປພ້ອມໆກັບການເອົາໃຈໃສ່ວຽກກໍ່ສ້າງຮາກຖານການເມືອງ ຢູ່ບັນດາບ້ານ, ຕິດພັນວຽກງານສືບຂ່າວ, ເກັບກໍາຂ່າວຕາມຂອບເຂດບໍລິເວນຊາຍແດນ ເພື່ອເປັນຂໍ້ມູນໃນການກຽມພ້ອມແກ້ໄຂກໍລະນີຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ທັນເວລາ.

ເນື່ອງໃນໂອກາດທີ່ທົ່ວພັກ,ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ຫາກໍສຳເລັດການສະເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ, ຂອງພັກໃນປີ 2025 ນີ້ ເວົ້າລວມ,  ເວົ້າສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ສະເເດງທັດສະນະຄວາມຮູ້ສຶກເອກອ້າງທະນົງໃຈຂອງຕົນວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ຂອງຊາດລາວ ເຊິ່ງກ່ອນໜ້ານີ້ປະເທດລາວຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວ ທັງແບບເກົ່າ ແລະ ແບບໃໝ່ມາຫລາຍປີ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂົ່ມເຫັງ, ຂາດອິດສະລະພາບ, ບໍ່ມີສິດເປັນເຈົ້າຂອງປະເທດຊາດ, ແຕ່ຍ້ອນນໍ້າໃຈຮັກຊາດຄຽດແຄ້ນຕໍ່ຈັກກະພັດຜູ້ຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງພິລະອາດຫານໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນກ້າວໆມາຈົນສາມາດປົດປ່ອຍປະທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ຕະຫລອດໄລຍະ 50 ປີຜ່ານມາ ພັກໄດ້ນຳພາປວງຊົນລາວທັງຊາດປະຕິບັດ 2 ໜ້າທີ່ຍຸດທະຍາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພວກເຮົາຮູ້ສຶກເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດ 50 ປີຜ່ານມາ ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາມີຄວາມຈະເລີນກ້າວໜ້າ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັບປະກັນປະເທດຊາດມີຄວາມສະຫງົບປອດໄພສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ຮັບການປັບປຸງດີຂຶ້ນ.

ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຫລົ່າຮົບກໍາລັງທະຫານຊາຍແດນ ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລານາໄມສົມບູນ ສືບຕໍ່ນໍາພາ-ຊີ້ນຳປະເທດຊາດໃຫ້ຈະເລີນສີວິໄລ ແລະ ຊີ້ນໍາກອງທັບປະຊາຊົນລາວພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຍິ່ງ, ຂໍອວຍພອນໄຊ ມາຍັງພະນັກງານນາຍ ເເລະ ພົນທະຫານ-ພົນຕໍາຫລວດ, ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນປະກອບສ່ວນເຂົ້າໃນການປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ໂດຍ: ຮທ ນາງ ສຸກສາຄອນ ພົງໄຊຜົນ

KPL

ຂ່າວອື່ນໆ

ads
ads

Top