ຫວຽດນາມ ສົ່ງອອກຖົ່ວລຽນມູນຄ່າສູງເຖິງ 3.696 ໂດລາສະຫະລັດຕໍ່ໂຕນ

22/12/2025 13:41
ຂປລ ສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ລາຍງານວ່າ: ຖົ່ວລຽນຂອງ ຫວຽດນາມ ຂະຫຍາຍຕົວຢ່າງ ແຂງແຮງ ເຖິງວ່າຈະຜະເຊີນກັບ ອຸປະສັກດ້ານເຕັກນິກຈາກຈີນ, ເນື່ອງຈາກຄຸນນະພາບ ທີ່ໄດ້ຮັບ ການປັບປຸງ ແລະ ລາຄາທີ່ສາມາດແຂ່ງຂັນໄດ້, ສົ່ງຜົນໃຫ້ມູນຄ່າ ການສົ່ງອອກໃນໄລຍະ 10 ເດືອນ ຂອງປີນີ້ ເປັນສະຖິຕິໃໝ່.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ເມື່ອບໍ່ດົນມານີ້ວ່າ:​ ສະມາຄົມຜັກ ແລະ ໝາກໄມ້ຫວຽດນາມ ລາຍງານວ່າ: ຖົ່ວລຽນຂອງ ຫວຽດນາມ ຂະຫຍາຍຕົວຢ່າງແຂງແຮງ  ເຖິງວ່າຈະຜະເຊີນກັບ ອຸປະສັກດ້ານເຕັກນິກຈາກຈີນ, ເນື່ອງຈາກຄຸນນະພາບ ທີ່ໄດ້ຮັບການປັບປຸງ  ແລະ ລາຄາທີ່ສາມາດ ແຂ່ງຂັນໄດ້, ສົ່ງຜົນໃຫ້ມູນຄ່າ ການສົ່ງອອກໃນໄລຍະ 10 ເດືອນ ຂອງປີນີ້ ເປັນສະຖິຕິໃໝ່. ໂດຍສະເລ່ຍ ມີມູນຄ່າການສົ່ງອອກ 3.696 ໂດລາສະຫະລັດ ຕໍ່ໂຕນ,​ ຊຶ່ງຕໍ່າກວ່າ ຖົ່ວລຽນໄທ ປະມານ 15% ດ້ວຍຄວາມໄດ້ປຽບດ້ານລາຄາ ແລະ ໄລຍະເວລາ ຂົນສົ່ງທີ່ສັ້ນກວ່າ, ເຮັດໃຫ້ ຫວຽດນາມ ກາຍເປັນຜູ້ສົ່ງອອກ ຖົ່ວລຽນ ໃຫຍ່ອັນດັບ 2 ໄປຍັງຈີນ ຖັດຈາກໄທ.

ນັບຕັ້ງແຕ່ປີ 2025 ເພື່ອຕອບສະໜອງ ຕໍ່ຂໍ້ກຳນົດທາງເຕັກນິກ ທີ່ເຂັ້ມງວດຂຶ້ນຂອງຈີນ ຜູ້ປະກອບການ ຫວຽດນາມ ຈຳນວນຫລາຍ ໄດ້ຍົກລະດັບ ພື້ນທີ່ປູກ, ລົງທຶນໃນລະບົບ ຫ້ອງເຢັນ ແລະ ສາຍການບັນຈຸ ຜະລິດຕະພັນລວມເຖິງ ພັດທະນາແບຣນຂອງຕົນເອງ. ດ້ວຍເຫດນີ້ ການສົ່ງອອກຖົ່ວລຽນ ຈຶ່ງສ້າງສະຖິຕິໃໝ່ ໃຫ້ກັບຫວຽດ ນາມ.

KPL

ຂ່າວອື່ນໆ

ads
ads

Top