ນາງ ສຸກັນຍາ ບຸນມີໄຊ ຄວ້າມົງກຸດ ນາງ ສາວໝາກກ້ຽງຫວານ ປະຈໍາປີ 2025

22/12/2025 12:34
ຂປລ ຂປລ. ການປະກວດນາງສາວໝາກກ້ຽງຫວານ ໃນງານເທສະການໝາກກ້ຽງຫວານ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 15 ທັນວາ 2025 ທີ່ຜ່ານມາ, ຢູ່ທີ່ສະໜາມກິລາເຈົ້າລາດຊະວົງ ເມືອງວິລະບູລີ ແຂວງສະຫວັນນະເຂດ ມີ 17 ນາງສາວເຂົ້າປະກວດທີ່ເປັນຕົວແທນໃຫ້ແກ່ກົມກອງ, ບໍລິສັດ, ຫ້າງຮ້ານ ແລະ ບ້ານພາຍໃນເມືອງວິລະບູລີ.

ຂປລ. ການປະກວດນາງສາວໝາກກ້ຽງຫວານ ໃນງານເທສະການໝາກກ້ຽງຫວານ ປະຈໍາປີ 2025  ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 15 ທັນວາ 2025 ທີ່ຜ່ານມາ, ຢູ່ທີ່ສະໜາມກິລາເຈົ້າລາດຊະວົງ ເມືອງວິລະບູລີ ແຂວງສະຫວັນນະເຂດ ມີ 17 ນາງສາວເຂົ້າປະກວດທີ່ເປັນຕົວແທນໃຫ້ແກ່ກົມກອງ, ບໍລິສັດ, ຫ້າງຮ້ານ ແລະ ບ້ານພາຍໃນເມືອງວິລະບູລີ. ເຊິ່ງໃນການປະກວດນາງສາວໝາກກ້ຽງຫວານ ນ້ອງນາງສາວແຕ່ລະຄົນຕ່າງກໍສະແດງຄວາມສາມາດຂອງຕົນອອກມາໃຫ້ຄະນະກຳມະການ ແລະ ກອງເຊຍໄດ້ເຫັນ ບໍ່ວ່າຈະເປັນຄວາມງົດງາມອ່ອນນ້ອມ, ຄວາມສາມາດດ້ານຕ່າງໆ, ຜ່ານການແຂ່ງຂັນ​ປະ​ກວດນາງສາວໝາກກ້ຽງຫວານ​ ຜົນ​ປະກົດ​ວ່າ ນາງ ສຸກັນຍາ ບຸນມີໄຊ ຈາກຮ້ານອາຫານວິລະບູລີແດນງາມ ສາມາດຄວ້າລາງວັນຊະນະເລີດໄປຄອງ ໄດ້ຮັບເງິນສົດ 8 ລ້ານກີບ ພ້ອມສາຍສະພາຍ ແລະ ມົງກຸດ, ຮອງອັນດັບ 1 ນາງ ດອນລີ້ ບຸນນາລົມ ຈາກບໍລິສັດ ເວດທະສິນ ກໍ່ສ້າງຄົບວົງຈອນ ຈໍາກັດ ໄດ້ຮັບເງິນລາງວັນ 6 ລ້ານກີບ ພ້ອມສາຍສະພາຍ. ຮອງອັນດັບ 2 ນາງ ເຈນນີ້ ພະໄຊສົມບັດ ຈາກຮ້ານໜັດດາຜ້າໄໝ ໄດ້ຮັບເງິນລາງວັນ 4 ລ້ານກີບ ພ້ອມສາຍສະພາຍ ແລະ ໄດ້ຮັບລາງວັນຂວັນໃຈມິດຕະພາບ, ຮອງອັນດັບ 3 ນາງ ສຸກສາຄອນ ໄຊຍະສອນ ຈາກເຮືອນພັກຂັນເພັດນໍາໂຊກ ໄດ້ຮັບເງິນລາງວັນ 3 ລ້ານກີບ ພ້ອມສາຍສະພາຍ, ຮອງອັນດັບ 4 ນາງຈາຊິນ ເພົາພິລານະທູລາດ ຈາກບໍລິສັດ Tk ຈະເລີນຈຳກັດໄດ້ຮັບເງິນລາງວັນ 2 ລ້ານກີບ ພ້ອມສາຍສະພາຍ.

​​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ການ ທ່ານ ກັນຫາ ໄຊຍະສານ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ​ໃຫ້​ຮູ້​ວ່າ:  ​ປະຫວັດຄວາມເປັນມາ ຂອງງານເທສະການໝາກກ້ຽງຫວານ ທີ່ໄດ້ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີນີ້ ແມ່ນຈັດຂຶ້ນໃນວັນທີ 15-17 ທັນວາ 2025 ໂດຍພາຍໃນງານມີກິດຈະກໍາຫລາຍຢ່າງ ເປັນຕົ້ນ: ການປະກວດໝາກກ້ຽງຫວານ, ປະກວດນາງສາວໝາກກ້ຽງຫວານ, ການວາງສະແດງສິນຄ້າ, ຕະຫລາດນັດ, ການສະແດງສິລະປະວັນນະຄະດີ ແລະ ແຂ່ງຂັນກິລາບານສົ່ງຊາຍ-ຍິງ ເຊິ່ງຈຸດປະສົງຂອງງານເພື່ອສ້າງໂອກາດໃຫ້ບັນດາຄອບຄົວຊາວກະສິກອນ ລວມເຖິງກຸ່ມການຜະລິດປູກໝາກກ້ຽງ ເຂົ້າເຖິງການຕະຫລາດ, ເປັນການໂຄສະນາຜະລິດຕະພັນໝາກກ້ຽງທີ່ມີພາຍໃນເມືອງອອກສູ່ພາຍນອກ.  ພ້ອມດຽວກັນນັ້ນ, ເປັນການສົ່ງເສີມວຽກງານການທ່ອງທ່ຽວຕິດພັນກັບການຜະ ລິດກະສິກໍາ ແລະ ເປັນການຜັນຂະຫຍາຍແຜນເສດຖະກິດ-ສັງຄົມ ຄັ້ງທີ 6 ຂອງເມືອງວິລະບູລີ ຕໍ່ກັບວຽກງານການ ທ່ອງທ່ຽວໃນຊຸມປີຕໍ່ໜ້າ.

KPL

ຂ່າວອື່ນໆ

ads
ads

Top