ສປ ຈີນ ດຳເນີນວຽກງານຄວບຄຸມການສົ່ງອອກວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບແຮ່ຫາຍາກ

22/12/2025 12:21
ຂປລ ສປ ຈີນ ​ເລີ່ມ​ອອກໃບ​ອະ​ນຸ​ຍາດ ການສົ່ງອອກ ແຮ່​ຫາ​ຍາກ ​ສະ​ບັບ​ໃໝ່. ທ່ານ​ ກົ່ວ​ເຈ່ຍ​ຄຸ່ນ ໄດ້ກ່າວນັ້ນໜັກວ່າ, ວັດຖຸສິ່ງ​ຂອງຕ່າງໆຄື ​ແຮ່ຫາຍາກ​ເປັນ​ຕົ້ນ ມີລັກ​ສະ​ນະ​ ໃຊ້​ໄດ້ທັງທາງການທະຫານ ແລະ​ ທາງ​ພົນ​ລະ​ເມືອງ, ການ​ຄວບຄຸມການສົ່ງອອກ ເປັນວິທີທີ່ປະຕິບັດ​ໂດຍ​ທົ່ວ​ ໄປ​ໃນສາກົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ​ທ່ານ ​ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ ​ການ​ຕ່າງ​ປະ​ເທດ​ຈີນ ​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ. ສປ ຈີນ ​ເລີ່ມ​ອອກໃບ​ອະ​ນຸ​ຍາດ ການສົ່ງອອກ ແຮ່​ຫາ​ຍາກ ​ສະ​ບັບ​ໃໝ່. ທ່ານ​ ກົ່ວ​ເຈ່ຍ​ຄຸ່ນ ໄດ້ກ່າວນັ້ນໜັກວ່າ, ວັດຖຸສິ່ງ​ຂອງຕ່າງໆຄື ​ແຮ່ຫາຍາກ​ເປັນ​ຕົ້ນ ມີລັກ​ສະ​ນະ​ໃຊ້​ໄດ້ທັງທາງການທະຫານ ແລະ​ ທາງ​ພົນ​ລະ​ເມືອງ, ການ​ຄວບຄຸມການສົ່ງອອກ ເປັນວິທີທີ່ປະຕິບັດ​ໂດຍ​ທົ່ວ​ ໄປ​ໃນສາກົນ, ​​ເຊິ່ງສ່ອງ​ແສງ ໃຫ້ເຫັນເຖິງ​ຫລັກ​ໝັ້ນ ​ຕະ​ຫລອດມາຂອງ ສປ ຈີນ ໃນການປົກ​ປັກຮັກສາ ສັນຕິພາບ​ຂອງໂລກ ແລະ ສະຖຽນລະພາບຂອງພາກພື້ນ​ ຢ່າງ​ເດັດ​ດ່ຽວ, ເຂົ້າຮ່ວມ ຄວາມພະຍາຍາມສາກົນ ເພື່ອປ້ອງກັນ ການແຜ່ຜາຍ​ອາ​ວຸດ​ແສນ​ຍາ​ນຸ​ພາບ​ລ້າງ​ຜານ​ສູງຢ່າງ​ຕັ້ງ​ໜ້າ. ສປ ຈີນ​ ດຳ​ເນີ​ນ​ວຽກ​ງານ​ຄວບ​ຄຸມ​ ການ​ສົ່ງ​ອອກວັດ​ຖຸ​ສິ່ງ​ຂອງ ທີ່​ກ່ຽວ​ຂ້ອງ​ກັບ​ແຮ່​ຫາ​ຍາກ ຕາມລະ​ບຽບ​​ກົດ​ໝາຍ​ນັ້ນ, ບໍ່ແນ​ໃສ່ປະເທດໃດ ເປັນ​ການສະ ເພາະ. ​ຂໍ​ພຽງແຕ່​ແມ່ນ​ການ​ຮ້ອງຂໍ​ການ​ສົ່ງອອກທີ່ໃຊ້ເຂົ້າ​ໃນ​ທາງ​ພົນ​ລະ​ເມືອງ ​ທີ່​ຖືກ​ຕ້ອງຕາມລະ​ບຽບ ​​ກົດໝາຍ, ລັດຖະບານຈີນ ກໍຈະອະນຸ​ມັດ ຢ່າງທັນເວລາ. ສປ ຈີນ ຍິນ​ດີ​ຮ່ວມກັບປະເທດ ແລະ ​ເຂດ​ແຄວ້ນ ທີ່ກ່ຽວຂ້ອງ ເພີ່ມທະວີ ການສົນ​ທະ​ນາແລະ ການຮ່ວມມື, ​ພ້ອມກັນ​ ປົ​ກ​ປັກຮັກສາ ຄວາມໝັ້ນ​ຄົງຂອງລະບົບ​ຕ່ອງ​ໂສ້ການຜະລິດ ແລະ ການສະ​ໜອງທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top