ຂປລ
ຂປລ. ກາເຟ ສີໜຸກ ເປັນອີກໜຶ່ງຜະລິດຕະພັນທີ່ທີ່ມີຊື່ສຽງຂອງລາວ ດ້ວຍຄຸນນະພາບ ແລະ ລົດ ຊາດທີ່ເປັນເອກະລັກສະເພາະ ຄື ກາເຟມີຄວາມເຂັ້ມຂຸ້ນ, ຫອມ,ມີລົດຂົມແຕ່ບໍ່ຕິດຄໍ , ມີຫລາກຫລາຍເມນູໃຫ້ເລືອກກິນ ຈຶ່ງເຮັດໃຫ້ຄອງໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດມາຍາວນານ ຈົນເຮັດໃຫ້ ຊື່ຂອງກາເຟສີໜຸກຊືມຊັບເຂົ້າມາໃນການດໍາລົງຊີວິດຂອງປະຊາຊົນ

ຂປລ. ກາເຟ ສີໜຸກ ເປັນອີກໜຶ່ງຜະລິດຕະພັນທີ່ທີ່ມີຊື່ສຽງຂອງລາວ ດ້ວຍຄຸນນະພາບ ແລະ ລົດ ຊາດທີ່ເປັນເອກະລັກສະເພາະ ຄື ກາເຟມີຄວາມເຂັ້ມຂຸ້ນ, ຫອມ,ມີລົດຂົມແຕ່ບໍ່ຕິດຄໍ , ມີຫລາກຫລາຍເມນູໃຫ້ເລືອກກິນ ຈຶ່ງເຮັດໃຫ້ຄອງໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດມາຍາວນານ ຈົນເຮັດໃຫ້ ຊື່ຂອງກາເຟສີໜຸກຊືມຊັບເຂົ້າມາໃນການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະຄົນທີ່ມັກກິນກາເຟ ກໍ່ບໍ່ພາດຄວາມແຊບ ໂດຍກາເຟສີໜຸກຈະມີແບບກາເຟສໍາເລັດຮູບ ແລະ ກາເຟພ້ອມກິນ ທ່ານສາມາດເລືອກບໍລິໂພກໄດ້ຕາມຄວາມຕ້ອງການຂອງລູກຄ້າ.

ທ່ານ ສີໜຸກ ສີສົມບັດ ເວົ້າສູ່ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດທຸລະກິດນີ້ ຍ້ອນຢາກປະກອບສ່ວນສ້າງສາພັດທະນາບ້ານເກີດເມືອງນອນ ແລະ ເຫັນທ່າແຮງຂອງເຂດພູພຽງບໍລະເວນ ເປັນເຂດທີ່ເໝາະແກ່ການປູກກາເຟ, ດ້ວຍປັດໄຈ-ຄວາມສູງ, ອາກາດທີ່ເຢັນ ແລະ ດິນທີ່ອຸດົມສົມບູນ ຈຶ່ງຕັດສິນໃຈປູກກາເຟຢູ່ເມືອງທ່າແຕງ ໃນປີ 1996 ໃນເນື້ອທີ່ 25 ເຮັກຕາ ເພື່ອປຸງແຕ່ງກາເຟດິບສົ່ງອອກຈໍາໜ່າຍທົ່ວໂລກ. ຈົນຮອດປີ 2002 ຈຶ່ງໄດ້ເປີດຮ້ານຂາຍກາເຟ ແຫ່ງທໍາອິດຢູ່ເມືອງປາກເຊ ແລະ ມີການພັດທະນາ ກາເຟສີໜຸກ ມາໂດຍຕະຫລອດ ເຮັດໃຫ້ຖືກໃຈລູກຄ້າຢ່າງຫລວງ ຫລາຍຈົນປັດຈຸບັນ ກາເຟຍີ່ຫໍ່ສີໜຸກ ໄດ້ມີການຂະຫຍາຍສາຂາໄປຫລາຍໆທ້ອງຖິ່ນເປັນຕົ້ນ: ແຂວງອຸດົມໄຊ, ຫລວງພະບາງ, ວັງວຽງ 2 ສາຂາ ແລະ ທ່າແຂກ. ສໍາລັບ ນະຄອນຫລວງວຽງຈັນ ມີຢູ່ຫລາຍຈຸດຄື: ຢູ່ແຄມຂອງທ່າວັດຈັນ, ໂພນສີນວນຂ້າງກ໋ອກໆ, ທົ່ງກາງ, ຕະຫລາດເຊົ້າ ແລະ ຢູ່ຫລັກ 9 ຖະໜົນທ່າເດື່ອ.ແນວໃດກໍດີ, ກາເຟຂອງພວກເຮົາມີຫລາຍຊະນິດ, ມີ 9 ລົດຊາດ ແລະ ຫລັກໆແມ່ນເນັ້ນ 3 ລົດຊາດ ເປັນເອກະລັກສະເພາະຕົວ ທີ່ມີກິ່ນຫອມຫວນທີ່ສຸດ, ດື່ມຂົມບໍ່ຕິດຄໍ ເຊັ່ນ: ລົດຊາດກາງ, ອ່ອນ, ເຂັ້ມ; ມີທັງກາເຟຮ້ອນ, ເຢັນ, ປັ່ນ ແລະ ອື່ນໆ. ພ້ອມນັ້ນ, ຈອກກາເຟ ຍັງເນັ້ນການເປັນມິດຕໍ່ສິ່ງແວດລ້ອມ ເປັນເອກະລັກຂອງຍີ່ຫໍ່ສີໜຸກ ບໍ່ມີຮ້ານອື່ນຄື. ສໍາລັບການຂົ້ວ, ບົດກາເຟໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ. ນອກຈາກນັ້ນ, ຮ້ານກາເຟສີໜຸກ ຍັງມີຜະລິດຕະພັນກາເຟວາງຂາຍຄື: ຂາຍເປັນເມັດ, ຝຸ່ນ ມີຖົງນ້ອຍ 200 ກຣາມ ຫາ 500 ກຣາມ, ຖົງໃຫຍ່ 1 ກິໂລກຣາມ ສາມາດຊື້ເປັນຂອງຂວັນຂອງຕ້ອນຂອງຝາກໄດ້.

ທ່ານ ສີໜຸກ ສີສົມບັດ ເວົ້າເສີມວ່າ: ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເຟັນຊາຍຢູ່ແຂວງສະຫວັນນະເຂດ ແລະ ຢູ່ພາຍໃນ ນວ ແລະ ແຂວງອື່ນໆຕື່ມອີກ. ທຸລະກິດກາເຟສີໜຸກ ຈະບໍ່ສໍາເລັດໄດ້ ຖ້າບໍ່ມີລູກຄ້າທຸກໆທ່ານຊ່ວຍໃຫ້ການສະໜັບສະໜູນຕະຫລອດໄລຍະຜ່ານມາ. ການສະໜັບສະໜູນຂອງລູກຄ້າ ກໍຄືການສົ່ງເສີມຜະລິດຕະພັນຂອງຄົນລາວ ກາເຟລາວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມຍືນຍົງເປັນທີ່ຮູ້ຈັກໃນພາກພື້ນ ແລະ ສາກົນ. ຖ້າທ່ານສົນໃຈທຸລະກິດເປີດຮ້ານກາເຟສີໜຸກ ຫລື ສົນໃຈຮຽນຮູ້ ກາເຟສີໜຸກ ສາມາດສອບຖາມໄດ້ເບີ: 021 315545.
KPL