ຂປລ
ຂປລ. ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະ ສປປ ລາວ
ຂປລ. ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງ ໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມລາວ, ຫລາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫລາຍຄູ່, ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ. ປັດຈຸບັນ, ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ ສປ ຈີນ- ສປປ ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງ ທີ່ສຳຄັນໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ອີກດ້ວຍ.
ຢຸນນານ ຕັ້ງຢູ່ຊາຍແດນພາກຕາເວັນຕົກສຽງໃຕ້ຂອງຈີນ, ມີປະຫວັດການພົວພັນໄປ ມາຫາສູ່ກັນກັບປະຊາຊົນບັນດາປະເທດອາຊີຕາເວັນອອກສຽງໃຕ້ມາຍາວນານ. ເສັ້ນທາງສາຍໄໝພາກໃຕ້ທີ່ເລີ່ມບຸກເບີກໃນສະໄໝລາຊະວົງສິນ ແລະ ຮັ້ນ,ໄດ້ກາຍ ເປັນຊ່ອງທາງທີ່ສຳຄັນ ໃນການເຊື່ອມໂຍງ-ເຊື່ອມຈອດລະຫວ່າງບັນພະບຸລຸດຂອງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ກັບບັນດາປະເທດອ້ອມຂ້າງ. ຢຸນນານ ຈຶ່ງເປັນໜຶ່ງໃນສູນກາງການຂົນສົ່ງ ແລະ ສູນລວບລວມ ແລະ ກະຈາຍສິນຄ້າ ທີ່ສຳຄັນທີ່ສຸດບົນເສັ້ນທາງດັ່ງກ່າວ. ນັບແຕ່ບູຮານນະການເປັນຕົ້ນມາ ຢຸນນານ ແລະ ລາວ ກໍມີການໄປມາຫາສູ່ກັນທາງດ້ານການຄ້າຢ່າງບໍ່ຂາດສາຍ, ການຄ້າຊາຍແດນຂອງປະຊາຊົນກໍມີຄວາມຄຶກຄື້ນຕະຫລອດມາ. ໃນນາມເປັນແຂວງດຽວຂອງຈີນ ທີ່ມີຊາຍແດນຕິດຈອດກັນ ກັບ ລາວ, ມິດຕະພາບ ຈີນ-ລາວ ແບບອ້າຍນ້ອງຍິ່ງມີຄວາມຊັດເຈນ ແລະ ເລິກເຊິ່ງເປັນພິເສດລະຫວ່າງ ຢຸນນານ-ລາວ.
ວັນທີ 18 ຕຸລາ 2002, ກິ່ງແຂວງສິບສອງພັນນາແຂວງຢຸນນານ ແລະ ແຂວງຫລວງພະບາງ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຢ່າງເປັນທາງການ. ໃນນາມເປັນເມືອງມິດຕະພາບສາກົນຄູ່ທຳອິດ ລະຫວ່າງ ຢຸນນານ-ລາວ, ການສ້າງຕັ້ງສາຍພົວພັນໃນຄັ້ງນີ້ ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງຝ່າຍໃນຕໍ່ໜ້າ. ມາຮອດປັດຈຸບັນ, ຢຸນນານ-ລາວ ໄດ້ສ້າງຕັ້ງເມືອງມິດຕະພາບໃນແຕ່ລະຂັ້ນ ແລະ ເມືອງ ທີ່ມີເຈດຈຳນົງຈະສ້າງສາຍພົວພັນກັນມີປະມານ 20 ຕົວເມືອງ ເຊິ່ງກວມເອົາ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນນະຄອນ ແລະ ຂັ້ນເມືອງ ເຊິ່ງຈຳນວນລວມແມ່ນຈັດຢູ່ໃນອັນດັບແຖວໜ້າຂອງທົ່ວປະເທດ. ໃນລະດັບຂັ້ນແຂວງ ປະກອບມີ: ແຂວງຫລວງພະບາງ-ກິ່ງແຂວງສິບສອງພັນນາ, ແຂວງຜົ້ງສາລີ-ນະຄອນຜູເອີ , ແຂວງຈຳປາສັກ-ນະຄອນຢູ້ຊີ , ແຂວງຊຽງຂວາງ-ນະຄອນຈ້າວທົງ , ແຂວງອຸດົມໄຊ-ກິ່ງແຂວງສິບສອງພັນນາ, ແຂວງຫຼວງນ້ຳທາ-ນະຄອນຄຸນໝິງ. ໃນລະດັບຂັ້ນນະຄອນ ປະກອບມີ: ນະຄອນຫລວງວຽງຈັນ-ນະຄອນຄຸນໝິງ , ນະຄອນຫລວງພະບາງ-ນະຄອນຊຽງຮຸ່ງ. ໃນລະດັບຂັ້ນເມືອງ ປະກອບມີ: ເມືອງຜົ້ງສາລີ-ເມືອງຊືເໝົາ , ເມືອງໄຊທານີ-ເມືອງຫົງເຫີ , ເມືອງໄຊ-ນະຄອນອ່ານໜິງ, ເມືອງວັງວຽງ-ເມືອງຢວນຈ່ຽງ , ເມືອງຫລວງນ້ຳທາ-ເມືອງໜິງເອີ້ , ເມືອງສິງ-ເມືອງຫລາ , ເມືອງຍອດອູ-ເມືອງຈ່ຽງເສີງ. ນອກຈາກນີ້, ຢູ່ຕາມຊາຍແດນ ສອງຝ່າຍຍັງໄດ້ສ້າງຕັ້ງບ້ານມິດຕະພາບຈຳນວນ 5 ບ້ານ. ໃນນັ້ນ, ແຂວງສິບສອງພັນນາ ມີ 3 ບ້ານ ຄື: ບ້ານປ່າປູເມືອງສິງ-ບ້ານກົວຟາງ ເມືອງເຜິ່ງ, ບ້ານນາຄຳ ເມືອງສິງ-ບ້ານເລ້ຍ ເມືອງມານ, ບ້ານປ່າຄາເມືອງບຸນເໜືອ-ບ້ານປ່າຄາ ຕາແສງເມືອງບ້ານ.ນອກຈາກນີ້,ຍັງມີນະຄອນຜູເອີອີກ 2 ບ້ານ ຄື: ບ້ານຍອດອູ ເມືອງຍອດອູ-ບ້ານເມືອງຄັງ ຕາແສງຄັງຜິງ ,ບ້ານມາລີເທີ ເມືອງຍອດອູ-ບ້ານໜິວລົວເຫີ ຕາແສງເມືອງເລ້ຍ.
ຕະຫລອດໄລຍະເວລາທີ່ຜ່ານມາ, ສອງຝ່າຍ ຢຸນນານ-ລາວ ໄດ້ຖືເອົາເມືອງມິດຕະພາບ ເປັນເວທີ, ເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມືທີ່ເປັນຮູບປະທຳໃນການໄປມາຫາສູ່ກັນຂອງບຸກຄະລາກອນ, ຂົງເຂດກະສິກຳ, ວັດທະ ນະທຳ ແລະ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບການລົງເລິກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມິດຕະ ພາບທີ່ເປັນມູນເຊື້ອມີມາເປັນພັນປີ ກັບມາມີຊີວິດຊີວາໃໝ່.
ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງ ຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ.
ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫລາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເມືອງມິດຕະພາບ ຢຸນນານ-ລາວ ໄດ້ສ້າງເງື່ອນໄຂຮັບປະກັນດ້ານກົນໄກໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ຜ່ານການສ້າງຕັ້ງກົນໄກການຕິດຕໍ່ພົວພັນເປັນປົກກະຕິ. ປີ 2004, ກົນໄກຄະນະປະສານງານການຮ່ວມມື ແຂວງ ຢຸນນານ ສປ ຈີນ ກັບ ພາກເໜືອລາວໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເຊິ່ງເປັນການເປີດສາກການຮ່ວມມືຮອບດ້ານ ລະຫວ່າງ ຢຸນນານ ແລະ ລາວ.
ຕະຫລອດ 20 ກວ່າປີຜ່ານມາ, ສອງຝ່າຍໄດ້ຈັດກອງປະຊຸມຢ່າງປະສົບຜົນສຳເລັດມາແລ້ວ 14 ຄັ້ງ, ກົນໄກຄະນະປະສານງານ ໄດ້ເຄື່ອນໄຫວຢ່າງມີປະສິດທິພາບສູງ, ການຮ່ວມມືທີ່ເປັນຮູບປະທຳໃນແຕ່ລະຂົງເຂດ ໄດ້ຮັບການລົງເລິກຢ່າງຕໍ່ເນື່ອງ, ປະກອບສ່ວນເປັນກຳລັງແຮງອັນສຳຄັນ ເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ. ນອກນີ້, ການບໍລິຫານແບບປະສານສົມທົບກັນ ຢູ່ເຂດຊາຍແດນ ໄດ້ກາຍເປັນຈຸດພົ້ນເດັ່ນ. ປີ 2022 ນະຄອນຄຸນໝິງໄດ້ຮັບການມອບສິດຄຸ້ມຄອງບໍ່ຫານ ເຊິ່ງເປັນການລິເລີ່ມຮູບແບບໃໝ່ທີ່ ເມືອງເອກຂອງແຂວງ ຄຸ້ມຄອງລວມການພັດທະນາດ່ານຊາຍແດນ, ເຮັດໃຫ້ຜົນກະທົບ "1+1>2" ຂະຫຍາຍຕົວຢ່າງຕໍ່ເນື່ອງ. ປັດຈຸບັນ, ດ່ານທາງລົດໄຟບໍ່ຫານ ໄດ້ກາຍເປັນດ່ານທາງລົດໄຟທີ່ມຸ່ງໜ້າສູ່ອາຊຽນທີ່ມີຂະໜາດໃຫຍ່ທີ່ສຸດ, ມີປະສິດທິພາບໃນການຜ່ານດ່ານສູງທີ່ສຸດ ແລະ ມີການຂະຫຍາຍຕົວຂອງການຂົນສົ່ງສິນຄ້າໄວທີ່ສຸດຂອງທົ່ວປະເທດ, ພ້ອມດຽວກັນນັ້ນ ກໍຍັງໄດ້ກາຍເປັນ "ທ່າບົກອະນາໄມສາກົນ" ແຫ່ງທໍາອິດທີ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ, ສອງຝ່າຍ ຈີນ-ລາວ ບັນລຸການແບ່ງປັນພື້ນທີ່ການພັດທະນາຮ່ວມກັນ.
ເມືອງມິດຕະພາບ ຢຸນນານ-ລາວ ຖືເອົາການເຊື່ອມຈອດພື້ນຖານໂຄງລ່າງ ເປັນຈຸດບຸກທະລຸ, ສ້າງແຮງຂັບເຄື່ອນຢ່າງແຂງແຮງໃຫ້ແກ່ການສ້າງປະຊາຄົມເສດຖະກິດ ຈີນ-ລາວ.ການເຊື່ອມໂຍງດ້ານເສດຖະກິດ-ການຄ້າ ສ້າງປະຊາຄົມການພັດທະນາຂ້າມຊາດ.
ໂດຍອີງໃສ່ "ຊ່ອງທາງຄ້າ" ຂອງທາງລົດໄຟ ລາວ-ຈີນ, ໃນປີ 2024 ມູນຄ່າການຄ້າ ຂາເຂົ້າ-ຂາອອກ ຈີນ-ລາວ ບັນລຸ 52.728 ລ້ານຢວນ, ເພີ່ມຂຶ້ນ 89,23% ເມື່ອທຽບໃສ່ປີ 2021, ອັດຕາການເຕີບໂຕສະເລ່ຍຕໍ່ປີເກືອບ 30%, ໃນນັ້ນ ມູນຄ່າການຄ້າ ຂາເຂົ້າ-ຂາອອກ ຂອງຢຸນນານຕໍ່ລາວບັນລຸ 18.987 ລ້ານຢວນ, ເພີ່ມຂຶ້ນ 1,25 ເທົ່າ ເມື່ອທຽບໃສ່ປີ 2021. ການເຊື່ອມຈອດຂອງທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເຮັດໃຫ້ການຄ້າ ແລະ ໂລຈິສຕິກ ມີຄວາມຄຶກຄື້ນເທົ່ານັ້ນ, ແຕ່ຍັງໄດ້ເຊື່ອມຕໍ່ການພັດທະນາແບບປະສານສົມທົບກັນຂອງເຂດອຸດສາຫະກຳຕາມແລວທາງລົດໄຟອີກດ້ວຍ. ເພື່ອສືບຕໍ່ເສີມຂະຫຍາຍບົດບາດ ການແຜ່ຂະຫຍາຍ ແລະ ຊຸກຍູ້ ຂອງເຂດຄຸນໝິງ, ຄຸນໝິງ, ບໍ່ຫານ ແລະ ວຽງຈັນ ພວມຕັ້ງໜ້າຄົ້ນຄວ້າຮູບແບບການພັດທະນາໃໝ່ "ການເຊື່ອມໂຍງສາມພື້ນທີ່". ເດືອນມັງກອນ 2024, ເຂດພັດທະນາເສດຖະກິດຄຸນໝິງ (ເຂດຄຸນໝິງ ຂອງເຂດທົດລອງການຄ້າເສລີ ), ເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ເຕັນ ຈີນ-ລາວ ແລະ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ລົງນາມໃນສັນຍາການຮ່ວມມືຍຸດທະສາດ "ການເຊື່ອມໂຍງສາມເຂດ". ໃນອະນາຄົດຜ່ານການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດການດຶງດູດການລົງທຶນ, ການຮ່ວມມືໂຄງການ, ການສ້າງຄວາມເຂັ້ມແຂງ ແລະ ເສີມຂະຫຍາຍຫ່ວງໂສ້ອຸດສາຫະກຳ ແລະ ອື່ນໆ, ຢຸນນານ-ລາວ ຈະຮ່ວມມືກັນສ້າງສວນສາທິດການປະສານງານດ້ານອຸດສາຫະກຳຄຸນໝິງ-ວຽງຈັນ, ສ້າງເປັນການວາງຜັງອຸດສາຫະກຳໃໝ່ ທີ່ມີການແບ່ງງານ ແລະ ຮ່ວມມືກັນລະຫວ່າງ ຄຸນໝິງ-ບໍ່ຫານ-ວຽງຈັນ.
ເມືອງມິດຕະພາບ ຢຸນນານ-ລາວ ໄດ້ລົງເລິກການແລກປ່ຽນວັດທະນະທຳ,ການຮຽນຮູ້ວັດທະນະທໍາເຊິ່ງກັນ ແລະ ກັນ ສ້າງປະຊາຄົມການເຊື່ອມຈິດໃຈຂອງປະຊາຊົນໃຫ້ແໜ້ນແກ່ນ ແລະ ຮັດແໜ້ນສາຍໃຍການເຊື່ອມຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຮ່ວມມືໃນຫລາຍຂົງເຂດ ເຊັ່ນ: ການຝຶກອົບຮົມບຸກຄະລາກອນ, ການທ່ອງທ່ຽວຂ້າມຊາດ, ຊີວິດການເປັນຢູ່ຂອງສັງຄົມ ແລະ ອື່ນໆ. ໃນດ້ານການຮ່ວມມືການສຶກສາ, ຢຸນນານ-ລາວ ໄດ້ສ້າງລະບົບການສ້າງຊັບພະຍາກອນມະນຸດຂ້າມຊາດທີ່ມີຫລາຍລະດັບ ແລະ ກວ້າງຂວາງ, ສະໜອງການສະໜັບສະໜູນດ້ານຊັບພະຍາກອນມະນຸດທີ່ເຂັ້ມແຂງ ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ. ຄູສອນວິຊາທາງລົດໄຟ ແລະ ຜູ້ຂັບລົດໄຟ ສັນຊາດລາວ ຮຸ່ນທຳອິດ ທີ່ສ້າງໂດຍວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ໄດ້ກາຍເປັນກຳລັງຫລັກບົນເສັ້ນທາງລົດໄຟ ລາວ-ຈີນ; ເວທີ "ຫ້ອງຮຽນອອນລາຍເມືອງມິດຕະພາບ" ທີ່ສ້າງຂຶ້ນໂດຍ ຄຸນໝິງ ໄດ້ຊ່ວຍຍົກລະດັບຄວາມສາມາດ ໃຫ້ແກ່ພະນັກງານສາທາລະນະສຸກ ຢູ່ວຽງຈັນ ແລະ ຫລວງພະບາງ, ຕົວຢ່າງແບບນີ້ມີຢ່າງຫລວງຫລາຍຈົນນັບບໍ່ຖ້ວນ. ໃນດ້ານການທ່ອງທ່ຽວຂ້າມຊາດ, ເມືອງມິດຕະພາບ ຢຸນນານ-ລາວ ໄດ້ມີການຄົ້ນຄວ້າຢ່າງຫລາກຫລາຍ ໂດຍອ້ອມຮອບການລົງນາມໃນສັນຍາການຮ່ວມມື, ການເພີ່ມທະວີການສະໜອງຜະລິດຕະພັນການທ່ອງທ່ຽວ, ການເຮັດໃຫ້ການຂົນສົ່ງຂ້າມຊາດອຸດົມສົມບູນ ແລະ ອື່ນໆ. ຜ່ານພັນທະມິດ ການທ່ອງທ່ຽວເມືອງມິດຕະພາບສາກົນຄຸນໝິງ, ສອງຝ່າຍບໍ່ພຽງແຕ່ເພີ່ມທະວີການຮ່ວມມືໃນການສົ່ງນັກທ່ອງທ່ຽວຂ້າມຊາດເຊິ່ງກັນ ແລະ ກັນ ເທົ່ານັ້ນ, ແຕ່ຍັງໄດ້ຮ່ວມກັນສ້າງ 10 ຜະລິດຕະພັນ ເສັ້ນທາງທ່ອງທ່ຽວຄຸນນະພາບສູງທາງລົດໄຟ ລາວ-ຈີນ, ເຮັດໃຫ້ນັກທ່ອງທ່ຽວຂ້າມຊາດເພີ່ມຂຶ້ນຢ່າງໄວວາ. ໃນຂົງເຂດຊີວິດການເປັນຢູ່ໃນສັງຄົມ, ບໍ່ວ່າຈະເປັນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ຢຸນນານ ແລະ ລາວ ໃນໄລຍະການລະບາດຂອງພະຍາດ ຫລື ການສ້າງຕັ້ງ "ເຂດສາທິດການບໍລິການດ້ານການແພດ ແລະ ສາທາລະນະສຸກ ໃນພາກພື້ນຂ້າມຊາດ ຈີນ-ລາວ", ສອງຝ່າຍລ້ວນແຕ່ໄດ້ໃຊ້ການກະທຳຕົວຈິງ ເພື່ອອະທິບາຍຄວາມໝາຍຂອງຈິດໃຈຄູ່ຮ່ວມຊາຕາກຳທີ່ວ່າ "ຍາດຕິພີ່ນ້ອງຫວັງດີຕໍ່ກັນ, ເພື່ອນບ້ານຫວັງດີຕໍ່ກັນ".
ສ້າງທ່າແຮງດ້ວຍປາຍປາກກາ, ຂຽນໜ້າປະຫວັດສາດໃໝ່ແຫ່ງຄູ່ຮ່ວມຊາຕາກຳ
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ໄດ້ຍົກໃຫ້ເຫັນວ່າ: "ຕ້ອງຊຸກຍູ້ວຽກງານເມືອງມິດຕະພາບສາກົນຂອງຈີນຢ່າງແຂງແຮງ, ສົ່ງເສີມການແລກປ່ຽນລະຫວ່າງອໍານາດການປົກຄອງທ້ອງຖິ່ນຂອງຈີນ ແລະ ຕ່າງປະເທດ, ຊຸກຍູ້ໃຫ້ບັນລຸການແບ່ງປັນຊັບພະຍາກອນ,ການເສີມຂະຫຍາຍທ່າແຮງເຊິ່ງກັນ ແລະ ກັນ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ", "ເສີມຂະຫຍາຍບົດບາດທີ່ເປັນເອກະລັກຂອງການທູດປະຊາຊົນ, ຈັບມືກັນສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດ" ເຊິ່ງໄດ້ສະໜອງແນວທາງພື້ນຖານໃຫ້ແກ່ການເຮັດວຽກງານເມືອງມິດຕະພາບສາກົນໃຫ້ດີຂຶ້ນຕື່ມ, ສ້າງພື້ນຖານຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນພາຍໃຕ້ຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ ແໜ້ນແກ່ນ.
ພີ່ນ້ອງຍິ່ງໄປມາຍິ່ງໃກ້ຊິດ, ເພື່ອນມິດຍິ່ງຄົບຫາຍິ່ງສະໜິດແໜ້ນ. ມິດຕະພາບ ຈີນ-ລາວ ທີ່ມີມາຫລາຍເຊັ່ນຄົນ,ມີມູນເຊື້ອທາງປະຫວັດສາດອັນເລິກເຊິ່ງ. ປັດຈຸບັນ, ການປ່ຽນແປງໃນຮອບຮ້ອຍປີພວມຜັນແປໄປຢ່າງໄວວາ, ສະພາບການສາກົນມີຄວາມສະລັບສັບຊ້ອນ, ການເພີ່ມທະວີການສານຕາໜ່າງເມືອງມິດຕະພາບໃຫ້ແໜ້ນໜາຕື່ມອີກ ແລະ ຊຸກຍູ້ການຮ່ວມມືເມືອງມິດຕະພາບໃຫ້ບັນລຸການພັດທະນາທີ່ດີກວ່າເກົ່າ ແມ່ນມີຄວາມໝາຍອັນເລິກ ເຊິ່ງ ແລະ ເໝາະສົມກັບເວລາທີ່ສຸດ.
ໃນອະນາຄົດ, ສອງຝ່າຍຢຸນນານ-ລາວ ຄວນຖືເອົາແຜນປະຕິບັດງານ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ເປັນທິດນຳ, ສືບຕໍ່ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນແຕ່ລະຂົງເຂດ ຈາກມຸມມອງທີ່ກວ້າງກວ່າເກົ່າ, ຂົງເຂດທີ່ກວ້າງຂວາງກວ່າເກົ່າ ແລະ ລະດັບທີ່ເລິກເຊິ່ງກວ່າເກົ່າ. ໜຶ່ງແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຢ້ຽມຢາມ "ແບບໄປມາຫາສູ່ພີ່ນ້ອງ" ລະຫວ່າງ ຢຸນນານ-ລາວ, ເຮັດໃຫ້ກ້ອນຫີນເສົາຄ້ຳແຫ່ງການຮ່ວມມື ແໜ້ນແກ່ນຍິ່ງຂຶ້ນ. ສອງ ແມ່ນສືບຕໍ່ເລັ່ງລັດການເຊື່ອມໂຍງ-ເຊື່ອມຈອດ, ຜ່ານການຍົກລະດັບແບບປະສານງານຂອງ "ທາງລົດໄຟ + ທາງຫລວງ + ການຂົນສົ່ງທາງນ້ຳ", ເຮັດໃຫ້ໄລຍະຫ່າງລະຫວ່າງເມືອງມິດຕະພາບໃກ້ກັນກວ່າເກົ່າ. ສາມ ແມ່ນຂະຫຍາຍການໄປມາຫາສູ່ດ້ານເສດຖະກິດ-ການຄ້າຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການຮ່ວມມືທີ່ເປັນຮູບປະທຳ ໃນຂົງເຂດອຸດສາຫະກຳທີ່ມີເອກະລັກຂອງຢຸນນານ-ລາວ ແລະ ອື່ນໆ, ຕ່າງຝ່າຍຕ່າງມີຜົນປະໂຫຍດສົດໃສກວ່າເກົ່າ. ສີ່ ແມ່ນ ລົງເລິກການໄປມາຫາສູ່ ແລະ ການປະສົມປະສານເຂົ້າກັນ, ຊຸກຍູ້ການແລກປ່ຽນວັດທະນະທຳໃນຫລາຍຮູບແບບ, ໂດຍສະເພາະແມ່ນສົ່ງເສີມການໄປມາຫາສູ່ລະຫວ່າງໄວໜຸ່ມຂອງເມືອງມິດຕະພາບ, ເຮັດໃຫ້ສາຍໃຍຄວາມຜູກພັນທາງດ້ານອາລົມຈິດ ຂອງຄົນຮຸ່ນໜຸ່ມແໜ້ນແຟ້ນຍິ່ງຂຶ້ນ. ຈັບມືກັນກ້າວໄປຂ້າງໜ້າຢ່າງຫ້າວຫັນເພື່ອມຸ່ງສູ່ວິໄສທັດອັນດີງາມໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.
ໂດຍ: ນ.ຊຸ່ນ ເຈ່ຍລີ້ ຜູ້ຊ່ວຍນັກຄົ້ນຄວ້າ ສູນຄົ້ນຄວ້າລາວ ສະຖາບັນວິທະຍາສາດສັງຄົມ ແຂວງຢຸນນານ
KPL