ເປີດການແຂ່ງຂັນກິລາດອກປິກໄກ່ ນະຄອນຫລວງວຽງຈັນພາຣາເກມ 2025 ມີຊີງ 20 ຫລຽນຄຳ

16/12/2025 10:49
Email Print 23273
ຂປລ ຂປລ. ການແຂ່ງຂັນກິລາດອກປິກໄກ່ ໃນງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາຣາເກມ 2025” ທີ່ນະ ຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 15 ທັນວາ 2025 ທີ່ເດີ່ນກິລາໃນຮົ່ມໂອແລມປິກປາເຊຍ.

ຂປລ. ການແຂ່ງຂັນກິລາດອກປິກໄກ່ ໃນງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາຣາເກມ 2025” ທີ່ນະ ຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 15 ທັນວາ 2025 ທີ່ເດີ່ນກິລາໃນຮົ່ມໂອແລມປິກປາເຊຍ. ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນ ກິລາດອກປິກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານ ສະຫະ ພັນກິລາດອກປິກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະ ການກິລາດອກປິກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນ ຊົນເຂົ້າຮ່ວມ.

ການແຂ່ງຂັນມີ 4 ລາຍການ ປະກອບມີຄື: ປະເພດກ່ຽວຊາຍ, ປະເພດ ດ່ຽວຍິງ, ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີການຊີງຫລຽນຄໍາ, ຫລຽນ ເງິນ ແລະ ຫລຽນທອງ ທັງໝົດ 20 ຫລຽນ, ໃນນັ້ນ ມີ 6 ພາກສ່ວນເຂົ້າ ຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ຄຳມ່ວນ, ອຸດົມ ໄຊ, ບໍ່ແກ້ວ ແລະ ຫລວງພະບາງ.
ໃນມື້ທໍາອິດຂອງການເປີດ ການແຂ່ງຂັນໃນວັນທີ 15 ທັນວາ 2025 ມີ ການມີການແຂ່ງຂັນປະເພດດ່ຽວຊາຍຜົນປະກົດວ່າ: ນັກກິລາຈາກ ນວ ສາມາດຍາດໄດ້ 1 ຫລຽນຄຳ ໃນລາຍການນີ້, ສ່ວນຫລຽນເງິນ ຕົກເປັນ ຂອງນັກກິລາ ແຂວງຄຳມ່ວນ ແລະ ຫລຽນທອງ ເປັນຂອງນັກກິລາຈາກ ນວ ເຈົ້າພາບເຊັ່ນດຽວກັນ ແລະ ການແຂ່ງຂັນ ແມ່ນຍັງຈະສືບຕໍ່ໄປເຖິງ ວັນທີ 17 ທັນວາ 2025.
ໂດຍ:ສູນຂ່າວ
KPL

ຂ່າວອື່ນໆ

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

    • ຄູປະຈຳການ 12 ເມືອງເປົ້າໝາຍທົ່ວປະເທດ ຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໄລຍະພັກຮຽນສຶກສາ-ກິລາ

      ຄູປະຈຳການ 12 ເມືອງເປົ້າໝາຍທົ່ວປະເທດ ຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໄລຍະພັກຮຽນ

      10/8/2026 10:48:22 AM

      ໃນໄລຍະພັກຮຽນສົກຮຽນ 2025-2026 (ເດືອນມິຖຸນາ ຫາ ສິງຫາ 2026) ຜ່ານມາ, ໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນຮ່ວມມືສາກົນເພື່ອການສຶກສາຜ່ານກອງທຶນການຫັນປ່ຽນລະບົບການສຶກສາໄດ້ສືບຕໍ່ໃຫ້ການສະໜອງທຶນແກ່ຄູສອນ ເພື່ອຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໃນໄລຍະພັກຮຽນ.

    • ຄູເປັນປັດໄຈພື້ນຖານຕັດສິນຄຸນນະພາບການສຶກສາ ແລະ ການພັດທະນາປະເທດຊາດສຶກສາ-ກິລາ

      ຄູເປັນປັດໄຈພື້ນຖານຕັດສິນຄຸນນະພາບການສຶກສາ ແລະ ການພັດທະນາປະເທດຊາດ

      10/8/2026 10:43:30 AM

      ຄູແມ່ນຫົວໃຈຂອງຄຸນນະພາບການສຶກສາ ແລະ ເປັນປັດໄຈພື້ນຖານໃນການຕັດສິນຄຸນນະພາບການສຶກສາ ແລະ ການພັດທະນາປະເທດຊາດ. ຖ້າພວກເຮົາຢາກພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄຸນນະພາບ, ມີທັກສະ, ມີຄຸນສົມບັດ, ມີສິນທຳປະຕິວັດ ແລະ ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງໂລກຢ່າງໄວວານັ້ນ, ຄູຕ້ອງມາກ່ອນໝູ່ໝົດ.

ads
ads

Top