o; Ia [Iv'Ij k'0= 8q d]q ';j kfh ;p dko75h ,7v']t[q [dko[e[a foEgxN vo h ໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ-ສ ເກົາຫລີ, ໃນນາມຕາງໜ້າລັດຖະບານແຫ່ງ ສປປລາວຕີລາຄາສູງຕໍ່ການຮ່ວມມື ລະຫວ່າງສອງປະເທດ ສປປ ລາວ- ສ ເກົາຫລີ ທີ່ໄດ້ປະກອບສ່ວນ ຂປລ. ເມື່ອບໍ່ດົນມານີ້, ທີ່ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມ ຊົມເຊີຍເຖິງສົມເດັດ ຮາມັດ ບິນ ອິຊາ ອາລ ຄາລິຟາ ຣາຊາທິບໍດີ ແຫ່ງ ຣາຊະອານາຈັກບາເຣນ, ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກບາເຣນ ຄົບຮອບ 54 ປີ. ເນື້ອໃນສານລະບຸວ່າ: ໃນນາມ ຕາງໜ້າປະຊາຊົນລາວ ທຸກຖ້ວນ ໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນ ຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ, ລັດຖະບານ ແລະ ປະຊາ ຊົນ ແຫ່ງ ຣາຊະອານາຈັກບາເຣນ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກບາເຣນ ຄົບຮອບ 54 ປີ. ຂ້າພະເຈົ້າມີຄວາມຍິນດີທີ່ເຫັນ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະ ອານາຈັກ ບາເຣນ ໄດ້ຮັບການ ພັດທະນາເປັນກ້າວໆໃນຊຸມປີ ຜ່ານມາ ແລະ ຂ້າພະເຈົ້າຈະສືບ ຕໍ່ເຮັດວຽກກັບທ່ານ ເພື່ອສືບຕໍ່ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວ ໃຫ້ສືບ ຕໍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ ເພື່ອ x6 d9y fleob d .sh -k;|5j ,dj P;da [ dkogxa ooa d;y mtpklkf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 19.12.2025 ປີທີ 24 ສະບັບທີ 6.338ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j xtmkoltrkcsj '-kf 8h voIa [7totz6h cmo vq 'dkowvptdkoxt-k-q ol6 'l5 f ll s;Pfok, vq flt8ik]u lt|a [lt|6 o dkora fmtokglf4tdy f{la '7q , 16j rkd.8h 0v']k; ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ okpq d]a f4t,q o8u 8h voIa [ dko1h P,0+ koa [7totz6h cmo l gdq ks]u lkov;prvo;a o-kf 3m]tg]dltcf'7;k,-q ,g-u p;a o-kf csj ' ik-tvkok9a d[kgio ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ . ເ ມື່ອບໍ່ດົນມ າ ນີ້ , ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ຮັບສານອວຍພອນຈາກ (ພຣະປໍ ຣະມາພິໄທ) ມະຫາວະຊິຣາລົງ ກອນ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນສານໄດ້ລະບຸວ່າ: ໃນ ໂອກາດວັນສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂ້າພະເຈົ້າຂໍສະແດງຄວາມ ຍິນດີ ແລະ ຂໍອວຍພອນໄຊມາ ຍັງທ່ານປະທານປະເທດ ຈົ່ງມີພະ ລານາໄມສົມບູນແຂງແຮງ ແລະ ມີຄວາມຜາສຸກ ພ້ອມທັງອວຍ ພອນໃຫ້ປະເທດຊາດ ແລະ ປະ ຊາຊົນລາວຈົ່ງຢູ່ເຢັນເປັນສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ. ປະເທດໄທ ແລະ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນຖານະເປັນເພື່ອນບ້ານທີ່ ເປັນມິດ, ມີສາຍພົວພັນອັນແໜ້ນ ແຟ້ນບົນພື້ນຖານມິດຕະພາບ, ຄວາມເຂົ້າໃຈອັນດີ, ມີວັດທະນະ ທໍາຮີດຄອງປະເພນີທີ່ສືບທອດ ຮ່ວມກັນມາ ແລະ ເປັນທີ່ປິຕິຍິນດີ ເປັນຢ່າງຍິ່ງທີ່ປະເທດໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮ່ວມກັນສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ຄົບຮອບ 75 ປີ. ພ້ອມກັບການເປີດນໍາໃຊ້ຂົວ ມິດຕະພາບ ໄທ-ລາວ ແຫ່ງທີ 5 ທີ່ຈະມີຂຶ້ນໃນເດືອນທັນວາປີ ນີ້ ຊຶ່ງສະແດງໃຫ້ເຫັນຢ່າງຈະ ແຈ້ງເຖິງສາຍພົວພັນມິດຕະພາບ ອັນໃກ້ຊິດທີ່ມີມາແຕ່ດົນນານບົນ ພື້ນຖານການເຄົາລົບ, ຍ້ອງຍໍ ແລະ ເອົາໃຈໃສ່ຮ່ວມກັນໃນການ ສ້າງຜົນປະໂຫຍດໃຫ້ແກ່ປະເທດ Iv']a f4t,q o8u dt-;' lld -5 dp6h ;Pd'kolb dlk16j -P'0;k' I+ kIPo c]t xt8y [a f8k,c[[1j k'75 olq ,[a fly omext8y ;a f0v'xtmko wdlvo rq ,;y sko vq 'dkod;fdk o; 9tlh k'dkosa oxj Po 1j k'c0'cI'.o0q 'g0f8y f8k,d;fdk ຂປລ. ໂຮງຮຽນມັດທະຍົມ ສຶກສາສົມບູນວຽງຈັນ ຈັດກິດຈະ ກຳໂຄສະນາປູກຈິດສໍານຶກໃຫ້ແກ່ ຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກ ສຶກສາກ່ຽວກັບການເປັນນັກວິທະ ຍາສາດຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ (ຄຊປປລ) ແລະ ຂປລ. ສະພາປະຊາຊົນນະ ຄອນຫລວງວຽງຈັນ ຮັບຮອງຮ່າງ ຂໍ້ຕົກລົງຂອງທ່ານເຈົ້າຄອງ ວ່າ ດ້ວຍການຄຸ້ມຄອງລະບົບການບໍາ ບັດນໍ້າເປື້ອນໃນນະຄອນຫລວງ ວຽງຈັນ (ນວ) ພາຍຫລັງສະເໜີ ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ IV ໃນວັນທີ 17 ທັນວາ 2025 ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາ ປະຊາຊົນ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 1 ນວ ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງວຽງຈັນ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ມີ ເນື້ອໃນຄົບຖ້ວນ, ສົມບູນ ແລະ ໃຫ້ ພະແນກການກ່ຽວຂ້ອງນຳໄປໃຊ້ໃນ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃນວຽກງານລະບົບບໍາບັດນໍ້າເປື້ອນ, ປົກປັກຮັກສາສິ່ງແວດລ້ອມນໍ້າໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ຂປລ. ໃນປີ 2026 ທີ່ຈະມາເຖິງ ນີ້, ອົງການກວດການະຄອນຫລວງ ວຽງຈັນ (ນວ) ຈະສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງໃນຂົງເຂດ ວຽກງານຕິດຕາມກວດກາ ເພື່ອ ຮັບປະກັນໄດ້ບົດບາດອິດທິພົນຂອງ ພັກ, ການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍທີ່ ສັກສິດໃນທົ່ວ ນວ ໂດຍຈະໄດ້ ສຸມໃສ່ຕິດຕາມກວດກາປົກກະຕິ ແບບແຜນນຳພາ, ວິທີເຮັດວຽກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ( ຂວາ ) ltrkxt-k-q o o; Ia [Iv'gvq k[q f]kp'ko czodko 5 xu c]t ;Pd95 fl5 ,.o8|h + k ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ສ ເກົາຫລີ ຊຶ່ງ ນໍາໂດຍທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງຊຸງຊອງ ນໍາໂດ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ໃນວັນທີ 18 ທັນວາ 2025 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຕ້ອນຮັບ, ຊົມເຊີຍຕໍ່ທ່ານ ກິມ ເທ ຮຶມ ພ້ອມດ້ວຍຄະນະທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງ ເປັນການປະກອບສ່ວນສໍາຄັນເຂົ້າ ຂປລ. ໃນວັນທີ 18 ທັນວາ 2025, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນຮຸຍຕຽນ ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 17-18 ທັນວາ 2025 ນີ້. ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ( ຂວາ ) ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ( ຜູ້ທີ 2 ນັບຈາກຊ້າຍຫາຂວາ ) ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ( ຂວາສຸດ ) ທ່ານ ບຸນສີ ກອງບຸດ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/12/2025 xtgmf]k; ສະພາປະຊາຊົນ ນວ...ົ ອົດສະຕຣາລີ...ົີ ໂທລະເລກ... ປະທານສະພາແຫ່ງຊາດ...່ ນາຍົກລັດຖະມົນຕີ...ົັົີ ສານອວຍພອນວັນຊາດ...ັ dv'xt-5 ,.spj z6h cmortlq 'mqj ;xtgmf ltw\mu IX 9t9a f0B omh kpgfn voma o;koU ຂປລ. ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວປະເທດສະໄໝທີ IX ຂອງອົງການພຸດທະສາສະໜາ ສໍາພັນ ແຫ່ງ ສປປ ລາວ ຈະຈັດ ຂຶ້ນໃນລະຫວ່າງວັນທີ 23-24 ທັນວາ 2025 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ຊຶ່ງ ເປັນຂີດໝາຍສຳຄັນໃນການເສີມ ສ້າງຄວາມສາມັກຄີ ແລະ ຍົກ ສູງບົດບາດຂອງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ໃນການປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ພະອາຈານ ອະທິປະໄຕ ໄມຕີຈິດ ຄະນະບໍລິຫານງານປະຈໍາການ, ຫົວໜ້າຫ້ອງການບໍລິຫານສູນກາງ ອພສ, ຕາງໜ້າສູນກາງ ອພສ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 17 ທັນວາ 2025 ນີ້ວ່າ: ໃນ ລະຫວ່າງວັນທີ 23-24 ທັນວາ 2025 ນີ້, ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ຈະໄດ້ເປີດກອງປະຊຸມໃຫຍ່ຜູ້ແທນ ພະສົງ ສະໄໝທີ IX ຂອງສູນກາງ ອພສ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ. ກອງປະ ຊຸມຄັ້ງນີ້, ມີຄວາມສໍາຄັນຢ່າງຍິ່ງໃນ ການປະເມີນຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ VIII ໃນໄລຍະ 5 ປີຜ່ານມາ ແລະ ກໍານົດ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາປະ ຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ), ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຫັນ ດີເປັນເອກະພາບຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງ ສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງ ປະຊຸມຄັ້ງປະຖົມມະລືກ, ທິດທາງ ແຜນການ ປະຈຳປີ 2026 ຂອງສະ ພາປະຊາຊົນ ນວ ຊຸດທີ V ດ້ວຍຄະ ແນນສຽງເຫັນດີເປັນສ່ວນຫລາຍ. ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນວ ໄດ້ສະຫລຸບຕີລາຄາການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ໂດຍສະເພາະດ້ານການຕິດຕາມ ກວດກາເຫັນວ່າໄລຍະ 5 ປີ ຜ່ານ ມາໄດ້ລົງເຄື່ອນໄຫວວຽກງານຕິດ ຕາມກວດກາຢູ່ບັນດາພະແນກການ ອ້ອມຂ້າງ ນວ, ອົງການປົກຄອງ ເມືອງ ແລະ ຫົວໜ່ວຍທຸລະກິດ ທັງໝົດ 298 ຈຸດ ໃນນີ້, ຂົງເຂດ ເສດຖະກິດ 82 ຈຸດ, ຂົງເຂດວັດ ທະນະທຳສັງຄົມ ແລະ ບັນດາ ເຜົ່າ 171 ຈຸດ ແລະ ຂົງເຂດເຂດ ຍຸຕິທໍາ ແລະ ປກຊ-ປກສ 45 ຈຸດ ຊຶ່ງຫົວຂໍ້ຕິດຕາມກວດກາແມ່ນ ຕິດພັນກັບການຈັດຕັ້ງປະຕິບັດລັດ ຖະທຳມະນູນ, ກົດໝາຍ, ແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ທີ່ກຳນົດໃນ ຂປລ. ໃນລະຫວ່າງວັນທີ 1419 ທັນວາ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ແລະ ທ່ານ ນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳ ສປປ ລາວ ໄດ້ ໄປຢ້ຽມຢາມບັນດາແຂວງພາກໃຕ້ ຜົນປະໂຫຍດຮ່ວມກັນລະຫວ່າງປະ ຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນສົມເດັດ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ຂໍໃຫ້ປະຊາຊົນຣາຊະອານາຈັກບາ ເຣນ ເພື່ອນມິດຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ. ແລະ ປະຊາຊົນທັງສອງຝ່າຍຜ່ານ ການພັດທະນາການຮ່ວມມື ແລະ ການເປັນຄູ່ຮ່ວມມືຍຸດທະສາດໃນ ດ້ານຕ່າງໆທັງໃນຂອບສອງຝ່າຍ ແລະ ໃນອາຊຽນຢ່າງເຂັ້ມແຂງ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍ ພົວພັນອັນອົບອຸ່ນນີ້ ຈະສືບຕໍ່ພັດ ທະນາຢ່າງບໍ່ຢຸດຢັ້ງ ແລະ ເປັນ ຮາກຖານສຳຄັນໃນການສົ່ງເສີມ ຄວາມກ້າວໜ້າໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ພະ ລັງງານ, ການພັດທະນາພື້ນຖານ ໂຄງລ່າງຄົມມະນາຄົມ ແລະ ວັດ ທະນະທຳ ຊຶ່ງການພັດທະນາໃນ ດ້ານຕ່າງໆນີ້ ບໍ່ພຽງແຕ່ຈະສ້າງຜົນ ປະໂຫຍດໃຫ້ທັງສອງປະເທດ ແລະ ປະຊາຊົນເທົ່ານັ້ນ, ຫາກຍັງຈະປະ ກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ພາກພື້ນຂອງພວກເຮົາອີກດ້ວຍ. ຊ່ວຍເຫລືອ ແລະ ການຮ່ວມມືຂອງ ທ່ານເຈົ້າແຂວງ ກໍຄື ພາກສ່ວນ ຕ່າງໆຂອງແຂວງຊຸງຊອງນຳໂດ ທີ່ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເວົ້າລວມ, ເວົ້າ ສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ກັບແຂວງຊຸງຊອງນໍາໂດ ສ ເກົາຫລີ ທີ່ມີມາແລ້ວນັ້ນໃຫ້ນັບມື້ກ້າວເຂົ້າສູ່ ລວງເລິກ. ໃນໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ຕາງໜ້າໃຫ້ກັບຄະນະ ສະແດງ ຄວາມຂອບໃຈຕໍ່ທ່ານນາຍົກລັດຖະ ມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນພ້ອມທັງໄດ້ແຈ້ງຈຸດປະສົງຂອງ ການມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ໃຫ້ກັບທ່ານນາຍົກລັດຖະ ມົນຕີ ໄດ້ຮັບຊາບຕື່ມອີກ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ລາວ (ສາລະວັນ, ເຊກອງ, ສະ ຫວັນນະເຂດ ແລະ ຈຳປາສັກ) ໂດຍໄດ້ເຂົ້າພົບປະກັບບັນດາການ ນຳຂອງແຕ່ລະແຂວງ ທັງນີ້ກໍເພື່ອ ຢືນຢັນຄຳໝັ້ນສັນຍາຂອງອົດສະ ຕຣາລີ ໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ແລະ ການຮ່ວມມືດ້ານການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ໂອກາດນີ້, ຄະນະດັ່ງກ່າວໄດ້ ຢ້ຽມຢາມໂຮງຮຽນປະຖົມນາເດື່ອ ຢູ່ເມືອງອຸທຸມພອນ ເພື່ອສະແດງ ໃຫ້ເຫັນເຖິງການສະໜັບສະໜູນ ຂອງອົດສະຕຣາລີ ໃນການປັບປຸງ ຄຸນນະພາບ ແລະ ການເຂົ້າເຖິງ ການສຶກສາ ໂດຍຜ່ານແຜນງານບີ ຄວາ (BEQUAL) ຊຶ່ງຄູອາຈານ ແມ່ນໄດ້ຮັບການພັດທະນາວິຊາຊີບ ຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການສິດ ສອນແບບມີສ່ວນຮ່ວມຫລາຍຂຶ້ນ. ອີງຕາມການສຳຫລວດກ່ຽວກັບ ການສຶກສາແບບມີສ່ວນຮ່ວມ ສະແດງໃຫ້ເຫັນວ່ານັກຮຽນທີ່ສອນ ໂດຍຄູອາຈານ ຜູ້ທີ່ສຳເລັດການຝຶກ ອົບຮົມປະຕິບັດຕົວຈິງລວມທັງການ ເວົ້າພາສາລາວ ແລະ ຍຸດທະສາດ ແບບມີສ່ວນຮ່ວມ ແມ່ນໄດ້ຜົນການ ຮຽນຮູ້ທີ່ດີຂຶ້ນ. ຢູ່ແຂວງຈຳປາສັກ, ທ່ານ ນາງ ເມແກັນ ຈອນສ ໄດ້ຢ້ຽມຢາມຟາມ ບລູເບີຣີ ຊຶ່ງເປັນການລົງທຶນຂອງ ອົດສະຕຣາລີ. ໂຄງການດັ່ງກ່າວນີ້ ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາ ຂອງອົດສະຕຣາລີ ໃນການຫັນເປັນ ທັນສະໄໝຂອງຂະແໜງກະສິກຳ ແລະ ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ. ກຸ່ມບໍລິສັດ Costa, ເປັນບໍລິສັດດ້ານກະສິກຳ ໃຫຍ່ທີ່ສຸດຂອງອົດສະຕຣາລີ ຊຶ່ງ ມີແຜນຈະລົງທຶນ 100 ລ້ານໂດລາ ອົດສະຕຣາລີ ໃນໂຄງການປູກໝາກ ບລູເບີຣີ ໃນ ສປປ ລາວ ໃນໄລຍະ ຫ້າປີຂ້າງໜ້າຄາດວ່າຈະສ້າງວຽກ ເຮັດງານທຳໃຫ້ປະຊາຊົນທ້ອງ ຖິ່ນປະມານ 2.000 ຕຳແໜ່ງ. ພ້ອມນີ້, ຍັງໄດ້ລົງຕິດຕາມການ ຈັດຕັ້ງປະຕິບັດການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ຢູ່ 3 ບ້ານຂອງແຂວງຈຳປາສັກ ຕື່ມອີກ. ທ່ານ ເມແກັນ ຈອນສ ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ວ່າ: ການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແມ່ນໜຶ່ງ ໃນເຫດການທີ່ສຳຄັນທີ່ສຸດຂອງປະ ເທດໜຶ່ງໆ ຊຶ່ງມັນແມ່ນພື້ນຖານສໍາ ລັບການສ້າງນະໂຍບາຍ, ການຈັດ ໃ ນ ໂ ອ ກ າ ດ ນີ້ , ສ ະ ຫ າ ຍ ໄຊສົມພອນ ພົມວິຫານ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສສ ຫວຽດນາມ ໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະການຮັດແໜ້ນການ ພົວພັນຮ່ວມມືໃນຂົງເຂດໄອຍະການ ປະຊາຊົນໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໂອກາດນີ້, ສະຫາຍ ຫງວຽນຮຸຍ ຕຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ທີ່ ໄດ້ສະລະເວລາຕ້ອນຮັບການຢ້ຽມ ຂໍ່ານັບໃນຄັ້ງນີ້ພ້ອມທັງຖືໂອກາດ ນີ້, ລາຍງານກ່ຽວກັບຜົນສໍາເລັດ ການຮ່ວມມືລະຫວ່າງສອງອົງການ ໄອຍະການປະຊາຊົນ ໃນໄລຍະຜ່ານ ມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ ເປັນຕົ້ນການສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳທີ່ໄດ້ເຊັນກັນ ໃນໄລຍະຜ່ານມາເຂົ້າສູ່ວຽກງານ ຕົວຈິງຢ່າງມີປະສິດທິຜົນ; ຈັດ ກອງປະຊຸມອົງການໄອຍະການ ບັນດາແຂວງທີ່ມີຊາຍແດນຮ່ວມ ກັນ ລາວ-ຫວຽດນາມ ຄັ້ງທີ 8 ໃນປີ 2026 ຢູ່ ສປປ ລາວ; ສືບຕໍ່ ຊ່ວຍເຫລືອກໍ່ສ້າງພະນັກງານໄອ ຍະການປະຊາຊົນ ສປປ ລາວ ຢູ່ ສສ ຫວຽດນາມ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານໄອຍະການ ກ່ຽວກັບການຕ້ານອາຊະຍາກຳ ຂ້າມຊາດ ແລະ ພັດທະນາລະບົບໄອ ຍະການດີຈິຕອນ ແລະ ການຫັນເປັນ ທັນສະໄໝຢ່າງບໍ່ຢຸດຢັ້ງ. ພາບ: ເກດສະໜາ ມະຕິກອງປະຊຸມສະໄໝສາມັນຂອງ ສະພາປະຊາຊົນ ນວ, ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ບັນດາຄາດໝາຍສູ້ຊົນ ຂອງ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ນະຄອນ ຫລວງ. ສຳລັບປີ 2025 ໄດ້ລົງ ຕິດຕາມກວດກາ 84 ຈຸດ ໃນນີ້, ຂົງ ເຂດເສດຖະກິດ 21 ຈຸດ, ຂົງເຂດ ວັດທະນະທໍາສັງຄົມ ແລະ ບັນດາ ເຜົ່າ 60 ຈຸດ ແລະ ຂົງເຂດເຂດ ຍຸຕິທຳ ແລະ ປກຊ-ປກສ 3 ຈຸດ. ພ້ອມນີ້, ໄດ້ຕິດຕາມກວດກາບັນດາ ໂຄງການລົງທຶນຂອງລັດ ແລະ ໂຄງການພັດທະນາຕ່າງໆ ທີ່ຈັດຕັ້ງ ປະຕິບັດຢູ່ໃນ ນວ ກ່ຽວກັບການ ຊົດເຊີຍຊັກຊ້າ, ບໍ່ເໝາະສົມ ແລະ ຜົນກະທົບອື່ນໆເຊັ່ນ: ໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລ ໂວນ, ໂຄງການທາງດ່ວນວຽງຈັນ ໝາຍເລກ 1, ໂຄງການລົດໄຟ ລາວ-ຈີນ ໄລຍະທີ 2, ໂຄງການທ່າ ບົກ-ທ່ານາແລ້ງ ແລະ ໂລຈິສຕິກ, ໂຄງການປັບປຸງ ແລະ ສ້ອມແປງ ທາງຫລວງແຫ່ງຊາດ ເລກທີ 13 ເໜືອ, ໂຄງການກໍ່ສ້າງເສັ້ນທາງ ດອນນົກຂຸ້ມ ຫາ ທາງ 450 ປີ, ໂຄງການພັດທະນາບຶງສາລາຄຳ, ໂຄງການຂົນສົ່ງແບບຍືນຍົງລົດເມ ດ່ວນ BRT ແລະ ໂຄງການກໍ່ສ້າງ ເຂື່ອນໄຟຟ້າອະເນກປະສົງຂະໜາດ ນ້ອຍ 5 ເມກາວັດ, ການຂຸດຄົ້ນແຮ່ ທາດ ໂດຍສະເພາະການຕິດຕາມ ກວດກາໂຄງການສຶກສາສຳຫລວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ (ເກືອ ກາລີ) ຢູ່ ນວ ຊຶ່ງສະພາປະຊາຊົນ ນວ ສະເໜີຕໍ່ສະພາແຫ່ງຊາດ ໄດ້ ຄົ້ນຄວ້າ, ພິຈາລະນາຢ່າງຮອບ ດ້ານຕໍ່ກັບຜົນການຕິດຕາມກວດ ກາຂອງສະພາປະຊາຊົນ ນວ ແລະ ການຕິດຕາມກວດກາຂອງ ກຳມາທິການກ່ຽວຂ້ອງຕໍ່ຜົນກະທົບ ດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ຄະນະ ປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກ ມະຕິ ສະບັບເລກທີ 182/ຄປຈ, ລົງວັນທີ 1 ກໍລະກົດ 2025 ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ລົງຕິດຕາມ ກວດກາບັນຫາຜົນກະທົບຕໍ່ສິ່ງ ແວດລ້ອມ-ສັງຄົມ ຕິດພັນກັບຄຳ ຮ້ອງຄຳສະເໜີຂອງປະຊາຊົນເປັນ ຕົ້ນການສົ່ງກິ່ນເໝັນເນົ່າ ແລະ ການ ປ່ອຍນໍ້າເສຍຂອງໂຮງງານຂ້າ ສັດ, ຂໍ້ຂັດແຍ່ງທີ່ດິນ, ການລັກ ລອບຕັດໄມ້ເຂດສະຫງວນພູພະນັງ, ວຽກງານສາສະໜາ, ການປະລະ ການຮຽນ ແລະ ບັນຫາອື່ນໆ ຊຶ່ງ ຄະນະປະຈຳສະພາປະຊາຊົນກໍ ໄດ້ກໍານົດເອົາບາງບັນຫາທີ່ພົ້ນ ເດັ່ນ ເພື່ອຕັ້ງເປັນຫົວຂໍ້ໃຫ້ອົງການ ປົກຄອງ ແລະ ພະແນກການກ່ຽວ ຂ້ອງຂຶ້ນລາຍງານຊີ້ແຈງຕໍ່ກອງ ປະຊຸມສະໄໝສາມັນຂອງສະພາປະ ຊາຊົນໃນແຕ່ລະຄັ້ງ. ຂ່າວ: ກິດຕາ, ພາບ: ເກດສະໜາ ສັນຊັບພະຍາກອນທີ່ມີປະສິດທິພາບ ແລະ ການວາງແຜນທີ່ອີງໃສ່ຂໍ້ມູນ ເປັນຫລັກ. ອົດສະຕຣາລີ ມີຄວາມ ພູມໃຈທີ່ໄດ້ສະໜັບສະໜູນວຽກງານ ນີ້ ພາຍໃຕ້ກອບການຮ່ວມມືຮອບ ດ້ານລະຫວ່າງລາວ-ອົດສະຕຣາ ລີ ຊຶ່ງສຸມໃສ່ການພັດທະນາແບບ ມີສ່ວນຮ່ວມ, ການປົກຄອງທີ່ດີ ແລະ ການສົ່ງເສີມການສ້າງລະບົບ ແຫ່ງຊາດ. ສຳລັບຢູ່ແຂວງເຊກອງ, ທ່ານ ທູດຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າ ຕ້ານພະຍາດມັນຕົ້ນຢູ່ເມືອງທ່າແຕງ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ສູນຄົ້ນຄວ້າກະສິກຳສາກົນຂອງ ອົດສະຕຣາລີ (ACIAR) ໂດຍໄດ້ ພົບປະກັບນັກຄົ້ນຄວ້າ, ກະສິກອນ ແລະ ຕົວແທນຈາກອຸດສາຫະກຳ ມັນຕົ້ນ. ໃນຂະນະດຽວກັນ, ກໍໄດ້ ມອບອຸປະກອນການແພດໃຫ້ແກ່ ໂຮງໝໍແຂວງເຊກອງ ໂດຍຜ່ານ ກອງທຶນຊ່ວຍເຫລືອລ້າຂະໜາດ ນ້ອຍຂອງອົດສະຕຣາລີຕື່ມອີກ. ທິດທາງແຜນການວຽກງານ ແລະ ຍຸດທະສາດໃໝ່ ເພື່ອສືບຕໍ່ເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ກິດຈະການ ທາງພຸດທະສາສະໜາຢູ່ ສປປ ລາວ ໃນ 5 ປີຕໍ່ໜ້າໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານກົງຈັກການ ຈັດຕັ້ງ, ແບບແຜນວິທີການເຮັດ ວຽກໃຫ້ຖືກຕ້ອງສອດຄ່ອງກັບ ຫລັກສິນທໍາຄໍາສອນ, ທຳມະນູນ ສົງລາວ, ມະຕິຄໍາສັ່ງ, ແນວທາງ ນະໂຍບາຍ, ດໍາລັດ, ກົດໝາຍ ແລະ ລັດຖະທຳມະນູນ ແຫ່ງ ສປປ ລາວ ໂດຍສົມທົບກັບບັນດາກະຊວງ, ອພສ ແຂວງ, ອພສ ນະຄອນຫລວງ, ເມືອງ ແລະ ອຳນາດການປົກຄອງ ທີ່ກ່ຽວຂ້ອງ. ກອງປະຊຸມໃຫຍ່ຜູ້ແທນພະສົງ ສະໄໝທີ IX ຂອງສູນກາງ ອພສ ຈັດຂຶ້ນບົນພື້ນຖານຂອງທໍາມະນູນ ສົງລາວ ແລະ ມະຕິຂອງຄະນະ ບໍລິຫານງານສູນກາງ ອພສ ໂດຍ ມີຈຸດປະສົງ ເພື່ອລາຍງານຜົນສໍາ ເລັດ ແລະ ຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ ແທນພະສົງທົ່ວປະເທດສະໄໝທີ VIII ຂອງອົງການພຸດທະສາສະ ໜາສຳພັນ ແຫ່ງ ສປປ ລາວ; ພິຈາລະນາ ແລະ ຮັບຮອງເອົາທິດ ທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະນາ 5 ປີຕໍ່ໜ້າ (2026-2030) ຂອງອົງການ ພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX; ຮັບຮອງເອົາ ຄະນະບໍລິຫານງານຊຸດໃໝ່ ຂອງ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ສະໄໝ ທີ IX ເພື່ອສືບຕໍ່ນໍາພາວຽກງານ ໄລຍະຕໍ່ໄປ ແລະ ຮັບຟັງການປະ ກອບຄໍາຄິດຄໍາເຫັນຈາກພາກສ່ວນ ຄູ່ຮ່ວມງານພາກລັດຂັ້ນສູນກາງ. ເ ນື້ອໃນສໍາຄັນທີ່ຈະນໍາມາ ພິຈາລະນາໃນກອງປະຊຸມຄັ້ງນີ້, ປະກອບມີ: ບົດລາຍງານຜົນສໍາ ເລັດການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ VIII; ທິດທາງ ແຜນການ ແລະ ແຜນພັດທະນາ ຂອງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ສະໄໝ ທີ IX (2026-2030). ພ້ອມ ທັງຮັບຟັງການໂອ້ລົມຈາກກົມ ການເມືອງສູນກາງພັກຕໍ່ວຽກງານ ພຸດທະສາສະໜາ ແລະ ການປະ ກອບຄໍາຄິດຄໍາເຫັນຈາກສູນກາງ ແນວລາວສ້າງຊາດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງສຶກສາທິການ ແລະ ກິລາ, ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ. ຄາດຄະເນວ່າຈະມີຜູ້ ເຂົ້າຮ່ວມທັງໝົດ 1.176 ອົງ/ທ່ານ ຊຶ່ງປະກອບມີພະສົງ ແລະ ຜູ້ແທນ ຈາກຂັ້ນສູນກາງຈໍານວນ 1.000 ອົງ/ທ່ານ ແລະ ຈາກຂັ້ນແຂວງຈໍາ ນວນ 176 ອົງ/ທ່ານ. ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແມ່ນອົງການ ຈັດຕັ້ງສູນກາງທີ່ເປັນຕົວແທນໃຫ້ ແກ່ພະສົງ ແລະ ສາສະນິກະຊົນລາວ ທົ່ວປະເທດ ມີພາລະບົດບາດໃນ ການນໍາພາ, ຈັດຕັ້ງ ແລະ ຄຸ້ມຄອງ ກິດຈະການທາງພຸດທະສາສະ ໜາໃຫ້ສອດຄ່ອງກັບທໍາມະນູນ ສົງລາວ ແລະ ກົດໝາຍຂອງລັດ ລວມທັງການເຕົ້າໂຮມຄວາມສາ ມັກຄີຂອງພຸດທະສາສະນິກກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ແລະ ການພົວພັນສາກົນກ່ຽວກັບ ສາສະໜາຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ
19/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເຂົ້າຈານນ້ຳ ໂດຍ: ຮທ ນາງ ສຸກສາຄອນ ພົງໄຊຜົນຸ ກົ ງົ ນ gvq k.9.lj 75h ,7v'xq dxa dIa dlkglA o-kpcfo0v'xtgmf-kf .sh ,u 7;k,\A o7q ' ຂປລ. ເຫລົ່າຮົບກຳລັງທະຫານ ຊາຍແດນ ແມ່ນເຫລົ່າຮົບໜຶ່ງທີ່ສໍາ ຄັນໃນຖັນເເຖວກຳລັງຂອງກອງ ທັບ ເປັນກຳລັງຢູ່ເສັ້ນຂະໜານໜ້າ ຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນ ຊາຍແດນ, ຄຸ້ມຄອງຫລັກໝາຍ ຊາຍແດນ ແລະ ເຄື່ອນໄຫວລາດ ຕະເວນຕາມບໍລິເວນຊາຍເເດນ ໃຫ້ ມີຄວາມສະຫງົບປອດໄພ ແລະ ມີ ຄວາມເປັນລະບຽບຮຽບ. ສະຫາຍ ພົນຈັດຕະວາ ສີ ທະ ວີໄຊ ຫົວໜ້າການເມືອງ ກອງບັນ ຊາການທະຫານຊາຍແດນ ໄດ້ໃຫ້ ສຳພາດວ່າ: ນັບເເຕ່ເຫລົ່າຮົບທະ ຫານຊາຍເເດນ ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງ ເປັນກອງບັນຊາການທະຫານຊາຍ ແດນ ໃນວັນທີ 29 ພະຈິກ 2024 ຕາມດໍາລັດຂອງທ່ານນາຍົກລັດ ຖະມົນຕີ ສະບັບເລກທີ 378/ນຍ, ລົງວັນທີ 25 ທັນວາ 2023, ຕະ ຫລອດໄລຍະ 13 ປີ ຜ່ານມາ ຄະນະ ກົມທະຫານຊາຍແດນໃນເມື່ອກ່ອນ ກໍຄື ຄະນະກອງບັນຊາການທະ ຫານຊາຍແດນໃນປັດຈຸບັນ ໄດ້ເອົາ ໃຈໃສ່ນໍາພາ-ຊີ້ນຳກໍາລັງທະຫານ ຊາຍແດນໃນທົ່ວປະເທດ ໂດຍປະ ສານສົມທົບກັບກອງບັນຊາການ ທະຫານນະຄອນຫລວງ ແລະ ກອງ ບັນຊາການທະຫານແຂວງ ເຮັດໃຫ້ ກຳລັງທະຫານຊາຍແດນ ໄດ້ຮັບ ການປັບປຸງ ເເລະ ມີຄວາມເຕີບໃຫຍ່ ເຂັ້ມແຂງຮັກສາໄດ້ອໍານາດອະທິ ປະໄຕ ແລະ ຄຸ້ມຄອງປົກປັກຮັກສາ ເສັ້ນຊາຍແດນຂອງປະເທດຊາດໄວ້ ໄດ້ຢ່າງໝັ້ນຄົງ. ສະຫາຍຍັງໃຫ້ຮູ້ວ່າຕື່ມວ່າ: ສໍາ ລັບແຜນການໃນຕໍ່ໜ້ານີ້ ຄະນະພັກ- ຄະນະບັນຊາກອງບັນຊາການທະ ຫານຊາຍເເດນ ຈະໄດ້ສືບຕໍ່ປັບປຸງ ກໍ່ສ້າງກຳລັງທະຫານຊາຍແດນໃຫ້ ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍ ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ເປັນຕົ້ນເເມ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ພະນັກງານ-ນັກຮົບໃນ ກໍາລັງທະຫານຊາຍແດນ ໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄວາມ ຈົງຮັກພັກດີ, ມີຄວາມອົດທົນເຄື່ອນ ໄຫວເຮັດໜ້າທີ່ຕາມການມອບໝາຍ ຂອງຂັ້ນເທິງ, ເອົາໃຈໃສ່ຈັດຕັ້ງອົບ ຮົມຫັດແອບສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະປ້ອງກັນຊາຍ ແດນ ໃຫ້ມີຄວາມສຳນິຊຳນານຕິດ ພັນກັບການປັບປຸງລະບຽບແບບ ແຜນ, ປະຕິບັດບັນດາຂໍ້ກຳນົດກົດ ລະບຽບຂອງກອງກັບ ໂດຍສະເພາະ ແຜນການຈັດຕັ້ງປະຕິບັດ7ລະບອບ 18 ວຽກຂອງກອງທັບໃຫ້ໄດ້ຮັບ ຜົນດີ ໄປພ້ອມໆກັບການເອົາໃຈໃສ່ ວຽກກໍ່ສ້າງຮາກຖານການເມືອງ ຢູ່ບັນດາບ້ານ, ຕິດພັນວຽກງານສືບ ຂ່າວ, ເກັບກໍາຂ່າວຕາມຂອບເຂດ ບໍລິເວນຊາຍແດນ ເພື່ອເປັນຂໍ້ມູນ ໃນການກຽມພ້ອມແກ້ໄຂກໍລະນີ ຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິ ເວນຊາຍແດນໃຫ້ທັນເວລາ. ເນື່ອງໃນໂອກາດທີ່ທົ່ວພັກ,ທົ່ວ ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວທັງຊາດ ຫາກໍສຳເລັດການສະ ເຫລີມສະຫລອງວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກໃນປີ 2025 ນີ້ ເວົ້າລວມ, ເວົ້າສະເພາະແມ່ນວັນ ຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະ ຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ສະເເດງທັດສະນະຄວາມ ຮູ້ສຶກເອກອ້າງທະນົງໃຈຂອງຕົນ ວ່າ: ວັນສະຖາປະນາສປປລາວຄົບ ຮອບ 50 ປີ, ເປັນວັນທີ່ມີຄວາມ ໝາຍຄວາມສໍາຄັນທາງປະຫວັດ ສາດຂອງຊາດ, ເປັນວັນແຫ່ງໄຊ ຊະນະອັນຍິ່ງໃຫຍ່ຂອງຊາດລາວ ເຊິ່ງກ່ອນໜ້ານີ້ປະເທດລາວຂອງ ພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຕ່າງດ້າວ ທັງ ແບບເກົ່າ ແລະ ແບບໃໝ່ມາຫລາຍ ປີ, ປະຊາຊົນລາວບັນດາເຜົ່າຖືກ ກົດຂີ່ຂົ່ມເຫັງ, ຂາດອິດສະລະພາບ, ບໍ່ມີສິດເປັນເຈົ້າຂອງປະເທດຊາດ, ແຕ່ຍ້ອນນໍ້າໃຈຮັກຊາດຄຽດແຄ້ນ ຕໍ່ຈັກກະພັດຜູ້ຮຸກຮານ, ປະຊາຊົນ ລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກ ຮານຢ່າງພິລະອາດຫານໂດຍພາຍ ໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ຂະບວນການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນກ້າວໆມາຈົນ ສາມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຕະຫລອດໄລຍະ 50 ປີຜ່ານ ມາ ພັກໄດ້ນຳພາປວງຊົນລາວທັງ ຊາດປະຕິບັດ 2 ໜ້າທີ່ຍຸດທະຍາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ພວກເຮົາຮູ້ສຶກ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ ເຫັນວ່າຕະຫລອດ 50 ປີຜ່ານມາ ປະເທດຊາດຂອງພວກເຮົາໄດ້ຮັບ ການພັດທະນາມີຄວາມຈະເລີນ ກ້າວໜ້າ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ສາມາດ ຮັບປະກັນປະເທດຊາດມີຄວາມ ສະຫງົບປອດໄພສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໃນທົ່ວປະເທດໄດ້ ຮັບການປັບປຸງດີຂຶ້ນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສີ ທະວີໄຊ ຍັງໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຫລົ່າຮົບກໍາລັງ ທະຫານຊາຍແດນ ອວຍພອນໄຊ ອັນປະເສີດ ມາຍັງການນໍາພັກລັດ, ການນໍາກະຊວງປ້ອງກັນປະ ເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີ ພາລານາໄມສົມບູນ ສືບຕໍ່ນໍາພາຊີ້ນຳປະເທດຊາດໃຫ້ຈະເລີນສີວິໄລ ແລະ ຊີ້ນໍາກອງທັບປະຊາຊົນລາວ ພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ, ຂໍອວຍພອນໄຊ ມາຍັງພະນັກງານນາຍ ເເລະ ພົນ ທະຫານ-ພົນຕໍາຫລວດ, ຕະຫລອດ ຮອດພໍ່ແມ່ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບ ແຂງແຮງ ພ້ອມກັນປະກອບສ່ວນ ເຂົ້າໃນການປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ. ຂປລ. ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມ ເມືອງຊົນນະບູລີ ແຂວງສະຫວັນນະ ເຂດ. ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຮ່ວມກັບອົງການສະຫະປະຊາ ຊາດ ເພື່ອການພັດທະນາ (UNDP), ໄດ້ຈັດກອງປະຊຸມປຶກສາຫາລືແລກ ປ່ຽນບົດຮຽນກ່ຽວກັບການຕິດຕາມລະ ບົບນິເວດຂອງຊຸມຊົນ(CBM)ພາຍໃຕ້ ໂຄງການຄຸ້ມຄອງຊັບພະຍາກອນນ້ຳ ແບບເຊື່ອມສານ ແລະ ການປັບຕົວບົນ ພື້ນຖານລະບົບນິເວດ (IWRM– EbA)ໂດຍການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດ ຖະມົນຕີ ກສ ແລະ ທ່ານ ປຸນລະນາກ ວັນນະລາດ ຮອງປະທານຄະນະກໍາ ມະການປົກຄອງເມືອງຊົນນະບູລີ ມີ ທ່ານ ກິ່ງຄຳ ມະນີວົງ ຮອງຫົວໜ້າກົມ ຊັບພະຍາກອນນ້ຳ, ມີຕາງໜ້າອົງການ ປົກຄອງແຂວງ ແລະ ເມືອງ, ຜູ້ຊ່ຽວ ຊານດ້ານວິຊາການຂອງ UNDP, ພະນັກງານ ແລະ ທີ່ປຶກສາໂຄງການ ແລະ ສະມາຊິກຊຸມຊົນຈາກ 15 ບ້ານ ເປົ້າໝາຍ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອປັບປຸງ 75h ,7v'-a [rtpkdvooEc[[g-nj v,lko c]t dkoxa [8q ;[q orN o4ko]t[q [oy g;f ຄວາມຮູ້ດ້ານວິຊາການຂອງຜູ້ປະສານ ງານຂັ້ນບ້ານ ແລະ ສົ່ງເສີມການຕິດ ຕາມກວດກາສະພາບນ້ຳ ແລະ ລະບົບ ນິເວດໃນໄລຍະຍາວ ໂດຍການນໍາພາ ຂອງຊຸມຊົນໃນເຂດອ່າງຮັບນໍ້າເຊບັ້ງ ຫຽງ. ສຳລັບໂຄງການ IWRM– EbA ໄດ້ຈັດຕັ້ງປະຕິບັດນັບແຕ່ເດືອນ ພະຈິກ 2022 ຫາເດືອນພະຈິກ 2026, ໂດຍໄດ້ຮັບທຶນສະໜັບສະໜູນ ຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດ ໂດຍກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຮ່ວມ ກັບອົງການສະຫະປະຊາຊາດ ເພື່ອ ການພັດທະນາ (UNDP) ພາຍໃຕ້ ການສະໜັບສະໜູນຈາກກອງທຶນສິ່ງ ແວດລ້ອມໂລກ (GEF), ເພື່ອສ້າງ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດໂດຍການສົມທົບການຄຸ້ມ ຄອງຊັບພະຍາກອນນ້ຳແບບຍືນຍົງ, ການຟື້ນຟູລະບົບນິເວດທຳມະຊາດ ແລະ ການວາງແຜນປັບຕົວທີ່ເນັ້ນໃສ່ ຊຸມຊົນເປັນຫລັກ ຢູ່ໃນ 15 ບ້ານເປົ້າ ໝາຍ ໃນແຂວງສະຫວັນນະເຂດ, ໄດ້ມີ ການສ້າງຕັ້ງຄະນະກຳມະການຕິດ ຕາມກວດກາການປ່ຽນແປງລະບົບ ນິເວດຮ່ວມຂອງຊຸມຊົນ ແລະ ໄດ້ຮັບ ການສະໜອງອຸປະກອນ ເພື່ອຕິດຕາມ ຕົວຊີ້ວັດທາງດ້ານນິເວດວິທະຍາທີ່ສໍາ ຄັນ ເຊັ່ນ: ຄຸນນະພາບນ້ຳ, ການໄຫລ ຂອງນ້ຳ, ລະດັບນໍ້າ, ຕາຝັ່ງເຈື່ອນ, ສະພາບປ່າໄມ້ ແລະ ການນຳໃຊ້ອຸປະ ກອນຕ່າງໆທີ່ໄດ້ຈາກໂຄງການ ເຊັ່ນ: ເຄື່ອງກອງນ້ຳ, ໂທລະໂຄ່ງ, ຈັກສູບນ້ຳ ດ້ວຍແສງອາທິດ ແລະ ອື່ນໆ ທີ່ໂຄງ ການສະໜັບສະໜູນ ເຊິ່ງໃນກອງ ປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບ ຟັງການນຳສະເໜີ ຈາກຕາງໜ້າໂຄງ ການກ່ຽວກັບ ຂັ້ນຕອນລະອຽດຕັ້ງແຕ່ ເລີ່ມຕົ້ນ ກ່ຽວກັບການຝຶກອົບຮົມຜູ້ ປະສານງານຂັ້ນບ້ານໃນການເກັບ ຕົວຢ່າງນ້ຳ, ການນໍາໃຊ້ເຄື່ອງມືອຸປະ ກອນ, ການສັງເກດການສະພາບປ່າ ໄມ້ ແລະ ການແກ້ໄຂບັນຫາພື້ນຖານ ເພື່ອໃຫ້ພວກເຂົາສາມາດດໍາເນີນການ ຕິດຕາມກວດກາເປັນປົກກະຕິ ໄດ້ຢ່າງ ໝັ້ນໃຈ. ສິ່ງສໍາຄັນ, ຂໍ້ມູນທັງໝົດທີ່ ພວກເຂົາເກັບກໍາມານັ້ນ ຈະໄດ້ຖືກ ປ້ອນເຂົ້າໃນຖານຂໍ້ມູນຜ່ານເວັບໄຊ ຂອງໂຄງການ ເຊິ່ງຮັບປະກັນການ ເຂົ້າເຖິງ, ຄວາມຖືກຕ້ອງ ແລະ ຄວາມ ໂປ່ງໃສໃນໄລຍະຍາວ. ທ່ານຮອງລັດຖະມົນຕີ ໄດ້ເນັ້ນ ໜັກເຖິງຄວາມສໍາຄັນອັນຮີບດ່ວນ ຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ ຊຸມຊົນທ້ອງຖິ່ນ ເພື່ອຄຸ້ມຄອງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນນໍ້າ ຂອງ ຕົນເອງ ແລະ ປະກອບສ່ວນໂດຍກົງ ເຂົ້າໃນຄວາມພະຍາຍາມປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ. ທ່ານໄດ້ກ່າວບາງຕອນວ່າ ການຕິດ ຕາມກວດກາຮ່ວມຂອງຊຸມຊົນ ບໍ່ພຽງ ແຕ່ແມ່ນກິດຈະກໍາທາງດ້ານວິຊາການ ເທົ່ານັ້ນ ແຕ່ມັນແມ່ນກົນໄກທີ່ສຳຄັນທີ່ ວາງຄວາມຮູ້ ແລະ ຄວາມຮັບຜິດຊອບ ໄວ້ໃນມືຂອງຜູ້ທີ່ເພິ່ງພາອາໄສທຳມະ ຊາດສິ່ງແວດລ້ອມຫລາຍທີ່ສຸດ. ເມື່ອ ຊາວບ້ານພ້ອມກັນຕິດຕາມກວດກາ ແຫລ່ງນ້ຳ, ປ່າໄມ້ ແລະ ລະບົບນິເວດ ຂອງເຂົາເຈົ້າເອງ, ເຂົາເຈົ້າກາຍເປັນ ຜູ້ປະກອບສ່ວນສຳຄັນຕໍ່ການພັດທະ ນາເສດຖະກິດ-ສັງຄົມ ແບບຍືນຍົງ ແລະ ຕໍ່ຄວາມຖືກຕ້ອງຂອງຂໍ້ມູນດ້ານ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ທີ່ນໍາໃຊ້ເຂົ້າໃນການວາງແຜນຕ່າງໆ. ກອງປະຊຸມປຶກສາຫາລືແລກປ່ຽນບົດ ຮຽນໃນຄັ້ງນີ້ ຈະເສີມສ້າງບົດບາດດັ່ງ ກ່າວ ໂດຍການຮັບປະກັນວ່າ: ຊຸມຊົນ ສາມາດສືບຕໍ່ຮັກສາລະບົບ, ຕີຄວາມ ໝາຍຂອງການປ່ຽນແປງທາງດ້ານ ນິເວດວິທະຍາ ແລະ ສະໜັບສະໜູນ ການພັດທະນາທີ່ມີພູມຕ້ານທານຕໍ່ ການປ່ຽນແປງດິນຟ້າອາກາດໃນໄລ ຍະຍາວ.
RkJQdWJsaXNoZXIy MTc3MTYxMQ==