ສປ ຈີນ-ອູແກຣນ ຈັດການເຈລະຈາດ້ານການເມືອງ

22/12/2025 12:20
ຂປລ ທ່ານ ລິວ​ປິ່ນ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ​ທ່ານ ເຊີ​ຮີ ​ຄິ​ສ​ລິດ​ສະ​ຢາ ຮອງ​ລັດ​ຖະ​ມົນ​ຕີ ​ຜູ້​ທີ​ໜຶ່ງ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ​ອູ​ແກ​ຣນ ໄດ້​ຈັດ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ທ່ານ ລິວ​ປິ່ນ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ​ທ່ານ ເຊີ​ຮີ ​ຄິ​ສ​ລິດ​ສະ​ຢາ ຮອງ​ລັດ​ຖະ​ມົນ​ຕີ ​ຜູ້​ທີ​ໜຶ່ງ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ​ອູ​ແກ​ຣນ ໄດ້​ຈັດ​ການ​ເຈ​ລະ​ຈາ​ ດ້ານ​ການ​ເມືອງ​ ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ ຂອງ ສປ ​ຈີນ. ທ່ານ ​ລິວ​ປິ່ນ ກ່າວ​ວ່າ: ສປ ຈີນ ແລະ​ ອູ​ແກ​ຣນ​ ເຄົາ​ລົບ​ນັບ​ຖື​ກັນ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​ການ​ຮ່ວມ​ມື, ທັງ​ໄດ້ຊຸກ​ຍູ້ ​ໃຫ້​ການ​ຮ່ວມ​ມື​ ໃນຂົງ​ເຂດ​ຕ່າງໆ ເຊັ່ນ: ​ເສດ​ຖະ​ກິດ​ກາ​ນ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ແລະ​ອື່ນໆ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ. ຈີນ​ຍິນ​ດີ​ຮ່ວ​ມ​ກັບ​ອູ​ແກ​ຣນ​ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ ​ສອງ​ຝ່າຍ​ພັດ​ທະ​ນາ ​ຢ່າງ​ໝັ້ນ​ທ່ຽງ ແລະ ​ຍາວ​ນານ.

    ທ່ານ  ທ່ານ ເຊີ​ຮີ ​ຄິ​ສ​ລິດ​ສະ​ຢາ ກ່າ​ວ​ວ່າ: ອູ​ແກ​ຣນ​ ໃຫ້​ຄວາມ​ສຳ​ຄັນ ​ຢ່າງ​ສູງ​ຕໍ່​ສາຍ​​ພົວພັນ​ກັບຈີນ, ປະ​ຕິ​ບັດ​ ຕາມຫລັກ​ການ​ ປະ​ເທດ​ຈີນ​ດຽວ,  ຍິນ​ດີ​ຊຸກ​ຍູ້​ໃຫ້​ການ​ແລ​ກ​ປ່ຽນ ແລະ​ການ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ຕ່າງໆ​ ໃຫ້​ກ້າວ​ເຂົ້າ​ສູ່ ​ລວງ​ເລິກ​ຕື່ມ​ອີກ​ ເພື່ອຊຸກ​ຍູ້​ ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ ອູ​ແກ​ຣນ- ສປ ຈີນ ໄດ້ຮັບການ​ພັດ​ທະ​ນາ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top