ຂປລ
ຂປລ. ການແຂ່ງຂັນກິລາດອກປີກ ໃນງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາຣາເກມ 2025” ໄດ້ປິດລົງໃນວັນທີ 17 ທັນວາ 2025 ຢູ່ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ເຂດດົງໂດກ

ຂປລ. ການແຂ່ງຂັນກິລາດອກປີກ ໃນງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາຣາເກມ 2025” ໄດ້ປິດລົງໃນວັນທີ 17 ທັນວາ 2025 ຢູ່ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ເຂດດົງໂດກ ໂດຍມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ສສກ ບັນດາແຂວງ, ຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ການແຂ່ງຂັນກິລາດອກປິກໄກ່ໃນຄັ້ງນີ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 15-17 ທັນວາ 2025, ມີ 4 ລາຍການ ປະກອບມີຄື: ປະເພດດ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ, ມີການຊີງຫລຽນຄໍາ,ຫລຽນເງິນ ແລະ ຫລຽນທອງ ທັງໝົດ 20 ຫລຽນ, ໃນນັ້ນມີ 6 ພາກສ່ວນເຂົ້າຮ່ວມຄື: ເຈົ້າພາບ ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຫລວງພະບາງ.
ຜ່ານການແຂ່ງຂັນປາກົດວ່າ, ອັນດັບທີ 1 ແມ່ນທັບນັກກິລາດອກປີກໄກ່ຄົນພິການ ນວ ເຈົ້າພາບສາມາດຍາດໄດ້ 5 ຫລຽນຄຳ, 2 ຫລຽນເງິນ, 2 ຫລຽນທອງ ລວມ 9 ຫລຽນ; ໃນນີ້ຫລຽນຄຳ ແມ່ນໄດ້ຈາກ ປະເພດດ່ຽວຊາຍ, ດ່ຽວຍິງ, ປະເພດດ່ຽວ btL 3, ປະເພດຄູ່ຍິງ ແລະ ປະເພດຄູ່ຊາຍ; ອັນດັບທີ 2 ແມ່ນນັກກິລາຈາກແຂວງສະຫວັນນະເຂດ ຍາດໄດ້ 3 ຫລຽນຄຳ; ອັນດັບທີ 3 ແມ່ນແຂວງຄຳມວ່ນ ຍາດໄດ້ 2 ຫລຽນເງິນ, 1 ຫລຽນທອງ ລວມ 3 ຫລຽນ, ອັນດັບທີ 4 ແມ່ນແຂວງບໍ່ແກ້ວ ຍາດໄດ້ 2 ຫລຽນເງິນ, ອັນດັບ 5 ແຂວງຫລວງພະບາງ ແລະ ແຂວງ ອຸດົມໄຊ ຍາດໄດ້ແຂວງລະ 1 ຫລຽນເງິນ ແລະ ເປັນກຽດມອບຫລຽນລາງວັນ ໂດຍທ່ານນາງ ຂັນທະລີ ສິຣິພົງພັນປະທານພາຣາແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນໍາກໍາມະການພິທີເປີດ-ປິດ ແລະໂຄສະນາປະຊາສໍາພັນ.
KPL