ຊີເອັມຈີ ປະກາດສັດນຳໂຊກງານລາຕີບຸນກຸດຈີນປີມະເມຍ 2026

22/12/2025 12:21
ຂປລ ມ້າສວຍສົດງົດງາມ ສີ່ໂຕ ໄດ້ປາກົດຕົວ, ອອກເດີນທາງຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.ເມື່ອບໍ່ດົນມານີ້, ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ປະກາດ ສັດນຳໂຊກຂອງງານລາຕີບຸນກຸດຈີນ ປີມະເມຍ ຫລື ປີມ້າ 2026

ຂປລ. ມ້າສວຍສົດງົດງາມ ສີ່ໂຕ ໄດ້ປາກົດຕົວ, ອອກເດີນທາງຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.ເມື່ອບໍ່ດົນມານີ້, ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ປະກາດ ສັດນຳໂຊກຂອງງານລາຕີບຸນກຸດຈີນ ປີມະເມຍ ຫລື ປີມ້າ 2026 ມ້າທັງ 4 ໂຕມີຊື່ວ່າ 骐骐(ຊີຊີ)” “骥骥(ຈີ້ຈີ້)” “驰驰(ຊືຊື)” “骋骋(ເສີງເສີງ)”,ເປັນມ້າທີ່ໜ້າຮັກ ແລະ ມີກຳລັງວັງຊາ ແລະ ພະລັງຊີວິດຫລາຍ.

    ແຮງບັນດານໃຈ ໃນການອອກແບບ ສັດນຳໂຊກ ມາຈາກຮູບຊົງມ້າ ທີ່ເປັນອະມະຕະໃນປະຫວັດສາດຈີນ ສະໄໝຕ່າງໆ, ປະດັບດ້ວຍ ລວດລາຍບູຮານພັນປີ ເຊັ່ນ:ລາຍເມກທີ່ລ່ອງໄຫລ ແລະ ລາຍເມກພູຜາເປັນຕົ້ນ, ເຕັມໄປດ້ວຍຄວາມງາມ ຂອງປະຫວັດສາດທີ່ມີຊີວິດຊີວາ ແລະ ຈິດວິນຍານອັນສົດໃສ ຂອງຍຸກສະໄໝໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top