ດາວທຽມໜ່ວຍໜຶ່ງໃນ “Starlink” ຂອງສ.ອາເມລິກາ ອາດຈະລະເບີດຈົນຂາດການຕິດຕໍ່

22/12/2025 12:20
ຂປລ ດາວ​ທຽມ​ໜ່ວຍ​ໜຶ່ງ​ ໃນ​ໂຄງ​ການ “Starlink” ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ຄົ້ນ​ຫາ​ ອະ​ວະ​ກາດ ສະຫະລັດ ​ອາ​ເມ​ລິກາ​ໄດ້​ເກີດ​​ອຸ​ບັດ​ເຫດ​ໃນ​ອະ​ວະ​ກາດ, ​ເຮັດ​ໃຫ້ເກີດ​ມີ ​ເສດ​ຊາກ​ຈຳ​ນວນ​ໜຶ່ງ ແລະ ​ຂາດ​ການ​ຕິດ​ຕໍ່​ກັບ​ ພາກ​ໜ້າ​ດິນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ດາວ​ທຽມ​ໜ່ວຍ​ໜຶ່ງ​ ໃນ​ໂຄງ​ການ “Starlink” ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ຄົ້ນ​ຫາ​ ອະ​ວະ​ກາດ ສະຫະລັດ ​ອາ​ເມ​ລິກາ​ໄດ້​ເກີດ​​ອຸ​ບັດ​ເຫດ​ໃນ​ອະ​ວະ​ກາດ, ​ເຮັດ​ໃຫ້ເກີດ​ມີ ​ເສດ​ຊາກ​ຈຳ​ນວນ​ໜຶ່ງ ແລະ ​ຂາດ​ການ​ຕິດ​ຕໍ່​ກັບ​ ພາກ​ໜ້າ​ດິນ. ບໍ​ລິ​ສັດ​ດັ່ງ​ກ່າວ​ພວມ​ຮ່ວມ​ມື​ກັບ​ກອງ​ທັບ​ອະ​ວະ​ກາດ​ອາ​ເມ​ຣິ​ກາ ແລະ ອົງ​ການ​​ບໍ​ລິ​ຫານການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ ສະຫະລັດ ອາ​ເມ​ລິ​ກາ​ ເພື່ອ​ຕິດ​ຕາມເສດ​ຊາກ ຂອງ​ດາວ​ທຽມ​ດັ່ງ​ກ່າວ. ບໍ​ລິ​ສັດ​ຫ້ອງ​ທົດ​ລອງວົງ​ໂຄ​ຈອນ​ ໃກ້​ໜ່ວຍ​ໂລກ​ ອົດ​ສະ​ຕ​ຣາ​ລີ ​ທີ່​ເປັນ​ອົງ​ການ​ຕິດ​ຕາມ​ ດາວ​ທຽມ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ໄດ້​ຄົ້ນ​ພົບ​​ເສດ​ຊາກຫລາຍ​ສິບ​ກ້ອນ ​ທີ່​ອາດ​ຈະ​ແມ່​ນ​ຊາກ​ດາວ​ທຽມ​ ທີ່​ເກີດ​ອຸ​ບັດ​ເຫດ, ອາດ​ຈະ​ຄົ້ນ​ພົບ​​ເສດ​ຊາກຫລາຍກວ່າ​ນີ້​ອີກ. ​ເສດ​ຊາກ​ ຂອງ​ດາວ​ທຽມ​ໜ່ວຍ​ນີ້​ ອາດ​ຈະ​ສ້າງ​ໄພ​ອັດ​ຕະ​ລາຍ​ຕໍ່​ດາວ​ທຽມ​ອື່ນໆ ​ທີ່​ໝູນ​ວຽນ​ຕາມ​ວົງ​ໂຄ​ຈອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top