ສສ ຫວຽດນາມ-ໄທ ກ້າວເດີນໃໝ່ ໃນຄູ່ຮ່ວມມື ຍຸດທະສາດຮອບດ້ານ

15/12/2025 21:28
ຂປລ ໄທ ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ແຖວໜ້າຂອງ ສສ ຫວຽດນາມ ໃນອາຊຽນ ດ້ວຍການຮ່ວມມື ດ້ານເສດຖະກິດ, ການທ່ອງທ່ຽວ ແລະ ການຕ່າງ ປະເທດ ທີ່ນັບມື້ ນັບສະໜິດແໜ້ນ, ພ້ອມກັນແບ່ງປັນທັດສະນະ ທີ່ຄ້າຍຄືກັນ ແລະ ການພົວພັນ ພັດທະນາ ຢ່າງຕັ້ງໜ້າ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ໄທ ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ແຖວໜ້າຂອງ ສສ ຫວຽດນາມ ໃນອາຊຽນ ດ້ວຍການຮ່ວມມື ດ້ານເສດຖະກິດ, ການທ່ອງທ່ຽວ ແລະ ການຕ່າງ ປະເທດ ທີ່ນັບມື້ ນັບສະໜິດແໜ້ນ, ພ້ອມກັນແບ່ງປັນທັດສະນະ ທີ່ຄ້າຍຄືກັນ ແລະ ການພົວພັນ ພັດທະນາ ຢ່າງຕັ້ງໜ້າ. ນີ້ແມ່ນການຢັ້ງຢືນ ຂອງ ທ່ານ ເລຮວ່າຍຈຸງ ລັດຖະມົນຕີ ກະຊວງ ການຕ່າງ ປະເທດ ຫວຽດນາມ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ໄທ ຕາມຄຳເຊື້ອເຊີນຂອງ ທ່ານ ສີຫາສັກ ພວງເກດແກ້ວ(Sihasak Phuangketkeow) ລັດຖະມົນຕີ ກະຊວງ ການຕ່າງປະເທດ ໄທ ໃນວັນທີ 14 ທັນວາ. ໃນຂອບເຂດການຢ້ຽມຢາມ, ທ່ານ ເລຮວ່າຍຈຸງ ໄດ້ພົບປະເຈລະຈາກັບທ່ານ ສີຫາສັກ ພວງເກດແກ້ວ ລັດຖະມົນຕີການຕ່າງປະເທດໄທ. ໂດຍ ສອງຝ່າຍ ໄດ້ຢັ້ງຢືນຖືເປັນສຳຄັນການພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ເຫັນດີເປັນເອກະພາບປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ຜ່ານການ ຮັກສາການແລກປ່ຽນ ຄະນະຜູ້ແທນທຸກຂັ້ນ. ສອງຝ່າຍກໍ່ເຫັນດີ ເປັນເອກະພາບ ເພີ່ມທະວີ ການພົບປະແລກປ່ຽນ ຂັ້ນກະຊວງ, ຂະແໜງການ, ທ້ອງຖິ່ນ; ສ້າງໂຄງການກະທຳ ຜັນຂະຫຍາຍ ການພົວ ພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໄລຍະ 2026–2030 ດ້ວຍເນື້ອໃນແທດຈິງ, ລະອຽດໂດຍໄວ. ກ່ຽວກັບພາກພື້ນ ແລະ ສາກົນ, ລັດຖະມົນຕີ ສອງທ່ານເນັ້ນໜັກເຖິງ ລະດັບຄວາມ ສຳຄັນ ຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ, ຍົກສູງບົດບາດເປັນໃຈກາງຂອງອາຊຽນ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະ ປະສານສົມທົບ ຫລັກ ໝັ້ນລວມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top