ອິນໂດເນເຊຍ ມີຜູ້ເສຍຊີວິດ ຫລາຍກວ່າ 1.000 ຄົນ ຈາກໄພນ້ຳຖ້ວມ

15/12/2025 21:30
ຂປລ ໄພ​ນ້ຳ​ຖ້ວມ ແລະ ດິນ​ພູ​ເຈື່ອນ ​ທີ່​ເກີດ​ຂຶ້ນ ​ຢູ່​ແຂວງ ຊູ​ມາດ​ຕ​ຣາ​ເໜືອ, ຊູ​ມາດ​ຕ​ຣາ​​ ຕາ​ເວັນ​ຕົກ ແລະ ອາ​ເຊ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 1.003 ຄົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ຕົວ​ເລກ​ສະ​ຖິ​ຕິ ​ທີ່ອົງ​ການ​ ຕ້ານໄພ​ແຫ່ງ​ຊາດ ​ອິນ​ໂດ​ເນ​ເຊຍ ​ເປີດ​ເຜີຍ ເມື່ອບໍ່ດົນມານີ້​ວ່າ: ໄພ​ນ້ຳ​ຖ້ວມ ແລະ ດິນ​ພູ​ເຈື່ອນ ​ທີ່​ເກີດ​ຂຶ້ນ ​ຢູ່​ແຂວງ ຊູ​ມາດ​ຕ​ຣາ​ເໜືອ, ຊູ​ມາດ​ຕ​ຣາ​​ ຕາ​ເວັນ​ຕົກ ແລະ ອາ​ເຊ​ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 1.003 ຄົນ ແລະ ສູນຫາຍ 218 ຄົນ.ປັດຈຸບັນ ຈົ້າໜ້າທີ່ກູ້ໄພ ສືບຕໍ່ໃຫ້ການຊ່ວຍເຫລືອ ຜູ້ປະສົບ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top