lv']a f4t,q o8u dt-;'dko8j k'xtgmf ]k;{s;Pfok, Ij ;,rq [xtmk'wd gxu f,tstdedy ]k7q ory dkocsj '-kf 7A 'mu IV 1j k'gxa omk'dko xtmkoxtgmf 8h voIa [ g]0kmy dkoltrk7;k,\A o7q ' l ia fg-p ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 15.12.2025 ປີທີ 24 ສະບັບທີ 6.334 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j zq odv'xt-5 ,ltw\lk,a o 0v']a f4t[ko xt9egfn vort9y d 2025 ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານກອງປະຊຸມ ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຜູ້ທີ 10 ນັບຈາກຂວາຫາຊ້າຍແຖວຫລັງ ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ 3I,-5 ,o5 ,]tob d;a ogdu f xtmko wdlvo rq ,;y sko 7q [Iv[ 105 xu ,v[la opk[a fc8j '8A 'dq 'l5 o.spj csj ' lxx ]k; xt9e ll s;Pfok, ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 gxu f'kooa frq [cI''ko xt9exu 2025 ອ່ານຕໍ່ໜ້າ 2 gxu f'ko;k'ltcf'1krN og,n v']k; 7A 'mu II lts]v';a ogdu fxtmko wdlvo rq ,;y sko xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k; 8ts]vfwxK ຂປລ. ໃນວັນທີ 12 ທັນວາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມ ໝັ້ນຄົງ ແຫ່ງ ສ ຣັດເຊຍ ພ້ອມ ດ້ວຍຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດ ວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-12 ທັນວາ 2025. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນຕໍ່ທ່ານເລຂາ ທິການສະພາຄວາມໝັ້ນຄົງ ແຫ່ງ ສ ຣັດເຊຍ ທີ່ໄດ້ນຳພາຄະນະມາ ຢ້ຽມຢາມ ແລະ ເຄື່ອນໄຫວເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງ ຂປລ. ພິທີເປີດມະຫະກຳກິລາ ຄົນພິການແຫ່ງຊາດ ຄັ້ງທີ IV ຢ່າງ ເປັນທາງການຈັດຂຶ້ນໃນວັນທີ 14 ທັນວາ 2025 ທີ່ສະໂມສອນມະຫາ ວິທະຍາໄລແຫ່ງຊາດ(ມຊ), ໃຫ້ ກຽດເຂົ້າຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຈັດງານມະຫະກຳກິລາ ຄົນ ພິການແຫ່ງຊາດ ຄັ້ງທີ IV, ມີແຂກ ຖືກເຊີນພາຍໃນ ແລະ ຕ່າງປະເທດ, ຄະນະນຳນັກກິລາຈາກ 17 ແຂວງ 1 ນະຄອນຫລວງ ເຂົ້າຮ່ວມ. ໃນພິທີ ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ການກະ ກຽມມະຫະກຳກິລາຄົນພິການແຫ່ງ ຊາດຄັ້ງນີ້ ມີຄວາມໝາຍຄວາມສໍາ ຄັນ ຊຶ່ງງານດັ່ງກ່າວມີການແຂ່ງຂັນ ກິລາຫລາຍປະເພດ ຕາມລະບຽບ ກຳນົດ ແລະ ຈັດຂຶ້ນໃນທຸກໆ 3 ປີ ຂປລ. ໃນວັນທີ 12 ທັນວາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈຸ່ງ ເລຂາທິການ ສູນກາງພັກ, ລັດຖະມົນຕີກະຊວງ ການຕ່າງປະເທດ ສສ ຫວຽດນາມ. ຈະເປັນການປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືສອງ ຝ່າຍບົນພື້ນຖານການເປັນຄູ່ຮ່ວມມື ຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນ ພາກພື້ນອາຊີ-ປາຊີຟິກ; ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການ ຂປລ. ງານວາງສະແດງຜະລິດ ຕະພັນຢາພື້ນເມືອງລາວຂອງສະ ມາຄົມອະນຸລັກຢາພື້ນເມືອງລາວ ຄັ້ງທີ II ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 12-13 ທັນວາ 2025 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນສຳ ຄັນຂອງພັກ, ຂອງຊາດ ໃຫ້ກຽດ ເຂົ້າຮ່ວມເປີດງານວາງສະແດງ ຂປລ. ງານນັດພົບແຮງງານ ປະຈຳປີ 2025 ຈັດຂຶ້ນວັນທີ 1214 ທັນວາ 2025 ທີ່ສູນການຄ້າ ລາວ-ໄອເຕັກ ໂດຍມີພາກສ່ວນ ກ່ຽວຂ້ອງພາກລັດ, ຫົວໜ່ວຍແຮງ ງານ, ວິສາຫະກິດບໍລິການຈັດຫາ ງານ ແລະ ອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມ ເພື່ອໃຫ້ບໍລິການຂຶ້ນທະ ບຽນຊອກວຽກເຮັດງານທຳ, ໃຫ້ ຄໍາປຶກສາ, ສໍາພາດ ແລະ ຮັບເອົາ ແຮງງານຢູ່ກັບທີ່ຊຶ່ງມີຕໍາແໜ່ງງານ ວ່າງຫລາຍກວ່າ 250 ຕໍາແໜ່ງ ແລະ ມີຄວາມຕ້ອງການແຮງງານ ຫລາຍກວ່າ 1.000 ຄົນ, ຄາດວ່າ ຈະສາມາດສໍາພາດບັນຈຸເຂົ້າເຮັດ ວຽກໄດ້ຢ່າງຕໍ່າ 200 ກວ່າຄົນ. ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ(ຮສສ) ໄດ້ກ່າວວ່າ: ການຈັດງານນັດພົບ ແຮງງານແມ່ນກິດຈະກໍາໜຶ່ງທີ່ສໍາ ຄັນ ແລະ ຈໍາເປັນໃນປັດຈຸບັນເພາະ ເປັນອີກໜຶ່ງຊ່ອງທາງໃນການ ແກ້ໄຂບັນຫາການວ່າງງານ ແລະ ການຂາດແຄນແຮງງານຂອງ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 15/12/2025 xtgmf]k; ໂຮມຊຸມນຸມລະນຶກ... ປະທານປະເທດ... ຜົນກອງປະຊຸມສະໄໝສາມັນ... ຂປລ. ພິທີໂຮມຊຸມນຸມລະນຶກ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/192013/12/2025) ໄດ້ຈັດຂຶ້ນຢ່າງສົມ ກຽດ ໃນວັນທີ 12 ທັນວາ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ໃຫ້ ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາ ການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະເຖຣານຸເຖຣະ, ທູ ຕານຸທູດ, ພະນັກງານອາວຸໂສບຳ ນານ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ກ່າວສູນທອນພົດ ໂດຍທ່ານ ໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນ ງາມຄວາມດີອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາ ພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງ ກຳລັງປະກອບອາວຸດປະຕິວັດຂອງ ປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ ຊາດ, ນໍາເອົາເອກະລາດ, ອິດສະລະ ພາບມາສູ່ປະເທດຊາດ ກ້າວເຖິງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕປະ ຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມ ເສັ້ນທາງສັນຕິພາບເອກະລາດ ປະ ຊາທິປະໄຕ ເອກະພາບ ແລະ ວັດ ທະນະຖາວອນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາຜູ້ນໍາ ຂອງພັກເຮົາ ຄົ້ນຄວ້າວາງຍຸດທະ ສາດການຕໍ່ສູ້ຢ່າງຖືກຕ້ອງ ໂດຍໄດ້ ສົມທົບການຕໍ່ສູ້ດ້ວຍຫລາຍຮູບການ ໄປພ້ອມໆກັນຢ່າງແໜ້ນແຟ້ນເປັນ ຕົ້ນການເປີດສະໜາມຮົບດ້ານການ ທະຫານໄປພ້ອມໆກັບການຕໍ່ສູ້ ທາງການເມືອງ, ທາງກົດໝາຍ ແລະ ທາງການທູດ ກໍຄື ໄດ້ນໍາ ໃຊ້ຮູບການທັງຕໍ່ສູ້, ທັງເຈລະຈາ ສ້າງຄວາມຖືກຕ້ອງປອງດອງຊາດ ດ້ວຍການສ້າງຕັ້ງລັດຖະບານປະ ສົມເຖິງ 3 ຄັ້ງ ແລະ ໄດ້ດໍາເນີນ ຍຸດທະສາດ-ຍຸດໂທບາຍອັນນິ້ມ ນວນ-ຄ່ອງແຄ້ວ, ມີຫລັກການ ກັບຝ່າຍກົງກັນຂ້າມເຮັດໃຫ້ການ ປະຕິວັດ ກໍຄື ຂະບວນການຕໍ່ສູ້ ຂອງກຳລັງຮັກຊາດໄດ້ເຕີບໃຫຍ່ ຂະຫຍາຍຕົວ, ຍາດໄດ້ໄຊຊະນະ ເປັນຂັ້ນໆມາ. ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດທີ່ ກໍາແໜ້ນຈຸດພິເສດຂອງຄົນລາວ, ສັງຄົມລາວ, ທັງຮູ້ສ້າງສະພາວະ ການປະຕິວັດໃຫ້ແກ່ແຕ່ລະສະໜາມ ຮົບ, ສຸດທ້າຍກໍສາມາດສ້າງກາລະ ໂອກາດໃຫ້ແກ່ການປະຕິວັດທີ່ເພິ່ນ ເອີ້ນວ່າ “ພັນປີມີເທື່ອໜຶ່ງ”, ດ້ວຍ ການນຳໃຊ້ “3 ບາດຄ້ອນຍຸດທະ ສາດ” ທີ່ສາມາດທັບມ້າງກົງຈັກ ການປົກຄອງຂອງລັດຖະບານ ຝ່າຍ ຂວາໄດ້ສຳເລັດ ແລະ ຢຶດເອົາອໍາ ນາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ສາມາດ ຈັບປາໄດ້ທັງໝົດ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ 1975 ຂປລ. ໃນວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາ ຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ພະຈິກ 2025 ວ່າ: ກອງປະຊຸມດັ່ງ ກ່າວ ໄດ້ໄຂຂຶ້ນໃນວັນທີ 11 ແລະ ອັດລົງໃນຂອງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ, ຜູ້ຕາງໜ້າກະຊວງອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫລວງວຽງ ຈັນ ແລະ ບັນດາແຂວງເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງ ແຜນວຽກຈຸດສຸມປະຈຳເດືອນ ທັນວາ 2025. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາ ເຫັນ ແລະ ພິຈາລະນາຮັບຮອງເອົາ ບັນດາຫົວຂໍ້ສໍາຄັນຄື: ວາລະທີ 1: ສະຫລຸບວຽກງານ ພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນ ທັນວາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນໃນພາກ ຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ລາວ ແລະ ຣັດເຊຍ ໄດ້ຮັບການສືບ ຕໍ່ເສີມຂະຫຍາຍຢ່າງໜັກແໜ້ນ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ. ພາຍຫລັງສຳເລັດການຢ້ຽມຂໍ່າ ນັບ, ທ່ານ ພົນເອກ ເຊີເກ ໂຊຍກູ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສ ຣັດເຊຍ ປະດັບຫລຽນອາເລັກຊານ ເດີ ເນັບສະກີ ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ຊຶ່ງຫລຽນດັ່ງກ່າວ, ເປັນ ຫລຽນສູງສຸດຂອງຣັດເຊຍ ທີ່ໄດ້ ຖືກນຳໃຊ້ຢ່າງເປັນທາງການນັບແຕ່ ສະໄໝຈັກກະພົບຣັດເຊຍ, ອະດີດ ສະຫະພາບໂຊວຽດ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ ຊຶ່ງເປັນຫລຽນ ສູງສຸດຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ. ການປະດັບ ຫລຽນຄັ້ງນີ້, ເປັນຂີດໝາຍແລະ ສັນ ຍະລັກແຫ່ງການພົວພັນມິດຕະພາບ ລະຫວ່າງ ລາວ-ຣັດເຊຍ ທີ່ມີມາແຕ່ ຍາວນານທັງເປັນການສັນລະເສີນຕໍ່ ຜົນງານຂອງທ່ານ ທອງລຸນ ສີສຸລິດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າ ໃນການຮັດແໜ້ນການພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ. ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ອັນເປັນການໄຂສັງກາດໃໝ່, ສັງ ກາດແຫ່ງເອກະລາດແຫ່ງຊາດ ແລະ ອິດສະລະພາບທີ່ແທ້ຈິງໃຫ້ແກ່ ປະເທດຊາດ ແລະ ປະຊາຊົນລາວ ບັນດາເຜົ່າຂອງພວກເຮົາພາຍຫລັງ ທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນຂອງຕ່າງຊາດ ມາເປັນ ເວລານັບຮ້ອຍໆປີ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວລັດ, ທົ່ວ ກຳລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດ ເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນປຶກແຜ່ນຂອງຊາດໃຫ້ ກາຍເປັນ “ຫີນສີລາອັນໝັ້ນແກ່ນ” ໃຫ້ແກ່ກ້ອນກໍາລັງມະຫາສາມັກຄີ ພາຍໃນຊາດ; ຕ້ອງໄດ້ເຊີດຊູຄວາມ ເປັນແບບຢ່າງນໍາໜ້າທາງດ້ານ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດລຽບງ່າຍ, ປອດໃສຂາວສະອາດທີ່ປະທານ ໄກສອນ ພົມວິຫານ ໄດ້ສ້າງເປັນ ຕົວແບບໄວ້ໃນການດຳລົງຊີວິດ ແລະ ການນຳພາ-ຊີ້ນຳຂອງເພີ່ນ; ຍົກສູງຄວາມເປັນເຈົ້າການ, ປະດິດ ສ້າງ ໃນການປັບປຸງ-ບູລະນະແນວ ທາງ, ແຜນນະໂຍບາຍໃຫ້ແທດ ເໝາະ, ສອດຄ່ອງກັບເງື່ອນໄຂ, ສະ ພາບຈຸດພິເສດໃນແຕ່ລະໄລຍະຂອງ ການປະຕິວັດໃນປະເທດ; ຍຶດໝັ້ນ ແລະ ເສີມຂະຫຍາຍຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ສົມທົບຢ່າງແໜ້ນ ແຟ້ນລະຫວ່າງລັດທິຮັກຊາດ ອັນ ແທ້ຈິງກັບລັດທິສາກົນອັນຜ່ອງໃສ ເພື່ອເສີມຂະຫຍາຍກຳລັງແຮງ ພາຍໃນຊາດສົມທົບກັບກໍາລັງແຮງ ຂອງຍຸກສະໄໝເຂົ້າໃນການພັດ ທະນາປະເທດຊາດກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ວ່າ: ການປະດັບຫລຽນ ອາເລັກ ຊານເດີ ເນັບສະກີ ຄັ້ງນີ້, ບໍ່ພຽງ ແຕ່ໄດ້ເປັນສັນຍະລັກທີ່ຂ້າພະເຈົ້າ ໄດ້ປະກອບສ່ວນເຂົ້າໃນການເສີມ ສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເທົ່ານັ້ນ, ແຕ່ຍັງ ເປັນການຢັ້ງຢືນເຖິງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອຄວາມ ສາມັກຄີທີ່ແໜ້ນແຟ້ນ ແລະ ການ ເປັນຄູ່ຮ່ວມຍຸດທະສາດທີ່ໄດ້ຮັບ ການເສີມສ້າງມາເປັນເວລາຍາວ ນານລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນຣັດເຊຍ. ພ້ອມນີ້, ຍັງຂໍໃຫ້ ສະຫະພັນຣັດເຊຍ ເພື່ອນມິດສາມາດ ໝັ້ນໃຈໄດ້ວ່າ ສປປ ລາວ ຍັງເປັນ ເພື່ອນທີ່ໄວ້ວາງໃຈໄດ້ຢ່າງສະເໝີ ຕົ້ນສະເໝີປາຍ ແລະ ພ້ອມແລ້ວທີ່ ຈະເສີມສ້າງມິດຕະພາບຂອງສອງ ປະເທດ ແລະ ປະຊາຊົນສອງຊາດ ໃຫ້ຈະເລີນງອກງາມຕະຫລອດໄປ. ຫລຽນອາເລັກຊານເດີ ເນັບສະກີ ແມ່ນ “ສັນຍະລັກຂອງຄວາມກ້າ ຫານ, ຄວາມອົດທົນ ແລະ ການ ຮັບໃຊ້ປະເທດຊາດຂອງຣັດເຊຍ” ທີ່ມອບໃຫ້ຄັ້ງນີ້, ຈະເປັນກຳລັງໃຈ ອັນໃຫຍ່ຫລວງໃຫ້ຂ້າພະເຈົ້າ ແລະ ປະຊາຊົນລາວທັງໝົດສືບຕໍ່ເສີມ ສ້າງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອລະຫວ່າງສອງປະເທດ ພວກເຮົາໃຫ້ກ້າວຂຶ້ນສູ່ລະດັບສູງ ໃໝ່, ເລິກເຊິ່ງກວ່າເກົ່າ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ. ຂ່າວ: ກິດຕາ; ພາບ: ຂັນໄຊ ພື້ນ ແລະ ສາກົນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ; ລາຍງານການ ເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງ ດ່ານເກັບເງິນຄ່າບໍລິການຜ່ານທາງ ຫລວງແຫ່ງຊາດ ເລກທີ 13 ໃຕ້ ໃນ ກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫລວງ ແຫ່ງຊາດ ເລກທີ 12 ແຕ່ທ່າແຂກ ຫາ ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ). ໃນນັ້ນ, ຕໍ່ການສະຫລຸບວຽກງານ ພົ້ນເດັ່ນ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ: ເຫັນວ່າເຖິງສະ ພາບການພາກພື້ນ ແລະ ສາກົນ ຍັງ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາ ຄາດໝາຍທີ່ລະບຸໄວ້ໃນບັນດາມະຕິ ສະພາແຫ່ງຊາດ, ການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ມີ ຜົນສໍາເລັດຫລາຍດ້ານເປັນຕົ້ນໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານເຮັດ ໃຫ້ທົ່ວປະເທດສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ, ປະ ກົດການຫຍໍ້ທໍ້ໃນສັງຄົມສືບຕໍ່ໄດ້ຮັບ ການແກ້ໄຂເປັນກ້າວໆ, ສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ 66.484 ຕື້ກີບ ເທົ່າກັບ 98% ຂອງແຜນປີ, ການປະຕິບັດແຜນ ລາຍຈ່າຍໄດ້ 53.771 ຕື້ກີບ ເທົ່າ ກັບ 75% ຂອງແຜນປີ, ອັດຕາ ເງິນເຟີ້ 4,8% ສະເລ່ຍ 11 ເດືອນ 2025 ຢູ່ໃນລະດັບ 7,9%; ສາມາດ ປະຕິບັດແຜນລາຍຈ່າຍເງິນ ເດືອນເງິນນະໂຍບາຍຕ່າງໆໄດ້ພຽງພໍ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການ ດ້ານການຄ້າ ໂດຍສະເພາະການ ຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫລາຍຂຶ້ນ; ໄດ້ສຸມໃສ່ການ ຜະລິດກະສິກຳ ເພື່ອຄໍ້າປະກັນສະ ບຽງອາຫານ, ການຜະລິດ ເພື່ອທົດ ແທນການນຳເຂົ້າ ແລະ ການຜະລິດ ເພື່ອສົ່ງອອກ ໂດຍສາມາດສົ່ງອອກ ສິນຄ້າກະສິກຳ-ປ່າໄມ້, ສັດ ແລະ ຜະລິດຕະພັນສັດ ມູນຄ່າ 102 ລ້ານກວ່າໂດລາສະຫະລັດ; ໄດ້ສຸມ ໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງ ຕາເວັນ ແລະ ຊຸກຍູ້ໂຄງການພະ ລັງງານໄຟຟ້າທີ່ໄດ້ຮັບອະນຸມັດ ແລ້ວໃຫ້ດຳເນີນການກໍ່ສ້າງສຳເລັດ ຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງ ທົ່ວປະເທດໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການທີ່ ເປັນບຸລິມະສິດຂອງລັດຖະບານ ເປັນຕົ້ນໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ຮ່າໂນ້ຍ, ໂຄງການຟື້ນຟູທາງຫລວງທີ່ເປ່ເພ ຈາກໄພທຳມະຊາດ, ໂຄງການຍົກ ລະດັບທາງຫລວງແຫ່ງຊາດສາຍ ຕ່າງໆ, ລວມທັງໂຄງການກໍ່ສ້າງ ຂົວ, ປັບປຸງດ່ານຊາຍແດນ ແລະ ອື່ນໆ ເພື່ອສາມາດສັນຈອນໄປ-ມາ ໄດ້ສະດວກ, ທັງເຊື່ອມຈອດເຊື່ອມ ໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການ ລົງທຶນ; ໄດ້ສຸມໃສ່ຂຶ້ນທະບຽນ ແລະ ອອກໃບຕາດິນມີຄວາມຄືບໜ້າເປັນ ກ້າວໆ; ໄດ້ເອົາໃຈໃສ່ພັດທະນາສີມື ແຮງງານ, ຄຸ້ມຄອງ ແລະ ສົ່ງເສີມ ແຮງງານພາຍໃນ ເຂົ້າສູ່ຕະຫລາດ ແຮງງານທັງພາຍໃນ ແລະ ຕ່າງ ປະເທດ; ສຳເລັດການປະຕິບັດນະ ໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນ ງາມຄວາມດີໃນພາລະກິດປະຕິວັດ ຊາດປະຊາທິປະໄຕ ໃນງວດ 4 ປີ 2025 ຈໍານວນ 272 ທ່ານ ເປັນ ເງິນ 5 ຕື້ກວ່າກີບ; ໄດ້ສືບຕໍ່ໃຫ້ ຄວາມຊ່ວຍເຫລືອບັນດາແຂວງທີ່ ໄດ້ຮັບຜົນກະທົບຈາກໄພພິບັດໃນ ໄລຍະຜ່ານມາ ເປັນຕົ້ນ ສະໜອງງົບ ປະມານ ເພື່ອຊຳລະໂຄງການຟື້ນຟູ ສຸກເສີນ ແລະ ປັດໄຈອື່ນໆ; ສຳເລັດ ການຈັດງານບຸນນະມັດສະການພະ ທາດຫລວງວຽງຈັນ ແລະ ມະຫະ ກຳກິລາແຫ່ງຊາດ ຄັ້ງທີ XII; ໄດ້ ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ສະຖານທີ່ ແລະ ຄຸນນະພາບການ ບໍລິການສາທາລະນະສຸກ ຕາມທິດ 5 ດີ 1 ພໍໃຈ; ໄດ້ເອົາໃຈໃສ່ເຄື່ອນ ໄຫວວຽກງານຕ່າງປະເທດ ຢ່າງມີ ໄຫວພິບ ຊຶ່ງພົ້ນເດັ່ນແມ່ນສຳເລັດ ການຕ້ອນຮັບການມາຢ້ຽມຢາມ ທາງລັດຖະກິດຂອງສະຫາຍເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ການຕ້ອນຮັບສົມເດັດ ເຈົ້າຍິງໄອ ໂກະ ແຫ່ງປະເທດຍີ່ປຸ່ນ, ການຕ້ອນ ຮັບການນຳຂັ້ນສູງ ແລະ ອົງການ ຈັດຕັ້ງຕ່າງໆທີ່ເຂົ້າພົບປະ, ອວຍ ພອນ ແລະ ເຂົ້າຮ່ວມພິທີເດີນສວນ ສະໜາມສະເຫລີມສະຫລອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ສໍາເລັດກອງປະຊຸມພົບປະ ສອງກົມການເມືອງລະຫວ່າງພັກ ປະຊາຊົນປະຕິວັດລາວ ແລະ ພັກ ກອມມູນິດຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການ ຮ່ວມມືທະວິພາຄີລະຫວ່າງລັດຖະ ບານລາວ ແລະ ຫວຽດນາມ, ກອງ ປະຊຸມພົບປະນັກທຸລະກິດ ລາວຫວຽດນາມ, ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ແລະ ອື່ນໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ນັ້ນ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າເປັນ ຕົ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງບໍ່ດີໃນສັງຄົມ, ບັນ ຫາຄ່າຄອງຊີບ, ລາຄາສິນຄ້າ, ອັດ ຕາແລກປ່ຽນ, ຕົ້ນທຶນການຜະລິດ, ການພັດທະນາ-ປັບປຸງພື້ນຖານ ໂຄງລ່າງເສັ້ນທາງ, ການຄຸ້ມຄອງ ການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການ ເຄົາລົບກົດໝາຍ-ລະບຽບການ ແລະ ອື່ນໆ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນທັນວາ 2025 ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້: ສືບຕໍ່ປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ, ສຸມໃສ່ລົງ ກໍ່ສ້າງຮາກຖານການເມືອງ-ພັດທະ ນາຊົນນະບົດ, ແກ້ໄຂຄວາມຫຍຸ້ງ ຍາກຂອງປະຊາຊົນຕິດພັນວຽກ ງານ 3 ສ້າງ; ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດ ໜ້ອຍຖອຍລົງ; ຕິດຕາມກຳແໜ້ນ ສະພາບການ ແລະ ແກ້ໄຂຕອບໂຕ້ ຂ່າວປອມທີ່ສ້າງຄວາມປັ່ນປ່ວນ ຢ່າງເປັນລະບົບທັນການ; ແກ້ໄຂ ອາວຸດທີ່ນຳໃຊ້ບໍ່ຖືກຕ້ອງ; ເອົາໃຈ ໃສ່ຕິດຕາມການເຂົ້າ-ອອກເມືອງ ຂອງຄົນຕ່າງດ້າວ; ແກ້ໄຂບັນຫາ ສະແກມເມີ, ແກ້ງຄໍເຊັນເຕີ...; ສືບຕໍ່ ປະຕິບັດແຜນຮັກສາຄວາມສະຫງົບ ແລະ ປອດໄພໃຫ້ແກ່ການຈັດງານ ສຳຄັນຕ່າງໆຂອງຊາດ ແລະ ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ສຸມໃສ່ກະກຽມຄວາມພ້ອມດ້ານ ຕ່າງໆໃຫ້ແກ່ການດຳເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ, ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສຸມໃສ່ກະກຽມກອງປະ ຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ຕາມຫົວຂໍ້ທີ່ກໍານົດໄວ້; ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ-ການເງິນ ໂດຍ ສະເພາະອັດຕາເງິນເຟີ້, ການເກັບ ລາຍຮັບ, ການເກັບກູ້ໜີ້ສິນ, ການ ແກ້ໄຂໜີ້ສິນ; ສຸມໃສ່ສົ່ງເສີມການ ຜະລິດສິນຄ້າຕິດພັນກັບການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃຫ້ແຂງແຮງໄປຄຽງຄູ່ກັບຈຳ ກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ອື່ນໆ; ສືບຕໍ່ປັບປຸງກົງຈັັກ ການຈັດຕັ້ງຕາມມະຕິຂອງຄະນະ ບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາ ແຫ່ງຊາດ ເລກທີ 05/ສພຊ ໂດຍ ສະເພາະການສ້າງຕັ້ງຕາແສງໃຫ້ ສອດຄ່ອງກັບກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບ ປຸງປີ 2025 ແລະ ນິຕິກໍາອື່ນໆ ໃຫ້ສໍາເລັດຕາມແຜນ; ສຸມໃສ່ກວດ ກາຄືນຕົວເລກຄູໃນທົ່ວປະເທດໃຫ້ ຊັດເຈນ ແລະ ຄິດໄລ່ເງິນເດືອນຄູ ຕາມທິດການປັບປຸງເງິນເດືອນໃໝ່ ຂອງລັດຖະບານໃຫ້ສຳເລັດທັນ ການເບີກເງິນເດືອນໃໝ່ ໃນເດືອນ ມັງກອນ 2026 ໄປຄຽງຄູ່ກັບ ການປັບປຸງນິຕິກຳທີ່ກ່ຽວຂ້ອງ; ສືບຕໍ່ສຸມໃສ່ກະກຽມຄວາມພ້ອມ ສຳລັບການປັບປຸງລະບົບສາມັນ ສຶກສາ; ສືບຕໍ່ຊຸກຍູ້ສົ່ງເສີມການ ທ່ອງທ່ຽວໃຫ້ແຂງແຮງຂຶ້ນກວ່າ ເກົ່າ; ສືບຕໍ່ຕິດຕາມຊຸກຍູ້ຫົວໜ່ວຍ ນຳໃຊ້ແຮງງານ ແລະ ແຮງງານຢູ່ ບັນດາເຂດເສດຖະກິດພິເສດ, ເຂດ ອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດ ໝາຍຢ່າງເຄັ່ງຄັດ; ສືບຕໍ່ພັດທະ ນາສີມືແຮງງານລາວ ໃຫ້ມີຄຸນນະ ພາບ, ກວດກາຄືນຕົວເລກຄາດ ໝາຍໃນການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານໃນຊຸມປີຕໍ່ໜ້າໃຫ້ລະ ອຽດ; ສືບຕໍ່ຈັດຕັ້ງປະຕິບັດນະໂຍ ບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ສືບ ຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ ສ້າງເສັ້ນທາງບຸລິມະສິດ; ປັບປຸງ ບູລະນະ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດ ແລະ ທາງຫລວງ ທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ ສຳເລັດຕາມແຜນ; ຮີບຮ້ອນສົມທົບ ປຶກສາຫາລືໃຫ້ເປັນເອກະພາບກັນ ກ່ຽວກັບການກຳນົດຮູບແບບ, ວິທີ ການ ແລະ ອັດຕາການເກັບຄ່າຜ່ານ ທາງທີ່ມອບໃຫ້ຜູ້ປະກອບການ ເປັນຜູ້ສ້ອມແປງ ແລະ ບົວລະບັດ ຮັກສາ; ຮີບຮ້ອນຜັນຂະຫຍາຍຜົນ ກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງສອງກົມການເມືອງ ລາວ-ຫວຽດນາມ, ກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການ ຮ່ວມມືທະວິພາຄີລະຫວ່າງສອງ ລັດຖະບານລາວ ແລະ ຫວຽດນາມ ໂດຍໃຫ້ກຳນົດໜ້າວຽກ ແລະ ແບ່ງ ຄວາມຮັບຜິດຊອບລະອຽດ; ສືບຕໍ່ ກະກຽມຮອບດ້ານໃຫ້ແກ່ການນຳ ຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວ ວຽກງານຢູ່ຕ່າງປະເທດ. ວາລະທີ 2: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 7 ສະບັບຄື: ຮ່າງ ດຳລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນຕໍ່ຜູ້ ລະເມີດກົດໝາຍ ແລະ ລະບຽບ ການກ່ຽວກັບຊັບສິນຂອງລັດ; ຮ່າງ ດຳລັດວ່າດ້ວຍເງິນເດືອນ, ຜົນ ປະໂຫຍດ ແລະ ນະໂຍບາຍອື່ນຕໍ່ສະ ມາຊິກຂອງສໍານັກງານຜູ້ຕາງໜ້າ; ຮ່າງດໍາລັດວ່າດ້ວຍການສະກັດ ກັ້ນ ແລະ ແກ້ໄຂວິກິດການຂອງ ລະບົບການເງິນ; ຮ່າງດໍາລັດວ່າ ດ້ວຍການປັບໃໝ ແລະ ມາດຕະ ການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມ ຢາສູບ; ຮ່າງດຳລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການຄຸ້ມຄອງນໍ້າແຫ່ງ ຊາດ; ຮ່າງດໍາລັດວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ການພັດທະນາ ແລະ ຮ່າງດໍາລັດ ວ່າດ້ວຍຝຸ່ນ. ກອງປະຊຸມໄດ້ຊີ້ນໍາໃຫ້ ພາກສ່ວນກ່ຽວຂ້ອງນໍາເອົາບັນດາ ຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມ ການປະກອບຄຳເຫັນຂອງສະມາ ຊິກລັດຖະບານເປັນຕົ້ນ ຊື່ຂອງບາງ ຮ່າງດຳລັດ, ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ ຄຳສັບ, ໂຄງຮ່າງນິຕິກຳ, ການ ກຳນົດ ແລະ ຈັດລຽງເນື້ອໃນໃຫ້ ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິກໍາ ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ລວມທັງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ສິ່ງສໍາຄັນຕ້ອງ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ
15/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ກອງບັນຊາການທະ ຫານແຂວງສະຫວັນນະເຂດ ເປັນ ກໍາລັງທ້ອງຖິ່ນໜຶ່ງທີ່ເຄື່ອນໄຫວ ເຮັດໜ້າທີ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ຮັບປະກັນ ເຮັດໃຫ້ສະພາບພາຍໃນແຂວງສະ ຫວັນນະເຂດ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມໝັ້ນຄົງ, ເພື່ອອໍາ ນວຍຄວາມສະດວກໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງດີຂຶ້ນເທື່ອລະກ້າວ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໃຫ້ສຳພາດວ່າ: ໃນຕະຫລອດໄລຍະ 6 ເດືອນຜ່ານ ມາ ຄະນະພັກ-ຄະນະບັນຊາ ໄດ້ສຸມ ໃສ່ປະຕິບັດໜ້າທີ່ວຽກງານຕາມ ພາລະບົດບາດໜ້າທີ່ຄວາມຮັບຜິດ dv'[a o-kdkomtsko lts;a ootg0f l5 ,.lj xt8y [a f |h kmu j ;Pd'ko8k,rk]t[q f[kf,u zq oleg]a fs]kpfh ko ຊອບຂອງກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ມີຜົນ ສຳເລັດຫລາຍດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ສາມາດຮັບປະກັນເຮັດ ໃຫ້ສະຖຽນລະພາບທາງການ ເມືອງທົ່ວແຂວງມີຄວາມສະຫງົບ ຢ່າງໜັກແໜ້ນ, ໃນນີ້ອັນພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນຳພາຈັດ ຕັ້ງຫັນເອົາກໍາລັງລົງກໍ່ສ້າງຮາກ ຖານການເມືອງແບບທາງກວ້າງ ແລະ ທາງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ບັນດາເມືອງ ແລະ ຈຸດ ສຸມ. ໃນ 6 ເດືອນຕົ້ນປີ 2025 ໄດ້ ປະເມີນຄືນຄອບຄົວແລະບ້ານປ້ອງ ກັນຊາດເຂັ້ມແຂງໄດ້ 2 ເມືອງ ຄື: ເມືອງອຸທຸມພອນ ແລະ ເມືອງເຊ ໂປນ ໄດ້ 76 ບ້ານ, ມີ 28.518 ຄອບຄົວ, ຍ້ອງຍໍໄດ້ 1 ເມືອງ ຄື: ນະຄອນ ໄກສອນ ພົມວິຫານ ມີ 49 ບ້ານ; ໃນນີ້, ຍັງໄດ້ຊີ້ນຳ- ນຳພາ 4 ຈຸດສຸມ ຄື: ຈຸດສຸມຈຽງຕູບ ເມືອງເຊ ໂປນ, ຈຸດສຸມຄໍາປາແໜ - ປ່າກ້ວຍ ເມືອງຊົນນະບູລີ ແລະ ເມືອງຈໍາ ພອນ, ຈຸດສຸມແກ້ງລິ້ນ ແລະ ຈຸດສຸມ ຕັງອາໄລ ເມືອງນອງ; ໄດ້ຊີ້ນໍາບັນ ດາກອງປະຕິບັດງານຈັດຕັ້ງເຄື່ອນ ໄຫວລົງກໍ່ສ້າງຮາກຖານການເມືອງ ເຮັດໃຫ້ຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບປອດໄພ. ໄດ້ເອົາໃຈໃສ່ຊີ້ນໍາ-ນາພາບັນດາ ກົມກອງຈັດຕັ້ງລະບົບປະຈຳການ ກຽມພ້ອມສູ້ຮົບ ທັງກຳລັງ ແລະ ພາຫະນະ ຕະຫລອດ 24 ຊົ່ວໂມງ, ກຳແໜ້ນສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີທັງພາຍໃນ ແລະ ນອກຊາຍແດນ ໃນຂອບເຂດຄວາມ ຮັບຜິດຊອບ, ເປັນເຈົ້າການຊີ້ນໍາ ກົມກອງທ້ອງຖິ່ນຈັດຕັ້ງກໍາລັງປະ ຈຳການແຕ່ລະຂັ້ນ, ວຽກງານປັບ ປຸງກໍ່ສ້າງກໍາລັງ ຄະນະພັກ - ຄະນະ ບັນຊາພວກເຮົາໄດ້ຖືສຳຄັນວຽກ ງານກໍ່ສ້າງປັບປຸງກຳລັງໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ເຮັດ ໜ້າທີ່ການເມືອງຂອງກົມກອງ ຮັກ ສາມູນເຊື້ອອັນດີງາມຂອງກອງ ທັບ, ເປັນກຳລັງທີ່ມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ, ເປັນ ອາວຸດທີ່ແຫລມຄົມ, ເປັນກຳລັງທີ່ ໄວ້ວາງໃຈຂອງພັກ. ວຽກງານອົບຮົມຫັດແອບ, ປັບ ປຸງລະບຽບແບບແຜນ ແລະ ຝຶກຝົນ ກໍາລັງກາຍ ໄດ້ຊີ້ນຳຕິດຕາມການ ອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການແລະ ເຕັກ ນິກ ໄລຍະທີ I ປະຈຳປີ 2025 ໄດ້ 44 ຫົວໜ່ວຍກົມກອງ, ອົບຮົມ ໃຫ້ກອງຮ້ອຍກອງຫລອນໃນ 6 ເດືອນຕົ້ນປີໄດ້ 4 ເມືອງ ເທົ່າກັບ 11 ກອງຮ້ອຍ ຈຳນວນພົນ 498 ສະຫາຍ, ໄດ້ຂະຫຍາຍກອງຫລອນ ເພີ່ມ ຈຳນວນ 121 ສະຫາຍ ແລະ ໄດ້ລົງຊຸກຍູ້, ຊີ້ນຳ, ກວດກາການ ຈັດຕັ້ງປະຕິບັດວຽກງານການທະ ຫານທ້ອງຖິ່ນຢູ່ກອງບັນຊາການ ທະຫານເມືອງ 14 ເມືອງ - 1 ນະ ຄອນສຳເລັດ, ສຳເລັດອົບຮົມວິ ຊາສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃຫ້ບັນດາໂຮງຮຽນ ວິຊາຊີບໄດ້ 3 ໂຮງຮຽນມີຈຳນວນ ພົນເຂົ້າຮ່ວມ 953 ຄົນ, ຍິງ 660 ຄົນ.ໄດ້ເປີດອົບຮົມ-ຫັດແອບນັກ ຮຽນກໍ່ສ້າງນາຍສີບ ຊຸດທີ IX ສົກ ຮຽນ 2024 - 2025 ໄດ້ 1 ຊຸດ, ມີຈຳນວນພົນ 69 ສະຫາຍ, ອົບຮົມ ທະຫານໃໝ່ ປະຈຳປີ 2024 ໄດ້ 1 ຊຸດ ຈຳນວນ 51 ສະຫາຍ ແລະ ກະກຽມສ້າງແຜນການເປີດຮຽນ ກໍ່ສ້າງນາຍສິບຊຸດທີ X ລະບົບ 1 ປີ ແລະ ເປີດຮຽນບຳລຸງການທະຫານ ພື້ນຖານ ລະບົບ 6 ເດືອນ ຊຸດທີ VI ປະຈຳສົກປີ 2025 ļ 2026. ພ້ອມນັ້ນ, ວຽກງານພະລາທິ ການບົນພື້ນຖານແມ່ນມີຄວາມຮັບ ປະກັນໄດ້ຕາມລະບົບອັດຕາທີ່ກົມ ໃຫຍ່ພະລາທິການກອງທັບວາງ ອອກ. ສໍາລັບປະເພດຊີ້ນ ແລະ ຜັກ ກິນເຫັນວ່າຫລາຍກົມກອງມີຄວາມ ຕື່ນຕົວຍົກສູງຄວາມຮັບຜິດຊອບ ໃນການກຸ້ມຕົນເອງ, ເພິ່ງຕົນເອງໄດ້ ດີ, ມີເຮືອນຮົ່ມປູກພືດຜັກສະໜອງ ໃຫ້ກົມກອງເຂົ້າເຮືອນຄົວລວມ, ໃນ 6 ເດືອນຕົ້ນປີ 2025 ກອງບັນ ຊາການທະຫານແຂວງສະຫວັນ ນະເຂດໄດ້ຮັບໂຄງການທັງໝົດ: ມີ 20 ໂຄງການ; ໃນນັ້ນ, ມີໂຄງການ ຂອງກະຊວງປ້ອງກັນປະເທດ 6 ໂຄງການແລະໂຄງການຂອງແຂວງ 14 ໂຄງການ. ວຽກງານພົວພັນ ຮ່ວມມືກັບສາກົນ ໄດ້ເພີ່ມທະວີສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ກັບ ເພື່ອນມິດຍຸດທະສາດ ໂດຍສະ ເພາະກັບບັນດາກົມກອງເພື່ອນມິດ ຍຸດທະສາດ ສສ ຫວຽດນາມ ໂດຍ ມີການຈັດຕັ້ງແຮກສ່ຽວ ແລະ ການ ພົວພັນຮ່ວມມືດ້ານຕ່າງໆ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໃຫ້ຮູ້ຕື່ມວ່າ: ໃນຕະ ຫລອດໄລຍະຜ່ານມາທົ່ວກອງບັນ ຊາການທະຫານແຂວງສະຫວັນນະ ເຂດ ເຫັນວ່າ ມີຄວາມສະຫງົບໂດຍ ພື້ນຖານ, ບັນດາສະຫາຍພະນັກ ງານ-ສະມາຊິກພັກຕະຫລອດຮອດ ນາຍ ແລະ ພົນທະຫານມີຄວາມອຸ່ນ ອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ການ ເມືອງຂອງຕົນ ພ້ອມກັນສຸມໃສ່ສ້າງ ຂະບວນການ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງ ພັກ ແລະ ກອງທັບ ຢ່າງເປັນຂະ ບວນການຟົດຟື້ນ ແລະ ມີຜົນງານ ອັນໃໝ່ ຕິດພັນກັບບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ. ບົດສະເໜີ glu ,0tspkpzq o'ko75 o'k,7;k,fu 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025) ຂປລ . ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການ ປະຕິວັດລາວຜູ້ໜຶ່ງທີ່ມີຄວາມປີຊາ ສາມາດ, ມີຄວາມສະຫລາດຫລັກ ແຫລມ, ມີໄຫວພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວ ແໜ້ນ; ເພິ່ນເຕີບໂຕໃນຄອບຄົວຂ້າ ລາຊະການ ໃນສະພາບທີ່ປະເທດ ຊາດ ຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາບາກຍາກເຂັນ; ປະທານໄກສອນ ພົມວິຫານ ໄດ້ມີ ຄວາມຕື່ນຕົວ ແລະ ໄດ້ຮ່ວມກັບ ເພື່ອນສະຫາຍທີ່ມີນໍ້າໃຈຮັກຊາດ ເພື່ອຊອກເສັ້ນທາງກອບກູ້ເອົາເອ ກະລາດແຫ່ງຊາດ; ເພິ່ນໄດ້ນໍາພາ ປຸກລະດົມ ເຕົ້າໂຮມຄວາມສາມັກຄີ ປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຢ່າງ ກວ້າງຂວາງ ລຸກຂຶ້ນຕໍ່ສູ້ດ້ວຍການ ສົມທົບກັບການຕໍ່ສູ້ດ້ານຕ່າງໆ ຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງ ດ້ວຍອາຍຸພຽງແຕ່ 35 ປີ, ເພີ່ນໄດ້ ທຸ່ມເທທັງກໍາລັງກາຍ, ຄວາມຮູ້ສະ ຕິປັນຍາຢ່າງສຸດຂີດ ແລະ ມີຄວາມ ສາມາດປະດິດສ້າງສູງ ໃນການປະ ຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຕົນ. ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ສະແດງອອກ ໃນແຕ່ລະຂົງເຂດວຽກງານຢ່າງ ເລິກເຊິ່ງ ແລະ ຮອບດ້ານສອດຄ່ອງ ກັບແຕ່ລະໄລຍະຂອງການປະຕິວັດ ດັ່ງນີ້: ແນວຄິດຊີ້ນໍາກ່ຽວກັບວຽກ ງານກໍ່ສ້າງກໍາລັງປະກອບອາວຸດ: ຍາມໃດເພິ່ນກໍໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າວາງແນວ ທາງດ້ານການທະຫານດ້ວຍການ ດໍາເນີນສົງຄາມປະຊາຊົນ, ການ ສ້າງກໍາລັງປະກອບອາວຸດ, ສ້າງ ແນວຫລັງ ແລະ ພື້ນຖານວຽກງານ ປ້ອງຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປວງຊົນ ຮອບດ້ານ; ຊີ້ນໍາ ການທະຫານ ເພື່ອຕ້ານ ແລະ ຕໍ່ສູ້ ກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດດ້ານການ ທະຫານດັ່ງກ່າວ ໄດ້ສ່ອງແສງໃຫ້ ເຫັນເຖິງກົດເກນຂະຫຍາຍຕົວຂອງ ການຕໍ່ສູ້ປົດປ່ອຍຊາດ ໃນເງື່ອນໄຂ ຕົວຈິງຂອງປະເທດຊາດເຮົາ ແມ່ນ ການປະສານສົມທົບຢ່າງກົມກຽວ ລະຫວ່າງວິທະຍາສາດທີ່ ເປັນ ມູນເຊື້ອການຕໍ່ສູ້ຂອງຊາດກັບສິ່ງ ຍອດຍິ່ງ ດ້ານການທະຫານແມ່ນ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ. ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກ ງານກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມ ແຂງ: ເພິ່ນໄດ້ຖືວຽກງານກໍ່ສ້າງ ພັກເປັນບັນຫາຕັດສິນທຸກໄຊຊະນະ ຂອງການປະຕິວັດ; ເພິ່ນໄດ້ໃຫ້ທັດ ສະນະວ່າ: ພັກເຮົາ ໃນຖານະເປັນ ພັກກໍາອໍານາດ ແມ່ນມີຄວາມຮັບຜິດ ຊອບໂດຍກົງຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃໝ່ໃນ ປະເທດເຮົາ, ວຽກງານກໍ່ສ້າງພັກ ເປັນວຽກງານທີ່ມີຄວາມໝາຍສໍາ ຄັນ, ແມ່ນຄວາມຈໍາເປັນພາວະວິໄສ ທັງເປັນຍຸດທະສາດ, ສິ່ງດັ່ງກ່າວ ໄດ້ຊີ້ບອກວ່າ ພວກເຮົາຈໍາເປັນ ຕ້ອງເພີ່ມທະວີການກໍ່ສ້າງພັກ ໃຫ້ ໜັກແໜ້ນ, ເຂັ້ມແຂງທາງດ້ານການ ເມືອງ, ແນວຄິດ ແລະ ການຈັດຕັ້ງ ເຊີດຊູບົດບາດຂອງພັກ ໃຫ້ສົມເປັນ ແກນນໍາໃນລະບົບການເມືອງ. ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງ ໃໝ່: ແນວຄິດກ່ຽວກັບປ່ຽນແປງ ໃໝ່ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ ຫາກເກີດຂຶ້ນບົນພື້ນຖານ ການຄົ້ນ ຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍ ບາຍປ່ຽນແປງໃໝ່ໃນແຕ່ລະຂົງ ເຂດໃນນັ້ນແມ່ນປ່ຽນແປງໃໝ່ດ້ານ ຈິນຕະນາການໃນຂົງເຂດເສດຖະ ກິດ; ເພິ່ນໄດ້ມີຄວາມກ້າຫານ, ປະ ດິດສ້າງໃນການໝູນໃຊ້ທິດສະດີ ຂອງນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດ ຂອງປະ ເທດເຮົາ. ເພື່ອເຮັດໃຫ້ແນວທາງ ປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກ ຕ້ອງຕາມທິດທາງ ແລະ ຈຸດໝາຍ ທີ່ວາງໄວ້ທັງຮັບປະກັນສະຖຽນ ລະພາບ ແລະ ຄວາມໝັ້ນຄົງຂອງ ລະບອບ ປະຊາທິປະໄຕ ປະຊາຊົນ ປະທານ ໄກສອນ ພົມວິຫານ ໄດ້ ກໍານົດ 6 ຫລັກການພື້ນຖານ ຂອງ ການປ່ຽນແປງໃໝ່ຢູ່ປະເທດເຮົາ. ປະທານ ໄກສອນ ພົມວິຫານ ບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງ ການພົວພັນກັບຕ່າງປະເທດ, ເປັນ ຜູ້ທີ່ເຄື່ອນໄຫວດ້ານການຕ່າງປະ ເທດ ຢ່າງເອົາການເອົາງານ ເຊິ່ງ ເວລາໃດກໍເປັນແບບຢ່າງດ້ານການ ກໍາແໜ້ນຫລັກການ ແລະ ຍຸດທະ ສາດທີ່ວາງອອກ; ພ້ອມກັນນັ້ນກໍມີ ຄວາມຄ່ອງແຄ້ວນີ້ມນວນໃນດ້ານ ຍຸດໂທບາຍ ເພື່ອບັນລຸຈຸດປະສົງ ເປົ້າໝາຍທີ່ວາງໄວ້. ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ ຫລວງທີ່ສຸດ ໃນການນໍາພາ ພາລະ ກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດ ແຫ່ງຄວາມຮັກຊາດ ແລະ ເປັນສັນ ຍະລັກແຫ່ງຊາດລາວ ວິລະຊົນ, ຄົນລາວພິລະອາດຫານ; ເປັນນັກ ການເມືອງທີ່ສະຫລາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກ ໂຄສະນາ-ປາຖະກະຖາທີ່ຊໍານານ, ເພິ່ນເປັນຜູ້ກໍາແໜ້ນຫລັກມູນພື້ນ ຖານຂອງສັດຈະວິພາກມາກ-ເລ ນິນ, ກໍາສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດ ສະດີປະຕິວັດ; ຍາມໃດກໍຍຶດໝັ້ນ ແນວຄິດທີ່ຖືເອົາປະຊາຊົນເປັນ ກົກ, ເສີມຂະຫຍາຍບົດບາດເປັນ ເຈົ້າຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງ ໜັກແໜ້ນໃນກໍາລັງແຮງຂອງປະຊາ ຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວ ທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມ ໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດໃນແຕ່ ລະຂົງເຂດວຽກງານຢ່າງຮອບ ດ້ານ ແລະ ເລິກເຊິ່ງເປັນຕົ້ນ ຂົງ ເຂດເສດຖະກິດ, ການເມືອງ, ການ ສຶກສາ, ວັດທະນະທໍາ-ສັງຄົມ, ວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານ ແນວໂຮມ ແລະ ວຽກງານອົງການ ຈັດຕັ້ງມະຫາຊົນ ແລະ ອື່ນໆ. ປະທານ ໄກສອນ ພົມວິຫານ ໄດ້ອອກແຮງຄົ້ນຄວ້າຮໍ່າຮຽນທາງ ດ້ານທິດສະດີ, ບັນດາບົດຮຽນ, ທັງ ໄດ້ລົງພາກປະຕິບັດຕົວຈິງ; ເພິ່ນ ຍັງໄດ້ເອົາໃຈໃສ່ຕໍ່ການຍົກລະດັບ ຄວາມຮູ້ ແລະ ຄວາມສາມາດ, ເອົາ ໃຈໃສ່ໃນພາລະກິດສ້າງຄົນຮຸ່ນໜຸ່ມ ໃຫ້ກາຍເປັນຜູ້ສືບທອດພາລະກິດ ປະຕິວັດຂອງພັກຢ່າງສົມກຽດ ໃນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ເພິ່ນໄດ້ຖືສໍາ ຄັນ ແລະ ປະຕິບັດຢ່າງເຂັ້ມງວດ ຢູ່ສາມປະການຄື: ການຊີ້ນໍາ-ນໍາ ພາຂອງເພິ່ນຍາມໃດກໍ່ເຮັດເປັນໝູ່ ຄະນະ, ໃກ້ຊິດຕິດແທດກັບມະຫາ ຊົນ, ອິງໃສ່ບົດຮຽນ ແລະ ຫົວຄິດ ດັດສ້າງຂອງມະຫາຊົນ ເພິ່ນເຄີຍ ເວົ້າໄວ້ວ່າ: ຕ້ອງຮຽນ, ຂຽນ ແລະ ຮູ້ແລ້ວ ຈຶ່ງມີການກະທໍາປະຕິບັດທີ່ ຖືກຕ້ອງ. ຕະຫລອດໄລຍະແຫ່ງການເປັນ ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງ ການກ້າວເດີນໄປສູ່ໄຊຊະນະຂອງ ການປະຕິວັດລາວ; ເພິ່ນເປັນຜູ້ນໍາທີ່ ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນ ແວ່ນແຍງອັນໃສແຈ້ງ ແລະ ເປັນ ແບບຢ່າງອັນປະເສີດເລີດລໍ້າດ້ານ ຄຸນທາດການການເມືອງ, ຄຸນສົມ ບັດສິນທໍາປະຕິວັດ, ແບບແຜນວິທີ ເຮັດວຽກ ກໍຄືແບບແຜນດໍາລົງ ຊີວິດໃຫ້ແກ່ພະນັກງານ, ສະມາຊິກ ພັກ, ນັກຮົບ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດ ຊີວິດຂອງຕົນດ້ວຍຄວາມບໍລິສຸດ ຜ່ອງໃສ ເພື່ອຜົນປະໂຫຍດຂອງ ຊາດ ແລະ ປະຊາຊົນ ເພື່ອເປັນບົດ ຮຽນໃຫ້ລູກຫລານຮຸ່ນຕໍ່ໄປ, ເປັນ ຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າ ໂຮມຄວາມສາມັກຄີ ທົ່ວປວງຊົນ ບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງ ໃນການເຕົ້າໂຮມຄວາມສາມັກຄີ ປະຊາຊົນບັນດາເຜົ່າ, ຍາມໃດກໍຖື ສໍາຄັນແລະ ເອົາໃຈໃສ່ໃນການສ້າງ ຄວາມສາມັກຄີຮັກແພງ, ຄວາມ ໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມ ນັບຖືຈາກມະຫາຊົນ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າ ທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນ ການປະຕິບັດຍຸດໂທບາຍ ເພື່ອປະຕິ ບັດຍຸດທະສາດ ຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບການ ປົດປ່ອຍຢ່າງສົມບູນ, ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ລົດລະ ຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ ພາລະກິດ ຂອງການປະຕິວັດໃນໄລ ຍະໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ຈາກຄຸນສົມບັດອັນລໍ້າ ເລີດ ແລະ ພາລະກິດນໍາພາການປະ ຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນ ທາດນັກປະຕິວັດຜູ້ດີເດັ່ນ ຄືດັ່ງກ່າວ ນັ້ນ ໄດ້ເປັນການປະກອບສ່ວນຢ່າງ ສໍາຄັນ ໃນການຊຸກຍູ້ພາລະກິດການ ຕໍ່ສູ້ໃນເມື່ອກ່ອນ ກໍຄືໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເຮົາ ໃນ ປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າ ຍິ່ງຂຶ້ນ. ພາລະກິດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ຍາມ ໃດກໍ່ເປັນແສງສະຫວ່າງແຫ່ງການ ກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍ່ມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນ ລາວບັນດາເຜົ່າຕະຫລອດໄປ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==